ດານີເອນ5
ຂໍ້ຄວາມຢູ່ເທິງຝາ
1ກະສັດເບັນຊັດຊາເຣໄດ້ຈັດງານກິນລ້ຽງໃຫຍ່ໃຫ້ແກ່ບັນດາຂຸນນາງຂອງເພິ່ນຈຳນວນໜຶ່ງພັນຄົນ ແລະ ດື່ມເຫລົ້າອະງຸ່ນຮ່ວມກັບພວກເຂົາ.2ໃນຂະນະທີ່ເບັນຊັດຊາເຣກຳລັງດື່ມເຫລົ້າອະງຸ່ນຢູ່ນັ້ນ, ເພິ່ນກໍໄດ້ສັ່ງໃຫ້ນຳຈອກເງິນ ແລະ ຈອກຄຳທີ່ເນບູກາດເນັດຊາພໍ່ຂອງເພິ່ນ ໄດ້ຢຶດມາຈາກວິຫານໃນເຢຣູຊາເລັມນັ້ນອອກມາ ເພື່ອວ່າກະສັດ ແລະ ບັນດາຂຸນນາງຂອງຂອງເພິ່ນ, ບັນດາເມຍຂອງເພິ່ນ, ບັນດານາງສະໜົມຂອງເພິ່ນຈະໄດ້ດື່ມຈາກຈອກເຫລົ່ານັ້ນ.3ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາພາຊະນະຄຳທີ່ຢຶດມາຈາກວິຫານຂອງພຣະເຈົ້າໃນເຢຣູຊາເລັມ, ແລ້ວກະສັດ, ບັນດາຂຸນນາງຂອງເພິ່ນ, ບັນດາເມຍຂອງເພິ່ນ, ບັນດານາງສະໜົມກໍພາກັນດື່ມຈາກຈອກເຫລົ່ານັ້ນ.4ໃນຂະນະທີ່ພວກເຂົາດື່ມເຫລົ້າອະງຸ່ນ ພວກເຂົາກໍສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳລິດ, ດ້ວຍເຫລັກ, ດ້ວຍໄມ້ ແລະ ດ້ວຍຫີນ.5ໃນທັນໃດນັ້ນ ກໍມີນິ້ວມືມະນຸດປາກົດຂຶ້ນ ແລະ ຂຽນໃສ່ເທິງຝາຜະໜັງ, ເຊິ່ງໃກ້ກັບຕະກຽງໃນວັງ. ກະສັດໄດ້ແນມເບິ່ງມືທີ່ກຳລັງຂຽນຢູ່.6ເພິ່ນຈຶ່ງໜ້າຊີດໄປ ແລະ ເພິ່ນກໍຕົກໃຈຢ້ານຫລາຍຈົນຂາເພິ່ນອ່ອນແຮງ ແລະ ຫົວເຂົ່າຂອງກະສັດກໍສັ່ນ.7ກະສັດໄດ້ເອີ້ນບັນດານັກເວດມົນ, ໂຫລາຈານ ແລະ ໝໍດູໃຫ້ເຂົ້າມາພົບ. ແລ້ວເພິ່ນໄດ້ກ່າວກັບນັກປາດທັງຫລາຍຂອງບາບີໂລນ ວ່າ, “ຜູ້ໃດກໍຕາມທີ່ອ່ານຂໍ້ຄວາມນີ້ໄດ້ ແລະ ບອກເຮົາໄດ້ວ່າມີຄວາມໝາຍວ່າແນວໃດ, ເຮົາຈະໃຫ້ຜູ້ນັ້ນນຸ່ງເສື້ອຄຸມສີມ່ວງ ແລະ ຈະເອົາສາຍຄໍຄໍາຄ້ອງຄໍໃຫ້ລາວ, ແລ້ວລາວກໍຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປົກຄອງສູງສຸດອັນດັບທີສາມໃນອານາຈັກ”.8ແລ້ວນັກປາດທັງໝົດຂອງກະສັດກໍເຂົ້າມາ, ແຕ່ພວກເຂົາບໍ່ສາມາດອ່ານຂໍ້ຄວາມທີ່ຂຽນໄວ້ ຫລື ບອກກະສັດໃຫ້ຮູ້ວ່າມີຄວາມໝາຍວ່າແນວໃດ.9ດັ່ງນັ້ນ ກະສັດເບັນຊັດຊາເຣກໍຍິ່ງຕົກໃຈຢ້ານຫລາຍ ແລະ ເພິ່ນກໍໜ້າຊີດເຂົ້າຫລາຍກວ່າເກົ່າ. ບັນດາຂຸນນາງຂອງເພິ່ນກໍພາກັນງົງ.10ລາຊີນີ ໄດ້ຍິນສຽງຂອງກະສັດ ແລະ ສຽງຂອງບັນດາຂຸນນາງຂອງເພິ່ນ, ກໍເຂົ້າໄປໃນຫ້ອງກິນລ້ຽງ. ນາງໄດ້ກ່າວວ່າ, “ຂໍໃຫ້ກະສັດຈົ່ງຈະເລີນ! ຢ່າຕົກໃຈຢ້ານ! ຢ່າເຮັດໜ້າຊີດເລີຍ!11ມີຊາຍຄົນໜຶ່ງຢູ່ໃນອານາຈັກຂອງທ່ານທີ່ມີວິນຍານຂອງບັນດາພະສັກສິດຢູ່ໃນລາວ. ໃນສະໄໝຂອງພໍ່ຂອງທ່ານ, ເພິ່ນພົບວ່າລາວມີຄວາມເຂົ້າໃຈ, ມີໄຫວພິບ ແລະ ສະຕິປັນຍາເໝືອນສະຕິປັນຍາຂອງພະທັງຫລາຍ. ກະສັດເນບູກາດເນັດຊາພໍ່ຂອງທ່ານ, ເພິ່ນໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າບັນດານັກຫລິ້ນອາຄົມ, ນັກເວດມົນ, ໂຫລາຈານ ແລະ ໝໍດູ.12ດານີເອນຜູ້ນີ້ທີ່ກະສັດໄດ້ເອີ້ນວ່າເບັນເຕຊັດຊາເຣ, ລາວເປັນຜູ້ມີປັນຍາທີ່ຫລັກແຫລມ, ມີຄວາມຮູ້, ມີຄວາມເຂົ້າໃຈ ແລະ ຍັງມີຄວາມສາມາດໃນການຕີຄວາມໝາຍຂອງຄວາມຝັນໄດ້ ແລະ ອະທິບາຍປິດສະໜາ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກທັງຫລາຍໄດ້ອີກດ້ວຍ. ຂໍຈົ່ງໄປເອີ້ນດານີເອນມາ, ແລ້ວລາວຈະບອກທ່ານວ່າຂໍ້ຄວາມນີ້ຄວາມໝາຍວ່າແນວໃດ”.13ດັ່ງນັ້ນ ດານີເອນຈຶ່ງຖືກນຳໂຕມາພົບກະສັດ ແລະ ກະສັດກໍໄດ້ກ່າວກັບລາວວ່າ, “ເຈົ້າແມ່ນດານີເອນ ໜຶ່ງໃນຈຳນວນຊະເລີຍທີ່ພໍ່ຂອງເຮົານຳໂຕມາຈາກຢູດາຍບໍ?14ເຮົາໄດ້ຍິນວ່າວິນຍານຂອງບັນດາພະສັກສິດຢູ່ໃນເຈົ້າ ແລະ ໄດ້ຍິນວ່າເຈົ້າມີຄວາມເຂົ້າໃຈ, ມີໄຫວພິບ ແລະ ມີສະຕິປັນຍາອັນລ້ຳເລີດ.15ເຮົາໄດ້ເອີ້ນນັກປາດ ແລະ ນັກຫລິ້ນອາຄົມທັງຫລາຍໃຫ້ມາພົບເຮົາເພື່ອອ່ານຂໍ້ຄວາມນີ້ ແລະ ບອກເຮົາວ່າມັນມີຄວາມໝາຍວ່າແນວໃດ, ແຕ່ພວກເຂົາກໍບໍ່ສາມາດອະທິບາຍຂໍ້ຄວາມນັ້ນໄດ້.16ບັດນີ້ ເຮົາໄດ້ຍິນວ່າເຈົ້າສາມາດຕີຄວາມໝາຍ ແລະ ແກ້ໄຂບັນຫາທີ່ຫຍຸ້ງຍາກທັງຫລາຍໄດ້. ຖ້າເຈົ້າສາມາດອ່ານຂໍ້ຄວາມນີ້ ແລະ ບອກເຮົາວ່າມັນມີຄວາມໝາຍວ່າແນວໃດໄດ້, ເຮົາຈະໃຫ້ເຈົ້ານຸ່ງເສື້ອຄຸມສີມ່ວງ ແລະ ຈະເອົາສາຍຄໍຄໍາຄ້ອງຄໍໃຫ້ເຈົ້າ, ແລ້ວເຈົ້າກໍຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປົກຄອງສູງສຸດອັນດັບທີສາມໃນອານາຈັກ”.17ດານີເອນໄດ້ຕອບກະສັດວ່າ, “ຂໍທ່ານຈົ່ງເກັບຂອງຂັວນນີ້ໄວ້ສໍາລັບທ່ານເອງ ແລະ ຂໍໃຫ້ບຳເໜັດແກ່ຄົນອື່ນ. ເຖິງຢ່າງໃດກໍຕາມ ຂ້ານ້ອຍຈະອ່ານຂໍ້ຄວາມທີ່ຂຽນນັ້ນໃຫ້ທ່ານ ແລະ ບອກຄວາມໝາຍໃຫ້ທ່ານຮູ້.18“ຂ້າແດ່ກະສັດ, ພຣະເຈົ້າອົງສູງສຸດໄດ້ມອບອຳນາດການປົກຄອງ ແລະ ຄວາມຍິ່ງໃຫຍ່ກັບສະຫງ່າລາສີ ແລະ ຄວາມສະຫງ່າງາມໃຫ້ແກ່ເນບູກາດເນັດຊາພໍ່ຂອງທ່ານ.19ເນື່ອງຈາກຖານະອັນສູງສົ່ງທີ່ພຣະເຈົ້າໄດ້ມອບໃຫ້ເພິ່ນ, ທຸກຊົນຊາດ ແລະ ຄົນທຸກພາສາຈຶ່ງຢ້ານກົວ ແລະ ຢໍາເກງເພິ່ນ. ບັນດາຜູ້ທີ່ກະສັດຢາກໃຫ້ຖືກຂ້າ, ເພິ່ນກໍຈະຂ້າ; ບັນດາຜູ້ທີ່ເພິ່ນຢາກໃຫ້ໄວ້ຊີວິດ, ເພິ່ນກໍຈະໄວ້ຊີວິດ; ບັນດາຜູ້ທີ່ເພິ່ນຢາກຈະເລື່ອນຕຳແໜ່ງໃຫ້, ເພິ່ນກໍຈະເລື່ອນຕຳແໜ່ງໃຫ້ ແລະ ບັນດາຜູ້ທີ່ເພິ່ນຢາກຖອນຍົດສັກ; ເພິ່ນກໍຈະຖອນຍົດສັກ.20ແຕ່ເມື່ອໃຈຂອງເພິ່ນຈອງຫອງ ແລະ ແຂງກະດ້າງພ້ອມທັງໂອ້ອວດ, ພຣະເຈົ້າຈຶ່ງປົດເພິ່ນອອກຈາກບັນລັງ ແລະ ຢຶດເອົາສະຫງ່າລາສີຂອງເພິ່ນໄປ.21ເພິ່ນຖືກຂັບໄລ່ອອກໄປຈາກມວນມະນຸດ ແລະ ໄດ້ຮັບຄວາມຄິດຈິດໃຈແບບສັດ; ເພິ່ນໃຊ້ຊີວິດຢູ່ກັບລໍປ່າ ແລະ ກິນຫຍ້າເໝືອນງົວ; ຮ່າງກາຍຂອງເພິ່ນປຽກຊຸ່ມດ້ວຍນ້ຳໝອກຈາກຟ້າສະຫວັນ, ຈົນກວ່າເພິ່ນໄດ້ຮຽນຮູ້ວ່າພຣະເຈົ້າອົງສູງສຸດນັ້ນຄອບຄອງເໜືອອານາຈັກທັງໝົດເທິງແຜ່ນດິນໂລກ ແລະ ຕັ້ງຜູ້ໃດກໍໄດ້ໃຫ້ປົກຄອງອານາຈັກຕາມທີ່ພຣະອົງພໍໃຈ.22“ຂ້າແດ່ເບັນຊັດຊາເຣ ແຕ່ທ່ານເອງຜູ້ເປັນລູກຊາຍຂອງເພິ່ນ, ເຖິງແມ່ນວ່າທ່ານໄດ້ຮູ້ເລື່ອງນີ້ທັງໝົດແລ້ວ ແຕ່ກໍບໍ່ໄດ້ຖ່ອມຕົວລົງ.23ແຕ່ກັບຍົກຕົນເອງຕໍ່ສູ້ອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນ. ທ່ານໄດ້ໃຫ້ນຳພາຊະນະຈາກວິຫານຂອງພຣະເຈົ້າມາໃຫ້ທ່ານ ແລະ ທ່ານເອງກັບບັນດາຂຸນນາງຂອງທ່ານ, ບັນດາເມຍຂອງທ່ານ ແລະ ບັນດານາງສະໜົມຂອງທ່ານມາໃສ່ເຫລົ້າອະງຸ່ນດື່ມ. ທ່ານໄດ້ສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳລິດ, ດ້ວຍເຫລັກ, ດ້ວຍໄມ້ ແລະ ດ້ວຍຫີນ, ເຊິ່ງບໍ່ສາມາດເບິ່ງເຫັນ ຫລື ຟັງບໍ່ໄດ້ຍິນ ຫລື ບໍ່ເຂົ້າໃຈ. ແຕ່ທ່ານບໍ່ໄດ້ຖວາຍກຽດພຣະເຈົ້າ ຜູ້ທີ່ກໍາຊີວິດ ແລະ ວິຖີທາງທັງໝົດຂອງທ່ານໄວ້ໃນມືຂອງພຣະອົງ.24ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ສົ່ງມືມາຂຽນຂໍ້ຄວາມນັ້ນ.25“ຂໍ້ຄວາມນັ້ນໄດ້ຂຽນໄວ້ດັ່ງນີ້:ເມເນ, ເມເນ, ເທເຄ, ປາຊິນ5:25 ພາສາອາຣາມິກວ່າ ອູປາຊິນ (ເຊິ່ງກໍຄື ແລະ ປາຊິນ)26“ຂໍ້ຄວາມເຫລົ່ານີ້ມີຄວາມຫມາຍຄື:
“ເມເນ ໝາຍຄວາມວ່າ: ພຣະເຈົ້າໄດ້ນັບວັນເວລາແຫ່ງການປົກຄອງຂອງທ່ານໄວ້ ແລະ ນຳມັນໄປມາເຖິງຈຸດຈົບ.27“ເທເຄ ໝາຍຄວາມວ່າ: ທ່ານໄດ້ຖືກຊັ່ງເທິງຊິງ ແລະ ເຫັນວ່າເບົາກວ່າທີ່ກຳນົດ.28“ເປເລັດ ໝາຍຄວາມວ່າ: ອານາຈັກຂອງທ່ານຖືກແບ່ງແຍກ ແລະ ຖືກມອບໃຫ້ຊາວເມເດຍກັບຊາວເປີເຊຍ”.29ແລ້ວເບັນຊັດຊາເຣກໍສັ່ງໃຫ້ນໍາເອົາເສື້ອຄຸມສີມ່ວງມານຸ່ງໃຫ້ດານີເອນໃນທັນທີ, ເອົາສາຍຄໍຄຳຄ້ອງຄໍໃຫ້ລາວ, ແລ້ວກໍແຕ່ງຕັ້ງດານີເອນໃຫ້ເປັນຜູ້ປົກຄອງສູງສຸດອັນດັບທີສາມໃນອານາຈັກ.30ໃນຄືນວັນນັ້ນເອງເບັນຊັດຊາເຣບາບີໂລນ, ກະສັດແຫ່ງບາບີໂລນກໍໄດ້ຖືກລອບສັງຫານ,31ແລະ ດາຣິອຸດແຫ່ງເມເດຍກໍໄດ້ຢຶດອານາຈັກໄດ້, ຂະນະທີ່ດາຣິອຸດມີອາຍຸ 62 ປີ.
Biblica, Inc.