ອົບພະຍົບ4
ໝາຍສຳຄັນແກ່ໂມເຊ
1ໂມເຊໄດ້ຕອບວ່າ, “ຖ້າພວກເຂົາບໍ່ເຊື່ອຂ້ານ້ອຍ ຫລື ບໍ່ຟັງຂ້ານ້ອຍ ແລະ ເວົ້າວ່າ, ‘ພຣະເຈົ້າຢາເວບໍ່ໄດ້ປາກົດແກ່ເຈົ້າ ແລ້ວຈະເຮັດແນວໃດ’?”2ແລ້ວພຣະເຈົ້າຢາເວຈຶ່ງໄດ້ເວົ້າກັບໂມເຊວ່າ, “ແມ່ນຫຍັງທີ່ຢູ່ໃນມືຂອງເຈົ້າ?”ໂມເຊໄດ້ຕອບວ່າ, “ໄມ້ຄ້ອນເທົ້າ”.3ພຣະເຈົ້າຢາເວໄດ້ເວົ້າວ່າ, “ຈົ່ງຖິ້ມໄມ້ຄ້ອນເທົ້າລົງໃສ່ພື້ນດິນ”.
ໂມເຊຈຶ່ງໄດ້ຖິ້ມໄມ້ຄ້ອນເທົ້ານັ້ນລົງໃສ່ພື້ນດິນ ແລະ ໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ ແລະ ໂມເຊໄດ້ແລ່ນໜີຈາກງູນັ້ນ.4ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງຍື່ນມືຂອງເຈົ້າອອກ ແລະ ຈັບຫາງງູນັ້ນໄວ້”. ດັ່ງນັ້ນ ໂມເຊຈຶ່ງໄດ້ຍື່ນມືອອກ ແລະ ຈັບງູໄວ້ ແລ້ວງູນັ້ນກໍກາຍເປັນໄມ້ຄ້ອນເທົ້າຢູ່ໃນມືຂອງເພິ່ນຄືນ.5ພຣະເຈົ້າຢາເວໄດ້ກ່າວວ່າ, “ຈົ່ງເຮັດຢ່າງນີ້, ແລ້ວພວກເຂົາຈະເຊື່ອວ່າພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ຄືພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບໄດ້ປາກົດແກ່ເຈົ້າ”.6ແລ້ວພຣະເຈົ້າຢາເວກໍໄດ້ເວົ້າວ່າ, “ຈົ່ງເອົາມືຂອງເຈົ້າສອດເຂົ້າໄປໃນເສື້ອຄຸມຂອງເຈົ້າ”. ດັ່ງນັ້ນ ໂມເຊຈຶ່ງສອດມືເຂົ້າໄປໃນເສື້ອຄຸມຂອງຕົນ ແລະ ເມື່ອເພິ່ນຖອດມືອອກມາ, ຜິວໜັງກໍກາຍເປັນພະຍາດຂີ້ທູດ ຂາວຄືຫິມະ.7ພຣະອົງໄດ້ກ່າວອີກວ່າ, “ບັດນີ້ ຈົ່ງເອົາມືສອດເຂົ້າໄປໃນເສື້ອຄຸມຂອງເຈົ້າຄືນ”. ດັ່ງນັ້ນ ໂມເຊຈຶ່ງໄດ້ສອດມືເຂົ້າໄປໃນເສື້ອຄຸມຂອງຕົນ ແລະ ເມື່ອເພິ່ນຖອດມືອອກມາ ມືນັ້ນກໍດີປົກກະຕິເໝືອນກັບເນື້ອໜັງສ່ວນທີ່ເຫລືອຂອງເພິ່ນ.8ແລ້ວພຣະເຈົ້າຢາເວຈຶ່ງໄດ້ເວົ້າວ່າ, “ຖ້າພວກເຂົາບໍ່ເຊື່ອເຈົ້າ ຫລື ບໍ່ສົນໃຈໝາຍສຳຄັນຢ່າງທີໜຶ່ງ, ພວກເຂົາກໍອາດຈະເຊື່ອຢ່າງທີສອງ.9ແຕ່ຖ້າພວກເຂົາບໍ່ເຊື່ອໝາຍສຳຄັນທັງສອງຢ່າງເຫລົ່ານີ້ ຫລື ບໍ່ຟັງເຈົ້າ, ຈົ່ງຕັກເອົານ້ຳຈາກແມ່ນ້ຳນິນ ແລະ ເທນ້ຳນັ້ນລົງເທິງພື້ນດິນແຫ້ງ. ນ້ຳທີ່ເຈົ້າເອົາມາຈາກແມ່ນ້ຳຈະກາຍເປັນເລືອດຢູ່ເທິງພື້ນດິນ”.10ໂມເຊໄດ້ເວົ້າຕໍ່ພຣະເຈົ້າຢາເວວ່າ, “ຂໍຈົ່ງຍົກໂທດໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງດ້ວຍ, ອົງພຣະຜູ້ເປັນເຈົ້າ. ຂ້ານ້ອຍເວົ້າບໍ່ເກັ່ງ, ບໍ່ວ່າໃນອະດີດ ຫລື ເມື່ອພຣະອົງເວົ້າກັບຜູ້ຮັບໃຊ້ຂອງພຣະອົງ. ຂ້ານ້ອຍເປັນຄົນເວົ້າຊ້າ ແລະ ເວົ້າບໍ່ຄ່ອງແຄ້ວ”.11ພຣະເຈົ້າຢາເວໄດ້ເວົ້າກັບເພິ່ນວ່າ, “ຜູ້ໃດສ້າງປາກຂອງມະນຸດ? ຜູ້ໃດເຮັດໃຫ້ພວກເຂົາຫູໜວກ ຫລື ປາກກືກ? ຜູ້ໃດເຮັດໃຫ້ພວກເຂົາເຫັນຮຸ່ງ ຫລື ເຮັດໃຫ້ພວກເຂົາຕາບອດ? ບໍ່ແມ່ນເຮົາ ຜູ້ເປັນພຣະເຈົ້າຢາເວນີ້ບໍ?12ບັດນີ້ ຈົ່ງໄປ; ເຮົາຈະຊ່ວຍເຈົ້າເວົ້າ ແລະ ຈະສອນເຈົ້າວ່າຄວນຈະເວົ້າສິ່ງໃດ”.13ແຕ່ໂມເຊໄດ້ກ່າວວ່າ, “ຂໍຈົ່ງຍົກໂທດໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງດ້ວຍ, ອົງພຣະຜູ້ເປັນເຈົ້າ. ຂໍພຣະອົງໃຊ້ຄົນອື່ນໄປ”.14ແລ້ວພຣະເຈົ້າຢາເວຈຶ່ງໃຈຮ້າຍໃຫ້ໂມເຊຫລາຍ ແລະ ພຣະອົງໄດ້ເວົ້າວ່າ, “ອາໂຣນຄົນເລວີອ້າຍຂອງເຈົ້າເດ? ເຮົາຮູ້ວ່າລາວເວົ້າເກັ່ງ. ລາວກຳລັງມາເພື່ອພົບເຈົ້າ ແລະ ລາວຈະດີໃຈທີ່ໄດ້ພົບເຈົ້າ.15ເຈົ້າຈະຕ້ອງເວົ້າກັບລາວ ແລະ ບອກລາວວ່າຄວນເວົ້າສິ່ງໃດ; ເຮົາຈະຊ່ວຍພວກເຈົ້າທັງສອງເວົ້າ ແລະ ຈະສອນພວກເຈົ້າວ່າຄວນຈະເຮັດຫຍັງ.16ອາໂຣນຈະເວົ້າກັບປະຊາຊົນແທນເຈົ້າ ແລະ ເໝືອນກັບວ່າລາວເປັນປາກຂອງເຈົ້າ ສ່ວນເຈົ້າຈະເປັນເໝືອນພຣະເຈົ້າສຳລັບລາວ.17ແຕ່ເຈົ້າຈົ່ງຖືໄມ້ຄ້ອນເທົ້ານີ້ໃນມືຂອງເຈົ້າເພື່ອເຈົ້າຈະສາມາດເຮັດໝາຍສຳຄັນຕ່າງໆດ້ວຍໄມ້ຄ້ອນເທົ້ານີ້”.
ໂມເຊກັບຄືນສູ່ເອຢິບ
18ຫລັງຈາກນັ້ນ ໂມເຊຈຶ່ງໄດ້ກັບຄືນໄປຫາເຢທະໂຣຜູ້ເປັນພໍ່ເຖົ້າຂອງເພິ່ນ ແລະ ໄດ້ເວົ້າຕໍ່ເພິ່ນວ່າ, “ຂໍໃຫ້ລູກໄດ້ກັບຄືນໄປຫາປະຊາຊົນຂອງລູກໃນເອຢິບ ເພື່ອເບິ່ງວ່າມີຄົນໃດໃນພວກເຂົາຍັງມີຊີວິດຢູ່ບໍ່”.ເຢທະໂຣຈຶ່ງໄດ້ຕອບວ່າ, “ຈົ່ງໄປ ແລະ ພໍ່ຂໍອວຍພອນໃຫ້ລູກໄປດີ”.19ບັດນີ້ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊທີ່ມີດີອານວ່າ, “ຈົ່ງກັບຄືນໄປເອຢິບ, ເພາະວ່າຜູ້ທີ່ຕ້ອງການຂ້າເຈົ້ານັ້ນໄດ້ຕາຍແລ້ວ”.20ດັ່ງນັ້ນ ໂມເຊຈຶ່ງພາເມຍ ແລະ ບັນດາລູກຂອງຕົນຂຶ້ນຂີ່ລໍ ແລະ ອອກເດີນທາງກັບຄືນໄປທີ່ເອຢິບ. ແລະ ເພິ່ນກໍໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄວ້ໃນມືຂອງເພິ່ນ.21ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເມື່ອເຈົ້າກັບໄປເຖິງເອຢິບແລ້ວ, ເຈົ້າຈະຕ້ອງເຮັດການອັດສະຈັນທຸກຢ່າງຕໍ່ໜ້າຟາໂຣຕາມທີ່ເຮົາໄດ້ໃຫ້ລິດອຳນາດແກ່ເຈົ້າທີ່ຈະເຮັດນັ້ນ. ແຕ່ເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງ ເພື່ອວ່າລາວຈະບໍ່ປ່ອຍໃຫ້ປະຊາຊົນໄປ.22ແລ້ວເຈົ້າຈົ່ງບອກຟາໂຣວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ເວົ້າຄື: ອິດສະຣາເອນເປັນລູກຊາຍກົກຂອງເຮົາ23ແລະ ເຮົາໄດ້ບອກເຈົ້າວ່າ, “ຈົ່ງປ່ອຍລູກຊາຍຂອງເຮົາໄປ ເພື່ອລາວຈະໄດ້ນະມັດສະການເຮົາ”. ແຕ່ເຈົ້າໄດ້ປະຕິເສດທີ່ຈະປ່ອຍລາວໄປ; ດັ່ງນັ້ນ ເຮົາຈະຂ້າລູກຊາຍກົກຂອງເຈົ້າ’ ”.24ຢູ່ທີ່ບ່ອນພັກລະຫວ່າງເດີນທາງ, ພຣະເຈົ້າຢາເວໄດ້ມາຫາໂມເຊ ແລະ ກຳລັງຈະຂ້າເພິ່ນ.25ແຕ່ນາງສິບໂປຣາໄດ້ເອົາມີດຫີນຄົມຕັດໜັງຫຸ້ມປາຍອະໄວຍະວະເພດຂອງລູກຊາຍຂອງຕົນ ແລ້ວເອົາໜັງນັ້ນໄປແຕະຕີນຂອງໂມເຊ. ນາງໄດ້ເວົ້າວ່າ, “ເຈົ້າເປັນເຈົ້າບ່າວແຫ່ງເລືອດສຳລັບຂ້ອຍຢ່າງແນ່ນອນ”.26ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງປ່ອຍໃຫ້ໂມເຊຢູ່ຄົນດຽວ. (ໃນເວລາທີ່ນາງເວົ້າວ່າ, “ເຈົ້າບ່າວແຫ່ງເລືອດ,” ໝາຍເຖິງການຮັບພິທີຕັດ.)27ພຣະເຈົ້າຢາເວໄດ້ເວົ້າກັບອາໂຣນວ່າ, “ຈົ່ງເຂົ້າໄປພົບໂມເຊໃນຖິ່ນແຫ້ງແລ້ງກັນດານ”. ດັ່ງນັ້ນ ອາໂຣນຈຶ່ງໄດ້ໄປພົບໂມເຊທີ່ພູເຂົາຂອງພຣະເຈົ້າ ແລະ ຈູບໂມເຊ.28ແລ້ວໂມເຊກໍໄດ້ເລົ່າໃຫ້ອາໂຣນຟັງທຸກສິ່ງທີ່ພຣະເຈົ້າຢາເວໄດ້ບອກເພິ່ນໃຫ້ເວົ້າ ແລະ ໝາຍສຳຄັນທຸກຢ່າງທີ່ພຣະອົງສັ່ງໃຫ້ເພິ່ນເຮັດ.29ໂມເຊ ແລະ ອາໂຣນຈຶ່ງເອີ້ນຜູ້ອາວຸໂສທັງໝົດຂອງຊາວອິດສະຣາເອນມາລວມກັນ,30ແລະ ອາໂຣນໄດ້ບອກພວກເຂົາທຸກສິ່ງທີ່ພຣະເຈົ້າຢາເວໄດ້ເວົ້າກັບໂມເຊ. ໂມເຊໄດ້ເຮັດໝາຍສຳຄັນຕໍ່ໜ້າປະຊາຊົນເໝືອນກັນ,31ແລ້ວພວກເຂົາກໍໄດ້ເຊື່ອ. ແລະ ເມື່ອພວກເຂົາໄດ້ຍິນວ່າພຣະເຈົ້າຢາເວຫ່ວງໃຍພວກເຂົາ ແລະ ໄດ້ເຫັນຄວາມທຸກຍາກຂອງພວກເຂົາແລ້ວ, ພວກເຂົາຈຶ່ງກາບລົງ ແລະ ນະມັດສະການ.
Biblica, Inc.