ດານີເອນ3
ຮູບປັ້ນຄຳ ແລະ ເຕົາໄຟຮ້ອນແຮງ
1ກະສັດເນບູກາດເນັດຊາໄດ້ສັ່ງໃຫ້ສ້າງຮູບປັ້ນເປັນຄຳຮູບໜຶ່ງ, ສູງ 60 ສອກ ແລະ ກວ້າງ 6 ສອກ, ແລ້ວກໍຕັ້ງຮູບນັ້ນໄວ້ໃນທົ່ງພຽງດູຣາໃນແຂວງບາບີໂລນ.2ແລ້ວກະສັດກໍໄດ້ເອີ້ນບັນດາເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະ ເຈົ້າໜ້າທີ່ຂອງທຸກແຂວງມາຊຸມນຸມກັນເພື່ອອຸທິດຖວາຍຮູບປັ້ນທີ່ເພິ່ນໄດ້ສະຖາປະນາຂຶ້ນນັ້ນ.3ດັ່ງນັ້ນ ບັນດາເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາ, ນາຍຄັງ, ຜູ້ພິພາກສາ, ຕຸລາການ ແລະ ເຈົ້າໜ້າທີ່ຂອງທຸກແຂວງມາຊຸມນຸມກັນເພື່ອອຸທິດຖວາຍຮູບປັ້ນທີ່ກະສັດເນບູກາດເນັດຊາໄດ້ຕັ້ງຂຶ້ນນັ້ນ ແລະ ພວກເຂົາກໍໄດ້ຢືນຢູ່ຕໍ່ໜ້າຮູບປັ້ນນັ້ນ.4ແລ້ວຜູ້ປະກາດໄດ້ປະກາດດ້ວຍສຽງດັງວ່າ, “ບັນດາພົນລະເມືອງທຸກຊາດ ແລະ ທຸກພາສາ, ພວກທ່ານທັງຫລາຍໄດ້ຮັບຄຳສັ່ງໃຫ້ເຮັດດັ່ງນີ້:5ທັນທີທີ່ພວກທ່ານໄດ້ຍິນສຽງແກ, ຂຸ່ຍ, ພິນ, ພິນນ້ອຍ, ພິນໃຫຍ່, ປີ່ ແລະ ສຽງເຄື່ອງດົນຕີທຸກຊະນິດ, ພວກທ່ານຈະຕ້ອງຈົ່ງກົ້ມກາບລົງ ແລະ ຂາບໄຫວ້ຮູບປັ້ນຄຳທີ່ກະສັດເນບູກາດເນັດຊາໄດ້ສ້າງຂຶ້ນ.6ຜູ້ໃດກໍຕາມທີ່ບໍ່ກົ້ມກາບລົງ ແລະ ກາບໄຫວ້ຈະຖືກໂຍນເຂົ້າໄປໃນເຕົາໄຟທີ່ກຳລັງລຸກໄໝ້ຢູ່ທັນທີ”.7ເຫດສະນັ້ນ ທັນທີທີ່ພວກເຂົາໄດ້ຍິນສຽງແກ, ຂຸ່ຍ, ພິນ, ພິນນ້ອຍ, ພິນໃຫຍ່, ປີ່ ແລະ ສຽງເຄື່ອງດົນຕີທຸກຊະນິດ, ພົນລະເມືອງທັງໝົດຈາກທຸກຊາດ ແລະ ທຸກພາສາກໍກົ້ມຂາບລົງ ແລະ ກາບໄຫວ້ຮູບປັ້ນຄຳທີ່ກະສັດເນບູກາດເນັດຊາໄດ້ສ້າງຂຶ້ນ.8ໃນເວລານັ້ນມີໂຫລາຈານ ບາງຄົນໄດ້ມາ ແລະ ຟ້ອງກະສັດເລື່ອງຊາວຢິວ.9ພວກເຂົາໄດ້ເວົ້າກັບກະສັດເນບູກາດເນັດຊາວ່າ, “ຂ້າແດ່ກະສັດ ຂໍກະສັດຈົ່ງໝັ້ນຍືນ!10ທ່ານໄດ້ອອກຄຳສັ່ງວ່າທຸກຄົນທີ່ໄດ້ຍິນສຽງແກ, ຂຸ່ຍ, ພິນ, ພິນນ້ອຍ, ພິນໃຫຍ່, ປີ່ ແລະ ສຽງເຄື່ອງດົນຕີທຸກຊະນິດແລ້ວຈະຕ້ອງກົ້ມກາບລົງ ແລະ ກາບໄຫວ້ຮູບປັ້ນຄຳ,11ແລະ ຜູ້ໃດກໍຕາມທີ່ບໍ່ຍອມກົ້ມຂາບລົງ ແລະ ກາບໄຫວ້ຈະຖືກໂຍນເຂົ້າໄປໃນເຕົາໄຟທີ່ກຳລັງລຸກໄໝ້ຢູ່.12ຂ້າແດ່ກະສັດ, ແຕ່ມີຊາວຢິວບາງຄົນຄື ຊັດຣາກ, ເມຊາກ ແລະ ອາເບັດເນໂກທີ່ບໍ່ໄດ້ສົນໃຈຕໍ່ຄຳສັ່ງຂອງທ່ານເລີຍ. ພວກເຂົາບໍ່ຍອມຮັບໃຊ້ບັນດາພະຂອງທ່ານ ແລະ ບໍ່ຍອມກາບໄຫວ້ຮູບປັ້ນຄຳທີ່ທ່ານໄດ້ຕັ້ງຂຶ້ນນັ້ນ”.13ເນບູກາດເນັດຊາຈຶ່ງໂກດຮ້າຍຫລາຍ ແລະ ໄດ້ສັ່ງໃຫ້ຊັດຣາກ, ເມຊາກ ແລະ ອາເບັດເນໂກມາພົບເພິ່ນ. ດັ່ງນັ້ນ ຊາຍສາມຄົນນີ້ຈຶ່ງຖືກນຳມາພົບກະສັດ,14ແລ້ວເນບູກາດເນັດຊາກໍເວົ້າກັບພວກເຂົາວ່າ, “ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ເປັນຄວາມຈິງບໍ ທີ່ພວກເຈົ້າບໍ່ຍອມຮັບໃຊ້ບັນດາພະຂອງເຮົາ ຫລື ບໍ່ຍອມກາບໄຫວ້ຮູບປັ້ນຄຳທີ່ເຮົາໄດ້ຕັ້ງຂຶ້ນ?15ບັດນີ້ ເມື່ອພວກເຈົ້າໄດ້ຍິນສຽງແກ, ຂຸ່ຍ, ພິນ, ພິນນ້ອຍ, ພິນໃຫຍ່, ປີ່ ແລະ ສຽງເຄື່ອງດົນຕີທຸກຊະນິດດັງຂຶ້ນ, ຖ້າພວກເຈົ້າພ້ອມທີ່ຈະກົ້ມກາບລົງ ແລະ ກາບໄຫວ້ຮູບປັ້ນທີ່ເຮົາໄດ້ສ້າງຂຶ້ນນັ້ນກໍດີຫລາຍ. ແຕ່ຖ້າພວກເຈົ້າບໍ່ຍອມກາບໄຫວ້ຮູບປັ້ນ, ພວກເຈົ້າກໍຈະຖືກໂຍນເຂົ້າໄປໃນເຕົາໄຟທີ່ກໍາລັງລຸກຢູ່ທັນທີ. ແລ້ວພະຕົນໃດຈະສາມາດຊ່ວຍພວກເຈົ້າໃຫ້ພົ້ນຈາກມືຂອງເຮົາໄປໄດ້?”16ຊັດຣາກ, ເມຊາກ, ອາເບັດເນໂກໄດ້ຕອບກະສັດວ່າ, “ຂ້າແດ່ກະສັດເນບູກາດເນັດຊາ, ພວກຂ້ານ້ອຍບໍ່ຈຳເປັນຕ້ອງແກ້ໂຕເພື່ອຕົນເອງຕໍ່ທ່ານໃນເລື່ອງນີ້.17ຖ້າພວກຂ້ານ້ອຍຖືກໂຍນເຂົ້າໄປໃນເຕົາໄຟທີ່ກໍາລັງລຸກຢູ່, ພຣະເຈົ້າທີ່ພວກຂ້ານ້ອຍຮັບໃຊ້ນັ້ນຈະກອບກູ້ພວກຂ້ານ້ອຍໃຫ້ພົ້ນຈາກເຕົາໄຟນັ້ນ ແລະ ພຣະອົງຈະກອບກູ້ພວກຂ້ານ້ອຍໃຫ້ພົ້ນຈາກມືຂອງທ່ານໄດ້.18ແຕ່ເຖິງແມ່ນວ່າພຣະອົງບໍ່ຊ່ວຍ, ຂ້າແດ່ກະສັດ, ພວກຂ້ານ້ອຍກໍຂໍໃຫ້ທ່ານຮູ້ວ່າ ພວກຂ້ານ້ອຍຈະບໍ່ຍອມຮັບໃຊ້ບັນດາພະຂອງທ່ານ ຫລື ກາບໄຫວ້ຮູບປັ້ນຄຳທີ່ທ່ານໄດສ້າງຂຶ້ນນັ້ນເດັດຂາດ”.19ແລ້ວເຈົ້າເນບູກາດເນັດຊາກໍໃຈຮ້າຍໃຫ້ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ແລ້ວທ່າທີຂອງເພິ່ນທີ່ມີຕໍ່ພວກເຂົາກໍປ່ຽນໄປ. ເພິ່ນໄດ້ສັ່ງໃຫ້ສຸມໄຟໃນເຕົາໃຫ້ຮ້ອນແຮງຂຶ້ນກວ່າເກົ່າອີກເຈັດເທົ່າ20ແລະ ສັ່ງໃຫ້ພວກທະຫານທີ່ແຂງແຮງທີ່ສຸດໃນກອງທັບຂອງເພິ່ນຈັບຊັດຣາກ, ເມຊາກ ແລະ ອາເບັດເນໂກມັດໄວ້ ແລະ ໂຍນເຂົ້າໄປໃນເຕົາໄຟທີ່ກໍາລັງລຸກຢູ່.21ດັ່ງນັ້ນ ພວກທະຫານຈຶ່ງໄດ້ຈັບຊາຍສາມຄົນມັດໄວ້ ແລະ ໂຍນເຂົ້າໄປໃນເຕົາໄຟທີ່ກຳລັງລຸກຢູ່, ທັງທີ່ຊາຍທັງສາມຄົນນັ້ນຍັງຄຽນຜ້າຢູ່ຫົວ, ນຸ່ງເສື້ອຄຸມ, ໂສ້ງ ແລະ ເຄື່ອງແຕ່ງກາຍອື່ນໆຂອງຕົນຢູ່.22ຄຳສັ່ງຂອງກະສັດແມ່ນຮີບດ່ວນຫລາຍ ແລະ ເຕົາໄຟກໍຮ້ອນແຮງຈົນແປວໄຟໄດ້ຂ້າທະຫານທີ່ຈັບຊັດຣາກ, ເມຊາກ ແລະ ອາເບັດເນໂກໂຍນເຂົ້າໄປໃນເຕົາໄຟນັ້ນຕາຍ.23ແລ້ວຊາຍທັງສາມຄົນທີ່ຖືກມັດໄວ້ຢ່າງແໜ້ນກໍຖືກໂຍນເຂົ້າໄປໃນເຕົາໄຟທີ່ກໍາລັງລຸກຢູ່.24ຫລັງຈາກນັ້ນ ກະສັດເນບູກາດເນັດຊາກໍໄດ້ລຸກຢືນຂຶ້ນທັນທີດ້ວຍປະຫລາດໃຈ ແລະ ໄດ້ຖາມບັນດາທີ່ປຶກສາຂອງຕົນວ່າ, “ພວກເຮົາໄດ້ມັດຊາຍສາມຄົນໄວ້ ແລະ ໂຍນເຂົ້າໄປໃນເຕົາໄຟບໍ່ແມ່ນບໍ?”ພວກເຂົາໄດ້ຕອບວ່າ, “ຂ້າແດ່ກະສັດ, ແມ່ນແລ້ວ”.25ກະສັດໄດ້ເວົ້າວ່າ, “ແຕ່ເບິ່ງແມ, ເຮົາເຫັນສີ່ຄົນກຳລັງຍ່າງຢູ່ໃນໄຟ, ພວກເຂົາບໍ່ໄດ້ຖືກມັດ ແລະ ເປັນອັນຕະລາຍແຕ່ຢ່າງໃດ ແລະ ຄົນທີສີ່ນັ້ນກໍເບິ່ງຄືກັບລູກຊາຍຂອງພະທັງຫລາຍ”.26ດັ່ງນັ້ນ ເນບູກາດເນັດຊາຈຶ່ງເຂົ້າໄປທີ່ປະຕູຂອງເຕົາໄຟທີ່ກຳລັງລຸກຢູ່ນັ້ນ ແລະ ຮ້ອງຂຶ້ນວ່າ, “ຊັດຣາກ, ເມຊາກ ແລະ ອາເບັດເນໂກ, ຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດ, ຈົ່ງອອກມາ! ຈົ່ງອອກມາບ່ອນນີ້!”
ດັ່ງນັ້ນ ຊັດຣາກ, ເມຊາກ ແລະ ອາເບັດເນໂກຈຶ່ງອອກມາຈາກໄຟ,27ແລ້ວບັນດາເສນາບໍດີ, ເຈົ້າແຂວງ, ຜູ້ວ່າການ, ທີ່ປຶກສາຕ່າງກໍພາກັນມາຫຸ້ມເບິ່ງຄົນທັງສາມ. ພວກເຂົາໄດ້ເຫັນວ່າໄຟບໍ່ໄດ້ເຮັດອັນຕະລາຍຮ່າງກາຍຂອງພວກເຂົາເລີຍ, ຜົມຂອງພວກເຂົາກໍບໍ່ໄໝ້ແມ່ນແຕ່ເສັ້ນດຽວ; ເສື້ອຄຸມຂອງພວກເຂົາກໍບໍຖືກເຜົາ, ແລະ ບໍ່ມີແມ່ນແຕ່ກິ່ນໄໝ້ຢູ່ນຳພວກເຂົາ.28ດັ່ງນັ້ນ ເນບູກາດເນັດຊາຈຶ່ງໄດ້ເວົ້າວ່າ, “ສັນລະເສີນພຣະເຈົ້າຂອງຊັດຣາກ, ເມຊາກ ແລະ ອາເບັດເນໂກ, ຜູ້ທີ່ໄດ້ສົ່ງເທວະດາຂອງພຣະອົງມາ ແລະ ຊ່ວຍກອບກູ້ຜູ້ຮັບໃຊ້ຂອງພຣະອົງ! ພວກເຂົາໄວ້ວາງໃຈໃນພຣະອົງ ແລະ ໄດ້ລະເມີດຄຳສັ່ງຂອງກະສັດ ແລ້ວຍອມຕາຍດີກວ່າໄປຮັບໃຊ້ ຫລື ກາບໄຫວ້ພະອື່ນນອກຈາກພຣະເຈົ້າຂອງຕົນ.29ເຫດສະນັ້ນ, ເຮົາຂໍປະກາດຄຳສັ່ງວ່າ ພົນລະເມືອງຊາດໃດ ຫລື ພາສາໃດທີ່ກ່າວສິ່ງໃດຕໍ່ສູ້ພຣະເຈົ້າຂອງຊັດຣາກ, ເມຊາກ ແລະ ອາເບັດເນໂກກໍຈະຖືກຕັດເປັນຕ່ອນໆ ແລະ ເຮືອນຂອງພວກເຂົາກໍຈະກາຍເປັນຊາກຫັກພັງ. ເພາະບໍ່ມີພະອື່ນໃດສາມາດຊ່ວຍໄດ້ເຖິງປານນີ້”.30ຫລັງຈາກນັ້ນ ກະສັດກໍໄດ້ເລື່ອນຕຳແໜ່ງໃຫ້ແກ່ຊັດຣາກ, ເມຊາກ ແລະ ອາເບັດເນໂກໃຫ້ສູງຂຶ້ນໃນແຂວງບາບີໂລນ.
Biblica, Inc.