ອົບພະຍົບ16
ມານາ ແລະ ນົກຂຸ້ມ
1ຊຸມຊົນຊາວອິດສະຣາເອນທັງໝົດໄດ້ອອກເດີນທາງຈາກເອລິມ ແລະ ມາເຖິງທະເລຊາຍສິນ, ເຊິ່ງຢູ່ລະຫວ່າງເອລິມ ແລະ ຊີນາຍໃນວັນທີສິບຫ້າຂອງເດືອນທີສອງຫລັງຈາກທີ່ພວກເຂົາໄດ້ອອກມາຈາກເອຢິບ.2ໃນທະເລຊາຍນັ້ນຊຸມຊົນທັງໝົດໄດ້ຈົ່ມໃຫ້ໂມເຊ ແລະ ອາໂຣນ.3ຊາວອິດສະຣາເອນໄດ້ເວົ້າຕໍ່ພວກເພິ່ນວ່າ, “ພວກເຮົາຄວນຕາຍດ້ວຍມືຂອງພຣະເຈົ້າຢາເວຢູ່ໃນເອຢິບແລ້ວ! ຢູ່ທີ່ນັ້ນພວກເຮົາໄດ້ນັ່ງອ້ອມໝໍ້ຊີ້ນ ແລະ ໄດ້ກິນອາຫານທັງໝົດທີ່ພວກເຮົາຕ້ອງການ, ແຕ່ພວກທ່ານໄດ້ພາພວກເຮົາອອກມາສູ່ຖິ່ນກັນດານນີ້ ເພື່ອໃຫ້ຊຸມຊົນທັງໝົດອຶດຫີວຕາຍ”.4ແລ້ວພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊວ່າ, “ເຮົາຈະເຮັດໃຫ້ອາຫານຕົກລົງມາຈາກສະຫວັນແກ່ພວກເຈົ້າ. ໃຫ້ທຸກຄົນອອກໄປເກັບອາຫານແຕ່ລະວັນ ແລະ ເກັບເອົາໃຫ້ພໍສຳລັບວັນນັ້ນ. ເຮົາຈະທົດລອງພວກເຂົາດ້ວຍວິທີນີ້ ແລະ ເບິ່ງວ່າພວກເຂົາຈະປະຕິບັດຕາມຄຳແນະນຳຂອງເຮົາບໍ່.5ໃນມື້ທີຫົກໃຫ້ພວກເຂົາກຽມເກັບເອົາສິ່ງທີ່ພວກເຂົານຳເຂົ້າມາ ແລະ ນັ້ນຄືໃຫ້ພວກເຂົາເກັບເອົາຫລາຍກວ່າວັນອື່ນໆສອງເທົ່າ”.6ດັ່ງນັ້ນ ໂມເຊ ແລະ ອາໂຣນຈຶ່ງເວົ້າຊາວອິດສະຣາເອນທັງໝົດວ່າ: “ໃນຕອນຄ່ຳພວກເຈົ້າຈະຮູ້ວ່າແມ່ນພຣະເຈົ້າຢາເວທີ່ນຳເອົາພວກເຈົ້າອອກມາຈາກເອຢິບ,7ແລະ ໃນຕອນເຊົ້າ ພວກເຈົ້າຈະເຫັນສະຫງ່າລາສີຂອງພຣະເຈົ້າຢາເວ ເພາະພຣະອົງໄດ້ຍິນພວກເຈົ້າຈົ່ມຕໍ່ວ່າພຣະອົງ. ພວກເຮົາແມ່ນຜູ້ໃດທີ່ພວກເຈົ້າຈະມາຈົ່ມຕໍ່ວ່າພວກເຮົາ?”8ໂມເຊໄດ້ເວົ້າເໝືອນກັນວ່າ, “ພວກເຈົ້າຈະຮູ້ຈັກວ່າແມ່ນພຣະເຈົ້າຢາເວທີ່ໃຫ້ຊີ້ນແກ່ພວກເຈົ້າກິນໃນຕອນຄ່ຳ ແລະ ໃຫ້ເຂົ້າຈີ່ທັງໝົດທີ່ພວກເຈົ້າຕ້ອງການໃນຕອນເຊົ້າ, ເພາະວ່າພຣະອົງໄດ້ຍິນພວກເຈົ້າຈົ່ມຕໍ່ວ່າພຣະອົງແລ້ວ. ພວກເຮົາແມ່ນຜູ້ໃດ? ພວກເຈົ້າບໍ່ໄດ້ຈົ່ມຕໍ່ວ່າພວກເຮົາ, ແຕ່ຈົ່ມຕໍ່ວ່າພຣະເຈົ້າຢາເວ”.9ແລ້ວໂມເຊໄດ້ບອກອາໂຣນວ່າ, “ຈົ່ງເວົ້າກັບຊຸມຊົນອິດສະຣາເອນທັງໝົດວ່າ, ‘ຈົ່ງເຂົ້າມາຕໍ່ໜ້າພຣະເຈົ້າຢາເວ, ເພາະພຣະອົງໄດ້ຍິນສຽງຈົ່ມຂອງພວກເຈົ້າແລ້ວ’ ”.10ໃນຂະນະທີ່ອາໂຣນກຳລັງເວົ້າກັບຊຸມຊົນອິດສະຣາເອນທັງໝົດຢູ່ນັ້ນ, ພວກເຂົາເບິ່ງໄປທາງຖິ່ນກັນດານ ແລະ ເຫັນສະຫງ່າລາສີຂອງພຣະເຈົ້າຢາເວປາກົດໃນເມກ.11ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,12“ເຮົາໄດ້ຍິນຄຳຈົ່ມຂອງຊາວອິດສະຣາເອນແລ້ວ. ຈົ່ງບອກພວກເຂົາວ່າ, ‘ໃນຕອນຄ່ຳນີ້ພວກເຈົ້າຈະໄດ້ກິນຊີ້ນ ແລະ ໃນຕອນເຊົ້າພວກເຈົ້າຈະເຕັມໄປດ້ວຍເຂົ້າຈີ່. ແລ້ວພວກເຈົ້າຈະໄດ້ຮູ້ຈັກວ່າເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ’ ”.13ໃນຕອນແລງຂອງວັນນັ້ນ ກໍມີນົກຂຸ້ມບິນມາ ແລະ ຫຸ້ມເຕັມຄ້າຍພັກ ແລະ ໃນຕອນເຊົ້າກໍມີນໍ້າໝອກປົກຫຸ້ມຢູ່ອ້ອມຄ້າຍພັກ.14ເມື່ອນ້ຳໝອກຫາຍໄປແລ້ວ, ກໍມີແຜ່ນບາງໆເໝືອນນ້ຳໝອກແຂງຢູ່ເທິງພື້ນດິນໄດ້ປາກົດຂຶ້ນຕາມພື້ນດິນຂອງຖິ່ນກັນດານ.15ເມື່ອຊາວອິດສະຣາເອນເຫັນສິ່ງນັ້ນແລ້ວ, ພວກເຂົາກໍຖາມກັນວ່າ, “ສິ່ງນີ້ແມ່ນຫຍັງ?” ເພາະພວກເຂົາບໍ່ຮູ້ຈັກວ່າສິ່ງນັ້ນແມ່ນຫຍັງ.ໂມເຊຈຶ່ງເວົ້າກັບພວກເຂົາວ່າ, “ນີ້ແມ່ນເຂົ້າຈີ່ທີ່ພຣະເຈົ້າຢາເວໄດ້ມອບໃຫ້ພວກເຈົ້າເພື່ອກິນ.16ນີ້ແມ່ນສິ່ງພຣະເຈົ້າຢາເວໄດ້ສັ່ງໄວ້ຄື: ‘ທຸກຄົນຈະຕ້ອງເກັບເອົາໃຫ້ຫລາຍຕາມທີ່ພວກເຂົາຕ້ອງການ. ໃຫ້ແຕ່ລະຄົນທີ່ຢູ່ໃນເຕັນຂອງພວກເຈົ້າເກັບເອົາໜຶ່ງໂອເມີ .’ ”17ຊາວອິດສະຣາເອນຈຶ່ງເຮັດຕາມທີ່ພວກເພິ່ນບອກ; ບາງຄົນກໍເກັບເອົາຫລາຍ, ບາງຄົນກໍເກັບເອົາໜ້ອຍ.18ແລະ ເມື່ອພວກເຂົາຊັ່ງເຂົ້າຈີ່ນັ້ນດ້ວຍໂອເມີແລ້ວ, ຜູ້ທີ່ເກັບເອົາຫລາຍກໍບໍ່ໄດ້ຫລາຍເກີນໄປ ແລະ ຜູ້ທີ່ເກັບເອົາໜ້ອຍກໍບໍ່ໄດ້ໜ້ອຍເກີນໄປ. ແຕ່ລະຄົນເກັບໄດ້ຫລາຍພໍດີຕາມທີ່ຕົນຕ້ອງການ.19ແລ້ວໂມເຊຈຶ່ງໄດ້ກ່າວແກ່ພວກເຂົາວ່າ, “ຢ່າໃຫ້ຜູ້ໃດເກັບເຂົ້າຈີ່ເຫລົ່ານີ້ໄວ້ຈົນເຖິງມື້ອື່ນເຊົ້າ”.20ເຖິງຢ່າງໃດກໍຕາມ ກໍມີບາງຄົນໃນພວກເຂົາບໍ່ເຊື່ອຟັງໂມເຊ; ພວກເຂົາໄດ້ເກັບເຂົ້າຈີ່ບາງສ່ວນໄວ້ຈົນເຖິງມື້ເຊົ້າ, ແຕ່ເຂົ້າຈີ່ນັ້ນກໍເຕັມດ້ວຍໜອນ ແລະ ເລີ່ມມີກິ່ນເໝັນ. ດັ່ງນັ້ນ ໂມເຊຈຶ່ງໃຈຮ້າຍໃຫ້ພວກເຂົາ.21ທຸກເຊົ້າ ທຸກຄົນໄດ້ເກັບເອົາຫລາຍຕາມຄວາມຕ້ອງການຂອງພວກເຂົາ ແລະ ເມື່ອແດດຮ້ອນຂຶ້ນ, ເຂົ້າຈີ່ນັ້ນກໍລະລາຍຫາຍໄປ.22ໃນວັນທີຫົກ ພວກເຂົາໄດ້ເກັບເອົາໄວ້ສອງເທົ່າຫລາຍກວ່າວັນອື່ນໆຄື ຄົນລະສອງໂອເມີ ແລະ ບັນດາຫົວໜ້າຂອງຊຸມຊົນໄດ້ມາລາຍງານເລື່ອງນີ້ຕໍ່ໂມເຊ.23ເພິ່ນຈຶ່ງກ່າວແກ່ພວກເຂົາວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື: ‘ໃຫ້ມື້ອື່ນເປັນວັນພັກຜ່ອນຄືວັນສະບາໂຕ, ວັນຊະບາໂຕອັນບໍລິສຸດແກ່ພຣະເຈົ້າຢາເວ. ດັ່ງນັ້ນ ຈົ່ງປິ້ງສິ່ງທີ່ພວກເຈົ້າຕ້ອງການຢາກປິ້ງ ຫລື ຕົ້ມສິ່ງພວກເຈົ້າຕ້ອງການຢາກຕົ້ມ. ຈົ່ງເກັບສ່ວນທີ່ເຫລືອ ແລະ ຮັກສາໄວ້ຈົນເຖິງມື້ເຊົ້າ’ ”.24ດັ່ງນັ້ນ ພວກເຂົາຈຶ່ງເກັບສ່ວນທີ່ເຫລືອໄວ້ຈົນເຖິງມື້ເຊົ້າຕາມທີ່ໂມເຊສັ່ງໄວ້ ແລະ ເຂົ້າຈີ່ນັ້ນກໍບໍ່ມີກິ່ນເໝັນ ຫລື ບໍ່ມີໜອນຢູ່ໃນນັ້ນ.25ໂມເຊໄດ້ກ່າວວ່າ, “ຈົ່ງກິນເຂົ້າຈີ່ສຳລັບວັນນີ້, ເພາະວັນນີ້ເປັນວັນຊະບາໂຕແກ່ພຣະເຈົ້າຢາເວ. ພວກເຈົ້າຈະບໍ່ພົບເຂົ້າຈີ່ໃດຕາມພື້ນດິນໃນວັນນີ້.26ຕະຫລອດຫົກວັນພວກເຈົ້າຈົ່ງເກັບເອົາເຂົ້າຈີ່ນັ້ນ, ແຕ່ໃນວັນທີເຈັດເປັນວັນຊະບາໂຕ, ຈະບໍ່ມີອາຫານໃຫ້ເກັບ”.27ເຖິງປານນັ້ນ, ຍັງມີບາງຄົນອອກໄປເກັບເອົາເຂົ້າຈີ່ໃນວັນທີເຈັດ, ແຕ່ພວກເຂົາກໍບໍ່ພົບຫຍັງເລີຍ.28ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ພວກເຈົ້າຈະປະຕິເສດທີ່ຈະຖືຮັກສາຄຳສັ່ງ ແລະ ຄຳແນະນຳຂອງເຮົາໄປອີກດົນປານໃດ?29ຈົ່ງຈົດຈໍາໃສ່ໃຈໄວ້ວ່າພຣະເຈົ້າຢາເວໄດ້ໃຫ້ວັນຊະບາໂຕນີ້ໄວ້ສຳລັບພວກເຈົ້າ; ດ້ວຍເຫດນີ້ໃນວັນທີຫົກພຣະອົງຈຶ່ງໃຫ້ເຂົ້າຈີ່ແກ່ພວກເຈົ້າສຳລັບສອງວັນ. ໃນວັນທີເຈັດທຸກຄົນຕ້ອງຢູ່ໃນທີ່ພັກຂອງຕົນ; ຢ່າໃຫ້ຜູ້ໃດອອກໄປ”.30ດັ່ງນັ້ນ ປະຊາຊົນຈຶ່ງພາກັນຢຸດພັກໃນວັນທີເຈັດ.31ປະຊາຊົນອິດສະຣາເອນເອີ້ນເຂົ້າຈີ່ນັ້ນວ່າມານາ. ມານາມີສີຂາວເໝືອນແກ່ນຫອມປ້ອມ ແລະ ມີລົດຊາດເໝືອນເຂົ້າຈີ່ແຜ່ນປະສົມນ້ຳເຜິ້ງ.32ໂມເຊກ່າວວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຄື: ‘ໃຫ້ເກັບມານານີ້ໄວ້ໜຶ່ງໂອເມີ ແລະ ເກັບຮັກສາໄວ້ສຳລັບຄົນລຸ້ນຫລັງ, ເພື່ອວ່າພວກເຂົາຈະໄດ້ເຫັນເຂົ້າຈີ່ທີ່ເຮົາໄດ້ໃຫ້ພວກເຈົ້າກິນໃນຖິ່ນກັນດານເມື່ອເຮົານຳເອົາພວກເຈົ້າອອກມາຈາກເອຢິບ’ ”.33ດັ່ງນັ້ນ ໂມເຊຈຶ່ງເວົ້າກັບອາໂຣນວ່າ: “ຈົ່ງເອົາໄຫມາແລ້ວເອົາມານາໜຶ່ງໂອເມີໃສ່ໄວ້ໃນໄຫນັ້ນ. ແລ້ວວາງໄຫນັ້ນໄວ້ຕໍ່ໜ້າພຣະເຈົ້າຢາເວເພື່ອເກັບຮັກສາໄວ້ໃຫ້ຄົນລຸ້ນຫລັງ”.34ອາໂຣນໄດ້ວາງມານາໄວ້ກັບແຜ່ນຫີນທີ່ຈາລຶກກົດບັນຍັດສິບປະການ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້, ເພື່ອວ່າຈະໄດ້ເກັບຮັກສາມານານັ້ນໄວ້.35ຊາວອິດສະຣາເອນໄດ້ກິນມານາເປັນອາຫານສີ່ສິບປີ, ຈົນພວກເຂົາໄດ້ມາເຖິງດິນແດນທີ່ໄດ້ຕັ້ງຖິ່ນຖານຢູ່; ພວກເຂົາໄດ້ກິນມານາຈົນພວກເຂົາໄປເຖິງເຂດແດນຂອງການາອານ.36(ໜຶ່ງໂອເມີເທົ່າກັບໜຶ່ງສ່ວນສິບຂອງໜຶ່ງເອຟາ.)
Biblica, Inc.