ເອເຊກຽນ25
ຄຳທຳນວາຍກ່າວໂທດອຳໂມນ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ:2“ບຸດມະນຸດ, ຈົ່ງປະເຊີນໜ້າກັບຊາວອຳໂມນ ແລະ ທຳນວາຍກ່າວໂທດພວກເຂົາ.3ຈົ່ງກ່າວກັບພວກເຂົາວ່າ, ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ອົງເຈົ້ານາຍ. ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກເຈົ້າໄດ້ເວົ້າວ່າ “ນັ້ນເດ!” ສົມນ້ຳໜ້າສະຖານນະມັດສະການຂອງເຮົາທີ່ຖືກທຳລາຍຄວາມບໍລິສຸດ ແລະ ສົມນ້ຳໜ້າດິນແດນອິດສະຣາເອນທີ່ຖືກເຮັດໃຫ້ຮ້າງເປົ່າ ແລະ ສົມນ້ຳໜ້າຊາວຢູດາເມື່ອພວກເຂົາໄດ້ຕົກເປັນຊະເລີຍ.4ເຫດສະນັ້ນ ເຮົາຈະມອບພວກເຈົ້າໃຫ້ເປັນກຳມະສິດຂອງຊາວຕາເວັນອອກ. ພວກເຂົາຈະຕັ້ງຄ້າຍຂອງຕົນຂຶ້ນ ແລະ ປັກເຕັນຂອງພວກເຂົາຢູ່ທ່າມກາງພວກເຈົ້າ; ພວກເຂົາຈະກິນພືດຜົນ ແລະ ດື່ມນົມຂອງພວກເຈົ້າ.5ເຮົາຈະເຮັດໃຫ້ເມືອງຣັບບາກາຍເປັນທົ່ງຫຍ້າສຳລັບຝູງອູດ ແລະ ອຳໂມນເປັນທີ່ພັກສຳລັບຝູງແກະ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.6ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກພວກເຈົ້າໄດ້ຕົບມື ແລະ ທືບຕີນຂອງຕົນ, ຊື່ນຊົມຍິນດີດ້ວຍໃຈຄິດຮ້າຍຕໍ່ດິນແດນອິດສະຣາເອນ,7ເຫດສະນັ້ນ ເຮົາຈະລົງມືລົງໂທດພວກເຈົ້າ ແລະ ມອບພວກເຈົ້າໃຫ້ຊົນຊາດທັງຫລາຍປຸ້ນ. ເຮົາຈະກວາດພວກເຈົ້າອອກໄປຈາກຊົນຊາດທັງຫລາຍ ແລະ ກຳຈັດພວກເຈົ້າອອກໄປຈາກປະເທດທັງຫລາຍ. ເຮົາຈະທຳລາຍລ້າງພວກເຈົ້າ ແລ້ວພວກເຈົ້າກໍຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.ຄຳທຳນວາຍກ່າວໂທດໂມອາບ
8“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ‘ເນື່ອງຈາກໂມອາບ ແລະ ເສອີໄດ້ກ່າວວ່າ “ເບິ່ງແມ, ຢູດາກໍກາຍເປັນເໝືອນກັບຊົນຊາດອື່ນໆທັງໝົດ”,9ເຫດສະນັ້ນ ເຮົາຈະເປີດຖານກຳລັງຂອງໂມອາບ, ເລີ່ມຕັ້ງແຕ່ເມືອງຊາຍແດນຕ່າງໆ ຄືເບັດເຢຊີໂມດ, ບາອານເມໂອນ ແລະ ກີຣິອາດທາອິມ ເຊິ່ງເປັນສັກສີຂອງດິນແດນນັ້ນ.10ເຮົາຈະມອບໂມອາບພ້ອມທັງຊາວອຳໂມນໃຫ້ເປັນກຳມະສິດຂອງຊາວຕາເວັນອອກ ເພື່ອຊົນຊາດທັງຫລາຍຈະບໍ່ນຶກເຖິງອຳໂມນອີກ.11ແລະ ເຮົາຈະລົງໂທດໂມອາບ ພວກເຂົາຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.ຄຳທຳນວາຍກ່າວໂທດເອໂດມ
12“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ‘ເນື່ອງຈາກເອໂດມໄດ້ແກ້ແຄ້ນຊາວຢູດາຢ່າງໂຫດຫ້ຽມ ແລະ ຜິດຫລາຍທີ່ເຮັດຢ່າງນັ້ນ,13ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ເອໂດມ ແລະ ຂ້າທັງຜູ້ຄົນ ແລະ ສັດ. ເຮົາຈະຖິ້ມມັນໃຫ້ຮົກຮ້າງຫວ່າງເປົ່າ ແລະ ຄົນທັງຫລາຍຈາກເມືອງເຕມານຫາເມືອງເດດານຈະລົ້ມຕາຍດ້ວຍຄົມດາບ.14ເຮົາຈະແກ້ແຄ້ນເອໂດມໂດຍອາໄສອິດສະຣາເອນປະຊາຊົນຂອງເຮົາ ແລະ ພວກເຂົາຈະຈັດການກັບເອໂດມຕາມຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງເຮົາ ເພື່ອພວກເຂົາຈະຮູ້ຈັກການແກ້ແຄ້ນຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.ຄຳທຳນວາຍກ່າວໂທດຟີລິດສະຕິນ
15“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ‘ເນື່ອງຈາກຊາວຟີລິດສະຕິນໄດ້ກະທຳການແກ້ແຄ້ນ ແລະ ໄດ້ແກ້ແຄ້ນດ້ວຍຄວາມອາຄາດໃນໃຈຂອງພວກເຂົາ ແລະ ຫວັງທຳລາຍຢູດາເພາະເປັນສັດຕູກັນມາຕັ້ງແຕ່ບູຮານ.16ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະຢຽດມືຂອງເຮົາອອກຕໍ່ສູ້ຊາວຟີລິດສະຕິນ ແລະ ກຳຈັດຊາວເຄເຣທີ ແລະ ທຳລາຍຄົນທັງຫລາຍທີ່ເຫລືອຢູ່ຕາມແຄມຝັ່ງ.17ເຮົາຈະແກ້ແຄ້ນພວກເຂົາຄັ້ງໃຫຍ່ ແລະ ລົງໂທດພວກເຂົາດ້ວຍຄວາມຄວາມໂກດຮ້າຍຂອງເຮົາ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວເມື່ອເຮົາແກ້ແຄ້ນພວກເຂົາ’ ”.Biblica, Inc.