ພຣະບັນຍັດສອງ10
ແຜ່ນຫີນທີ່ຄືກັນກັບຊຸດທຳອິດ
1ໃນເວລານັ້ນ ພຣະເຈົ້າຢາເວໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງຕັດຫີນສອງແຜ່ນໃຫ້ຄືກັນກັບແຜ່ນທຳອິດ ແລະ ເຮັດຫີບສຳລັບໃສ່ແຜ່ນຫີນແລ້ວກັບຂຶ້ນມາຫາເຮົາຢູ່ທີ່ເທິງພູເຂົາ.2ເຮົາຈະຂຽນຂໍ້ຄວາມທີ່ເຄີຍມີຢູ່ໃນຫີນສອງແຜ່ນທຳອິດທີ່ເຈົ້າໄດ້ເຮັດແຕກນັ້ນ. ແລ້ວໃຫ້ເຈົ້າເອົາແຜ່ນຫີນເຫລົ່ານີ້ໃສ່ໄວ້ໃນຫີບນັ້ນ”.3ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ໃຊ້ໄມ້ກະຖິນເຮັດຫີບ ແລະ ໄດ້ຕັດຫີນສອງແຜ່ນທີ່ຄືກັນກັບແຜ່ນທຳອິດ ແລະ ຂ້າພະເຈົ້າກໍຖືແຜ່ນຫີນທັງສອງໃນມືຂຶ້ນໄປເທິງພູ.4ພຣະເຈົ້າຢາເວໄດ້ຂຽນຂໍ້ຄວາມດຽວກັນກັບຄັ້ງກ່ອນໃສ່ແຜ່ນຫີນເຫລົ່ານັ້ນຄື ພຣະບັນຍັດສິບປະການທີ່ພຣະອົງໄດ້ປະກາດແກ່ພວກເຈົ້າຈາກແປວໄຟຢູ່ທີ່ເທິງພູເຂົາໃນວັນຊຸມນຸມນັ້ນ. ແລ້ວພຣະເຈົ້າຢາເວກໍໄດ້ມອບແຜ່ນຫີນເຫລົ່ານັ້ນໃຫ້ແກ່ຂ້າພະເຈົ້າ.5ຫລັງຈາກນັ້ນ ຂ້າພະເຈົ້າກໍກັບລົງມາຈາກເທິງພູເຂົາ ແລະ ເອົາແຜ່ນຫີນໃສ່ໄວ້ໃນຫີບທີ່ຂ້າພະເຈົ້າໄດ້ເຮັດໄວ້ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າ ແລະ ແຜ່ນຫີນເຫລົ່ານັ້ນກໍຍັງຢູ່ໃນຫີບມາຈົນເຖິງເວລານີ້.6(ຊາວອິດສະຣາເອນໄດ້ເດີນທາງຈາກນ້ຳສ້າງຂອງເບເນຢາອາການມາທີ່ໂມເຊຣາ. ເປັນບ່ອນທີ່ອາໂຣນໄດ້ຕາຍໄປ ແລະ ໄດ້ຖືກຝັງໄວ້, ແລ້ວເອເລອາຊາລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນປະໂລຫິດແທນ.7ຈາກທີ່ນັ້ນ ພວກເຂົາກໍໄດ້ເດີນທາງຕໍ່ໄປຈົນເຖິງກຸດໂກດາ ແລະ ຍັງເດີນທາງຕໍ່ໄປຈົນເຖິງໂຢດບາທາ ເຊິ່ງເປັນດິນແດນແຫ່ງສາຍນ້ຳ.8ໃນເວລານັ້ນພຣະເຈົ້າຢາເວໄດ້ເລືອກເຜົ່າເລວີໃຫ້ເປັນຜູ້ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ເພື່ອໃຫ້ຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ ແລະ ເພື່ອກ່າວອວຍພອນໃນນາມຂອງພຣະອົງ, ດັ່ງທີ່ພວກເຂົາຍັງເຮັດຢູ່ຈົນເຖິງທຸກວັນນີ້.9ດ້ວຍເຫດນີ້ເຜົ່າເລວີຈຶ່ງບໍ່ໄດ້ຮັບສ່ວນແບ່ງດິນແດນໃດໆເປັນມໍລະດົກໃນທ່າມກາງບັນດາພີ່ນ້ອງອິດສະຣາເອນຂອງພວກເຂົາ; ພຣະເຈົ້າຢາເວເປັນມໍລະດົກຂອງພວກເຂົາຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ກ່າວກັບພວກເຂົາ).10ບັດນີ້ ຂ້າພະເຈົ້າໄດ້ພັກຢູ່ທີ່ເທິງພູເຂົາສີ່ສິບວັນສີ່ສິບຄືນ ເໝືອນດັ່ງຂ້າພະເຈົ້າໄດ້ປະຕິບັດເທື່ອທຳອິດ ແລະ ຄັ້ງນີ້ພຣະເຈົ້າຢາເວກໍຟັງຂ້າພະເຈົ້າອີກເໝືອນກັນ. ພຣະອົງບໍ່ໄດ້ປະສົງທີ່ຈະທຳລາຍພວກເຈົ້າ.11ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງລຸກຂຶ້ນ, ຈົ່ງນຳປະຊາຊົນໄປຕາມທາງຂອງພວກເຂົາ, ເພື່ອວ່າພວກເຂົາຈະໄດ້ເຂົ້າໄປຄອບຄອງດິນແດນທີ່ເຮົາປະຕິຍານໄວ້ກັບບັນພະບຸລຸດຂອງພວກເຂົາວ່າຈະມອບໃຫ້ແກ່ພວກເຂົາ”.ຈົ່ງຢຳເກງພຣະເຈົ້າຢາເວ
12ບັດນີ້ ຊາວອິດສະຣາເອນ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າບໍ່ໄດ້ປະສົງສິ່ງອື່ນໃດ ນອກຈາກໃຫ້ພວກເຈົ້າຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ໃຫ້ດຳເນີນໄປດ້ວຍການເຊື່ອຟັງພຣະອົງ, ໃຫ້ຮັກພຣະອົງ, ໃຫ້ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດຈິດສຸດໃຈຂອງພວກເຈົ້າ.13ແລະ ໃຫ້ປະຕິບັດຕາມຂໍ້ຄຳສັ່ງ ແລະ ກົດເກນຂອງພຣະເຈົ້າຢາເວ ເຊິ່ງຂ້າພະເຈົ້າກຳລັງຈະມອບໃຫ້ພວກເຈົ້າໃນວັນນີ້ ເພື່ອຜົນປະໂຫຍດຂອງພວກເຈົ້າເອງບໍ່ແມ່ນບໍ?14ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນເຈົ້າຂອງຟ້າສະຫວັນ, ແມ່ນແຕ່ຟ້າສະຫວັນອັນສູງສຸດ, ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນນັ້ນກໍເປັນຂອງພຣະອົງ.15ແຕ່ພຣະເຈົ້າຢາເວໄດ້ຍັງຮັກບັນພະບຸລຸດຂອງພວກເຈົ້າ ແລະ ໄດ້ຮັກພວກເພິ່ນ, ແລ້ວພຣະອົງຈຶ່ງເລືອກເອົາພວກເຈົ້າຜູ້ເປັນເຊື້ອສາຍຂອງພວກເພິ່ນໃຫ້ຢູ່ເໜືອຊົນຊາດທັງໝົດດັ່ງທີ່ເປັນຢູ່ໃນທຸກວັນນີ້.16ເຫດສະນັ້ນ ຈົ່ງຮັບພິທີຕັດໃຈຂອງພວກເຈົ້າ, ຢ່າດື້ດ້ານອີກຕໍ່ໄປ.17ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນພຣະເຈົ້າເໜືອບັນດາພະທັງໝົດ ແລະ ເປັນພຣະເຈົ້າຢາເວເໜືອບັນດາເຈົ້ານາຍທັງໝົດ, ເປັນພຣະເຈົ້າຜູ້ຍິ່ງໃຫຍ່, ມີລິດອຳນາດ ແລະ ເປັນທີ່ຢຳເກງ, ຜູ້ບໍ່ເຂົ້າຂ້າງຜູ້ໃດ ແລະ ບໍ່ຮັບສິນບົນອັນໃດ.18ພຣະອົງໄດ້ປົກປ້ອງລູກກຳພ້າພໍ່ກັບແມ່ໝ້າຍ ແລະ ຮັກຄົນຕ່າງດ້າວທີ່ຢູ່ທ່າມກາງພວກເຈົ້າ, ພຣະອົງໃຫ້ອາຫານ ແລະ ເຄື່ອງນຸ່ງແກ່ພວກເຂົາ.19ດັ່ງນັ້ນ ພວກເຈົ້າຈົ່ງຮັກຄົນເຫລົ່ານັ້ນທີ່ເປັນຄົນຕ່າງດ້າວ, ເພາະພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວໃນເອຢິບ.20ຈົ່ງຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຮັບໃຊ້ພຣະອົງ. ຈົ່ງຢຶດໝັ້ນໃນພຣະອົງ ແລະ ຈົ່ງສາບານໃນນາມຂອງພຣະອົງ.21ຈົ່ງສັນລະເສີນພຣະອົງຜູ້ເປັນພຣະເຈົ້າຂອງພວກເຈົ້າ, ຜູ້ໄດ້ສະແດງການອັດສະຈັນອັນຍິ່ງໃຫຍ່ ແລະ ເປັນທີ່ຢຳເກງ ເຊິ່ງພວກເຈົ້າໄດ້ເຫັນດ້ວຍຕາຂອງພວກເຈົ້າເອງແລ້ວ,22ເມື່ອບັນພະບຸລຸດຂອງພວກເຈົ້າລົງໄປທີ່ເອຢິບນັ້ນ ກໍມີທັງໝົດພຽງແຕ່ເຈັດສິບຄົນ, ແຕ່ດຽວນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າມີຈຳນວນຫລວງຫລາຍເໝືອນດັ່ງດວງດາວໃນທ້ອງຟ້າ.Biblica, Inc.