ພຣະບັນຍັດສອງ23
ຜູ້ທີ່ຖືກໄລ່ອອກຈາກຊຸມຊົນ
1ຊາຍໃດຖືກຕອນໂດຍການທຸບ ຫລື ຕັດ ຫ້າມເຂົ້າຮ່ວມໃນຊຸມຊົນຂອງພຣະເຈົ້າຢາເວ.2ຫ້າມລູກທີ່ເກີດຈາກການແຕ່ງງານທີ່ຕ້ອງຫ້າມ ຫລື ເຊື້ອສາຍຂອງພວກເຂົາຄົນໃດເຂົ້າຮ່ວມການຊຸມນຸມຂອງພຣະເຈົ້າຢາເວ ຈົນເຖິງສິບຊົ່ວເຊັ່ນຄົນ.3ຫ້າມຊາວອຳໂມນ ຫລື ຊາວໂມອາບ ຫລື ເຊື້ອສາຍຂອງພວກເຂົາເຂົ້າຮ່ວມການຊຸມນຸມຂອງພຣະເຈົ້າຢາເວຈົນເຖິງສິບຊົ່ວເຊັ່ນຄົນ.4ເພາະພວກເຂົາບໍ່ຍອມໃຫ້ອາຫານ ແລະ ນ້ຳແກ່ພວກເຈົ້າເມື່ອພວກເຈົ້າອອກມາຈາກເອຢິບ ແລະ ພວກເຂົາໄດ້ຈ້າງບາລາອາມລູກຊາຍຂອງເບອໍຈາກເມືອງເປໂທໃນອາຣາມນາຫາຣາອິມ ມາສາບແຊ່ງພວກເຈົ້າ.5ເຖິງຢ່າງໃດກໍຕາມ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍບໍ່ໄດ້ຟັງບາລາອາມ ແຕ່ໄດ້ຫັນຄຳສາບແຊ່ງໃຫ້ກາຍເປັນພອນສຳລັບພວກເຈົ້າ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຮັກພວກເຈົ້າ.6ຢ່າເຮັດສົນທິສັນຍາມິດຕະພາບກັບພວກເຂົາຕະຫລອດຊີວິດຂອງພວກເຈົ້າ.7ຢ່າລັງກຽດຄົນເອໂດມ, ເພາະຊາວເອໂດມເປັນພີ່ນ້ອງຂອງພວກເຈົ້າ. ຢ່າລັງກຽດຄົນເອຢິບ, ເພາະພວກເຈົ້າເຄີຍເປັນຄົນຕ່າງດ້າວໃນປະເທດຂອງພວກເຂົາ.8ລູກຫລານລຸ້ນທີສາມຂອງພວກເຂົາສາມາດເຂົ້າມາຮ່ວມການຊຸມຊົນຂອງພຣະເຈົ້າຢາເວໄດ້.ສິ່ງທີ່ເປັນມົນທິນໃນຄ້າຍພັກ
9ເມື່ອພວກເຈົ້າອອກຈາກຄ້າຍພັກໄປຕໍ່ສູ້ກັບບັນດາສັດຕູຂອງພວກເຈົ້າ, ຈົ່ງຫລີກເວັ້ນຈາກທຸກສິ່ງທີ່ເປັນມົນທິນ.10ຖ້າຄົນໜຶ່ງໃນບັນດາຜູ້ຊາຍຂອງພວກເຈົ້າເປັນມົນທິນເພາະການຫລັ່ງນ້ຳອະສຸຈິໃນເວລາກາງຄືນ, ລາວຈະຕ້ອງອອກໄປຢູ່ນອກຄ້າຍພັກ ແລະ ຢູ່ທີ່ນັ້ນ.11ແຕ່ເມື່ອເວລາໃກ້ຄ່ຳເຂົ້າມາແລ້ວລາວຈະຕ້ອງເຮັດລ້າງຕົນເອງ ແລະ ເມື່ອຕາເວັນຕົກດິນແລ້ວລາວຈຶ່ງກັບເຂົ້າມາໃນຄ້າຍພັກໄດ້.12ຈົ່ງກຳນົດບ່ອນຂັບຖ່າຍຂອງພວກເຈົ້າໄວ້ຢູ່ນອກຄ້າຍພັກ.13ພວກເຈົ້າຕ້ອງມີສິ່ງທີ່ໃຊ້ເປັນອຸປະກອນສຳລັບຂຸດ ແລະ ເມື່ອພວກເຈົ້າຖ່າຍແລ້ວ ຈົ່ງຂຸດຂຸມ ແລະ ຖົມອາຈົມພວກເຈົ້າ.14ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດຳເນີນການຢູ່ໃນຄ້າຍພັກຂອງພວກເຈົ້າເພື່ອປົກປ້ອງຄຸ້ມຄອງພວກເຈົ້າ ແລະ ມອບບັນດາສັດຕູຂອງພວກເຈົ້າໄວ້ກັບພວກເຈົ້າ. ຄ້າຍພັກຂອງພວກເຈົ້າຈະຕ້ອງບໍລິສຸດ, ເພື່ອວ່າພຣະອົງຈະໄດ້ບໍ່ເຫັນສິ່ງທີ່ບໍ່ເໝາະສົມໃນທ່າມກາງພວກເຈົ້າ ແລະ ຫັນໜີໄປຈາກພວກເຈົ້າ.ກົດອື່ນໆ
15ຖ້າຂ້າທາດໜີຈາກນາຍມາເພິ່ງພວກເຈົ້າ, ຢ່າຈັບພວກເຂົາສົ່ງຄືນໃຫ້ນາຍຂອງພວກເຂົາ.16ຈົ່ງໃຫ້ພວກເຂົາອາໄສຢູ່ກັບພວກເຈົ້າໃນບ່ອນໃດກໍໄດ້ທີ່ພວກເຂົາມັກ ແລະ ໃນເມືອງໃດກໍໄດ້ຕາມທີ່ພວກເຂົາເລືອກ. ຢ່າຂົ່ມເຫັງພວກເຂົາ.17ຢ່າໃຫ້ມີຊາວອິດສະຣາເອນຊາຍ ຫລື ຍິງຄົນໃດເປັນໂສເພນີໃນສະຖານບູຊາ.18ຢ່ານຳລາຍໄດ້ຈາກຍິງໂສເພນີ ຫລື ຊາຍໂສເພນີ ເຂົ້າໄປໃນເຮືອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເພື່ອຈ່າຍຄ່າຄຳສາບານໃດໆ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງທັງສອງສິ່ງນີ້.19ຢ່າໄດ້ຄິດໄລ່ເອົາດອກເບ້ຍກັບພີ່ນ້ອງອິດສະຣາເອນ, ບໍ່ວ່າກ່ຽວກັບການໃຫ້ຢືມເງິນ ຫລື ອາຫານ ຫລື ສິ່ງອື່ນໃດທີ່ອາດເປັນລາຍຮັບຈາກດອກເບ້ຍນັ້ນ.20ພວກເຈົ້າອາດຄິດໄລ່ເອົາດອກເບ້ຍຈາກຄົນຕ່າງດ້າວໄດ້, ແຕ່ບໍ່ແມ່ນຈາກພີ່ນ້ອງອິດສະຣາເອນດ້ວຍກັນ, ເພື່ອວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນທຸກສິ່ງທີ່ພວກເຈົ້າລົງມືເຮັດໃນດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງນັ້ນ.21ຖ້າພວກເຈົ້າເຮັດຄຳປະຕິຍານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຢ່າໄດ້ຊັກຊ້າທີ່ຈະຈ່າຍຕາມທີ່ໄດ້ປະຕິຍານໄວ້, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຮຽກຮ້ອງໃຫ້ເຮັດຕາມຄຳປະຕິຍານນັ້ນແນ່ນອນ ບໍ່ດັ່ງນັ້ນພວກເຈົ້າຈະມີຄວາມຜິດບາບ.22ແຕ່ຖ້າພວກເຈົ້າລະເວັ້ນຈາກການເຮັດຄຳປະຕິຍານ, ພວກເຈົ້າກໍຈະບໍ່ມີຄວາມຜິດ.23ເມື່ອໃດທີ່ປາກຂອງພວກເຈົ້າກ່າວອອກມາ ພວກເຈົ້າຕ້ອງແນ່ໃຈວ່າຈະເຮັດຕາມທີ່ກ່າວນັ້ນ, ເພາະພວກເຈົ້າເຮັດຄຳປະຕິຍານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕາມຄວາມສະໝັກໃຈດ້ວຍປາກຂອງພວກເຈົ້າເອງ.24ຖ້າພວກເຈົ້າເຂົ້າໄປໃນສວນອະງຸ່ນຂອງເພື່ອນບ້ານຂອງພວກເຈົ້າ, ພວກເຈົ້າອາດເກັບໝາກອະງຸ່ນກິນໄດ້ຕາມທີ່ຕ້ອງການ, ແຕ່ຢ່າເອົາໃສ່ກະຕ່າອອກໄປນຳ.25ຖ້າພວກເຈົ້າເຂົ້າໄປໃນທົ່ງນາຂອງເພື່ອນບ້ານ, ພວກເຈົ້າອາດເກັບເມັດເຂົ້າດ້ວຍມືຂອງພວກເຈົ້າໄດ້, ແຕ່ຢ່າໃຊ້ກ່ຽວມາກ່ຽວເອົາຮວງເຂົ້າຈາກຕົ້ນ.Biblica, Inc.