ພຣະບັນຍັດສອງ1
ຄຳສັ່ງໃຫ້ອອກຈາກໂຮເຣັບ
1ຕໍ່ໄປນີ້ແມ່ນຖ້ອຍຄຳຂອງໂມເຊທີ່ໄດ້ກ່າວແກ່ຊາວອິດສະຣາເອນທັງໝົດໃນຖິ່ນແຫ້ງແລ້ງກັນດານທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນຄື: ທົ່ງຮາບພຽງອາຣາບາ ເຊິ່ງຢູ່ກົງກັນຂ້າມກັບເມືອງຊູຟະ, ຢູ່ລະຫວ່າງປາຣານກັບໂຕເຟນ, ລາບານ, ຮາເຊໂຣດ ແລະ ດີຊາຮາບ.2(ໃຊ້ເວລາສິບເອັດວັນໃນການເດີນທາງຈາກໂຮເຣັບໄປຍັງກາເດັດບາກເນອາໂດຍຜ່ານພູເຂົາເສອີ).3ໃນປີທີສີ່ສິບ, ຂອງວັນທີໜຶ່ງເດືອນທີສິບເອັດ, ໂມເຊໄດ້ປະກາດແກ່ຊາວອິດສະຣາເອນທັງໝົດເຖິງທຸກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້ກ່ຽວກັບພວກເຂົາ.4ໃນຂະນະທີ່ເພິ່ນຫາກໍຮົບຊະນະຊີໂຫນກະສັດຂອງຊາວອາໂມ, ຜູ້ປົກຄອງເຮັດຊະໂບນ ແລະ ຮົບຊະນະໂອກກະສັດແຫ່ງບາຊານ, ຜູ້ປົກຄອງອັດຊະທາໂຣດທີ່ເອັດເຣອີ.5ໂມເຊເລີ່ມຊີ້ແຈງກົດບັນຍັດທີ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນໃນເຂດແດນຂອງໂມອາບວ່າ:6ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາກ່າວແກ່ພວກເຮົາຢູ່ທີ່ພູເຂົາໂຮເຣັບວ່າ, “ພວກເຈົ້າຈະໄດ້ພັກຢູ່ທີ່ພູເຂົານີ້ດົນນານພໍແລ້ວ.7ຈົ່ງມ້າງຄ້າຍພັກ ແລະ ມຸ່ງໜ້າເຂົ້າໄປທີ່ພູເຂົາດິນແດນຂອງຊາວອາໂມ; ຈົ່ງໄປຫາປະຊາຊົນທັງໝົດທີ່ຢູ່ໃກ້ຄຽງທົ່ງພຽງອາຣາບາ, ຕາມພູ, ຕາມຕີນພູທາງທິດຕາເວັນຕົກ, ໃນເນເກັບ ແລະ ເລາະໄປຕາມຝັ່ງທະເລ, ໄປທີ່ດິນແດນຂອງຊາວການາອານ ແລະ ເລບານອນ, ໄປຈົນເຖິງແມ່ນ້ຳໃຫຍ່ເອີຟຣັດ.8ເບິ່ງແມ, ເຮົາໄດ້ຍົກດິນແດນນີ້ໃຫ້ພວກເຈົ້າ. ຈົ່ງເຂົ້າໄປຄອບຄອງດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ວ່າຈະມອບໃຫ້ແກ່ບັນພະບຸລຸດຂອງພວກເຈົ້າຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ ແລະ ແກ່ເຊື້ອສາຍທີ່ຈະມາພາຍຫລັງພວກເຂົາ”.ການແຕ່ງຕັ້ງບັນດາຜູ້ນຳ
9ໃນຂະນະນັ້ນຂ້າພະເຈົ້າໄດ້ກ່າວແກ່ພວກເຈົ້າວ່າ, “ພວກເຈົ້າເປັນພາລະໜັກເກີນກວ່າຂ້າພະເຈົ້າທີ່ຈະຮັບຜິດຊອບພຽງຄົນດຽວ.10ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ໃຫ້ພວກເຈົ້າເພີ່ມທະວີຫລາຍຂຶ້ນຈົນເວລານີ້ພວກເຈົ້າມີຈຳນວນຫລາຍເໝືອນດັ່ງດວງດາວໃນທ້ອງຟ້າ.11ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າເພີ່ມທະວີພວກເຈົ້າຂຶ້ນອີກພັນເທົ່າ ແລະ ອວຍພອນພວກເຈົ້າຕາມທີ່ພຣະອົງໄດ້ສັນຍາໄວ້!12ແຕ່ຂ້າພະເຈົ້າຈະຮັບຜິດຊອບບັນຫາກັບພາລະ ແລະ ການຂັດແຍ້ງທັງໝົດຂອງພວກເຈົ້າດ້ວຍຕົນເອງໄດ້ຢ່າງໃດ?13ຈົ່ງເລືອກເອົາບາງຄົນທີ່ສະຫລາດ, ມີຄວາມເຂົ້າໃຈ ແລະ ເປັນທີ່ນັບຖືຂອງຄົນທັງຫລາຍຈາກແຕ່ລະເຜົ່າ ແລະ ຂ້າພະເຈົ້າຈະແຕ່ງຕັ້ງຄົນເຫລົ່ານັ້ນໃຫ້ເປັນຜູ້ນຳຂອງພວກເຈົ້າ”.14ພວກເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ສິ່ງທີ່ທ່ານສະເໜີມານັ້ນດີແລ້ວ”.15ດັ່ງນັ້ນ ຂ້າພະເຈົ້າຈຶ່ງແຕ່ງຕັ້ງບັນດາຜູ້ນຳທີ່ສະຫລາດ ແລະ ເປັນທີ່ນັບຖືຈາກເຜົ່າຕ່າງໆ ໃຫ້ເປັນຜູ້ມີສິດອຳນາດເໜືອພວກເຈົ້າ ບາງຄົນເປັນຜູ້ບັງຄັບບັນຊາພັນຄົນ, ບາງຄົນບັນຊາຮ້ອຍຄົນ, ບາງຄົນບັນຊາຫ້າສິບຄົນ ແລະ ບາງຄົນບັນຊາສິບຄົນ ແລະ ໃຫ້ບາງຄົນເປັນເຈົ້າໜ້າທີ່ປະຈຳເຜົ່າ.16ແລະ ໃນເວລານັ້ນຂ້າພະເຈົ້າໄດ້ມອບໝາຍໃຫ້ຜູ້ປົກຄອງ ຂອງພວກເຈົ້າວ່າ, “ໃຫ້ຮັບຟັງຂໍ້ຂັດແຍ່ງລະຫວ່າງປະຊາຊົນຂອງພວກເຈົ້າ ແລະ ໃຫ້ຕັດສິນຢ່າງຍຸຕິທຳ, ບໍ່ວ່າຈະເປັນກໍລະນີລະຫວ່າງພີ່ນ້ອງອິດສະຣາເອນ ແລະ ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ.17ຢ່າຕັດສິນໂດຍເຂົ້າຂ້າງຜູ້ໃດຜູ້ໜຶ່ງ; ຈົ່ງພິຈາລະນາທັງຜູ້ໃຫຍ່ ແລະ ຜູ້ນ້ອຍສະເໝີກັນ. ບໍ່ຕ້ອງຢ້ານກົວຜູ້ໃດ, ເພາະການພິພາກສາເປັນຂອງພຣະເຈົ້າ. ໃນກໍລະນີໃດໆທີ່ຍາກເກີນໄປສຳລັບພວກເຈົ້າ ກໍໃຫ້ນຳມາຫາຂ້າພະເຈົ້າ ແລະ ຂ້າພະເຈົ້າຈະພິຈາລະນາກໍລະນີນັ້ນ”.18ແລະ ໃນເວລານັ້ນຂ້າພະເຈົ້າໄດ້ບອກພວກເຈົ້າໃນທຸກໆສິ່ງທີ່ພວກເຈົ້າຈະຕ້ອງປະຕິບັດຕາມ.ສົ່ງບັນດານັກສືບອອກໄປ
19ຈາກນັ້ນ, ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງ, ພວກເຮົາກໍເດີນທາງອອກຈາກໂຮເຣັບ ແລະ ມຸ່ງໜ້າໄປຍັງພູເຂົາດິນແດນຂອງຊາວອາໂມ ຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່ ແລະ ໜ້າຢ້ານກົວຕາມທີ່ພວກເຈົ້າໄດ້ເຫັນ ແລະ ພວກເຮົາກໍມາເຖິງກາເດັດບາກເນອາ.20ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ກ່າວແກ່ພວກເຈົ້າວ່າ, “ພວກເຈົ້າໄດ້ມາເຖິງພູເຂົາດິນແດນຂອງຊາວອາໂມ, ເຊິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາມອບໃຫ້ແກ່ພວກເຮົາແລ້ວ.21ເບິ່ງແມ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບດິນແດນນີ້ໃຫ້ແກ່ພວກເຈົ້າ. ຈົ່ງຂຶ້ນໄປ ແລະ ຢຶດຄອງດິນແດນຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ນັ້ນ. ຢ່າຢ້ານ ແລະ ຢ່າໝົດຫວັງເລີຍ”.22ແລ້ວພວກເຈົ້າທັງໝົດໄດ້ເຂົ້າມາຫາເຮົາ ແລະ ກ່າວວ່າ, “ໃຫ້ພວກເຮົາສົ່ງຄົນອອກໄປສອດແນມເບິ່ງດິນແດນນັ້ນລ່ວງໜ້າສຳລັບພວກເຮົາ ແລະ ກັບມາລາຍງານເສັ້ນທາງທີ່ພວກເຮົາຄວນຈະເຂົ້າໄປ ແລະ ເມືອງທີ່ພວກເຮົາຄວນຈະມາຢຶດຄອງ”.23ຄວາມຄິດນີ້ເຫັນວ່າດີຕໍ່ເຮົາ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງເລືອກເອົານັກສືບສິບສອງຄົນໃນພວກເຈົ້າຄື ເຜົ່າລະໜຶ່ງຄົນ.24ພວກເຂົາຈຶ່ງອອກໄປ ແລະ ຂຶ້ນໄປທີ່ເຂດພູດອຍ ແລະ ມາເຖິງຮ່ອມພູເອັດຊະໂຄນ ແລະ ສຳຫລວດເບິ່ງທີ່ນັ້ນ.25ພວກເຂົາໄດ້ເກັບໝາກໄມ້ຈາກດິນແດນນັ້ນລົງມານຳ ແລະ ລາຍງານວ່າ, “ດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບໃຫ້ພວກເຮົານັ້ນອຸດົມສົມບູນດີ”.ການກະບົດຕໍ່ສູ້ພຣະເຈົ້າຢາເວ
26ແຕ່ພວກເຈົ້າບໍ່ຍອມເຂົ້າໄປໃນດິນແດນນັ້ນ, ພວກເຈົ້າກະບົດຕໍ່ສູ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.27ພວກເຈົ້າຈົ່ມຢູ່ໃນຜ້າເຕັນວ່າ, “ພຣະເຈົ້າຢາເວກຽດຊັງພວກເຮົາ; ດັ່ງນັ້ນພຣະອົງຈຶ່ງນຳພວກເຮົາອອກຈາກເອຢິບມາເພື່ອໃຫ້ຊາວອາໂມທຳລາຍພວກເຮົາ.28ພວກເຮົາຈະໄປໃສໄດ້? ພີ່ນ້ອງຂອງພວກເຮົາເຮັດໃຫ້ພວກເຮົາຕົກຢູ່ໃນຄວາມຢ້ານກົວ. ພວກເຂົາບອກວ່າ, ‘ຄົນແຖບນັ້ນແຂງແຮງ ແລະ ສູງໃຫຍ່ກວ່າພວກເຮົາ; ເມືອງທັງຫລາຍກໍກວ້າງໃຫຍ່, ກຳແພງກໍສູງພຽງຟ້າພຸ້ນ. ພວກເຮົາຍັງເຫັນຊາວອານາກິມຢູ່ທີ່ນັ້ນດ້ວຍ’ ”.29ແລ້ວຂ້າພະເຈົ້າຈຶ່ງບອກພວກເຈົ້າວ່າ, “ຢ່າຕົກໃຈ, ຢ່າຢ້ານພວກເຂົາເລີຍ,30ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງນຳໜ້າພວກເຈົ້າໄປ, ພຣະອົງຈະຕໍ່ສູ້ເພື່ອພວກເຈົ້າ ເໝືອນດັ່ງທີ່ພຣະອົງກະທຳຕໍ່ໜ້າຕໍ່ຕາພວກເຈົ້າໃນປະເທດເອຢິບ,31ແລະ ໃນຖິ່ນແຫ້ງແລ້ງກັນດານ. ໃນທີ່ນັ້ນພວກເຈົ້າໄດ້ເຫັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂອບອຸ້ມພວກເຈົ້າ ດັ່ງພໍ່ໂອບອຸ້ມລູກຊາຍຂອງຕົນ, ຕະຫລອດທາງທີ່ພວກເຈົ້າເດີນໄປຈົນມາເຖິງບ່ອນນີ້”.32ເຖິງປານນີ້ພວກເຈົ້າກໍຍັງບໍ່ໄວ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ,33ພຣະອົງນຳໜ້າພວກເຈົ້າມາຕະຫລອດການເດີນທາງດ້ວຍແສງໄຟໃນຍາມກາງຄືນ ແລະ ດ້ວຍເມກໃນຍາມກາງເວັນ, ເພື່ອຊອກຫາບ່ອນຕັ້ງຄ້າຍພັກ ແລະ ເພື່ອຊີ້ນຳຫົນທາງທີ່ພວກເຈົ້າຄວນຈະໄປ.34ເມື່ອພຣະເຈົ້າຢາເວໄດ້ຍິນຄຳຈົ່ມຂອງພວກເຈົ້າແລ້ວ, ພຣະອົງກໍໃຈຮ້າຍ ແລະ ສັນຍາຢ່າງໜັກແໜ້ນວ່າ:35“ບໍ່ມີຜູ້ໃດຈັກຄົນໃນຊົ່ວອາຍຸອັນຊົ່ວຮ້າຍນີ້ຈະໄດ້ເຫັນດິນແດນອັນອຸດົມສົມບູນ ເຊິ່ງເຮົາປະຕິຍານວ່າຈະມອບໃຫ້ແກ່ບັນພະບຸລຸດຂອງພວກເຈົ້າ,36ຍົກເວັ້ນກາເລັບລູກຊາຍເຢຟຸນເນ. ລາວຈະໄດ້ເຫັນດິນແດນນັ້ນ ແລະ ເຮົາຈະມອບດິນແດນທີ່ລາວໄດ້ຢຽບເຂົ້າໄປນັ້ນໃຫ້ແກ່ລາວ ແລະ ເຊື້ອສາຍຂອງລາວ, ເພາະລາວໄດ້ປະຕິບັດຕາມພຣະເຈົ້າຢາເວຢ່າງສຸດໃຈ”.37ເພາະພວກເຈົ້ານີ້ແຫລະທີ່ເຮັດໃຫ້ພຣະເຈົ້າຢາເວໃຈຮ້າຍແກ່ຂ້າພະເຈົ້າ ແລະ ພຣະອົງກ່າວເໝືອນກັນວ່າ, “ເຈົ້າກໍຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນເຊັ່ນກັນ,38ແຕ່ໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍຂອງເຈົ້າຈະໄດ້ເຂົ້າໄປໃນດິນແດນນັ້ນ. ຈົ່ງໃຫ້ກຳລັງໃຈລາວເພາະລາວຈະນຳພາຊາວອິດສະຣາເອນເຂົ້າຢຶດຄອງດິນແດນນັ້ນເປັນມໍລະດົກ.39ແລະ ຜູ້ທີ່ຍັງໜຸ່ມນ້ອຍ ເຊິ່ງພວກເຈົ້າເວົ້າວ່າຈະຖືກຈັບເປັນຊະເລີຍ, ລູກຫລານຂອງພວກເຈົ້າຜູ້ຍັງບໍ່ທັນຮູ້ດີຮູ້ຊົ່ວນັ້ນ ພວກເຂົາຈະໄດ້ເຂົ້າໄປໃນດິນແດນ. ເຮົາຈະມອບດິນແດນນັ້ນໃຫ້ພວກເຂົາ ແລະ ພວກເຂົາຈະໄດ້ຄອບຄອງ.40ແຕ່ສ່ວນພວກເຈົ້າຈົ່ງກັບຄືນຂ້າມຖິ່ນແຫ້ງແລ້ງກັນດານໄປຍັງທະເລແດງ”. 41ແລ້ວພວກເຈົ້າຈຶ່ງຕອບວ່າ, “ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລ້ວ. ພວກເຮົາຈະຂຶ້ນໄປຕໍ່ສູ້ຕາມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງພວກເຮົາໄວ້ແລ້ວ”. ດັ່ງນັ້ນ ພວກເຈົ້າທຸກຄົນຈົ່ງຖືອາວຸດຂອງຕົນ, ຈົ່ງໃຫ້ຄິດວ່າຈະບຸກເຂົ້າໄປໃນເຂດພູດອຍໄດ້ຢ່າງງ່າຍດາຍ.42ແຕ່ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ, “ຈົ່ງບອກພວກເຂົາວ່າ, ‘ຢ່າຂຶ້ນໄປຕໍ່ສູ້, ເພາະເຮົາຈະບໍ່ຢູ່ກັບພວກເຈົ້າ. ພວກເຈົ້າຈະພ່າຍແພ້ພວກສັດຕູຂອງພວກເຈົ້າ’ ”.43ດັ່ງນັ້ນ ຂ້າພະເຈົ້າຈຶ່ງບອກພວກເຈົ້າ, ແຕ່ພວກເຈົ້າບໍ່ຟັງ. ພວກເຈົ້າຕໍ່ຕ້ານຄຳສັ່ງຂອງພຣະເຈົ້າຢາເວ ແລະ ພວກເຈົ້າບຸກຂຶ້ນໄປຍັງເຂດພູດອຍດ້ວຍຄວາມຈອງຫອງຂອງພວກເຈົ້າ.44ຊາວອາໂມທີ່ອາໄສຢູ່ໃນເຂດພູດອຍນັ້ນຈຶ່ງຍົກທັບອອກມາສູ້ຮົບກັບພວກເຈົ້າ; ພວກເຂົາບຸກໄລ່ພວກເຈົ້າເໝືອນກັບຝູງເຜິ້ງ ແລະ ໄລ່ຕອດພວກເຈົ້າຈາກເສອີຕະຫລອດທາງຈົນມາເຖິງໂຮມາ.45ພວກເຈົ້າຈຶ່ງກັບມາ ແລະ ຮ້ອງໄຫ້ຕໍ່ໜ້າພຣະເຈົ້າຢາເວ, ແຕ່ພຣະອົງບໍ່ສົນໃຈສຽງຮ້ອງໄຫ້ຂອງພວກເຈົ້າ ແລະ ບໍ່ຟັງພວກເຈົ້າ.46ພວກເຈົ້າຈຶ່ງໄດ້ພັກອາໄສຢູ່ທີ່ກາເດັດເປັນເວລາດົນນານ.Biblica, Inc.