ຄາລາເຕຍ4
1ສິ່ງທີ່ເຮົາກຳລັງກ່າວຢູ່ນີ້ກໍຄື ຕາບໃດທີ່ຜູ້ຮັບມໍລະດົກຍັງເປັນຍັງບໍ່ເປັນຜູ້ໃຫຍ່, ລາວກໍບໍ່ແຕກຕ່າງຫຍັງກັບຂ້າທາດ, ເຖິງແມ່ນວ່າລາວຈະເປັນເຈົ້າຂອງຊັບສິນທັງໝົດ.2ຜູ້ຮັບມໍລະດົກກໍຍັງຢູ່ໃຕ້ບັງຄັບຂອງຜູ້ປົກຄອງ ແລະ ຜູ້ດູແລຊັບສິນຈົນກວ່າຈະເຖິງເວລາທີ່ພໍ່ຂອງລາວໄດ້ກຳນົດໄວ້.3ເຊັ່ນດຽວກັນ ເມື່ອພວກເຮົາຍັງບໍ່ເປັນຜູ້ໃຫຍ່ ພວກເຮົາໄດ້ເປັນຂ້າທາດຢູ່ໃຕ້ບັງຄັບຂອງພວກວິນຍານ ຂອງໂລກນີ້.4ແຕ່ເມື່ອເຖິງເວລາທີ່ໄດ້ກຳນົດໄວ້ມາເຖິງ, ພຣະເຈົ້າໄດ້ສົ່ງພຣະບຸດຂອງພຣະອົງມາ, ບັງເກີດຈາກແມ່ຍິງ, ເຊິ່ງເກີດພາຍໃຕ້ກົດບັນຍັດ,5ເພື່ອໄຖ່ຄົນທັງຫລາຍທີ່ຢູ່ໃຕ້ກົດບັນຍັດ, ເພື່ອວ່າພວກເຮົາຈະໄດ້ຮັບສິດທິເປັນບຸດ ໂດຍສົມບູນ.6ເພາະວ່າພວກເຈົ້າທັງຫລາຍເປັນລູກຂອງພຣະອົງ, ພຣະເຈົ້າຈຶ່ງໄດ້ສົ່ງພຣະວິນຍານແຫ່ງພຣະບຸດຂອງພຣະອົງເຂົ້າມາໃນໃຈຂອງພວກເຮົາ, ພຣະວິນຍານຜູ້ຮ້ອງວ່າ, “ອັບບາ, ພໍ່”.7ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ເປັນຂ້າທາດອີກຕໍ່ໄປ ແຕ່ເປັນລູກຂອງພຣະເຈົ້າ ແລະ ເມື່ອພວກເຈົ້າເປັນລູກຂອງພຣະອົງແລ້ວ ພຣະເຈົ້າກໍຍັງໄດ້ເຮັດໃຫ້ພວກເຈົ້າເປັນຜູ້ຮັບມໍລະດົກດ້ວຍ.
ຄວາມຫ່ວງໃຍຂອງໂປໂລທີ່ມີຕໍ່ຊາວຄາລາເຕຍ
8ໃນເມື່ອກ່ອນ ພວກເຈົ້າຍັງບໍ່ຮູ້ຈັກພຣະເຈົ້າ, ພວກເຈົ້າໄດ້ເປັນຂ້າທາດຂອງບັນດາຜູ້ທີ່ໂດຍທຳມະດາແລ້ວບໍ່ແມ່ນພະທັງຫລາຍເລີຍ.9ແຕ່ບັດນີ້ ພວກເຈົ້າຮູ້ຈັກພຣະເຈົ້າແລ້ວ ຫລື ເວົ້າໃຫ້ຖືກວ່າພຣະເຈົ້າຮູ້ຈັກພວກເຈົ້າແລ້ວ ດ້ວຍເຫດໃດພວກເຈົ້າຈຶ່ງຈະກັບຄືນໄປຫາຫລັກການເກົ່າໆເຫລົ່ານັ້ນ ເຊິ່ງອ່ອນແອ ແລະ ບໍ່ມີປະໂຫຍດ? ພວກເຈົ້າຢາກຕົກເປັນຂ້າທາດໂດຍສິ່ງທັງປວງນີ້ອີກບໍ?10ພວກເຈົ້າທັງຫລາຍກຳລັງສັງເກດວັນພິເສດຕ່າງໆ, ເດືອນຕ່າງໆ, ລະດູຕ່າງໆ ແລະ ປີຕ່າງໆ!11ເຮົາຢ້ານກົວແທນພວກເຈົ້າ ຄືຢ້ານວ່າການທີ່ເຮົາບາກບັ່ນທຸ້ມເທໃຫ້ພວກເຈົ້ານັ້ນຈະບໍ່ມີປະໂຫຍດຫຍັງ.12ພີ່ນ້ອງທັງຫລາຍເອີຍ ເຮົາຂໍຮ້ອງພວກເຈົ້າ ຂໍໃຫ້ພວກເຈົ້າເປັນເໝືອນເຮົາ ເພາະເຮົາໄດ້ເປັນເໝືອນພວກເຈົ້າ. ພວກເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ເຮົາ.13ພວກເຈົ້າທັງຫລາຍກໍຮູ້ຢູ່ວ່າ ຕອນທຳອິດທີ່ເຮົາປະກາດຂ່າວປະເສີດແກ່ພວກເຈົ້ານັ້ນກໍເພາະຄວາມເຈັບປ່ວຍ.14ແລະ ເຖິງວ່າຄວາມເຈັບປ່ວຍຂອງເຮົາເປັນການທົດລອງສຳລັບພວກເຈົ້າ, ພວກເຈົ້າກໍບໍ່ໄດ້ດູຖູກ ຫລື ເຢາະເຢີ້ຍເຮົາເລີຍ. ແຕ່ພວກເຈົ້າໄດ້ຕ້ອນຮັບເຮົາເໝືອນວ່າເຮົາເປັນເທວະດາຂອງພຣະເຈົ້າ, ເໝືອນວ່າເຮົາເປັນອົງພຣະຄຣິດເຈົ້າເຢຊູເອງ.15ບັດນີ້ ຄວາມຍິນດີຂອງພວກເຈົ້າທີ່ມີຕໍ່ເຮົາຫາຍໄປໃສໝົດແລ້ວ? ເຮົາສາມາດຢືນຢັນວ່າ, ຖ້າພວກເຈົ້າເຮັດໄດ້ ພວກເຈົ້າກໍຄົງຈະຄວັດໜ່ວຍຕາຂອງພວກເຈົ້າອອກ ແລະ ມອບໜ່ວຍຕານັ້ນໃຫ້ເຮົາແລ້ວ.16ບັດນີ້ ເຮົາໄດ້ກາຍເປັນສັດຕູຂອງພວກເຈົ້າແລ້ວໂດຍການກ່າວຄວາມຈິງແກ່ພວກເຈົ້າບໍ?17ຄົນເຫລົ່ານັ້ນຮ້ອນຮົນເພື່ອຊະນະໃຈພວກເຈົ້າ, ແຕ່ບໍ່ແມ່ນເພາະຄວາມຫວັງດີ. ສິ່ງທີ່ພວກເຂົາຕ້ອງການຄືແຍກພວກເຈົ້າອອກໄປຈາກພວກເຮົາ ເພື່ອວ່າພວກເຈົ້າຈະໄດ້ຮ້ອນຮົນເພື່ອພວກເຂົາ.18ຖ້າຮ້ອນຮົນເພາະຄວາມຫວັງດີກໍດີຢູ່ ແລະ ໃຫ້ເປັນເຊັ່ນນັ້ນຕະຫລອດ, ບໍ່ແມ່ນສະເພາະແຕ່ເວລາທີ່ເຮົາຢູ່ກັບພວກເຈົ້າ.19ລູກທີ່ຮັກຂອງເຮົາເອີຍ, ເຮົາຍັງຕ້ອງເຈັບປວດເໝືອນກັບແມ່ທີ່ເຈັບທ້ອງເກີດລູກເພື່ອພວກເຈົ້າອີກ ຈົນກວ່າພຣະຄຣິດເຈົ້າຈະກໍ່ຮ່າງຂຶ້ນໃນພວກເຈົ້າ,20ເຮົາປາຖະໜາຢາກຢູ່ກັບພວກເຈົ້າໃນເວລານີ້ ແລະ ປ່ຽນສຽງເວົ້າຂອງເຮົາຂະໜາດໃດນໍ ເພາະເຮົາສັບສົນກ່ຽວກັບພວກເຈົ້າ!ນາງຮາກາ ແລະ ນາງຊາຣາ
21ພວກເຈົ້າຜູ້ທີ່ຢາກຢູ່ໃຕ້ກົດບັນຍັດ ຈົ່ງບອກເຮົາມາ, ພວກເຈົ້າບໍ່ຮູ້ເຖິງສິ່ງທີ່ກົດບັນຍັດກ່າວໄວ້ບໍ?22ເພາະມີຂຽນໄວ້ວ່າ ອັບຣາຮາມມີລູກຊາຍສອງຄົນ, ຄົນໜຶ່ງເກີດຈາກຍິງທີ່ເປັນຂ້າທາດ ແລະ ອີກຄົນໜຶ່ງເກີດຈາກຍິງທີ່ເປັນອິດສະຫລະ.23ລູກຊາຍຂອງເພິ່ນຜູ້ທີ່ເກີດຈາກແມ່ຍິງທີ່ເປັນຂ້າທາດແມ່ນເກີດຕາມເນື້ອໜັງ, ສ່ວນລູກຊາຍຂອງເພິ່ນຜູ້ທີ່ເກີດຈາກຍິງທີ່ເປັນອິດສະຫລະນັ້ນ ແມ່ນເກີດຕາມສັນຍາຂອງພຣະເຈົ້າ.24ເລື່ອງເຫລົ່ານີ້ຖືກຍົກຂຶ້ນມາເປັນການປຽບທຽບຄື ແມ່ຍິງນັ້ນໝາຍເຖິງສອງພັນທະສັນຍາ. ພັນທະສັນຍາໜຶ່ງມາຈາກພູເຂົາຊີນາຍ ຄືນາງຮາກາທີ່ໄດ້ໃຫ້ກຳເນີດລູກທີ່ເປັນຂ້າທາດ.25ບັດນີ້ ນາງຮາກາໝາຍເຖິງພູເຂົາຊີນາຍໃນປະເທດອາຣາເບຍ ແລະ ກົງກັບນະຄອນເຢຣູຊາເລັມໃນປັດຈຸບັນ ເພາະວ່ານາງກັບບັນດາລູກຂອງນາງເປັນຂ້າທາດຢູ່.26ແຕ່ເຢຣູຊາເລັມທີ່ຢູ່ເບື້ອງເທິງນັ້ນເປັນອິດສະຫລະ ແລະ ເປັນແມ່ຂອງພວກເຮົາ.27ຕາມທີ່ມີຂຽນໄວ້ວ່າ:“ຈົ່ງຍິນດີ, ແມ່ຍິງທີ່ເປັນໝັນ,ເຈົ້າຜູ້ບໍ່ເຄີຍເກີດລູກ;ຈົ່ງໂຮ່ຮ້ອງດ້ວຍຄວາມຍິນດີ ແລະ ຮ້ອງດັງໆ,ເຈົ້າຜູ້ບໍ່ເຄີຍເຈັບທ້ອງເກີດລູກ;ເພາະວ່າລູກຂອງຍິງທີ່ໂດດດ່ຽວກໍຍັງມີຫລາຍກວ່າລູກຂອງຍິງຜູ້ທີ່ມີຜົວ”. 28ພີ່ນ້ອງທັງຫລາຍ, ບັດນີ້ ພວກເຈົ້າກໍເປັນລູກແຫ່ງສັນຍາເໝືອນກັນກັບອີຊາກ.29ໃນເວລານັ້ນ ລູກຊາຍທີ່ເກີດຕາມເນື້ອໜັງໄດ້ຂົ່ມເຫັງລູກທີ່ເກີດໂດຍລິດອຳນາດຂອງພຣະວິນຍານ. ບັດນີ້ກໍເຊັ່ນດຽວກັນ.30ແຕ່ພຣະຄຳພີກ່າວວ່າຢ່າງໃດ? “ຈົ່ງກຳຈັດຍິງທີ່ເປັນຂ້າທາດ ແລະ ລູກຊາຍຂອງນາງອອກໄປ, ເພາະລູກຊາຍຂອງຍິງທີ່ເປັນຂ້າທາດນັ້ນຈະບໍ່ມີສ່ວນຮ່ວມໃນມໍລະດົກກັບລູກຊາຍຂອງຍິງທີ່ເປັນອິດສະຫລະ”. 31ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ແມ່ນລູກຂອງຍິງທີ່ເປັນຂ້າທາດ ແຕ່ເປັນລູກຂອງຍິງທີ່ເປັນອິດສະຫລະ.Biblica, Inc.