ອົບພະຍົບ3
ໂມເຊກັບພຸ່ມໄມ້ທີ່ກຳລັງລຸກໄໝ້
1ຂະນະທີ່ໂມເຊກຳລັງລ້ຽງຝູງສັດຂອງເຢທະໂຣຜູ້ເປັນພໍ່ເຖົ້າຂອງຕົນ ເຊິ່ງເປັນປະໂລຫິດແຫ່ງມີດີອານ ແລະ ລາວໄດ້ຕ້ອນຝູງສັດໄປຍັງອີກດ້ານໜຶ່ງຂອງຖິ່ນແຫ້ງແລ້ງກັນດານແລ້ວກໍໄດ້ມາເຖິງໂຮເຣັບ ພູເຂົາຂອງພຣະເຈົ້າ.2ທີ່ນັ້ນມີເທວະດາຂອງພຣະເຈົ້າຢາເວໄດ້ປາກົດແກ່ເພິ່ນເປັນແປວໄຟໃນພຸ່ມໄມ້. ໂມເຊເຫັນວ່າ ເຖິງພຸ່ມໄມ້ນັ້ນມີໄຟລຸກໄໝ້ຢູ່ແຕ່ພຸ່ມໄມ້ກໍບໍ່ໄໝ້.3ດັ່ງນັ້ນ ໂມເຊຈຶ່ງຄິດວ່າ “ເຮົາຈະເຂົ້າໄປ ແລະ ເບິ່ງສິ່ງປະຫລາດນີ້ວ່າເປັນຫຍັງພຸ່ມໄມ້ນັ້ນຈຶ່ງບໍ່ໄໝ້”.4ເມື່ອພຣະເຈົ້າຢາເວເຫັນວ່າໂມເຊຍ່າງເຂົ້າມາໃກ້ເພື່ອເບິ່ງ, ພຣະເຈົ້າຈຶ່ງໄດ້ເອີ້ນໃສ່ເພິ່ນຈາກພຸ່ມໄມ້ນັ້ນວ່າ, “ໂມເຊ! ໂມເຊ!”ແລະ ໂມເຊຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.5ພຣະເຈົ້າກ່າວວ່າ, “ຢ່າເຂົ້າມາໃກ້ກວ່ານີ້, ຈົ່ງຖອດເກີບຂອງເຈົ້າອອກ, ເພາະບ່ອນທີ່ເຈົ້າກຳລັງຢືນຢູ່ນັ້ນເປັນບ່ອນສັກສິດ”.6ຫລັງຈາກນັ້ນ ພຣະອົງກໍໄດ້ກ່າວວ່າ, “ເຮົາເປັນພຣະເຈົ້າຂອງບັນພະບຸລຸດ ຂອງເຈົ້າ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບ”. ດັ່ງນັ້ນ ໂມເຊຈຶ່ງເຊື່ອງໜ້າຂອງຕົນໄວ້ເພາະເພິ່ນຢ້ານທີ່ຈະຫລຽວເບິ່ງພຣະເຈົ້າ.7ພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາໄດ້ເຫັນຄວາມທຸກຍາກຂອງປະຊາຊົນຂອງເຮົາຢູ່ໃນປະເທດເອຢິບແລ້ວ. ເຮົາໄດ້ຍິນພວກເຂົາຮ້ອງຫາເພາະບັນດານາຍຄຸມຂ້າທາດຂອງພວກເຂົາ ແລະ ເຮົາຫ່ວງໃຍໃນຄວາມທຸກທໍລະມານຂອງພວກເຂົາ.8ດັ່ງນັ້ນ ເຮົາຈຶ່ງໄດ້ລົງມາເພື່ອຊ່ວຍກູ້ເອົາພວກເຂົາອອກຈາກເງື່ອມມືຂອງຊາວເອຢິບ ແລະ ເພື່ອນຳເອົາພວກເຂົາອອກຈາກດິນແດນນັ້ນໄປຍັງດິນແດນທີ່ດີ ແລະ ກວ້າງໃຫຍ່, ດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ ເຊິ່ງເປັນບ່ອນອາໄສຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ.9ແລະ ໃນເວລານີ້ ສຽງຮ້ອງໄຫ້ຂອງຊາວອິດສະຣາເອນໄດ້ມາເຖິງເຮົາແລ້ວ ແລະ ເຮົາໄດ້ເຫັນວິທີທີ່ຊາວເອຢິບກຳລັງກົດຂີ່ພວກເຂົາ.10ດັ່ງນັ້ນ ບັດນີ້ ຈົ່ງໄປ. ເຮົາຈະສົ່ງເຈົ້າໄປຫາຟາໂຣເພື່ອນຳເອົາຊາວອິດສະຣາເອນປະຊາຊົນຂອງເຮົາອອກຈາກເອຢິບ”.11ແຕ່ໂມເຊໄດ້ຕອບພຣະເຈົ້າວ່າ, “ຂ້ານ້ອຍເປັນຜູ້ໃດທີ່ຈະໄປຫາຟາໂຣ ແລະ ນຳເອົາຊາວອິດສະຣາເອນອອກຈາກເອຢິບ?”12ແລະ ພຣະເຈົ້າກ່າວວ່າ, “ເຮົາຈະຢູ່ກັບເຈົ້າ. ແລະ ນີ້ຈະເປັນໝາຍສຳຄັນແກ່ເຈົ້າວ່າແມ່ນເຮົາເປັນຜູ້ທີ່ໄດ້ສົ່ງເຈົ້າໄປຄື: ເມື່ອເຈົ້າໄດ້ນຳເອົາປະຊາຊົນອອກຈາກເອຢິບແລ້ວ, ເຈົ້າ ຈະນະມັດສະການພຣະເຈົ້າຢູ່ເທິງພູເຂົານີ້”.13ໂມເຊໄດ້ຕອບພຣະເຈົ້າວ່າ, “ສົມມຸດວ່າຂ້ານ້ອຍໄປຫາຊາວອິດສະຣາເອນແລ້ວເວົ້າຕໍ່ພວກເຂົາວ່າ, ‘ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຈົ້າໄດ້ສົ່ງຂ້າພະເຈົ້າມາຫາພວກເຈົ້າ’ ແລະ ພວກເຂົາຖາມຂ້ານ້ອຍວ່າ, ‘ພຣະອົງມີຊື່ວ່າແນວໃດ?’ ແລ້ວຂ້ານ້ອຍຈະຕອບພວກເຂົາວ່າຢ່າງໃດ?”14ພຣະເຈົ້າໄດ້ເວົ້າກັບໂມເຊວ່າ, “ເຮົາເປັນຜູ້ທີ່ເຮົາເປັນ. ນີ້ແມ່ນສິ່ງທີ່ເຈົ້າຈະຕ້ອງເວົ້າກັບຊາວອິດສະຣາເອນວ່າ: ‘ເຮົາຜູ້ເປັນ ໄດ້ສົ່ງຂ້າພະເຈົ້າມາຫາພວກເຈົ້າ’ ”.15ພຣະເຈົ້າໄດ້ກ່າວແກ່ໂມເຊອີກວ່າ, “ຈົ່ງບອກຊາວອິດສະຣາເອນວ່າ, ‘ພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ’.“ນີ້ແມ່ນຊື່ຂອງເຮົາຕະຫລອດໄປ,ເປັນຊື່ທີ່ພວກເຈົ້າຈະເອີ້ນເຮົາຈາກລຸ້ນສູ່ລຸ້ນ.16“ຈົ່ງໄປ, ເອີ້ນບັນດາຜູ້ອາວຸໂສຂອງອິດສະຣາເອນມາປະຊຸມ ແລະ ບອກພວກເຂົາວ່າ ‘ພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບໄດ້ມາປາກົດແກ່ຂ້າພະເຈົ້າ ແລະ ກ່າວວ່າ: ເຮົາໄດ້ເຝົ້າເບິ່ງພວກເຈົ້າ ແລະ ໄດ້ເຫັນສິ່ງທີ່ເກີດຂຶ້ນກັບພວກເຈົ້າໃນເອຢິບແລ້ວ.17ແລະ ເຮົາໄດ້ສັນຍາວ່າຈະນຳເອົາພວກເຈົ້າອອກມາຈາກຄວາມທຸກຍາກໃນເອຢິບໄປຍັງດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ ດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ’.18“ບັນດາຜູ້ອາວຸໂສຂອງອິດສະຣາເອນຈະຟັງເຈົ້າ. ແລ້ວເຈົ້າກັບບັນດາຜູ້ອາວຸໂສເຫລົ່ານັ້ນຈະຕ້ອງໄປພົບກະສັດແຫ່ງເອຢິບ ແລະ ເວົ້າຕໍ່ລາວວ່າ, ‘ພຣະເຈົ້າຢາເວ, ພຣະເຈົ້າຂອງຊາວເຮັບເຣີ ໄດ້ມາພົບພວກຂ້ານ້ອຍ. ຂໍອະນຸຍາດໃຫ້ພວກຂ້ານ້ອຍໄດ້ເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເປັນເວລາສາມວັນເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຂອງພວກຂ້ານ້ອຍ’.19ແຕ່ເຮົາຮູ້ວ່າກະສັດແຫ່ງເອຢິບຈະບໍ່ຍອມປ່ອຍໃຫ້ພວກເຈົ້າໄປຈົນກວ່າມືທີ່ມີລິດອຳນາດຍິ່ງໃຫຍ່ຈະບັງຄັບລາວ.20ດັ່ງນັ້ນ ເຮົາຈະຢຽດມືຂອງເຮົາອອກ ແລະ ຕີຊາວເອຢິບດ້ວຍການອັດສະຈັນຕ່າງໆທີ່ເຮົາຈະເຮັດໃນທ່າມກາງພວກເຂົາ. ຫລັງຈາກນັ້ນ ລາວຈະຍອມປ່ອຍໃຫ້ພວກເຈົ້າໄປ.21“ແລະ ເຮົາຈະເຮັດໃຫ້ຊາວເອຢິບນິຍົມຊົມຊອບຕໍ່ປະຊາຊົນເຫລົ່ານີ້, ເພື່ອວ່າເມື່ອພວກເຈົ້າອອກໄປນັ້ນ ພວກເຈົ້າຈະບໍ່ໄດ້ອອກໄປມືເປົ່າ.22ໃຫ້ແມ່ຍິງທຸກຄົນຂໍເຄື່ອງເງິນເຄື່ອງຄຳ ແລະ ຂໍເສື້ອຜ້າຈາກເພື່ອນບ້ານ ແລະ ຈາກແມ່ຍິງທີ່ອາໄສຢູ່ໃນເຮືອນຂອງຕົນ ເພື່ອເອົາມາສວມໃສ່ລູກຊາຍ ແລະ ລູກຍິງຂອງພວກເຈົ້າ. ແລະ ພວກເຈົ້າກໍຈະປຸ້ນເອົາສິ່ງຂອງຂອງຊາວເອຢິບດ້ວຍວິທີນີ້”.
Biblica, Inc.