ກິດຈະການ2
ພຣະວິນຍານບໍລິສຸດເຈົ້າມາໃນວັນເພັນເຕຄໍສະເຕ
1ເມື່ອເຖິງວັນເພັນເຕຄໍສະເຕ, ພວກເພິ່ນທັງໝົດໄດ້ມາເຕົ້າໂຮມກັນຢູ່ໃນບ່ອນດຽວ.2ໃນທັນໃດນັ້ນ ກໍມີສຽງໜຶ່ງຈາກສະຫວັນເໝືອນສຽງພະຍຸແຮງດັງກ້ອງໄປທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ.3ພວກເພິ່ນເຫັນລີ້ນເປັນເໝືອນຮູບແປວໄຟແຕກກະຈາຍອອກໄປ ແລະ ມາຢູ່ເທິງພວກເພິ່ນແຕ່ລະຄົນ.4ພວກເພິ່ນທຸກຄົນຈຶ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມເວົ້າພາສາແປກໆ ຕາມທີ່ພຣະວິນຍານບໍລິສຸດເຈົ້າໃຫ້ພວກເພິ່ນເວົ້າໄດ້.5ໃນຂະນະນັ້ນ ມີຊາວຢິວຜູ້ຢຳເກງພຣະເຈົ້າຈາກທຸກຊາດທົ່ວໃຕ້ສະຫວັນມາພັກອາໄສຢູ່ເຢຣູຊາເລັມ.6ເມື່ອພວກເພິ່ນໄດ້ຍິນສຽງນີ້ແລ້ວ ຄົນທັງຫລາຍກໍມາເຕົ້າໂຮມກັນດ້ວຍຄວາມສັບສົນ ເພາະແຕ່ລະຄົນຕ່າງກໍໄດ້ຍິນພວກເຂົາເວົ້າພາສາຂອງຕົນ.7ພວກເຂົາຈຶ່ງຖາມດ້ວຍຄວາມປະຫລາດໃຈທີ່ສຸດວ່າ, “ຄົນເຫລົ່ານີ້ທີ່ກຳລັງເວົ້າຢູ່ແມ່ນຊາວຄາລີເລທັງໝົດບໍ່ແມ່ນບໍ?8ແລ້ວດ້ວຍເຫດໃດ ພວກເຮົາແຕ່ລະຄົນຈຶ່ງໄດ້ຍິນພວກເຂົາເວົ້າພາສາທ້ອງຖິ່ນຂອງພວກເຮົາ?9ຄືຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນທີ່ຢູ່ໃນແຖບເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ,10ຟີເຄຍ ແລະ ປຳຟີເລຍ, ເອຢິບ ແລະ ສ່ວນຕ່າງໆຂອງລີເບຍ ເຊິ່ງໃກ້ກັບກີເຣເນ, ຜູ້ມາຢ້ຽມຢາມຈາກນະຄອນໂຣມ11(ທັງຄົນຢິວ ແລະ ຄົນຕ່າງຊາດທີ່ຖືສາສະໜາຢິວ), ຊາວກະເຣເຕ ແລະ ຊາວອາຣັບ ພວກເຮົາໄດ້ຍິນພວກເຂົາປະກາດເຖິງຄວາມອັດສະຈັນຂອງພຣະເຈົ້າດ້ວຍພາສາຂອງພວກເຮົາເອງ!”12ພວກເຂົາຕ່າງກໍປະຫລາດໃຈ ແລະ ສັບສົນ, ພວກເຂົາຈຶ່ງຖາມກັນວ່າ, “ສິ່ງນີ້ໝາຍຄວາມວ່າແນວໃດ?”13ແຕ່ບາງຄົນກໍໄດ້ເຢາະເຢີ້ຍພວກເຂົາ ແລະ ເວົ້າວ່າ, “ພວກເຂົາໄດ້ດື່ມເຫລົ້າອະງຸ່ນຫລາຍເກີນໄປ”.ເປໂຕກ່າວຄຳປາໄສຕໍ່ປະຊາຊົນ
14ແລ້ວເປໂຕຈຶ່ງໄດ້ຢືນຂຶ້ນພ້ອມກັບອັກຄະສາວົກສິບເອັດຄົນ ແລະ ກ່າວຄຳປາໄສຕໍ່ປະຊາຊົນດ້ວຍສຽງດັງວ່າ, “ພີ່ນ້ອງຊາວຢິວ ແລະ ທ່ານທັງຫລາຍທີ່ອາໄສຢູ່ໃນເຢຣູຊາເລັມ, ຂໍໃຫ້ຂ້າພະເຈົ້າໄດ້ຊີ້ແຈງເລື່ອງນີ້ແກ່ພວກທ່ານທັງຫລາຍ ຈົ່ງຕັ້ງໃຈຟັງສິ່ງທີ່ຂ້າພະເຈົ້າຈະກ່າວໃຫ້ດີ.15ຄົນເຫລົ່ານີ້ບໍ່ໄດ້ເມົາເຫລົ້າເໝືອນທີ່ພວກທ່ານຄິດ. ເຊິ່ງຫາກໍເກົ້າໂມງເຊົ້າ!16ບໍ່ແມ່ນ, ເຫດການນີ້ແມ່ນໄດ້ເປັນໄປຕາມທີ່ຜູ້ທຳນວາຍໂຢເອນໄດ້ກ່າວໄວ້ວ່າ:17“ ‘ພຣະເຈົ້າກ່າວວ່າ, ໃນວັນສຸດທ້າຍເຮົາຈະເທພຣະວິນຍານບໍລິສຸດເຈົ້າຂອງເຮົາເທິງທຸກຄົນ.ລູກຊາຍ ແລະ ລູກສາວຂອງພວກເຈົ້າຈະທຳນວາຍ,ພວກຊາຍໜຸ່ມຂອງພວກເຈົ້າຈະເຫັນນິມິດ,ພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ.18ເມື່ອເຖິງເວລານັ້ນ ເຮົາຈະເທພຣະວິນຍານບໍລິສຸດເຈົ້າຂອງເຮົາລົງມາເທິງຜູ້ຮັບໃຊ້ຂອງເຮົາທັງຊາຍ ແລະ ຍິງແລະ ພວກເຂົາຈະທຳນວາຍ.19ເຮົາຈະສະແດງການອັດສະຈັນໃນຟ້າສະຫວັນເບື້ອງເທິງແລະ ໝາຍສຳຄັນທີ່ແຜ່ນດິນໂລກເບື້ອງລຸ່ມ,ຈະມີເລືອດກັບໄຟ ແລະ ມີອາຍຄວັນ.20ດວງຕາເວັນຈະຖືກປ່ຽນເປັນຄວາມມືດແລະ ດວງເດືອນຈະກາຍເປັນເລືອດກ່ອນວັນອັນຍິ່ງໃຫຍ່ ແລະ ເຕັມດ້ວຍສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ.21ແລະ ທຸກຄົນທີ່ຮ້ອງອອກນາມຂອງອົງພຣະຜູ້ເປັນເຈົ້າກໍຈະໄດ້ຮັບຄວາມພົ້ນ’. 22“ປະຊາຊົນອິດສະຣາເອນ, ຂໍຈົ່ງຟັງສິ່ງນີ້ ພຣະເຢຊູເຈົ້າຊາວນາຊາເຣັດເປັນຜູ້ທີ່ພຣະເຈົ້າໄດ້ສະແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວດ້ວຍການອັດສະຈັນ, ການອິດທິຣິດ ແລະ ດ້ວຍໝາຍສຳຄັນຕ່າງໆ, ເຊິ່ງພຣະເຈົ້າໄດ້ກະທຳໃນທ່າມກາງພວກເຈົ້າຜ່ານທາງພຣະອົງ, ຕາມທີ່ພວກທ່ານເອງກໍຮູ້ເລື່ອງນີ້ຢູ່ແລ້ວ.23ພຣະເຢຊູເຈົ້າຜູ້ນີ້ໄດ້ຖືກມອບໃຫ້ພວກທ່ານຕາມທີ່ພຣະເຈົ້າໄດ້ກຳນົດແຜນການໄວ້ ແລະ ໄດ້ຮູ້ລ່ວງໜ້າກ່ອນແລ້ວ ແລະ ໂດຍການຊ່ວຍເຫລືອຂອງຄົນຊົ່ວຮ້າຍ ພວກທ່ານຈຶ່ງໄດ້ຈັບພຣະອົງໄປຂ້າດ້ວຍການຄຶງພຣະອົງໄວ້ທີ່ໄມ້ກາງແຂນ.24ແຕ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍ ໄດ້ປົດປ່ອຍພຣະອົງອອກຈາກຄວາມເຈັບປວດ, ອອກຈາກອຳນາດແຫ່ງຄວາມຕາຍ, ເພາະຄວາມຕາຍບໍ່ສາມາດຈະກັກຈ່ອງພຣະອົງໄວ້ໄດ້.25ເພາະວ່າດາວິດໄດ້ກ່າວເຖິງພຣະອົງວ່າ:“ ‘ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າຢູ່ຕໍ່ໜ້າຂ້ານ້ອຍຕະຫລອດເວລາເພາະວ່າພຣະອົງຢູ່ກໍ້າຂວາມືຂອງຂ້ານ້ອຍຂ້ານ້ອຍຈະບໍ່ຫວັ່ນໄຫວ.26ເຫດສະນັ້ນ ຈິດໃຈຂອງຂ້ານ້ອຍຈຶ່ງມີຄວາມຍິນດີ ແລະ ລີ້ນຂອງຂ້ານ້ອຍກໍຊື່ນຊົມຍິນດີ;ຮ່າງກາຍຂອງຂ້ານ້ອຍກໍຈະພັກດ້ວຍຄວາມຫວັງເໝືອນກັນ,27ເພາະພຣະອົງຈະບໍ່ປະຖິ້ມຂ້ານ້ອຍໄວ້ໃນແດນຄົນຕາຍພຣະອົງຈະບໍ່ປ່ອຍໃຫ້ຜູ້ບໍລິສຸດຂອງພຣະອົງສຳພັດກັບຄວາມເນົ່າເປື່ອຍ.28ພຣະອົງໄດ້ເຮັດໃຫ້ຂ້ານ້ອຍໄດ້ຮູ້ຫົນທາງແຫ່ງຊີວິດພຣະອົງຈະໃຫ້ຂ້ານ້ອຍເຕັມບໍລິບູນດ້ວຍຄວາມຊື່ນຊົມຍິນດີເມື່ອຢູ່ຕໍ່ໜ້າພຣະອົງ’. 29“ພີ່ນ້ອງທັງຫລາຍຊາວອິດສະຣາເອນ, ຂ້າພະເຈົ້າບອກພວກເຈົ້າໄດ້ຢ່າງໝັ້ນໃຈວ່າ, ດາວິດບັນພະບຸລຸດຂອງພວກເຮົາໄດ້ຕາຍ ແລະ ໄດ້ຖືກຝັງໄວ້ແລ້ວ ແລະ ອຸບມຸງຂອງເພິ່ນກໍຢູ່ບ່ອນນີ້ຈົນເຖິງທຸກວັນນີ້.30ແຕ່ເພິ່ນເປັນຜູ້ທຳນວາຍ ແລະ ຮູ້ວ່າພຣະເຈົ້າໄດ້ໃຫ້ຄຳໝັ້ນສັນຍາກັບເພິ່ນວ່າພຣະອົງຈະຕັ້ງຜູ້ໜຶ່ງໃນເຊື້ອສາຍຂອງເພິ່ນໃຫ້ຄອງບັນລັງຂອງເພິ່ນ.31ດາວິດຮູ້ລ່ວງໜ້າກ່ອນແລ້ວ, ເພິ່ນຈຶ່ງໄດ້ກ່າວເຖິງການເປັນຄືນມາຈາກຕາຍຂອງພຣະຄຣິດເຈົ້າ, ວ່າພຣະເຈົ້າຈະບໍ່ປະຖິ້ມພຣະອົງໄວ້ໃນແດນຄົນຕາຍ, ຫລື ເນື້ອກາຍຂອງພຣະອົງກໍບໍ່ເນົ່າເປື່ອຍ.32ພຣະເຈົ້າໃຫ້ພຣະເຢຊູເຈົ້າຜູ້ນີ້ໃຫ້ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າທຸກຄົນຕ່າງກໍເປັນພະຍານໃນເລື່ອງຄວາມຈິງນີ້.33ເມື່ອພຣະອົງຖືກຍົກຂຶ້ນສູ່ເບື້ອງຂວາມືຂອງພຣະເຈົ້າແລ້ວ ພຣະອົງໄດ້ຮັບພຣະວິນຍານບໍລິສຸດເຈົ້າຈາກພຣະບິດາເຈົ້າຕາມສັນຍາ ແລະ ໄດ້ເທລົງມາ ເໝືອນດັ່ງທີ່ພວກເຈົ້າໄດ້ເຫັນ ແລະ ໄດ້ຍິນຢູ່ນີ້.34ເພາະດາວິດບໍ່ໄດ້ຂຶ້ນໄປເທິງສະຫວັນ, ແຕ່ເພິ່ນໄດ້ກ່າວວ່າ,“ ‘ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບອົງເຈົ້ານາຍຂອງຂ້ານ້ອຍວ່າ:“ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ35ຈົນກວ່າເຮົາຈະເຮັດໃຫ້ສັດຕູທັງຫລາຍຂອງເຈົ້າເປັນບ່ອນຮອງຕີນຂອງເຈົ້າ” ’ .36“ເຫດສະນັ້ນ ໃຫ້ປະຊາຊົນອິດສະຣາເອນທັງຫລາຍໝັ້ນໃຈໃນສິ່ງນີ້ຄື ພຣະເຈົ້າໄດ້ຕັ້ງພຣະເຢຊູເຈົ້າຜູ້ນີ້ ທີ່ພວກທ່ານໄດ້ຄຶງໄວ້ທີ່ໄມ້ກາງແຂນ ໃຫ້ເປັນທັງອົງພຣະຜູ້ເປັນເຈົ້າ ແລະ ເປັນພຣະເມຊີອາ”.37ເມື່ອຄົນທັງຫລາຍໄດ້ຍິນຢ່າງນີ້ແລ້ວ ພວກເຂົາຕ່າງກໍຮູ້ສຶກເຈັບຊ້ຳກິນແໜງໃຈຫລາຍ ຈຶ່ງເວົ້າກັບເປໂຕ ແລະ ອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງ ພວກເຮົາຄວນຈະເຮັດຢ່າງໃດ?”38ເປໂຕຕອບວ່າ, “ພວກທ່ານທຸກຄົນຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອບາບຂອງພວກທ່ານຈະໄດ້ຮັບການອະໄພ ແລະ ພວກທ່ານກໍຈະໄດ້ຮັບຂອງປະທານຄືພຣະວິນຍານບໍລິສຸດເຈົ້າ.39ສັນຍານີ້ມີໄວ້ເພື່ອພວກທ່ານທັງຫລາຍ ແລະ ລູກຫລານຂອງພວກທ່ານ ຕະຫລອດຈົນຄົນທັງປວງທີ່ຢູ່ຫ່າງໄກ ຄືທຸກຄົນທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາຈະເອີ້ນ”.40ແລ້ວເປໂຕໄດ້ເຕືອນພວກເຂົາອີກຫລາຍຄຳ ແລະ ອ້ອນວອນວ່າ, “ຈົ່ງເອົາຕົວເອງໃຫ້ພົ້ນຈາກຄົນໃນຍຸກເສື່ອມຊາມນີ້”.41ບັນດາຜູ້ທີ່ຍອມຮັບຖ້ອຍຄຳຂອງເປໂຕກໍໄດ້ຮັບບັບຕິສະມາ ແລະ ໃນວັນນັ້ນ ມີສາວົກເພີ່ມຂຶ້ນອີກປະມານສາມພັນຄົນ.ການສາມັກຄີທຳຂອງຜູ້ທີ່ເຊື່ອ
42ພວກເຂົາທັງຫລາຍໄດ້ອຸທິດຕົວເອງໃນຄຳສອນຂອງພວກອັກຄະສາວົກ ແລະ ໃນການຮ່ວມສາມັກຄີທຳ, ໃນການຫັກເຂົ້າຈີ່ ແລະ ໃນອະທິຖານ.43ທຸກຄົນຕ່າງກໍຢ້ານໝາຍສຳຄັນ ແລະ ການອັດສະຈັນຫລາຍຢ່າງທີ່ພວກອັກຄະສາວົກໄດ້ເຮັດ.44ບັນດາຄົນທີ່ເຊື່ອນັ້ນກໍໄດ້ຢູ່ຮ່ວມກັນ ແລະ ໄດ້ນຳເອົາສິ່ງຂອງທີ່ຕົນມີຢູ່ນັ້ນມາເປັນຂອງສ່ວນລວມ.45ພວກເຂົາໄດ້ຂາຍທີ່ດິນ ແລະ ຊັບສິ່ງຂອງເພື່ອແຈກຢາຍໃຫ້ແຕ່ລະຄົນ ຜູ້ທີ່ມີຄວາມຈຳເປັນ.46ທຸກໆວັນ ພວກເຂົາໄດ້ສືບຕໍ່ມາເຕົ້າໂຮມກັນທີ່ເດີ່ນວິຫານ. ພວກເຂົາຫັກເຂົ້າຈີ່ຕາມບ້ານຂອງຕົນ ແລະ ກິນອາຫານຮ່ວມກັນດ້ວຍຄວາມຊື່ນຊົມຍິນດີ ແລະ ດ້ວຍຄວາມຈິງໃຈ,47ພວກເຂົາພາກັນສັນລະເສີນພຣະເຈົ້າ ແລະ ເປັນທີ່ພໍໃຈຂອງຄົນທັງໝົດ. ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ໃຫ້ມີຜູ້ທີ່ໄດ້ຮັບຄວາມພົ້ນເພີ່ມຈຳນວນຂຶ້ນທຸກໆວັນ.Biblica, Inc.