ດານີເອນ2
ຄວາມຝັນຂອງເນບູກາດເນັດຊາ
1ໃນປີທີສອງຂອງການປົກຄອງຂອງເພິ່ນ, ເນບູກາດເນັດຊາໄດ້ຝັນ; ແລ້ວເພິ່ນກໍທຸກໃຈຫລາຍ ແລະ ເຮັດໃຫ້ເພິ່ນນອນບໍ່ຫລັບ.2ດັ່ງນັ້ນ ກະສັດຈຶ່ງໄດ້ເອີ້ນນັກຫລິ້ນອາຄົມ, ນັກຫລິ້ນເວດມົນ, ພໍ່ມົດໝໍຜີ ແລະ ພວກໂຫລາຈານ ມາພົບເພື່ອບອກເພິ່ນໃຫ້ຮູ້ວ່າເພິ່ນຝັນເລື່ອງຫຍັງ. ເມື່ອພວກເຂົາມາພົບ ແລະ ຢືນຢູ່ຕໍ່ໜ້າກະສັດ,3ກະສັດໄດ້ກ່າວກັບພວກເຂົາວ່າ, “ເຮົາໄດ້ຝັນ ເຊິ່ງເຮັດໃຫ້ເຮົາທຸກໃຈຫລາຍ ແລະ ເຮົາຢາກຮູ້ວ່າຝັນນັ້ນໝາຍເຖິງຫຍັງ”.4ແລ້ວພວກໂຫລາຈານຈຶ່ງຕອບກະສັດ ວ່າ, “ຂໍກະສັດຈົ່ງຈະເລີນ! ຂໍໂຜດເລົ່າຄວາມຝັນໃຫ້ບັນດາຜູ້ຮັບໃຊ້ຂອງທ່ານຟັງ, ແລ້ວພວກຂ້ານ້ອຍຈະຕີຄວາມໝາຍຂອງຄວາມຝັນນັ້ນ”.5ກະສັດໄດ້ຕອບພວກໂຫລາຈານວ່າ, “ນີ້ແມ່ນສິ່ງທີ່ເຮົາໄດ້ຕັ້ງໃຈຢ່າງໜັກແໜ້ນແລ້ວວ່າ: ຖ້າພວກເຈົ້າບອກເຮົາບໍ່ໄດ້ວ່າເຮົາຝັນຫຍັງ ແລະ ມັນໝາຍຄວາມວ່າຢ່າງໃດ, ເຮົາຈະຕ້ອງຕັດພວກເຈົ້າເປັນຕ່ອນໆ ແລະ ເຮືອນຂອງພວກເຈົ້າຈະກາຍເປັນຊາກຫັກພັງ.6ແຕ່ຖ້າພວກເຈົ້າບອກເຮົາໄດ້ວ່າເຮົາຝັນຫຍັງ ແລະ ອະທິບາຍໄດ້, ເຈົ້າຈະໄດ້ຮັບຂອງຂັວນກັບລາງວັນ ແລະ ກຽດຕິຍົດອັນຍິ່ງໃຫຍ່ຈາກເຮົາ. ດັ່ງນັ້ນ ຈົ່ງບອກເຮົາວ່າເຮົາຝັນຫຍັງ ແລະ ຕີຄວາມໝາຍຂອງຄວາມຝັນນັ້ນໃຫ້ເຮົາ”.7ພວກເຂົາໄດ້ຕອບກະສັດອີກວ່າ, “ຂໍກະສັດເລົ່າຄວາມຝັນຂອງທ່ານໃຫ້ຜູ້ຮັບໃຊ້ຂອງທ່ານຟັງ, ແລ້ວພວກຂ້ານ້ອຍຈະຕີຄວາມໝາຍຂອງຄວາມຝັນນັ້ນໃຫ້”.8ຫລັງຈາກນັ້ນ ກະສັດກໍໄດ້ຕອບວ່າ, “ເຮົາແນ່ໃຈວ່າພວກເຈົ້າກໍາລັງພະຍາຍາມຖ່ວງເວລາໄວ້, ເພາະພວກເຈົ້າກໍຮູ້ວ່າເຮົາໄດ້ຕັດສິນໃຈເດັດຂາດແລ້ວວ່າ:9ຖ້າພວກເຈົ້າບໍ່ບອກເຮົາວ່າເຮົາຝັນຫຍັງ, ກໍມີແຕ່ລົງໂທດພວກເຈົ້າຢ່າງດຽວ. ພວກເຈົ້າໄດ້ສົມຮູ້ຮ່ວມຄິດກັນເລົ່າເລື່ອງຫລອກລວງ ແລະ ຊົ່ວຮ້າຍໃຫ້ເຮົາຟັງ, ໂດຍຫວັງວ່າເຮົາຈະປ່ຽນໃຈ. ດັ່ງນັ້ນ ຈົ່ງເລົ່າຄວາມຝັນໃຫ້ເຮົາຟັງ ແລະ ເຮົາຈະໄດ້ຮູ້ວ່າພວກເຈົ້າສາມາດຕີຄວາມໝາຍຂອງຄວາມຝັນໃຫ້ເຮົາໄດ້”.10ພວກໂຫລາຈານໄດ້ຕອບກະສັດວ່າ, “ບໍ່ມີຜູ້ໃດໃນໂລກສາມາດເຮັດຕາມສິ່ງທີ່ກະສັດຖາມນັ້ນໄດ້! ບໍ່ມີກະສັດຄົນໃດຈະຖາມຢ່າງນີ້ຈາກຄົນຫລິ້ນອາຄົມ, ນັດເວດມົນ ຫລືໂຫລາຈານໄດ້ ບໍ່ວ່າກະສັດຄົນນັ້ນຈະຍິ່ງໃຫຍ່ຫລາຍປານໃດ.11ສິ່ງທີ່ກະສັດຖາມນັ້ນແມ່ນຍາກເກີນໄປ. ບໍ່ມີຜູ້ໃດສາມາດເປີດເຜີຍເລື່ອງນີ້ໃຫ້ແກ່ກະສັດໄດ້ ນອກຈາກພະທັງຫລາຍ ແລະ ພະເຫລົ່ານັ້ນກໍບໍ່ໄດ້ຢູ່ໃນທ່າມກາງມະນຸດ”.12ເມື່ອໄດ້ຍິນເຊັ່ນນີ້ແລ້ວ ກະສັດກໍໃຈຮ້າຍຫລາຍ ແລະ ເພິ່ນໄດ້ສັ່ງໃຫ້ປະຫານຊີວິດນັກປາດທັງໝົດໃນບາບີໂລນ.13ດັ່ງນັ້ນ ຈຶ່ງມີຄຳສັ່ງອອກມາໃຫ້ຂ້າພວກນັກປາດ ແລ້ວກໍມີຄົນຖືກສົ່ງໄປຊອກຫາດານີເອນກັບໝູ່ຂອງລາວເພື່ອນຳເອົາພວກເຂົາໄປຂ້າ.14ເມື່ອອາຣີໂອກຜູ້ບັນຊາການທະຫານຍາມຂອງກະສັດ, ພວກເຂົາໄດ້ອອກໄປເພື່ອຂ້ານັກປາດທັງຫລາຍຂອງບາບີໂລນ, ດານີເອນຈຶ່ງໄດ້ເວົ້າກັບລາວດ້ວຍສະຕິປັນຍາ ແລະ ໄຫວພິບ.15ດານີເອນໄດ້ຖາມຂ້າລາຊະການຂອງກະສັດວ່າ, “ດ້ວຍເຫດໃດກະສັດຈຶ່ງອອກຄຳສັ່ງຮຸນແຮງຢ່າງນີ້?” ອາຣີໂອກກໍໄດ້ອະທິບາຍເລື່ອງທີ່ເກີດຂຶ້ນໃຫ້ດານີເອນຟັງ.16ດ້ວຍເຫດນີ້ ດານີເອນຈຶ່ງໄດ້ໄປເຂົ້າພົບກະສັດ ແລະ ໄດ້ຂໍເວລາ, ເພື່ອວ່າດານີເອນຈະໄດ້ຕີຄວາມຫມາຍຂອງຄວາມຝັນໃຫ້ໃຫ້ກະສັດຟັງ.17ແລ້ວດານີເອນກໍກັບຄືນເມືອເຮືອນຂອງຕົນ ແລະ ໄດ້ອະທິບາຍເລື່ອງທີ່ເກີດຂຶ້ນນັ້ນໃຫ້ຮານານີຢາ, ມີຊາເອນ ແລະ ອາຊາຣີຢາໝູ່ຂອງຕົນຟັງ.18ລາວໄດ້ຂໍຮ້ອງໃຫ້ພວກເຂົາອະທິຖານຂໍຄວາມເມດຕາຈາກພຣະເຈົ້າແຫ່ງຟ້າສະຫວັນກ່ຽວກັບເລື່ອງເລິກລັບນີ້, ເພື່ອວ່າດານີເອນກັບໝູ່ຂອງຕົນຈະບໍ່ຖືກປະຫານຊີວິດພ້ອມກັບນັກປາດທັງຫລາຍໃນບາບີໂລນ.19ໃນຄືນນັ້ນ ຄວາມເລິກລັບນັ້ນໄດ້ຖືກເປີດເຜີຍໃຫ້ດານີເອນຮູ້ໃນທາງນິມິດ. ຫລັງຈາກນັ້ນ ດານີເອນຈຶ່ງໄດ້ສັນລະເສີນພຣະເຈົ້າແຫ່ງຟ້າສະຫວັນ20ແລະ ກ່າວວ່າ:“ສັນລະເສີນນາມຂອງພຣະເຈົ້າຕະຫລອດໄປເປັນນິດ;ສະຕິປັນຍາ ແລະ ລິດອຳນາດຈົ່ງເປັນຂອງພຣະອົງ.21ພຣະອົງໄດ້ປ່ຽນແປງເວລາ ແລະ ລະດູການ;ພຣະອົງໄດ້ແຕ່ງຕັ້ງ ແລະ ຖອນກະສັດ.ພຣະອົງໃຫ້ສະຕິປັນຍາແກ່ຜູ້ທີ່ສະຫລາດແລະ ໃຫ້ຄວາມຮູ້ແກ່ຜູ້ທີ່ສະຫລາດຫລັກແຫລມ.22ພຣະອົງເປີດເຜີຍສິ່ງເລິກ ແລະ ສິ່ງທີ່ເຊື່ອງຢູ່;ພຣະອົງຮູ້ສິ່ງທີ່ແອບແຝງຢູ່ໃນຄວາມມືດແລະ ຄວາມສະຫວ່າງຢູ່ກັບພຣະອົງ.23ຂ້າແດ່ພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍ, ຂ້ານ້ອຍຂອບພຣະຄຸນ ແລະ ສັນລະເສີນພຣະອົງ:ພຣະອົງໄດ້ໃຫ້ສະຕິປັນຍາ ແລະ ລິດອຳນາດແກ່ຂ້ານ້ອຍ,ພຣະອົງໄດ້ໃຫ້ຂ້ານ້ອຍຮູ້ເຖິງສິ່ງທີ່ພວກຂ້ານ້ອຍຂໍຈາກພຣະອົງ,ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍຮູ້ຄວາມຝັນຂອງກະສັດ”.ດານີເອນຕີຄວາມໝາຍຂອງຄວາມຝັນ
24ຫລັງຈາກນັ້ນ ດານີເອນກໍໄດ້ໄປຫາອາຣີໂອກ, ຜູ້ທີ່ກະສັດໄດ້ແຕ່ງຕັ້ງໃຫ້ໄປປະຫານຊີວິດນັກປາດທັງຫລາຍຂອງບາບີໂລນ ແລະ ດານີເອນກໍເວົ້າກັບລາວວ່າ, “ຢ່າປະຫານນັກປາດທັງຫລາຍຂອງບາບີໂລນເລີຍ. ຂໍໃຫ້ທ່ານພາຂ້ານ້ອຍໄປພົບກະສັດ ແລະ ຂ້ານ້ອຍຈະຕີຄວາມໝາຍຂອງຄວາມຝັນໃຫ້ເພິ່ນ”.25ອາຣີໂອກຈຶ່ງໄດ້ພາດານີເອນເຂົ້າໄປພົບກະສັດທັນທີ ແລະ ໄດ້ເວົ້າວ່າ, “ຂ້ານ້ອຍໄດ້ພົບຊາຍຄົນໜຶ່ງໃນທ່າມກາງຊະເລີຍທີ່ມາຈາກຢູດາຍ ເຊິ່ງສາມາດບອກວ່າຄວາມຝັນຂອງກະສັດນັ້ນໝາຍຄວາມວ່າຫຍັງ”.26ກະສັດໄດ້ຖາມດານີເອນ (ຫລືເອີ້ນອີກຊື່ໜຶ່ງວ່າເບັນເຕຊັດຊາເຣ), “ເຈົ້າສາມາດບອກສິ່ງທີ່ເຮົາໄດ້ເຫັນໃນຄວາມຝັນຂອງເຮົາ ແລະ ຕີຄວາມໝາຍຂອງຄວາມຝັນນັ້ນໄດ້ບໍ?”27ດານີເອນໄດ້ຕອບວ່າ, “ບໍ່ມີນັກປາດ, ນັກເວດມົນ, ນັກຫລິ້ນອາຄົມ, ໝໍໂຫນຄົນໃດສາມາດອະທິບາຍໃຫ້ກະສັດຮູ້ເຖິງຄວາມເລິກລັບທີ່ທ່ານຖາມນັ້ນໄດ້,28ແຕ່ມີພຣະເຈົ້າອົງໜຶ່ງໃນຟ້າສະຫວັນທີ່ເປີດເຜີຍຄວາມເລິກລັບທັງຫລາຍນີ້ໄດ້. ພຣະອົງໄດ້ສໍາແດງໃຫ້ກະສັດເນບູກາດເນັດຊາເຫັນເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຄວາມຝັນ ແລະ ນິມິດຂອງທ່ານທີ່ຜ່ານເຂົ້າມາໃນຄວາມຄິດຂອງທ່ານຂະນະທີ່ທ່ານກໍາລັງນອນຫລັບຢູ່ເທິງຕຽງມີດັ່ງນີ້:29“ຂ້າແດ່ກະສັດ ຂະນະທີ່ທ່ານກໍາລັງນອນຫລັບຢູ່ນັ້ນ, ທ່ານໄດ້ຝັນເຖິງສິ່ງຕ່າງໆທີ່ຈະເກີດຂຶ້ນ ແລະ ພຣະເຈົ້າຜູ້ເປີດເຜີຍຄວາມເລິກລັບກໍສະແດງໃຫ້ທ່ານຮູ້ເຖິງສິ່ງທີ່ຈະເກີດຂຶ້ນ.30ທີ່ພຣະເຈົ້າໃຫ້ຄວາມເລິກລັບນີ້ຖືກເປີດເຜີຍແກ່ຂ້ານ້ອຍ, ບໍ່ແມ່ນເພາະຂ້ານ້ອຍມີສະຕິປັນຍາຫລາຍກວ່າຄົນອື່ນໆ, ແຕ່ເພື່ອວ່າທ່ານຈະຮູ້ຄວາມໝາຍ ແລະ ເຂົ້າໃຈສິ່ງທີ່ຜ່ານເຂົ້າມາໃນຄວາມຄິດນັ້ນ.31“ຂ້າແດ່ກະສັດ ທ່ານໄດ້ແນມເຫັນຮູບປັ້ນຂະໜາດໃຫຍ່ຕັ້ງຢູ່ຕໍ່ໜ້າທ່ານ, ສ່ອງແສງເຫລື້ອມ, ມີລັກສະນະເປັນຕາໜ້າຢ້ານ.32ຫົວຂອງຮູບປັ້ນນັ້ນແມ່ນເຮັດດ້ວຍຄຳບໍລິສຸດ, ໜ້າເອິກ ແລະ ແຂນແມ່ນເຮັດດ້ວຍເງິນ, ທ້ອງ ແລະ ກົກຂາແມ່ນເຮັດດ້ວຍທອງສຳລິດ,33ຂາແມ່ນເຮັດດ້ວຍເຫລັກ, ຕີນສ່ວນໜຶ່ງເປັນເຫລັກ ແລະ ຕີນອີກສ່ວນໜຶ່ງເປັນດິນດາກ.34ໃນຂະນະທີ່ທ່ານກໍາລັງເບິ່ງຢູ່ນັ້ນ, ກໍມີຫີນກ້ອນໜຶ່ງຖືກຕັດອອກມາ, ແຕ່ບໍ່ແມ່ນດ້ວຍມືຂອງມະນຸດ. ຫີນກ້ອນນັ້ນໄດ້ກະທົບໃສ່ຕີນເຫລັກ ແລະ ຕີນດິນດາກຂອງຮູບປັ້ນ ແລ້ວກໍແຕກກະຈາຍ.35ແລ້ວເຫລັກ, ດິນດາກ, ທອງສຳລິດ, ເງິນ ແລະ ຄຳ ກໍແຕກເປັນປ່ຽງໆ ແລະ ກາຍເປັນເໝືອນຂີ້ແກບຢູ່ທີ່ລານຟາດເຂົ້າໃນລະດູຮ້ອນ. ລົມໄດ້ພັດຂີ້ແກບນັ້ນໄປບໍ່ເຫລືອຮ່ອງຮອຍໄວ້ເລີຍ. ແຕ່ກ້ອນຫີນທີ່ກະທົບໃສ່ຮູບປັ້ນກາຍເປັນພູເຂົາໃຫຍ່ປົກຄຸມທົ່ວແຜ່ນດິນໂລກ.36“ນີ້ຄືຄວາມຝັນ ແລະ ບັດນີ້ ພວກຂ້ານ້ອຍຈະຕີຄວາມໝາຍໃຫ້ທ່ານ.37ຂ້າແດ່ກະສັດ ທ່ານເປັນກະສັດເໜືອກະສັດທັງຫລາຍ. ພຣະເຈົ້າແຫ່ງຟ້າສະຫວັນໄດ້ໃຫ້ບາລະມີ, ລິດອຳນາດ, ຄວາມຍິ່ງໃຫຍ່ ແລະ ສະຫງ່າລາສີແກ່ທ່ານ;38ພຣະເຈົ້າໄດ້ມອບມະນຸດທຸກຊາດກັບສັດປ່າໃນທົ່ງ ແລະ ຝູງນົກໃນທ້ອງຟ້າໄວ້ໃນມືຂອງທ່ານ. ພຣະເຈົ້າໄດ້ໃຫ້ທ່ານຄອບຄອງສິ່ງເຫລົ່ານັ້ນບໍ່ວ່າພວກມັນອາໄສຢູ່ໃສກໍຕາມ. ຫົວຄຳນັ້ນຄືທ່ານເອງ.39“ຕໍ່ຈາກທ່ານໄປແລ້ວ ຈະມີອີກອານາຈັກໜຶ່ງທີ່ຈະຮຸ່ງຂຶ້ນມາ, ແຕ່ນ້ອຍກວ່າອານາຈັກຂອງທ່ານ, ຈາກນັ້ນເປັນອານາຈັກທີສາມຄືທອງສຳລິດ, ເຊິ່ງຈະປົກຄອງທົ່ວແຜ່ນດິນໂລກ.40ທ້າຍສຸດ ຈະມີອານາຈັກທີສີ່ ເຊິ່ງແຂງແກ່ນເໝືອນດັ່ງເຫລັກ, ເຫລັກນັ້ນຈະເຮັດໃຫ້ແຕກ ແລະ ທຸບທຸກສິ່ງ ອານາຈັກນັ້ນຈະຍ່ອງອານາຈັກອື່ນໆທັງໝົດໃຫ້ແຫລກ ແລະ ເໝືອນເຫລັກທີ່ເຮັດໃຫ້ສິ່ງອື່ນໆໝຸ່ນໄປ.41ຕາມທີ່ທ່ານເຫັນວ່າຕີນ ແລະ ນີ້ວຕີນສ່ວນໜຶ່ງເປັນດິນດາກ ແລະ ອີກສ່ວນໜຶ່ງເປັນເຫລັກ, ດັ່ງນັ້ນ ສິ່ງນີ້ຈະເປັນອານາຈັກທີ່ແຕກແຍກ; ແຕ່ກໍຈະມີບາງສ່ວນແຂງແຮງເໝືອນດັ່ງເຫລັກປົນຢູ່, ຕາມທີ່ທ່ານເຫັນເຫລັກປະສົມກັນກັບດິນດາກ.42ດັ່ງທີ່ນີ້ວຕີນສ່ວນໜຶ່ງເປັນເຫລັກ ແລະ ສ່ວນໜຶ່ງອີກເປັນດິນດາກ, ດັ່ງນັ້ນ ອານາຈັກນີ້ກໍຈະມີສ່ວນທີ່ແຂງແກ່ນ ແລະ ສ່ວນທີ່ອ່ອນແອ.43ແລະ ຕາມທີ່ທ່ານເຫັນເຫລັກປົນກັບດິນດາກ ດັ່ງນັ້ນ ປະຊາຊົນກໍປະສົມປະສານກັນແຕ່ບໍ່ຮວມເປັນໜຶ່ງດຽວກັນ, ເຊິ່ງກໍບໍ່ຕ່າງຈາກເຫລັກປະສົມກັບດິນດາກ.44“ໃນສະໄໝຂອງກະສັດເຫລົ່ານັ້ນ, ພຣະເຈົ້າແຫ່ງຟ້າສະຫວັນຈະຕັ້ງອານາຈັກໜຶ່ງຂຶ້ນທີ່ບໍ່ມີຜູ້ໃດທຳລາຍລ້າງໄດ້, ທັງຈະບໍ່ຕົກເປັນຂອງຊົນຊາດອື່ນ. ອານາຈັກນີ້ຈະຟາດອານາຈັກອື່ນໆທັງໝົດ ແລະ ເຮັດໃຫ້ອານາຈັກເຫລົ່ານີ້ເຖິງຈຸດຈົບ. ແຕ່ອານາຈັກນີ້ຈະຕັ້ງໝັ້ນຄົງຢູ່ຕະຫລອດໄປ.45ນີ້ແມ່ນຄວາມຫມາຍຂອງນິມິດເລື່ອງຫີນກ້ອນໜຶ່ງທີ່ຖືກຕັດອອກມາຈາກພູເຂົາ, ເຊິ່ງບໍ່ແມ່ນດ້ວຍມືມະນຸດ. ຫີນກ້ອນນັ້ນທີ່ກະທົບເຫລັກ, ທອງສຳລິດ, ດິນດາກ, ເງິນ ແລະ ຄຳໃຫ້ແຕກກະຈາຍ.“ພຣະເຈົ້າຜູ້ຍິ່ງໃຫຍ່ໄດ້ສໍາແດງໃຫ້ທ່ານຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ຄວາມຝັນນີ້ເປັນຄວາມຈິງ ແລະ ການຕີຄວາມໝາຍນີ້ກໍເປັນທີ່ເຊື່ອຖືໄດ້”.46ແລ້ວກະສັດເນບູກາດເນັດຊາກໍໝອບກາບລົງຕໍ່ໜ້າດານີເອນ ແລະ ໃຫ້ກຽດລາວ ແລ້ວກໍໄດ້ສັ່ງໃຫ້ນຳເອົາເຄື່ອງບູຊາ ແລະ ເຄື່ອງຫອມມາມອບໃຫ້ແກ່ລາວ.47ກະສັດເວົ້າກັບດານີເອນວ່າ, “ພຣະເຈົ້າຂອງເຈົ້າເປັນພຣະເຈົ້າເໜືອພະທັງຫລາຍ ພຣະອົງເປັນກະສັດເໜືອກະສັດທັງຫລາຍ ແລະ ເປັນຜູ້ເປີດເຜີຍຄວາມເລິກລັບຕ່າງໆຢ່າງແນ່ນອນ, ເພາະວ່າເຈົ້າສາມາດເປີດເຜີຍຄວາມເລິກລັບນີ້ໄດ້”.48ຫລັງຈາກນັ້ນ ກະສັດໄດ້ແຕ່ງຕັ້ງດານີເອນໃຫ້ດຳລົງຕຳແໜ່ງສູງ ແລະ ມອບລາງວັນໃຫ້ລາວຫລາຍຢ່າງ. ເພິ່ນໄດ້ຕັ້ງລາວໃຫ້ປົກຄອງທົ່ວແຂວງບາບີໂລນ ແລະ ໃຫ້ຮັບຜິດຊອບເບິ່ງແຍງນັກປາດທັງໝົດຂອງບາບີໂລນ.49ຫລາຍກວ່ານັ້ນ, ກະສັດຍັງໄດ້ແຕ່ງຕັ້ງຊັດຣາກ, ເມຊາກ ແລະ ອາເບັດເນໂກໃຫ້ເປັນຜູ້ບໍລິຫານແຂວງບາບີໂລນຕາມຄໍາຂໍຂອງດານີເອນ, ສ່ວນດານີເອນເອງກໍຍັງຢູ່ໃນວັງ.
Biblica, Inc.