ພຣະບັນຍັດສອງ2
ການພະເນຈອນໃນຖິ່ນແຫ້ງແລ້ງກັນດານ
1ຫລັງຈາກນັ້ນ ພວກເຮົາກໍກັບຄືນໄປທີ່ຖິ່ນແຫ້ງແລ້ງກັນດານ ຕາມເສັ້ນທາງສູ່ທະເລແດງຕາມທີ່ພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າ. ເພາະພວກເຮົາໄດ້ພະເນຈອນຢູ່ໃນເຂດພູດອຍເສອີເປັນເວລາດົນນານ.2ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ກ່າວກັບຂ້າພະເຈົ້າວ່າ,3“ພວກເຈົ້າວົນວຽນຢູ່ເຂດພູດອຍນີ້ດົນນານພໍແລ້ວ; ບັດນີ້ ຈົ່ງຂຶ້ນໄປທາງທິດເໜືອ.4ຈົ່ງສັ່ງປະຊາຊົນດັ່ງນີ້ວ່າ: ‘ພວກເຈົ້າກຳລັງຈະຜ່ານເຂດແດນຂອງພີ່ນ້ອງຂອງພວກເຈົ້າຜູ້ເປັນເຊື້ອສາຍຂອງເອຊາວທີ່ອາໄສຢູ່ໃນເສອີ. ພວກເຂົາຈະຢ້ານພວກເຈົ້າ, ແຕ່ຈົ່ງລະວັງໃຫ້ດີ.5ຢ່າຍົວະພວກເຂົາໃຫ້ເຮັດສົງຄາມ, ເພາະເຮົາຈະບໍ່ຍົກດິນແດນໃດໆຂອງພວກເຂົາໃຫ້ພວກເຈົ້າ, ແມ່ນແຕ່ຈະເທົ່າກັບຮອຍຝາຕີນຂອງພວກເຈົ້າຈະຢຽບລົງໃສ່. ເຮົາໄດ້ຍົກດິນແດນເຂດພູດອຍເສອີໃຫ້ເປັນກຳມະສິດຂອງເອຊາວແລ້ວ.6ພວກເຈົ້າຈະຕ້ອງຈ່າຍເງິນຄ່າອາຫານທີ່ພວກເຈົ້າກິນ ແລະ ຈ່າຍເງິນຄ່ານ້ຳທີ່ພວກເຈົ້າດື່ມໃຫ້ແກ່ພວກເຂົາ’ ”.7ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນວຽກງານທຸກຢ່າງທີ່ພວກເຈົ້າກະທຳ. ພຣະອົງເຝົ້າເບິ່ງພວກເຈົ້າຕະຫລອດການເດີນທາງຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ກັບພວກເຈົ້າຕະຫລອດສີ່ສິບປີ ແລະ ພວກເຈົ້າບໍ່ໄດ້ຂາດເຂີນສິ່ງໃດ.8ດັ່ງນັ້ນ ພວກເຮົາຈຶ່ງເດີນທາງຜ່ານພີ່ນ້ອງຂອງພວກເຮົາຄື ເຊື້ອສາຍຂອງເອຊາວທີ່ອາໄສຢູ່ໃນເສອີ. ພວກເຮົາໄດ້ຫັນຈາກເສັ້ນທາງອາຣາບາທີ່ມາຈາກເອລາດ ແລະ ເອຊີໂອນເກເບ ແລະ ລ້ຽວໄປຕາມທາງຖິ່ນແຫ້ງແລ້ງກັນດານໂມອາບ.9ແລ້ວພຣະເຈົ້າຢາເວກໍໄດ້ກ່າວກັບຂ້າພະເຈົ້າວ່າ, “ຢ່າໄປລົບກວນຊາວໂມອາບ ຫລື ຍົວະພວກເຂົາໃຫ້ເຮັດສົງຄາມ, ເພາະເຮົາຈະບໍ່ຍົກດິນແດນສ່ວນໃດໆຂອງພວກເຂົາໃຫ້ພວກເຈົ້າ ເຮົາໄດ້ຍົກດິນແດນອາຣະໃຫ້ແກ່ເຊື້ອສາຍຂອງໂລດຄອບຄອງແລ້ວ”.10(ຊາວເອມິມເຄີຍອາໄສຢູ່ທີ່ນັ້ນ ເປັນຊົນຊາດໃຫຍ່ ແລະ ເຂັ້ມແຂງ ສູງໃຫຍ່ເໝືອນຄົນອານາກິມ.11ເຊັ່ນດຽວກັບຊາວອານາກິມ, ພວກເຂົາມັກຈະຖືກເອີ້ນວ່າຊາວເຣຟາອິມ, ແຕ່ຊາວໂມອາບເອີ້ນພວກເຂົາວ່າຊາວເອມິມ.12ຊາວໂຮຣິເຄີຍອາໄສຢູ່ໃນເສອີ, ແຕ່ຖືກເຊື້ອສາຍຂອງເອຊາວຂັບໄລ່ພວກເຂົາອອກໄປ. ພວກເຂົາທຳລາຍຊາວໂຮຣິກ່ອນທີ່ພວກເຂົາເຂົ້າໄປຕັ້ງຖິ່ນຖານໃນບ່ອນຂອງພວກເຂົາ, ເໝືອນດັ່ງທີ່ຊາວອິດສະຣາເອນໄດ້ກະທຳໃນດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ພວກເຂົາເຂົ້າໄປຄອບຄອງເປັນຂອງພວກເຂົາ).13ພຣະເຈົ້າຢາເວໄດ້ກ່າວວ່າ, “ບັດນີ້ຈົ່ງລຸກຂຶ້ນ ແລະ ຂ້າມຮ່ອມພູເຊເຣັດ”. ດັ່ງນັ້ນ ພວກເຮົາຈຶ່ງຂ້າມຮ່ອມພູໄປ.14ພວກເຮົາໃຊ້ເວລາ 38 ປີເດີນທາງຈາກກາເດັດບາກເນອາຈົນພວກເຮົາຂ້າມຮ່ອມພູເຊເຣັດ. ເມື່ອເຖິງເວລານັ້ນ ນັກຮົບໃນລຸ້ນນັ້ນກໍໄດ້ຕາຍທັງໝົດຄ້າຍຕາມທີ່ພຣະເຈົ້າຢາເວໄດ້ສາບານໄວ້ກັບພວກເຂົາ.15ມືຂອງພຣະເຈົ້າຢາເວໄດ້ຕໍ່ສູ້ພວກເຂົາຈົນພວກເຂົາທັງໝົດຖືກກຳຈັດອອກໄປຈາກຄ້າຍ.16ບັດນີ້ ເມື່ອນັກຮົບຄົນສຸດທ້າຍຂອງລຸ້ນນັ້ນໃນທ່າມກາງປະຊາຊົນໄດ້ຕາຍໄປແລ້ວ,17ພຣະເຈົ້າຢາເວຈຶ່ງກ່າວກັບຂ້າພະເຈົ້າວ່າ,18“ວັນນີ້ພວກເຈົ້າຈົ່ງຂ້າມຊາຍແດນໂມອາບທີ່ອາຣະ.19ເມື່ອພວກເຈົ້າເຂົ້າໄປເຖິງຊາວອຳໂມນ ຢ່າລົບກວນພວກເຂົາ ຫລື ຍົວະພວກເຂົາໃຫ້ເຮັດສົງຄາມ, ເພາະເຮົາຈະບໍ່ຍົກດິນແດນໃດໆຂອງພວກເຂົາໃຫ້ແກ່ພວກເຈົ້າ. ເຮົາໄດ້ຍົກດິນແດນນີ້ໃຫ້ແກ່ເຊື້ອສາຍຂອງໂລດຄອບຄອງແລ້ວ”.20(ດິນແດນນັ້ນກໍເໝືອນກັນໄດ້ຖືວ່າເປັນດິນແດນຂອງຊາວເຣຟາອິມ ເຊິ່ງເຄີຍອາໄສຢູ່ທີ່ນັ້ນ; ແຕ່ຊາວອຳໂມນໄດ້ເອີ້ນພວກເຂົາວ່າຊຳຊຸມມິມ.21ພວກເຂົາເປັນຄົນແຂງແຮງ ແລະ ມີຈຳນວນຫລວງຫລາຍ ແລະ ສູງໃຫຍ່ເໝືອນຄົນອານາກິມ. ພຣະເຈົ້າຢາເວໄດ້ທຳລາຍພວກເຂົາຕໍ່ໜ້າຊາວອຳໂມນ, ຊາວອຳໂມນໄດ້ຂັບໄລ່ພວກເຂົາອອກໄປ ແລະ ຕັ້ງຖິ່ນຖານໃສ່ບ່ອນຂອງພວກເຂົາ.22ພຣະເຈົ້າຢາເວເຄີຍຊ່ວຍເຫລືອເຊື້ອສາຍຂອງເອຊາວ, ເຊິ່ງອາໄສຢູ່ໃນເສອີຢ່າງນີ້ເໝືອນກັນ ເມື່ອພຣະອົງທຳລາຍຊາວໂຮຣິອອກໄປຈາກພວກເຂົາ. ພວກເຂົາໄດ້ຂັບໄລ່ຄົນເຫລົ່ານັ້ນອອກໄປ ແລະ ເຂົ້າໄປອາໄສຢູ່ແທນບ່ອນຂອງພວກເຂົາຈົນເຖິງທຸກວັນນີ້.23ແລະ ສ່ວນຊາວອາວິມທີ່ໄດ້ອາໄສຢູ່ໃນບ້ານຕ່າງໆໄປໄກຈົນເຖິງກາຊາ, ຊາວຄັບຟະໂທ ທີ່ອອກມາຈາກຄັບຟະໂທກໍໄດ້ທຳລາຍພວກເຂົາ ແລະ ຕັ້ງຖິ່ນຖານໃສ່ບ່ອນຂອງພວກເຂົາ).ການພ່າຍແພ້ຂອງສີໂຫນກະສັດແຫ່ງເຮັດຊະໂບນ
24“ບັດນີ້ ຈົ່ງອອກເດີນທາງ ແລະ ຂ້າມແມ່ນ້ຳອາກໂນນໄປ. ເບິ່ງແມ, ເຮົາໄດ້ມອບສີໂຫນຊາວອາໂມກະສັດແຫ່ງເຮັດຊະໂບນ ແລະ ດິນແດນຂອງລາວໄວ້ໃນກຳມືຂອງພວກເຈົ້າແລ້ວ. ຈົ່ງເລີ່ມເຂົ້າຢຶດຄອງດິນແດນ ແລະ ໂຈມຕີລາວ.25ຕັ້ງແຕ່ວັນນີ້ເປັນຕົ້ນໄປເຮົາຈະໃຫ້ຊົນຊາດທັງໝົດທົ່ວໃຕ້ຟ້າຕົກໃຈຢ້ານກົວພວກເຈົ້າ. ພວກເຂົາຈະໄດ້ຍິນຂ່າວຂອງພວກເຈົ້າ ແລະ ຈະຢ້ານກົວຈົນຕົວສັ່ນ ແລະ ທຸກທໍລະມານໃຈເພາະພວກເຈົ້າ”.26ຈາກຖິ່ນແຫ້ງແລ້ງກັນດານເກເດໂມດ ຂ້າພະເຈົ້າໄດ້ສົ່ງທູດໄປເຈລະຈາເພື່ອສັນຕິພາບກັບກະສັດສີໂຫນແຫ່ງເຮັດຊະໂບນວ່າ,27“ຂໍໃຫ້ພວກເຮົາຜ່ານດິນແດນຂອງທ່ານໄປ. ພວກເຮົາຈະໄປຕາມທາງຫລວງໂດຍບໍ່ອອກໄປທາງຂວາ ຫລື ທາງຊ້າຍ.28ພວກເຮົາຈະຈ່າຍເງິນຊື້ອາຫານ ແລະ ນ້ຳຈາກທ່ານ. ຂໍພຽງແຕ່ຍອມໃຫ້ພວກເຮົາຍ່າງຜ່ານໄປ29ເໝືອນດັ່ງເຊື້ອສາຍຂອງເອຊາວ, ຜູ້ທີ່ອາໄສຢູ່ທີ່ເສອີ ແລະ ຊາວໂມອາບ, ຜູ້ທີ່ອາໄສຢູ່ທີ່ອາຣະໄດ້ກະທຳເພື່ອພວກເຮົາ ຈົນກວ່າພວກເຮົາຂ້າມແມ່ນ້ຳຈໍແດນເຂົ້າສູ່ດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາມອບໃຫ້ພວກເຮົາ”.30ແຕ່ກະສັດສີໂຫນແຫ່ງເຮັດຊະໂບນບໍ່ຍອມໃຫ້ພວກເຮົາຜ່ານດິນແດນຂອງເພິ່ນໄປ. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເຮັດໃຫ້ຈິດໃຈຂອງເພິ່ນແຂງກະດ້າງ ແລະ ດື້ດ້ານ ເພື່ອຈະມອບເພິ່ນໄວ້ໃນມືຂອງພວກເຈົ້າເໝືອນດັ່ງທີ່ເພິ່ນເປັນຢູ່ເວລານີ້.31ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ເບິ່ງແມ, ເຮົາກຳລັງຈະມອບສີໂຫນກັບດິນແດນຂອງລາວໄວ້ໃຫ້ພວກເຈົ້າ. ບັດນີ້ ຈົ່ງເຂົ້າຢຶດເອົາ ແລະ ຄອບຄອງດິນແດນຂອງລາວ”.32ເມື່ອສີໂຫນ ແລະ ກອງທັບທັງໝົດຂອງເພິ່ນໄດ້ອອກມາສູ້ຮົບກັບພວກເຮົາຢູ່ທີ່ຢາຮາດນັ້ນ,33ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເພິ່ນໄວ້ໃນກຳມືຂອງພວກເຮົາ ແລະ ພວກເຮົາຂ້າເພິ່ນກັບບັນດາລູກຊາຍ ແລະ ທະຫານທັງໝົດຂອງເພິ່ນ.34ໃນເວລານັ້ນພວກເຮົາໄດ້ຢຶດເອົາເມືອງທັງໝົດຂອງພວກເຂົາ ແລະ ໄດ້ທຳລາຍລ້າງ ພວກເຂົາໝົດສິ້ນ ທັງຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ. ພວກເຮົາບໍ່ປ່ອຍໃຫ້ຜູ້ໃດລອດຊີວິດເລີຍ.35ແຕ່ພວກເຮົາຢຶດເອົາຝູງສັດພ້ອມທັງຊັບສິນທີ່ໄດ້ຈາກເມືອງຕ່າງໆມາເປັນຂອງພວກເຮົາ.36ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບສິ່ງທັງໝົດໃຫ້ແກ່ພວກເຮົາ. ຈາກອາໂຣເອແຄມຮ່ອມພູອາກໂນນ ແລະ ຈາກເມືອງທີ່ຢູ່ກາງຮ່ອມພູ, ແມ່ນແຕ່ໄກຈົນເຖິງກີເລອາດ, ບໍ່ມີຈັກເມືອງທີ່ແຂງແກ່ນເກີນກຳລັງຂອງພວກເຮົາ.37ແຕ່ອີງຕາມຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້ວ່າ, ພວກເຈົ້າບໍ່ຕ້ອງລ່ວງລ້ຳເຂົ້າໄປໃນດິນແດນໃດໆຂອງຊາວອຳໂມນ, ດິນແດນທີ່ເລາະລຽບໄປຕາມແມ່ນ້ຳຈັບໂບກ ແລະ ເມືອງທີ່ຢູ່ອ້ອມຮອບເຂດພູດອຍຕ່າງໆ.Biblica, Inc.