ອົບພະຍົບ15

ບົດເພງ​ຂອງ​ໂມເຊ ແລະ ມີຣີອາມ

1ຫລັງຈາກນັ້ນ ໂມເຊ ແລະ ຊາວ​ອິດສະຣາເອນ​ຈຶ່ງ​ຮ້ອງ​ເພງ​ນີ້​ໃຫ້​ແກ່​ພຣະເຈົ້າຢາເວ​ວ່າ:“ຂ້ານ້ອຍ​ຈະ​ຮ້ອງເພງ​ໃຫ້​ແກ່​ພຣະເຈົ້າຢາເວເພາະ​ພຣະອົງ​ເປັນ​ທີ່​ຍົກຍ້ອງ​ສູງສຸດ.ພຣະອົງ​ໄດ້​ໂຍນ​ທັງ​ມ້າ ແລະ ຄົນຂີ່ມ້າລົງ​ໃນ​ທະເລ.
2“ພຣະເຈົ້າຢາເວ​ເປັນ​ກຳລັງ ແລະ ເປັນ​ການ​ປົກປ້ອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ກາຍເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ.ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ,ເປັນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ແລະ ຂ້ານ້ອຍ​ຈະ​ຍົກຍ້ອງ​ພຣະອົງ.3ພຣະເຈົ້າຢາເວ​ເປັນ​ນັກຮົບ;ພຣະເຈົ້າຢາເວ​ແມ່ນ​ນາມ​ຂອງ​ພຣະອົງ.4ພຣະອົງ​ໂຍນ​ບັນດາ​ລົດມ້າ ແລະ ກອງທັບ​ຂອງ​ຟາໂຣລົງ​ໃນ​ທະເລ.ນາຍ​ທະຫານ​ທີ່​ດີ​ທີ່ສຸດ​ຂອງ​ຟາໂຣກໍ​ໄດ້​ຈົມ​ລົງ​ໃນ​ທະເລແດງ. 5ນ້ຳ​ເລິກ​ໄດ້​ຖ້ວມ​ພວກເຂົາ;ພວກເຂົາ​ຈົມ​ລົງ​ໄປ​ສູ່​ບ່ອນ​ເລິກ​ເໝືອນດັ່ງ​ກ້ອນຫີນ​ກ້ອນ​ໜຶ່ງ.6ຂ້າແດ່​ພຣະເຈົ້າຢາເວ ມື​ຂວາ​ຂອງ​ພຣະອົງກໍ​ສະຫງ່າງາມ​ດ້ວຍ​ລິດອຳນາດ.ຂ້າແດ່​ພຣະເຈົ້າຢາເວ ມື​ຂວາ​ຂອງ​ພຣະອົງທຳລາຍ​ສັດຕູ​ແຕກໝຸ່ນ​ໄປ.
7“ດ້ວຍ​ຄວາມ​ສະຫງ່າງາມ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງພຣະອົງ​ໄດ້​ໂຍນ​ຜູ້​ທີ່​ຄັດຄ້ານ​ພຣະອົງ​ລົງ.ພຣະອົງ​ປ່ອຍ​ຄວາມ​ໂກດຮ້າຍ​ອັນ​ລຸກໄໝ້​ຂອງ​ພຣະອົງ; ຄວາມໂກດຮ້າຍ​ນັ້ນເຜົາໄໝ້​ພວກເຂົາ​ເໝືອນດັ່ງ​ເຜົາໄໝ້​ເຟືອງ.8ໂດຍ​ລົມຫາຍໃຈ​ທີ່​ອອກມາ​ຈາກ​ດັງ​ຂອງ​ພຣະອົງນ້ຳ​ກໍ​ໂຮມ​ກັນ​ຂຶ້ນ.ນໍ້າ​ທີ່​ໄຫລ​ຊັດ​ຕັ້ງ​ຂຶ້ນ​ເໝືອນດັ່ງ​ກຳແພງ;ນ້ຳ​ເລິກ​ຕັ້ງ​ຂຶ້ນ​ຢູ່​ທີ່​ໃຈກາງ​ຂອງ​ທະເລ.9ສັດຕູ​ໄດ້​ອວດອ້າງ​ວ່າ,‘ເຮົາ​ຈະ​ໄລ່ຕາມ ແລະ ເຮົາ​ຈະ​ຕາມ​ພວກເຂົາ​ທັນ.ເຮົາ​ຈະ​ເອົາ​ເຄື່ອງຂອງ​ທີ່​ຢຶດ​ໄດ້​ແບ່ງປັນ​ກັນ;ເຮົາ​ຈະ​ກືນກິນ​ພວກເຂົາ.ເຮົາ​ຈະ​ຊັກດາບ​ຂອງ​ເຮົາ​ອອກມາແລະ ມື​ຂອງ​ເຮົາ​ຈະ​ທຳລາຍ​ພວກເຂົາ’.10ແຕ່​ພຣະອົງ​ເປົ່າ​ລົມຫາຍໃຈ​ຂອງ​ພຣະອົງແລະ ທະເລ​ກໍ​ຖ້ວມ​ພວກເຂົາ.ພວກເຂົາ​ຈົມ​ລົງ​ເໝືອນດັ່ງ​ກ້ອນກົ່ວໃນ​ນ້ຳ​ທີ່​ກວ້າງ​ໃຫຍ່.11ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນມີ​ຜູ້ໃດ​ເປັນ​ເໝືອນ​ພຣະອົງ?ຜູ້ໃດ​ທີ່​ເປັນ​ເໝືອນ​ພຣະອົງຜູ້​ງາມ​ສະຫງ່າ​ໃນ​ຄວາມ​ບໍລິສຸດ,ຜູ້​ໜ້າ​ຢໍາເກງ​ໃນ​ສະຫງ່າລາສີ,ຜູ້​ກະທຳ​ການ​ອັດສະຈັນ?
12“ພຣະອົງ​ຢຽດ​ມື​ຂວາ​ຂອງ​ພຣະອົງ​ອອກ,ແລະ ແຜ່ນດິນໂລກ​ກໍ​ກືນ​ກິນ​ບັນດາ​ສັດຕູ​ຂອງ​ພຣະອົງ.13ດ້ວຍ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈະ​ນຳພາປະຊາຊົນ​ທີ່​ພຣະອົງ​ໄດ້​ໄຖ່​ໄວ້.ດ້ວຍ​ກຳລັງ​ຂອງ​ພຣະອົງ ພຣະອົງ​ຈະ​ນຳພາ​ພວກເຂົາເຂົ້າ​ສູ່​ສະຖານທີ່​ອັນ​ສັກສິດ​ຂອງ​ພຣະອົງ.14ປະຊາຊາດ​ທັງຫລາຍ​ຈະ​ໄດ້​ຍິນ ແລະ ສັ່ນສະທ້ານ;ຄວາມ​ທຸກທໍລະມານ​ໃຈ​ຈະ​ຄວບຄຸມ​ປະຊາຊົນ​ຟີລິດສະຕິນ15ບັນດາ​ຫົວໜ້າ​ຂອງ​ຊາວ​ເອໂດມ​ຈະ​ສັ່ນ​ຢ້ານ,ບັນດາ​ຜູ້ນຳ​ຂອງ​ຊາວ​ໂມອາບ​ຈະ​ຖືກ​ຈັບ​ຈົນ​ຕົວ​ສັ່ນ,ປະຊາຊົນ  ​ຊາວ​ການາອານ​ຈະ​ແຕກ​ກະຈັດກະຈາຍ​ໄປ,16ຄວາມ​ສະທ້ານ​ຢ້ານກົວ ແລະ ຄວາມ​ຢ້ານ​ແຮງ​ຈະ​ຕົກ​ໃສ່​ພວກເຂົາ.ຂ້າແດ່​ພຣະເຈົ້າຢາເວ ໂດຍ​ກຳລັງ​ແຂນ​ຂອງ​ພຣະອົງພວກເຂົາ​ຈະ​ແຂງ​ໄປ​ເໝືອນດັ່ງ​ກ້ອນຫີນຈົນ​ກວ່າ​ປະຊາຊົນ​ຂອງ​ພຣະອົງ​ຈະ​ຜ່ານ​ໄປ,ຈົນ​ກວ່າ​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊື້  ​ໄວ້​ນັ້ນ​ຈະ​ຜ່ານ​ໄປ.17ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ນຳ​ພວກເຂົາ​ເຂົ້າມາ ແລະ ຕັ້ງ​ພວກເຂົາ​ໄວ້ໃສ່​ເທິງ​ພູເຂົາ​ທີ່​ເປັນ​ມໍລະດົກ​ຂອງ​ພຣະອົງຄື​ສະຖານທີ່ ເຊິ່ງ​ພຣະອົງ​ສ້າງ​ຂຶ້ນ​ເພື່ອ​ເປັນ​ບ່ອນ​ຢູ່​ຂອງ​ພຣະອົງ,ຂ້າແດ່​ພຣະເຈົ້າ​ຢາເວ, ສະຖານ​ນະມັດສະການ ເຊິ່ງ​ມື​ຂອງ​ພຣະອົງ​ໄດ້​ສ້າງ​ຂຶ້ນ.
18“ພຣະເຈົ້າຢາເວ​ຈະ​ປົກຄອງຕະຫລອດໄປ​ເປັນນິດ”.
19ເມື່ອ​ບັນດາ​ມ້າ, ລົດມ້າ ແລະ ທະຫານມ້າ ​ຂອງ​ຟາໂຣ​ໄດ້​ລົງ​ໄປ​ໃນ​ທະເລ, ພຣະເຈົ້າຢາເວ​ໄດ້​ນຳ​ເອົາ​ນໍ້າ​ໃນ​ທະເລ​ໄຫລ​ຄືນ​ຖ້ວມ​ພວກເຂົາ, ແຕ່​ຊາວ​ອິດສະຣາເອນ​ພາກັນ​ຍ່າງ​ຜ່ານ​ທະເລ​ເທິງ​ພື້ນດິນ​ແຫ້ງ.20ແລ້ວ​ຜູ້ທຳນວາຍ​ມີຣີອາມ ເອື້ອຍ​ຂອງ​ອາໂຣນ​ໄດ້​ຖື​ກອງແຊັກ​ໄວ້​ໃນ​ມື​ຂອງ​ນາງ, ແລ້ວ​ບັນດາ​ແມ່ຍິງ​ທັງຫລາຍ​ກໍ​ພາກັນ​ຕິດຕາມ​ນາງ​ໄປ​ດ້ວຍ​ການ​ຕີ​ກອງແຊັກ ແລະ ຟ້ອນລຳ.21ນາງ​ມີຣີອາມ​ໄດ້​ຮ້ອງເພງ​ຕໍ່​ພວກເຂົາ​ວ່າ:“ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າຢາເວ,ເພາະ​ພຣະອົງ​ເປັນ​ທີ່​ຍົກຍ້ອງ​ສູງສຸດ.ພຣະອົງ​ໄດ້​ໂຍນ​ທັງ​ມ້າແລະ ທະຫານມ້າ​ລົງ​ໃນ​ທະເລ”.

ນ້ຳ​ແຫ່ງ​ມາຣາ ແລະ ເອລິມ

22ຫລັງຈາກ​ນັ້ນ ໂມເຊ​ໄດ້​ນຳພາ​ຊາວ​ອິດສະຣາເອນ​ອອກ​ຈາກ​ທະເລແດງ​ແລ້ວ​ພວກເຂົາ​ກໍ​ເຂົ້າ​ໄປ​ໃນ​ຖິ່ນກັນດານ​ຊູເຣ. ຕະຫລອດ​ສາມ​ວັນ​ທີ່​ເດີນທາງ​ໃນ​ຖິ່ນກັນດານ​ພວກເຂົາ​ບໍ່​ພົບ​ນ້ຳ​ເລີຍ.23ເມື່ອ​ພວກເຂົາ​ມາ​ເຖິງ​ມາຣາ, ພວກເຂົາ​ບໍ່​ສາມາດ​ດື່ມນ້ຳ​ນັ້ນ​ໄດ້​ເພາະ​ນ້ຳ​ນັ້ນ​ຂົມ. (ດ້ວຍ​ເຫດ​ນີ້ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ​ມາຣາ ).24ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຈົ່ມ​ຕໍ່​ໂມເຊ ໂດຍ​ເວົ້າ​ວ່າ: “ຈະ​ໃຫ້​ພວກເຮົາ​ດື່ມ​ຫຍັງ?”
25ແລ້ວ​ໂມເຊ​ຈຶ່ງ​ຮ້ອງຫາ​ພຣະເຈົ້າຢາເວ ແລ້ວ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ສະແດງ​ໃຫ້​ເພິ່ນ​ເຫັນ​ໄມ້​ທ່ອນ​ໜຶ່ງ. ເພິ່ນ​ໄດ້​ຖິ້ມ​ໄມ້​ນັ້ນ​ລົງ​ໄປ​ໃນ​ນ້ຳ, ແລ້ວ​ນ້ຳ​ນັ້ນ​ກໍ​ພໍ​ຈະ​ດື່ມ​ໄດ້.
ພຣະເຈົ້າຢາເວ​ໄດ້​ອອກ​ກົດລະບຽບ ແລະ ຄຳແນະນໍາ​ໃຫ້​ແກ່​ພວກເຂົາ ແລະ ທົດສອບ​ພວກເຂົາ.
26ພຣະອົງ​ເວົ້າ​ວ່າ, “ຖ້າ​ພວກເຈົ້າ​ຕັ້ງ​ໃຈ​ຟັງ​ສຽງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະອົງ, ຖ້າ​ພວກເຈົ້າ​ເອົາໃຈໃສ່​ຕໍ່​ຄໍາສັ່ງ​ຂອງ​ພຣະອົງ ແລະ ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ, ເຮົາ​ຈະ​ບໍ່​ນໍາ​ເອົາ​ພະຍາດ​ໃດ​ມາ​ໃສ່​ພວກເຈົ້າ​ເໝືອນດັ່ງ​ທີ່​ເຮົາ​ໄດ້​ນໍາ​ເອົາ​ມາ​ໃສ່​ຊາວ​ເອຢິບ, ເພາະ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ຮັກສາ​ພວກເຈົ້າ”.
27ແລ້ວ​ພວກເຂົາ​ກໍ​ມາ​ເຖິງ​ເອລິມ, ບ່ອນ​ທີ່​ມີ​ນໍ້າພຸ​ສິບສອງ​ແຫ່ງ ແລະ ຕົ້ນປາມ​ເຈັດສິບ​ຕົ້ນ, ແລ້ວ​ພວກເຂົາ​ຈຶ່ງ​ຕັ້ງຄ້າຍ​ພັກ​ໃກ້​ກັບ​ແຄມ​ນ້ຳ​ນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2