ດານີເອນ6
ດານີເອນໃນຖ້ຳສິງ
1ດາຣິອຸດພໍໃຈທີ່ຈະແຕ່ງຕັ້ງເສນາບໍດີຈຳນວນ 120 ຄົນ ໃຫ້ປົກຄອງທົ່ວອານາຈັກ,2ພ້ອມກັບຜູ້ບໍລິຫານການປົກຄອງເໜືອຄົນເຫລົ່ານັ້ນ. ໜຶ່ງໃນຄົນສາມນັ້ນແມ່ນດານີເອນ. ບັນດາເສນາບໍດີຈະຕ້ອງລາຍງານຕໍ່ຜູ້ບໍລິຫານການປົກຄອງເພື່ອຮັກສາຜົນປະໂຫຍດຂອງກະສັດ.3ບັດນີ້ ດານີເອນມີຄຸນສົມບັດດີເດັ່ນເໜືອກວ່າຜູ້ບໍລິຫານການປົກຄອງຄົນອື່ນ ແລະ ເສນາບໍດີທັງຫລາຍ ກະສັດຈຶ່ງມີແຜນຈະແຕ່ງຕັ້ງເພິ່ນໃຫ້ເບິ່ງແຍງທົ່ວອານາຈັກ.4ດ້ວຍເຫດນີ້ ຜູ້ບໍລິຫານການປົກຄອງຄົນອື່ນ ແລະ ເສນາບໍດີທັງຫລາຍຈຶ່ງພະຍາຍາມຈັບຜິດນາເນີເອນໃນວຽກງານລັດຖະການ, ແຕ່ພວກເຂົາກໍເຮັດບໍ່ສຳເລັດ. ພວກເຂົາບໍ່ພົບຂໍ້ບົກຜ່ອງຂອງດານີເອນເລີຍ, ເພາະວ່າເພິ່ນເປັນຄົນທີ່ສັດຊື່ ແລະ ບໍ່ເຄີຍສໍ້ລາດບັງຫລວງ ຫລື ລະເລີຍໜ້າທີ່.5ໃນທີ່ສຸດຄົນເຫລົ່ານີ້ຈຶ່ງເວົ້າກັນວ່າ, “ພວກເຮົາບໍ່ມີທາງຫາເລື່ອງຈັບຜິດດານີເອນຄົນນີ້ໄດ້ເລີຍ ນອກຈາກເລື່ອງກ່ຽວກັບກົດບັນຍັດຂອງພຣະເຈົ້າຂອງລາວ”.6ດັ່ງນັ້ນ ຜູ້ບໍລິຫານການປົກຄອງ ແລະ ເສນາບໍດີທັງຫລາຍຈຶ່ງຮວມກຸ່ມກັນເຂົ້າໄປພົບກະສັດ ແລະ ເວົ້າວ່າ: “ຂ້າແດ່ກະສັດດາຣິອຸດ ຂໍໃຫ້ກະສັດດາຣິອຸດຈົ່ງຈະເລີນ!7ພວກຂ້ານ້ອຍທັງຫລາຍ ຜູ້ບໍລິຫານການປົກຄອງ, ເຈົ້າແຂວງ, ເສນາບໍດີ, ທີ່ປຶກສາ ແລະ ຜູ້ວ່າການ ທຸກຄົນໄດ້ພາກັນເຫັນດີນຳກັນວ່າທ່ານຄວນອອກຄຳສັ່ງ ແລະ ບັງຄັບໃຊ້ດຳລັດນັ້ນວ່າ ຖ້າຫາກຜູ້ໃດອະທິຖານຂໍສິ່ງໃດຈາກພະໃດ ຫລື ຂໍຕໍ່ມະນຸດໃນຊ່ວງສາມສິບວັນຕໍ່ໄປນີ້, ເວັ້ນໄວ້ແຕ່ຂໍຈາກທ່ານ, ຂ້າແດ່ກະສັດ, ຜູ້ນັ້ນຈະຕ້ອງຖືກໂຍນເຂົ້າໄປໃນຖໍ້າສິງ.8ບັດນີ້ ຂ້າແດ່ກະສັດ ຂໍໃຫ້ອອກດຳລັດນີ້ ແລະ ຂຽນເປັນຕົວໜັງສືທີ່ບໍ່ມີຜູ້ໃດສາມາດປ່ຽນແປງໄດ້ ເຊິ່ງຕາມກົດໝາຍຂອງຊາວເມເດຍ ແລະ ເປີເຊຍແມ່ນບໍ່ສາມາດລຶບລ້າງໄດ້”.9ດັ່ງນັ້ນ ກະສັດດາຣິອຸດຈຶ່ງໃຫ້ອອກດຳລັດເປັນຕົວອັກສອນ.10ເມື່ອດານີເອນຮູ້ວ່າດຳລັດໄດ້ຖືກປະກາດໃຊ້ແລ້ວ, ເພິ່ນກໍໄດ້ກັບເມືອເຮືອນ ແລະ ຂຶ້ນໄປທີ່ຫ້ອງຊັ້ນເທິງຂອງເພິ່ນ, ເຊິ່ງມີປ່ອງຢ້ຽມປິ່ນໜ້າໃສ່ເຢຣູຊາເລັມ. ດານີເອນໄດ້ຄຸເຂົ່າຂອງຕົນລົງ ແລະ ອະທິຖານ, ຂອບພຣະຄຸນພຣະເຈົ້າຂອງເພິ່ນ, ວັນລະສາມເທື່ອຕາມທີ່ເພິ່ນເຄີຍປະຕິບັດຕະຫລອດມາ.11ແລ້ວຄົນເຫລົ່ານັ້ນກໍຮວມກຸ່ມກັນໄປເຝົ້າເບິ່ງ ແລະ ໄດ້ພົບດານີເອນກໍາລັງອະທິຖານ ແລະ ອ້ອນວອນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ.12ດັ່ງນັ້ນ ພວກເຂົາຈຶ່ງໄດ້ເຂົ້າໄປພົບກະສັດ ແລະ ໄດ້ເວົ້າກ່ຽວກັບດຳລັດຂອງເພິ່ນວ່າ, “ຂ້າແດ່ກະສັດ ທ່ານໄດ້ອອກດຳລັດຂອງທ່ານແລ້ວວ່າ: ຖ້າຫາກຜູ້ໃດອະທິຖານຂໍສິ່ງໃດຈາກພະທັງຫລາຍ ຫລື ຂໍຕໍ່ມະນຸດ, ເວັ້ນໄວ້ແຕ່ຂໍຈາກທ່ານ, ຜູ້ນັ້ນຈະຕ້ອງຖືກໂຍນເຂົ້າໄປໃນຖໍ້າສິງບໍ່ແມ່ນບໍ?”ກະສັດໄດ້ຕອບວ່າ, “ດຳລັດນັ້ນມີຜົນບັງຄັບໃຊ້ຕາມກົດໝາຍຂອງເມເດຍ ແລະ ເປີເຊຍ ເຊິ່ງບໍ່ສາມາດລຶບລ້າງໄດ້”.13ແລ້ວພວກເຂົາຈຶ່ງເວົ້າກັບກະສັດວ່າ, “ຂ້າແດ່ກະສັດ, ດານີເອນ ເຊິ່ງເປັນຊະເລີຍຄົນໜຶ່ງຈາກຢູດາຍ, ລາວໄດ້ບໍ່ໄດ້ໃສ່ໃຈໃນພຣະອົງ ຫລື ດຳລັດທີ່ທ່ານໄດ້ໃຫ້ບັນທຶກເປັນຕົວໜັງສື. ລາວຍັງອະທິຖານມື້ລະສາມເທື່ອຢູ່”.14ເມື່ອກະສັດໄດ້ຍິນດັ່ງນີ້, ເພິ່ນກໍທຸກໃຈຫລາຍ; ກະສັດໄດ້ຄິດຫາວິທີຊ່ວຍດານີເອນ ແລະ ພະຍາຍາມທຸກວິຖີທາງເພື່ອຊ່ວຍດານີເອນຈົນຕາເວັນຕົກດິນ.15ຫລັງຈາກນັ້ນ ພວກເຂົາກໍໄດ້ຮວມກຸ່ມກັນໄປພົບກະສັດດາຣິອຸດ ແລະ ໄດ້ເວົ້າກັບເພິ່ນວ່າ, “ຂ້າແດ່ກະສັດ, ຂໍຈົ່ງລະນຶກວ່າຕາມກົດໝາຍຂອງເມເດຍ ແລະ ເປີເຊຍນັ້ນ ດຳລັດ ຫລື ຄໍາປະກາດໃດໆຂອງກະສັດທີ່ອອກໄປແລ້ວຈະປ່ຽນແປງບໍ່ໄດ້ເລີຍ”.16ດັ່ງນັ້ນ ກະສັດຈຶ່ງໄດ້ມີຄຳສັ່ງ ແລະ ພວກເຂົາກໍໄດ້ໄປນຳເອົາດານີເອນມາ ແລ້ວໂຍນເພິ່ນລົງໄປໃນຖໍ້າສິງ. ກະສັດໄດ້ເວົ້າກັບດານີເອນວ່າ, “ຂໍໃຫ້ພຣະເຈົ້າຂອງເຈົ້າ ຜູ້ທີ່ເຈົ້າຮັບໃຊ້ຕະຫລອດມານັ້ນຊ່ວຍກອບກູ້ເອົາເຈົ້າ!”17ພວກເຂົາໄດ້ນຳຫີນກ້ອນໜຶ່ງມາ ແລະ ວາງປິດປາກຖ້ຳໄວ້, ແລ້ວກະສັດກໍປະທັບຕາດ້ວຍແຫວນຕາຂອງເພິ່ນເອງໃສ່ຫີນນັ້ນ ແລະ ບັນດາຂຸນນາງຂອງເພິ່ນກໍໄດ້ປະທັບຕາດ້ວຍແຫວນຂອງຕົນ, ເພື່ອບໍ່ໃຫ້ຜູ້ໃດມາຊ່ວຍແກ້ໄຂສະຖານະການຂອງດານີເອນໄດ້.18ແລ້ວກະສັດກໍກັບຄືນວັງຂອງຕົນ ແລະ ເພິ່ນງົດກິນອາຫານ ແລະ ງົດການບັນເທີງທັງໝົດສຳລັບເພິ່ນ. ແລ້ວເພິ່ນນອນບໍ່ຫລັບຕະຫລອດທັງຄືນນັ້ນ.19ພໍແຕ່ຮຸ່ງເຊົ້າມາ, ກະສັດກໍລຸກຂຶ້ນ ແລະ ຟ້າວໄປທີ່ຖໍ້າສິງ.20ເມື່ອເພື່ອເຂົ້າມາໃກ້ຖ້ຳ ກະສັດກໍໄດ້ເອີ້ນຫາດານີເອນດ້ວຍສຽງອັນເຈັບປວດວ່າ, “ດານີເອນ, ຜູ້ຮັບໃຊ້ຂອງພຣະເຈົ້າຜູ້ມີຊີວິດຢູ່, ພຣະເຈົ້າທີ່ເຈົ້າຮັບໃຊ້ຕະຫລອດມານັ້ນຊ່ວຍກອບກູ້ເຈົ້າໃຫ້ພົ້ນຈາກສິງໄດ້ບໍ?”21ດານີເອນຕອບວ່າ “ຂ້າແດ່ກະສັດ, ຂໍກະສັດຈົ່ງຈະເລີນ!22ພຣະເຈົ້າຂອງຂ້ານ້ອຍໄດ້ສົ່ງເທວະດາຂອງພຣະອົງມາ ແລະ ພຣະອົງໄດ້ອັດປາກຂອງໂຕສິງທັງຫລາຍໄວ້. ພວກມັນບໍ່ໄດ້ເຮັດຫຍັງຂ້ານ້ອຍເລີຍ, ເພາະຂ້ານ້ອຍບໍລິສຸດໃນສາຍຕາຂອງພຣະອົງ ແລະ ຂ້ານ້ອຍບໍ່ເຄີຍເຮັດປະການໃດຕໍ່ກະສັດເລີຍ”.23ກະສັດມີຄວາມຍິນດີທີ່ສຸດ ແລະ ສັ່ງໃຫ້ດຶງດານີເອນຂຶ້ນມາຈາກຖໍ້າ. ເມື່ອດານີເອນຖືກດຶງຂຶ້ນມາແລ້ວ, ກໍປາກົດວ່າເພິ່ນບໍ່ມີບາດແຜອັນໃດເລີຍ, ເພາະເພິ່ນໄດ້ໄວ້ວາງໃຈໃນພຣະເຈົ້າຂອງເພິ່ນ.24ກະສັດໄດ້ສັ່ງໃຫ້ຈັບບັນດາຜູ້ທີ່ກ່າວຫາດານີເອນຢ່າງບໍ່ຖືກຕ້ອງ ແລະ ໂຍນເຂົ້າໄປໃນຖ້ຳສິງພ້ອມທັງເມຍ ແລະ ລູກຂອງພວກເຂົາ. ຮ່າງກາຍຂອງຄົນເຫລົ່ານັ້ນກໍຖືກໂຕສິງສວບກິນຈົນກະດູກໝຸ່ນກ່ອນທີ່ຈະກະທົບກັບພື້ນຖໍ້າ.25ຫລັງຈາກນັ້ນ ກະສັດດາຣິອຸດກໍໄດ້ຂຽນຂໍ້ຄວາມໄປເຖິງພົນລະເມືອງທຸກຊົນຊາດ ແລະ ທຸກພາສາໃນທົ່ວແຜ່ນດິນໂລກວ່າ:
“ຂໍໃຫ້ພວກທ່ານທັງຫລາຍຈະເລີນຮຸ່ງເຮືອງ!26“ຂ້າພະເຈົ້າອອກດຳລັດໃຫ້ທຸກຄົນທີ່ຢູ່ໃນທົ່ວອານາຈັກຂອງຂ້າພະເຈົ້າຈົ່ງຢຳເກງ ແລະ ເຄົາລົບນັບຖືພຣະເຈົ້າຂອງດານີເອນ. “ເພາະພຣະອົງເປັນພຣະເຈົ້າຜູ້ມີຊີວິດຢູ່ ແລະ ພຣະອົງດຳລົງຢູ່ຕະຫລອດໄປເປັນນິດ; ອານາຈັກຂອງພຣະອົງຈະບໍ່ຖືກທຳລາຍ, ອຳນາດຂອງພຣະອົງແມ່ນບໍ່ມີທີ່ສິ້ນສຸດ.27ພຣະອົງຊ່ວຍ ແລະ ກອບກູ້; ພຣະອົງເຮັດໝາຍສຳຄັນ ແລະ ການອັດສະຈັນຕ່າງໆ ໃນສະຫວັນ ແລະ ເທິງແຜ່ນດິນໂລກ. ພຣະອົງໄດ້ກອບກູ້ດານີເອນ ຈາກອຳນາດຂອງໂຕສິງທັງຫລາຍ”.28ດັ່ງນັ້ນ ດານີເອນຈຶ່ງຈະເລີນຮຸ່ງເຮືອງໃນຊ່ວງການປົກຄອງຂອງກະສັດດາຣິອຸດ ແລະ ໃນຊ່ວງການປົກຄອງຂອງກະສັດໄຊຣັດ ແຫ່ງເປີເຊຍ.
Biblica, Inc.