ພຣະບັນຍັດສອງ22
1ຖ້າພວກເຈົ້າເຫັນງົວ ຫລື ແກະຂອງພີ່ນ້ອງຊາວອິດສະຣາເອນຫລົງທາງມາ, ຈົ່ງຢ່າເມີນເສີຍຕໍ່ສັດນັ້ນ ແຕ່ຈົ່ງນຳມັນກັບຄືນໄປໃຫ້ເຈົ້າຂອງສັດນັ້ນ.2ຖ້າເຈົ້າຂອງຫາກບໍ່ຢູ່ໃກ້ພວກເຈົ້າ ຫລື ພວກເຈົ້າບໍ່ຮູ້ວ່າແມ່ນຜູ້ໃດເປັນເຈົ້າຂອງສັດນັ້ນ, ຈົ່ງນຳເອົາມັນໄປທີ່ເຮືອນຂອງພວກເຈົ້າ ແລະ ຮັກສາມັນໄວ້ຈົນກວ່າເຈົ້າຂອງຈະມາຊອກຫາສັດນັ້ນ. ແລ້ວຈຶ່ງຄືນມັນໃຫ້ແກ່ເຈົ້າຂອງ.3ຈົ່ງປະຕິບັດຢ່າງດຽວກັນນີ້ຖ້າພວກເຈົ້າຫາກພົບລໍ ຫລື ເສື້ອຄຸມ ຫລື ສິ່ງໃດກໍຕາມທີ່ພວກເຂົາເຮັດຕົກເຮັ່ຍ, ຈົ່ງຢ່າເມີນເສີຍຕໍ່ສິ່ງນັ້ນ.4ຖ້າພວກເຈົ້າເຫັນລໍ ຫລື ງົວຂອງພີ່ນ້ອງຊາວອິດສະຣາເອນລົ້ມຢູ່ຕາມທາງ, ຈົ່ງຢ່າເມີນເສີຍຕໍ່ສັດນັ້ນ. ຈົ່ງເຂົ້າໄປຊ່ວຍເຈົ້າຂອງສັດໃຫ້ມັນລຸກຢືນຂຶ້ນໄດ້ອີກ.5ແມ່ຍິງຕ້ອງບໍ່ນຸ່ງຂອງເຄື່ອງຜູ້ຊາຍ ຫລື ຜູ້ຊາຍກໍບໍ່ຕ້ອງນຸ່ງເຄື່ອງຂອງແມ່ຍິງ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຜູ້ທີ່ເຮັດເຊັ່ນນີ້.6ຖ້າພວກເຈົ້າພົບຮັງນົກຢູ່ຂ້າງທາງ, ບໍ່ວ່າຢູ່ເທິງຕົ້ນໄມ້ ຫລື ຢູ່ເທິງພື້ນດິນ ແລະ ມີແມ່ນົກກຳລັງຕຸ້ມລູກນົກ ຫລື ກຳລັງຟັກໄຂ່ຂອງມັນຢູ່, ຈົ່ງຢ່າຈັບເອົາທັງແມ່ນົກກັບລູກນົກໄປ.7ພວກເຈົ້າອາດຈັບເອົາລູກນົກໄປໄດ້, ແຕ່ຈົ່ງປ່ອຍແມ່ນົກໄປ, ເພື່ອວ່າພວກເຈົ້າຈະຢູ່ຢ່າງເປັນສຸກ ແລະ ພວກເຈົ້າຈະມີຊີວິດຍືນຍາວ.8ເມື່ອພວກເຈົ້າສ້າງເຮືອນໃໝ່, ຈົ່ງກໍ່ຂອບອ້ອມຫລັງຄາເພື່ອພວກເຈົ້າຈະບໍ່ນຳຄວາມຜິດຈາກການເຮັດໃຫ້ຫລັ່ງເລືອດມາສູ່ເຮືອນຂອງພວກເຈົ້າຖ້າຫາກມີຄົນຕົກລົງມາຈາກຫລັງຄາ.9ຢ່າປູກເມັດພືດສອງຊະນິດປົນກັນໃນສວນອະງຸ່ນຂອງພວກເຈົ້າ; ຖ້າພວກເຈົ້າເຮັດ, ທັງໝາກອະງຸ່ນ ແລະ ພືດພັນຢູ່ໃນນັ້ນກໍຈະເປັນມົນທິນ. 10ຢ່າເອົາງົວກັບລໍທຽມແອກກັນໄຖນາ.11ຢ່ານຸ່ງເຄື່ອງທີ່ຕ່ຳດ້ວຍດ້າຍຂົນແກະປົນກັບດ້າຍລິນິນ.12ຈົ່ງຫຍິບຍອຍໃສ່ສີ່ແຈຂອງເສື້ອຄຸມທີ່ພວກເຈົ້ານຸ່ງ.
ການເຮັດຜິດໃນຊີວິດແຕ່ງງານ
13ຖ້າຊາຍໃດແຕ່ງງານມີເມຍແລ້ວ ແລະ ຫລັງຈາກທີ່ໄດ້ຮ່ວມຫລັບນອນກັບນາງ ແລ້ວບໍ່ມັກນາງ14ແລະ ເຮັດໃຫ້ນາງເສື່ອມເສຍຊື່ສຽງໂດຍເວົ້າໃສ່ຮ້າຍວ່າ, “ຂ້າພະເຈົ້າແຕ່ງງານກັບຍິງຄົນນີ້ ແຕ່ເມື່ອຂ້າພະເຈົ້າເຂົ້າໃກ້ນາງແລ້ວ, ຂ້າພະເຈົ້າບໍ່ພົບຫລັກຖານທີ່ພິສູດວ່ານາງເປັນສາວບໍລິສຸດ,”15ຫລັງຈາກນັ້ນ ພໍ່ ແລະ ແມ່ຂອງຍິງໜຸ່ມນັ້ນຈະຕ້ອງນຳຂໍ້ພິສູດຄວາມບໍລິສຸດຂອງນາງມາໃຫ້ຜູ້ອາວຸໂສປະຈຳເມືອງພິຈາລະນາຢູ່ທີ່ປະຕູເມືອງ.16ຜູ້ເປັນພໍ່ຈະກ່າວກັບບັນດາຜູ້ອາວຸໂສວ່າ, “ຂ້າພະເຈົ້າໄດ້ມອບລູກສາວຂອງຕົນໃຫ້ເປັນເມຍຂອງຊາຍຜູ້ນີ້, ແຕ່ລາວບໍ່ມັກນາງ.17ແລະ ບັດນີ້ ລາວໄດ້ເວົ້າໃສ່ຮ້າຍນາງ ແລະ ເວົ້າວ່າ, ‘ຂ້າພະເຈົ້າພົບວ່າ ລູກສາວຂອງທ່ານບໍ່ແມ່ນສາວບໍລິສຸດ’. ແຕ່ນີ້ເປັນຂໍ້ພິສູດຄວາມບໍລິສຸດຂອງລູກສາວຂອງຂ້າພະເຈົ້າ”. ແລ້ວພໍ່ຂອງນາງກໍຈະພືຜ້າອອກຕໍ່ໜ້າບັນດາຜູ້ອາວຸໂສຂອງເມືອງນັ້ນ,18ແລະ ບັນດາຜູ້ອາວຸໂສຈະຕ້ອງນຳເອົາຊາຍຜູ້ນັ້ນມາລົງໂທດ.19ແລະ ປັບໄໝລາວເປັນເງິນ 100 ເຊເຂວ ແລະ ມອບເງິນນັ້ນໃຫ້ແກ່ພໍ່ຂອງຍິງໜຸ່ມນັ້ນ ເພາະຊາຍຄົນນີ້ໄດ້ເຮັດໃຫ້ຍິງສາວບໍລິສຸດຊາວອິດສະຣາເອນເສຍຊື່ສຽງ ນາງຍັງຕ້ອງເປັນເມຍຂອງລາວຕໍ່ໄປ; ລາວຈະຕ້ອງບໍ່ຢ່າຮ້າງກັບນາງຕະຫລອດຊີວິດຂອງຕົນ.20ແຕ່ຖ້າຄຳກ່າວຫານັ້ນເປັນຄວາມຈິງ ແລະ ບໍ່ມີຫລັກຖານພິສູດວ່າຍິງນັ້ນເປັນສາວບໍລິສຸດ,21ນາງຈະຖືກນຳໄປທີ່ປະຕູເຮືອນຂອງພໍ່ຂອງນາງ ແລະ ໃຫ້ຜູ້ຊາຍຂອງເມືອງນັ້ນເອົາກ້ອນຫີນແກວ່ງໃສ່ນາງໃຫ້ຕາຍ. ນາງໄດ້ເຮັດສິ່ງທີ່ໜ້າອັບອາຍໃນອິດສະຣາເອນໂດຍປ່ອຍໂຕໃຫ້ຜູ້ຊາຍໃນຂະນະທີ່ຍັງຢູ່ໃນເຮືອນຂອງພໍ່ຂອງຕົນ. ພວກເຈົ້າຈະຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ,22ຖ້າພົບຊາຍໃດທີ່ກຳລັງຮ່ວມຫລັບນອນຢູ່ກັບເມຍຂອງຄົນອື່ນ, ທັງຊາຍທີ່ໄດ້ນອນກັບນາງ ແລະ ຍິງນັ້ນຈະຕ້ອງຖືກລົງໂທດເຖິງຕາຍ. ພວກເຈົ້າຈະຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກອິດສະຣາເອນ.23ຖ້າຊາຍໃດພົບສາວບໍລິສຸດໃນເມືອງທີ່ຖືກໝັ້ນໝາຍໄວ້ເພື່ອແຕ່ງງານແລ້ວ ແລະ ຊາຍນັ້ນຮ່ວມຫລັບນອນກັບນາງ,24ພວກເຈົ້າຈະຕ້ອງຈັບເອົາພວກເຂົາທັງສອງຄົນໄປທີ່ປະຕູເມືອງ ແລະ ແກວ່ງກ້ອນຫີນໃສ່ພວກເຂົາໃຫ້ຕາຍ. ເພາະເຫດທີ່ຝ່າຍຍິງໜຸ່ມນັ້ນບໍ່ໄດ້ຮ້ອງຂໍຄວາມຊ່ວຍເຫລືອ ແລະ ເພາະຝ່າຍຊາຍໄດ້ລະເມີດຄວາມບໍລິສຸດຂອງຄູ່ໝັ້ນຂອງຄົນອື່ນ. ພວກເຈົ້າຈະຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ.25ແຕ່ຖ້າເຫດການນີ້ເກີດຂຶ້ນຢູ່ນອກເມືອງ ຊາຍຄົນໜຶ່ງບັງເອີນໄປພົບຍິງໜຸ່ມທີ່ຖືກໝັ້ນໝາຍໄວ້ເພື່ອແຕ່ງງານແລ້ວ ແລະ ຂົ່ມຂືນນາງ, ຊາຍຄົນນັ້ນຕ້ອງຕາຍພຽງແຕ່ຄົນດຽວ.26ຢ່າເຮັດຫຍັງໃຫ້ແກ່ຍິງນັ້ນ, ເພາະນາງບໍ່ໄດ້ເຮັດບາບອັນໃດທີ່ສົມຄວນຕາຍ. ກໍລະນີນີ້ຄ້າຍຄືກັບກໍລະນີທີ່ມີຄົນໜຶ່ງປະທະກັບຊາຍຄົນໜຶ່ງທີ່ເປັນເພື່ອນບ້ານ ແລະ ຂ້າລາວ,27ເພາະຊາຍຄົນນັ້ນໄດ້ພົບຍິງໜຸ່ມຢູ່ທີ່ນອກເມືອງ ແລະ ເຖິງແມ່ນວ່າຍິງທີ່ໝັ້ນໝາຍແລ້ວນັ້ນໄດ້ຮ້ອງສຽງດັງຂຶ້ນ, ແຕ່ບໍ່ມີຜູ້ໃດໄດ້ຍິນຈຶ່ງບໍ່ມີຜູ້ໃດຊ່ວຍນາງ.28ຖ້າຊາຍໃດພົບສາວບໍລິສຸດຄົນໜຶ່ງທີ່ຍັງບໍ່ໄດ້ໝັ້ນໝາຍເພື່ອແຕ່ງງານ ແລະ ຂົ່ມຂືນນາງ ແລ້ວພວກເຂົາກໍຖືກຈັບໄດ້,29ລາວຈະຕ້ອງຈ່າຍເງິນ 50 ເຊເຂວ ໃຫ້ແກ່ພໍ່ຂອງຍິງນັ້ນ. ລາວຈະຕ້ອງແຕ່ງງານກັບຍິງໜຸ່ມ, ເພາະລາວໄດ້ລ່ວງລະເມີດຍິງນັ້ນ. ລາວຈະຢ່າຮ້າງກັບນາງບໍ່ໄດ້ຕະຫລອດຊີວິດຂອງລາວ.30ຢ່າໃຫ້ຜູ້ໃດແຕ່ງງານກັບເມຍຂອງພໍ່ຂອງຕົນ, ລາວຈະຕ້ອງບໍ່ເຮັດໃຫ້ຕຽງຂອງພໍ່ຂອງຕົນເສຍກຽດ.Biblica, Inc.