ພຣະບັນຍັດສອງ11
ຈົ່ງຮັກ ແລະ ເຊື່ອຟັງພຣະເຈົ້າຢາເວ
1ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ປະຕິບັດຕາມຂໍ້ກຳນົດຂອງພຣະອົງ, ບັນດາກົດເກນຂອງພຣະອົງ, ບັນດາກົດບັນຍັດ ແລະ ບັນດາຂໍ້ຄຳສັ່ງຂອງພຣະອົງຢູ່ສະເໝີ.2ໃນວັນນີ້ຈົ່ງລະນຶກວ່າ ລູກຫລານຂອງພວກເຈົ້າບໍ່ແມ່ນຜູ້ທີ່ເຄີຍໄດ້ເຫັນ ຫລື ມີປະສົບການກັບການຕີສອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຄື: ບາລະມີຂອງພຣະອົງ, ມືອັນມີລິດອຳນາດຂອງພຣະອົງ ແລະ ແຂນທີ່ຍື່ນອອກຂອງພຣະອົງ;3ໝາຍສຳຄັນ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ກະທຳໃນໃຈກາງເອຢິບຕໍ່ກະສັດຟາໂຣແຫ່ງເອຢິບ ແລະ ທັງປະເທດຂອງເພິ່ນທັງໝົດ;4ສິ່ງທີ່ພຣະອົງໄດ້ກະທຳຕໍ່ກອງທັບເອິຢິບ, ຕໍ່ມ້າ ແລະ ລົດມ້າຂອງຊາວເອຢິບ, ທີ່ພຣະອົງເຮັດໃຫ້ນ້ຳທະເລແດງ ຖ້ວມພວກເຂົາຂະນະທີ່ພວກເຂົາກຳລັງໄລ່ຕາມພວກເຈົ້າ ແລະ ທີ່ພຣະເຈົ້າຢາເວເຮັດໃຫ້ຊາວເອຢິບຈິບຫາຍມາຈົນເຖິງທຸກວັນນີ້.5ບັນດາລູກຫລານບໍ່ໄດ້ເຫັນສິ່ງທີ່ພຣະເຈົ້າໄດ້ເຮັດເພື່ອພວກເຈົ້າຢູ່ໃນຖິ່ນແຫ້ງແລ້ງກັນດານຈົນກວ່າພວກເຈົ້າເດີນທາງມາເຖິງບ່ອນນີ້.6ແລະ ສິ່ງທີ່ພຣະອົງໄດ້ເຮັດແກ່ດາທານກັບອາບີຣາມ ລູກຊາຍຂອງເອລີອາບເຜົ່າຣູເບັນ ເມື່ອແຜ່ນດິນຍະອອກຢູ່ທ່າມກາງຊາວອິດສະຣາເອນທັງໝົດ ແລະ ກືນເອົາພວກເຂົາລົງໄປພ້ອມທັງຄອບຄົວຂອງພວກເຂົາ, ເຕັນຂອງພວກເຂົາ ແລະ ທຸກສິ່ງທີ່ມີຊີວິດທີ່ເປັນຂອງພວກເຂົາ.7ແຕ່ພວກເຈົ້າກໍໄດ້ເຫັນດ້ວຍຕາຂອງພວກເຈົ້າເອງເຖິງການອັດສະຈັນອັນຍິ່ງໃຫຍ່ທັງໝົດທີ່ພຣະເຈົ້າຢາເວໄດ້ເຮັດ.8ເຫດສະນັ້ນ ຈົ່ງປະຕິບັດຕາມຄຳສັ່ງທັງໝົດທີ່ຂ້າພະເຈົ້າກຳລັງຈະມອບໃຫ້ພວກເຈົ້າໃນວັນນີ້, ເພື່ອວ່າພວກເຈົ້າຈະເຂັ້ມແຂງ ແລະ ເຂົ້າໄປຢຶດເອົາດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນເຂົ້າໄປຄອບຄອງ.9ແລະ ເພື່ອວ່າພວກເຈົ້າຈະມີຊີວິດຍືນຍາວໃນດິນແດນທີ່ພຣະເຈົ້າຢາເວໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າຈະມອບໃຫ້ແກ່ພວກເຂົາ ແລະ ເຊື້ອສາຍຂອງພວກເຂົາ ເປັນດິນແດນອັນອຸດົມສົມບູນດ້ວຍນ້ຳນົມ ແລະ ນ້ຳເຜິ້ງ.10ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຢຶດຄອງນີ້ບໍ່ເໝືອນກັບດິນແດນຂອງເອຢິບທີ່ພວກເຈົ້າຈາກມາ, ເຊິ່ງພວກເຈົ້າຫວ່ານເມັດພືດແລ້ວຕ້ອງໄດ້ຫົດນ້ຳດ້ວຍຕີນຄືກັບສວນຜັກ.11ແຕ່ດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນເຂົ້າໄປຄອບຄອງນີ້ເປັນດິນແດນແຫ່ງພູເຂົາ ແລະ ຮ່ອມພູ ເຊິ່ງຫລໍ່ລ້ຽງດ້ວຍນ້ຳຝົນຈາກຟ້າສະຫວັນ.12ເປັນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເອົາໃຈໃສ່ເບິ່ງແຍງ; ຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ເໜືອທີ່ນັ້ນຕັ້ງແຕ່ຕົ້ນປີຕະຫລອດເຖິງທ້າຍປີ.13ດັ່ງນັ້ນ ຖ້າພວກເຈົ້າເຊື່ອຟັງຄຳສັ່ງທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້ຢ່າງສັດຊື່ ຄືຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຮັບໃຊ້ພຣະອົງດ້ວຍສຸດຈິດສຸດໃຈຂອງພວກເຈົ້າ14ແລ້ວພຣະອົງຈະສົ່ງຝົນລົງມາເທິງດິນແດນຂອງພວກເຈົ້າຕາມລະດູການ, ທັງຝົນໃນລະດູໃບໄມ້ຫລົ່ນ ແລະ ຝົນໃນລະດູໃບໄມ້ປົ່ງ, ເພື່ອວ່າພວກເຈົ້າຈະໄດ້ຮວບຮວມເມັດພືດຂອງພວກເຈົ້າ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກໄວ້.15ພຣະອົງຈະໃຫ້ຫຍ້າໃນທົ່ງນາສຳລັບຝູງສັດຂອງພວກເຈົ້າ ແລະ ພວກເຈົ້າຈະກິນ ແລະ ອີ່ມໜຳສຳລານ.16ຈົ່ງລະວັງໃຫ້ດີ, ຢ່າໃຫ້ຈິດໃຈຂອງພວກເຈົ້າຖືກລໍ້ລວງໃຫ້ຫັນໄປກາບໄຫວ້ພະອື່ນ ແລະ ກົ້ມຫົວໃຫ້ພະເຫລົ່ານັ້ນ.17ແລ້ວຄວາມໃຈຮ້າຍຂອງພຣະເຈົ້າຢາເວກໍຈະເຜົາໄໝ້ຕໍ່ສູ້ພວກເຈົ້າ ແລະ ພຣະອົງຈະປິດຟ້າສະຫວັນບໍ່ໃຫ້ມີຝົນຕົກລົງມາ ແລ້ວພື້ນດິນກໍຈະບໍ່ໃຫ້ຜົນຜະລິດ ແລະ ໃນບໍ່ດົນພວກເຈົ້າກໍຈະຈິບຫາຍໄປຈາກດິນແດນອັນອຸດົມສົມບູນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.18ຈົ່ງຈົດຈຳຖ້ອຍຄຳເຫລົ່ານີ້ຂອງຂ້າພະເຈົ້າໄວ້ໃນຈິດໃຈ ແລະ ຄວາມຄິດຂອງພວກເຈົ້າ; ຈົ່ງຜູກໄວ້ທີ່ມືຂອງພວກເຈົ້າເພື່ອເປັນສັນຍາລັກ ແລະ ພັນໄວ້ທີ່ໜ້າຜາກຂອງພວກເຈົ້າດ້ວຍ.19ຈົ່ງສັ່ງສອນສິ່ງເຫລົ່ານີ້ແກ່ລູກຫລານຂອງພວກເຈົ້າ, ຈົ່ງເວົ້າເຖິງສິ່ງເຫລົ່ານີ້ເມື່ອພວກເຈົ້ານັ່ງຢູ່ທີ່ເຮືອນ ແລະ ເມື່ອພວກເຈົ້າຍ່າງໄປຕາມທາງ, ເມື່ອພວກເຈົ້ານອນລົງ ແລະ ເມື່ອພວກເຈົ້າລຸກຂຶ້ນ.20ຈົ່ງຂຽນໄວ້ທີ່ຂອບປະຕູເຮືອນຂອງພວກເຈົ້າ ແລະ ທີ່ປະຕູຮົ້ວເຮືອນຂອງພວກເຈົ້າ.21ເພື່ອພວກເຈົ້າ ແລະ ລູກຫລານຂອງພວກເຈົ້າຈະມີຊີວິດຢູ່ຍືນຍາວເທົ່າກັບວັນເວລາທີ່ຟ້າສະຫວັນຢູ່ເໜືອໂລກ ໃນດິນແດນທີ່ພຣະເຈົ້າຢາເວໄດ້ປະຕິຍານວ່າຈະມອບໃຫ້ແກ່ບັນພະບຸລຸດຂອງພວກເຈົ້າ.22ຖ້າພວກເຈົ້າປະຕິບັດຕາມຄຳສັ່ງທັງໝົດທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າຢ່າງເຄັ່ງຄັດ ຄືໃຫ້ຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ໃຫ້ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ ແລະ ຢຶດໝັ້ນໃນພຣະອົງ,23ແລ້ວພຣະເຈົ້າຢາເວກໍຈະຂັບໄລ່ຊົນຊາດທັງໝົດເຫລົ່ານີ້ທີ່ຢູ່ຕໍ່ໜ້າພວກເຈົ້າ ແລະ ພວກເຈົ້າກໍຈະຄອບຄອງດິນແດນຂອງບັນດາຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງກວ່າພວກເຈົ້າ.24ທຸກໆບ່ອນທີ່ພວກເຈົ້າຢຽບຕີນເຂົ້າໄປຈະຕົກເປັນຂອງພວກເຈົ້າຄື: ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປຈາກຖິ່ນແຫ້ງແລ້ງກັນດານຈົນເຖິງເລບານອນ ແລະ ຈາກແມ່ນ້ຳເອີຟຣັດຈົນເຖິງທະເລເມດີແຕຣາເນ.25ບໍ່ມີຜູ້ໃດຈະສາມາດຢືນໂຕຕໍ່ສູ້ພວກເຈົ້າໄດ້. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ທຸກບ່ອນທີ່ພວກເຈົ້າໄປຢ້ານກົວ ແລະ ກຳເກງພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາກັບພວກເຈົ້າໄວ້.26ເບິ່ງແມ, ວັນນີ້ຂ້າພະເຈົ້າກຳລັງວາງຄຳອວຍພອນ ແລະ ຄຳສາບແຊ່ງໄວ້ຕໍ່ໜ້າພວກເຈົ້າ27ຖ້າພວກເຈົ້າເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຊິ່ງຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້ ພວກເຈົ້າກໍຈະໄດ້ຮັບຄຳອວຍພອນ.28ຖ້າພວກເຈົ້າບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຫັນໜີຈາກທາງທີ່ຂ້າພະເຈົ້າສັ່ງພວກເຈົ້າໃນວັນນີ້ ໂດຍໄປຕິດຕາມພະອື່ນ, ເຊິ່ງພວກເຈົ້າບໍ່ເຄີຍຮູ້ຈັກ ພວກເຈົ້າກໍຈະຮັບຄຳສາບແຊ່ງ.29ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານຳພວກເຈົ້າໄປທີ່ດິນແດນ ເຊິ່ງພວກເຈົ້າຈະເຂົ້າໄປຄອບຄອງນັ້ນ, ຈົ່ງປະກາດຄຳອວຍພອນເທິງພູເຂົາເກຣິຊິມ ແລະ ປະກາດຄຳສາບແຊ່ງເທິງພູເຂົາເອບານ.30ດັ່ງທີ່ພວກເຈົ້າກໍຮູ້ຢູ່ແລ້ວວ່າ, ພູເຂົາເຫລົ່ານີ້ແມ່ນຢູ່ຟາກແມ່ນ້ຳຈໍແດນ, ຝັ່ງຕາເວັນຕົກຂອງເສັ້ນທາງ, ມຸ່ງໜ້າໄປຕາມທິດຕາເວັນຕົກ, ໃກ້ຕົ້ນໄມ້ໃຫຍ່ແຫ່ງໂມເຣ, ໃນເຂດແດນຂອງຊາວການາອານທີ່ອາໄສຢູ່ໃນອາຣາບາ ບໍລິເວນໃກ້ຄຽງກັບກິນການ.31ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນເຂົ້າໄປຄອບຄອງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ແກ່ພວກເຈົ້າ. ເມື່ອພວກເຈົ້າເຂົ້າໄປຢຶດຄອງ ແລະ ອາໄສຢູ່ໃນດິນແດນນັ້ນແລ້ວ,32ພວກເຈົ້າເຊື່ອຟັງດຳລັດ ແລະ ກົດບັນຍັດທັງໝົດທີ່ຂ້າພະເຈົ້າວາງໄວ້ຕໍ່ໜ້າພວກເຈົ້າໃນວັນນີ້.Biblica, Inc.