ກິດຈະການ3
ເປໂຕຮັກສາຄົນຂໍທານຂາເປ້ຍ
1ມື້ໜຶ່ງ ຂະນະທີ່ເປໂຕກັບໂຢຮັນກຳລັງຂຶ້ນໄປທີ່ວິຫານໃນເວລາອະທິຖານ ຄືຕອນບ່າຍສາມໂມງ.2ມີຊາຍຄົນໜຶ່ງເປັນຄົນຂາເປ້ຍມາຕັ້ງແຕ່ເກີດຖືກຫາມມາທີ່ປະຕູວິຫານທີ່ເອີ້ນວ່າປະຕູງາມ, ເຊິ່ງເປັນບ່ອນທີ່ລາວຖືກຫາມມາວາງໄວ້ທຸກມື້ເພື່ອຂໍທານຈາກຄົນທີ່ຈະເຂົ້າໄປໃນເດີ່ນວິຫານ.3ເມື່ອລາວເຫັນເປໂຕ ແລະ ໂຢຮັນກຳລັງຈະເຂົ້າໄປ, ລາວຈຶ່ງຂໍເງິນນຳພວກເພິ່ນ.4ເປໂຕໄດ້ຈ້ອງຕາເບິ່ງທີ່ລາວ, ສ່ວນໂຢຮັນກໍເໝືອນກັນ. ແລ້ວເປໂຕຈຶ່ງເວົ້າວ່າ, “ຈົ່ງເບິ່ງພວກເຮົາແມ!”5ດັ່ງນັ້ນລາວຈຶ່ງຈ້ອງຕາເບິ່ງພວກເພິ່ນ, ໂດຍຫວັງວ່າຈະໄດ້ຮັບສິ່ງໃດສິ່ງໜຶ່ງຈາກພວກເພິ່ນ.6ເປໂຕຈຶ່ງເວົ້າວ່າ, “ເງິນ ຫລື ຄຳເຮົາບໍ່ມີ, ແຕ່ສິ່ງທີ່ເຮົາມີນັ້ນເຮົາຈະໃຫ້ແກ່ເຈົ້າ. ໃນນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ, ຈົ່ງຍ່າງໄປ”.7ເປໂຕໄດ້ຈັບມືເບື້ອງຂວາຂອງລາວ, ຊ່ວຍດຶງລາວຂຶ້ນ, ທັນໃດນັ້ນ ຕີນ ແລະ ຂໍ່ຕີນຂອງຊາຍຜູ້ນີ້ກໍມີແຮງຂຶ້ນ.8ລາວໄດ້ໂດດຢືນຂຶ້ນ ແລະ ເລີ່ມຍ່າງ. ຫລັງຈາກນັ້ນ ລາວກໍເຂົ້າໄປໃນເດີ່ນວິຫານກັບເປໂຕ ແລະ ໂຢຮັນ, ຍ່າງ ແລະ ໂດດເຕັ້ນ, ແລ້ວກໍສັນລະເສີນພຣະເຈົ້າ.9ເມື່ອປະຊາຊົນທຸກຄົນໄດ້ເຫັນລາວຍ່າງໄປ ແລະ ສັນລະເສີນພຣະເຈົ້າ10ພວກເຂົາຈຶ່ງຈື່ໄດ້ວ່າລາວເປັນຄົນດຽວກັນກັບຜູ້ທີ່ເຄີຍນັ່ງຂໍທານຢູ່ທີ່ປະຕູງາມຂອງວິຫານ, ແລ້ວພວກເຂົາຈຶ່ງປະຫລາດໃຈ ແລະ ອັດສະຈັນໃຈໃນສິ່ງທີ່ເກີດຂຶ້ນກັບຊາຍຄົນນີ້.ເປໂຕກ່າວກັບຜູ້ທີ່ຢູ່ໃນເຫດການ
11ໃນຂະນະທີ່ຄົນຂໍທານຄົນນັ້ນຍັງຈັບມືເປໂຕ ແລະ ໂຢຮັນຢູ່, ປະຊາຊົນທັງໝົດຕ່າງກໍປະຫລາດໃຈ ແລະ ພາກັນແລ່ນມາຫາພວກເພິ່ນໃນບໍລິເວນທີ່ເອີ້ນວ່າລະບຽງຂອງໂຊໂລໂມນ.12ເມື່ອເປໂຕເຫັນຢ່າງນີ້, ເພິ່ນຈຶ່ງກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງຊາວອິດສະຣາເອນ, ເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ພວກທ່ານປະຫລາດໃຈ? ເປັນຫຍັງຈຶ່ງຈ້ອງຕາເບິ່ງຄືກັບວ່າພວກເຮົາເຮັດໃຫ້ຄົນນີ້ຍ່າງໄດ້ດ້ວຍລິດອຳນາດ ຫລື ຄວາມຊອບທຳຂອງພວກເຮົາເອງ?13ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາມອບສະຫງ່າລາສີໃຫ້ແກ່ພຣະເຢຊູເຈົ້າຜູ້ຮັບໃຊ້ຂອງພຣະອົງ ເຊິ່ງທ່ານທັງຫລາຍໄດ້ມອບພຣະອົງໃຫ້ໄປຖືກຂ້າ ແລະ ໄດ້ປະຕິເສດພຣະອົງຕໍ່ໜ້າປີລາດ, ເຖິງແມ່ນວ່າປີລາດຕັ້ງໃຈໄວ້ແລ້ວຈະປ່ອຍພຣະອົງໄປ.14ພວກທ່ານໄດ້ປະຕິເສດອົງບໍລິສຸດ ແລະ ຊອບທຳ, ແຕ່ຂໍໃຫ້ປ່ອຍຜູ້ຮ້າຍຂ້າຄົນໃຫ້ແກ່ພວກທ່ານແທນ.15ພວກທ່ານທັງຫລາຍໄດ້ຂ້າພຣະອົງຜູ້ທີ່ໃຫ້ຊີວິດ, ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ, ຝ່າຍພວກເຮົາກໍເປັນພະຍານໃນເລື່ອງນີ້.16ໂດຍຄວາມເຊື່ອໃນນາມຂອງພຣະເຢຊູເຈົ້າ, ຊາຍຜູ້ນີ້ທີ່ພວກທ່ານເຫັນ ແລະ ຮູ້ຈັກຈຶ່ງມີແຮງຂຶ້ນມາ. ໂດຍນາມຂອງພຣະເຢຊູເຈົ້າ ແລະ ຄວາມເຊື່ອທີ່ມາທາງພຣະອົງເຮັດໃຫ້ຄົນນີ້ດີເປັນປົກກະຕິຕາມທີ່ພວກທ່ານທັງຫລາຍໄດ້ເຫັນ.17“ມາບັດນີ້ ພີ່ນ້ອງຊາວອິດສະຣາເອນ ຂ້າພະເຈົ້າຮູ້ແລ້ວວ່າສິ່ງທີ່ພວກທ່ານໄດ້ເຮັດໄປຕາມຄວາມບໍ່ຮູ້ ພວກຜູ້ນຳຂອງພວກທ່ານກໍເຮັດເໝືອນກັນ.18ແຕ່ພຣະເຈົ້າໄດ້ໃຫ້ສິ່ງນີ້ເກີດຂຶ້ນເພື່ອຈະເປັນຈິງຕາມທີ່ໄດ້ກ່າວໄວ້ລ່ວງໜ້າຜ່ານທາງຜູ້ທຳນວາຍທັງໝົດວ່າ ພຣະຄຣິດເຈົ້າ ຂອງພຣະອົງຕ້ອງທົນທຸກທໍລະມານ.19ດັ່ງນັ້ນ, ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນຄືນມາຫາພຣະເຈົ້າ, ເພື່ອວ່າບາບທັງຫລາຍຂອງພວກທ່ານຈະຖືກລຶບລ້າງອອກໄປ, ເວລາແຫ່ງຄວາມສົດຊື່ນຈະມາຈາກອົງພຣະຜູ້ເປັນເຈົ້າ,20ແລະ ເພື່ອພຣະອົງຈະສົ່ງພຣະເຢຊູເຈົ້າຜູ້ທີ່ຖືກແຕ່ງຕັ້ງໄວ້ເປັນພຣະເມຊີອາເພື່ອພວກທ່ານ.21ສະຫວັນຈະຕ້ອງຮັບພຣະອົງໄວ້ຈົນກວ່າຈະເຖິງເວລາທີ່ພຣະເຈົ້າຟື້ນຟູໃຫ້ທຸກສິ່ງນັ້ນດີເໝືອນເດີມ ຕາມທີ່ໄດ້ສັນຍາໄວ້ຜ່ານທາງບັນດາຜູ້ທຳນວາຍບໍລິສຸດຂອງພຣະອົງຕັ້ງແຕ່ດົນນານມາແລ້ວ.22ເພາະໂມເຊໄດ້ກ່າວໄວ້ວ່າ, ‘ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານຈະຕັ້ງຜູ້ທຳນວາຍຄົນໜຶ່ງຂຶ້ນມາຈາກພີ່ນ້ອງຂອງພວກທ່ານ ເໝືອນກັບຂ້າພະເຈົ້າ; ພວກທ່ານຕ້ອງເຊື່ອຟັງທຸກສິ່ງທີ່ເພິ່ນບອກ.23ຜູ້ໃດທີ່ບໍ່ເຊື່ອຟັງເພິ່ນຈະຖືກຕັດຂາດຈາກປະຊາຊົນຂອງເພິ່ນ’. 24“ແທ້ຈິງແລ້ວ, ບັນດາຜູ້ທຳນວາຍທັງຫລາຍເລີ່ມຕັ້ງແຕ່ຊາມູເອນທີ່ໄດ້ທຳນວາຍເຖິງເຫດການຂອງວັນເວລາເຫລົ່ານີ້.25ແລະ ທ່ານທັງຫລາຍເປັນຜູ້ຮັບມໍລະດົກຂອງບັນດາຜູ້ທຳນວາຍ ແລະ ຂອງພັນທະສັນຍາທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກທ່ານ. ພຣະອົງໄດ້ກ່າວກັບອັບຣາຮາມວ່າ, ‘ປະຊາຊາດທົ່ວໂລກຈະໄດ້ຮັບພອນຜ່ານທາງເຊື້ອສາຍຂອງເຈົ້າ’. 26ເມື່ອພຣະເຈົ້າໄດ້ເລືອກຜູ້ຮັບໃຊ້ຂອງພຣະອົງແລ້ວ, ກໍສົ່ງພຣະອົງມາຫາພວກທ່ານທັງຫລາຍກ່ອນ ເພື່ອອວຍພອນພວກທ່ານ ໂດຍເຮັດໃຫ້ແຕ່ລະຄົນຫັນໜີຈາກການຊົ່ວຮ້າຍຂອງຕົນ”.Biblica, Inc.