ກິດຈະການ26
1ແລ້ວອັກຄຣີປາຈຶ່ງກ່າວກັບໂປໂລວ່າ, “ເຈົ້າໄດ້ຮັບອະນຸຍາດໃຫ້ເວົ້າແກ້ຄະດີຂອງເຈົ້າເອງ”.
ດັ່ງນັ້ນ ໂປໂລຈຶ່ງໂບກມືຂອງຕົນ ແລະ ເລີ່ມແກ້ຄະດີວ່າ:2“ຂ້າແດ່ກະສັດອັກຄຣີປາ, ຂ້ານ້ອຍຂໍຖືເປັນໂອກາດດີທີ່ໄດ້ຢືນຢູ່ຕໍ່ໜ້າທ່ານວັນນີ້ເພື່ອແກ້ຂໍ້ກ່າວຫາທັງຫລາຍຂອງພວກຢິວ,3ທີ່ຂ້ານ້ອຍຮູ້ສຶກເຊັ່ນນີ້ກໍເພາະທ່ານຮູ້ຈັກທຳນຽມ ແລະ ຂໍ້ຂັດແຍ້ງຕ່າງໆທັງຫລາຍຂອງຊາວຢິວເປັນຢ່າງດີ. ເຫດສະນັ້ນ, ຂໍໃຫ້ທ່ານອົດທົນຟັງຂ້ານ້ອຍສາ.4“ພວກຢິວທຸກຄົນຮູ້ແນວທາງການດຳເນີນຊີວິດຂອງຂ້ານ້ອຍມາຕັ້ງແຕ່ຂ້ານ້ອຍຍັງເປັນເດັກນ້ອຍ, ນັບຕັ້ງແຕ່ກຳເນີດໃນບ້ານເມືອງຂອງຂ້ານ້ອຍເອງ ແລະ ທັງໃນນະຄອນເຢຣູຊາເລັມເໝືອນກັນ.5ພວກເຂົາໄດ້ຮູ້ຈັກຂ້ານ້ອຍມາດົນນານແລ້ວ ແລະ ສາມາດເປັນພະຍານໄດ້ຖ້າພວກເຂົາເຕັມໃຈ, ວ່າຂ້ານ້ອຍປະຕິບັດຕາມນິກາຍທີ່ເຄັ່ງຄັດທີ່ສຸດໃນສາສະໜາຂອງພວກຂ້ານ້ອຍ, ຄືດຳເນີນຊີວິດໃນຖານະຟາຣີຊາຍຄົນໜຶ່ງ.6ແລະ ບັດນີ້ ທີ່ຂ້ານ້ອຍຖືກສືບສວນໃນວັນນີ້ກໍເພາະຂ້ານ້ອຍມີຄວາມຫວັງໃນສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກຂ້ານ້ອຍ.7ເປັນຄຳສັນຍາທີ່ພວກຂ້ານ້ອຍສິບສອງຕະກຸນຫວັງວ່າຈະເປັນຈິງຂະນະທີ່ພວກເຂົາຮ້ອນຮົນບົວລະບັດພຣະເຈົ້າທັງກາງເວັນ ແລະ ກາງຄືນ. ຂ້າແດ່ກະສັດອັກຄຣີປາ, ເພາະຄວາມຫວັງນີ້ເອງພວກຢິວເຫລົ່ານີ້ຈຶ່ງກ່າວຫາຂ້ານ້ອຍ.8ດ້ວຍເຫດໃດ ພວກທ່ານຈຶ່ງເຫັນວ່າເປັນໄປບໍ່ໄດ້ທີ່ພຣະເຈົ້າຈະເຮັດໃຫ້ຄົນຕາຍເປັນຄືນມາຈາກຕາຍ?9“ຂ້ານ້ອຍເອງກໍເຄີຍເຊື່ອວ່າ ຈະຕ້ອງເຮັດທຸກວິທີເທົ່າທີ່ເປັນໄປໄດ້ເພື່ອຕໍ່ຕ້ານນາມຂອງພຣະເຢຊູເຈົ້າຊາວນາຊາເຣັດ.10ແລະ ນັ້ນແຫລະຄືສິ່ງທີ່ຂ້ານ້ອຍໄດ້ເຮັດໃນເຢຣູຊາເລັມ. ຂ້ານ້ອຍໄດ້ຈັບຄົນຂອງພຣະເຈົ້າຫລາຍຄົນເຂົ້າຄຸກ ໂດຍອາໄສສິດອຳນາດຂອງບັນດາຫົວໜ້າປະໂລຫິດ ແລະ ເມື່ອພວກເຂົາຖືກຂ້າ, ຂ້ານ້ອຍກໍເຫັນພ້ອມດ້ວຍ.11ຫລາຍຄັ້ງຂ້ານ້ອຍໄປຕາມທຳມະສາລາຕ່າງໆເພື່ອລົງໂທດພວກເຂົາ ແລະ ພະຍາຍາມບີບບັງຄັບໃຫ້ພວກເຂົາກ່າວຄຳໝິ່ນປະໝາດຕໍ່ພຣະເຈົ້າ. ຂ້ານ້ອຍຄຽດແຄ້ນພວກເຂົາແຮງຈົນວ່າຕາມໄປຂົ່ມເຫັງພວກເຂົາທີ່ເມືອງຕ່າງໆໃນຕ່າງປະເທດ.12“ໃນການເດີນທາງຄັ້ງໜຶ່ງ ຂ້ານ້ອຍກຳລັງຈະໄປຍັງເມືອງດາມັສກັດ ໂດຍໄດ້ຮັບສິດອຳນາດ ແລະ ການມອບໝາຍຈາກມະຫາປະໂລຫິດ.13ກະສັດອັກຄຣີປາທີ່ນັບຖື, ປະມານຕອນທ່ຽງໃນຂະນະທີ່ຢູ່ກາງທາງ ຂ້ານ້ອຍເຫັນແສງສະຫວ່າງຈາກສະຫວັນ ແສງກ້າກວ່າແສງອາທິດ ສ່ອງອ້ອມຂ້ານ້ອຍ ແລະ ຄົນທີ່ເດີນທາງໄປກັບຂ້ານ້ອຍ.14ພວກຂ້ານ້ອຍທັງໝົດລົ້ມລົງພື້ນດິນ ແລະ ຂ້ານ້ອຍໄດ້ຍິນສຽງໜຶ່ງກ່າວຕໍ່ຂ້ານ້ອຍເປັນພາສາອາຣາມິກ ວ່າ, ‘ໂຊໂລ, ໂຊໂລເອີຍ, ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ? ເປັນການຍາກທີ່ເຈົ້າຈະຄັດຄ້ານຄວາມປະສົງຂອງເຮົາ’.15“ແລ້ວຂ້ານ້ອຍຈຶ່ງຖາມວ່າ, ‘ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງເປັນຜູ້ໃດ?’
“ອົງພຣະຜູ້ເປັນເຈົ້າຕອບວ່າ, ‘ເຮົາແມ່ນເຢຊູຜູ້ທີ່ເຈົ້າກຳລັງຂົ່ມເຫັງນັ້ນແຫລະ.16ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່. ເຮົາໄດ້ປາກົດແກ່ເຈົ້າກໍເພື່ອແຕ່ງຕັ້ງເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າໄດ້ເຫັນກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສະແດງແກ່ເຈົ້າ.17ເຮົາຈະຊ່ວຍເຈົ້າໃຫ້ພົ້ນຈາກພີ່ນ້ອງຮ່ວມຊາດຂອງເຈົ້າເອງ ແລະ ຈາກຄົນຕ່າງຊາດ. ເຮົາຈະສົ່ງເຈົ້າໄປຫາພວກເຂົາ18ເພື່ອເປີດຕາຂອງພວກເຂົາ ແລະ ນຳພວກເຂົາອອກຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງມານຊາຕານມາຫາພຣະເຈົ້າ ເພື່ອພວກເຂົາຈະໄດ້ຮັບການອະໄພບາບ ແລະ ໄດ້ຢູ່ໃນທ່າມກາງຜູ້ທີ່ໄດ້ຮັບການຊຳລະໃຫ້ບໍລິສຸດໂດຍເຊື່ອໃນເຮົາ’.19“ຫລັງຈາກນັ້ນ ຂ້າແດ່ກະສັດອັກຄຣີປາ ຂ້ານ້ອຍຈຶ່ງບໍ່ຂັດຂືນຕໍ່ນິມິດຈາກສະຫວັນນັ້ນ.20ທຳອິດ ຂ້ານ້ອຍໄດ້ປະກາດແກ່ຄົນທັງຫລາຍໃນເມືອງດາມັສກັດ, ຈາກນັ້ນກໍໄດ້ປະກາດແກ່ຄົນທັງຫລາຍໃນນະຄອນເຢຣູຊາເລັມ ແລະ ທົ່ວແຂວງຢູດາຍ ແລະ ແກ່ຄົນຕ່າງຊາດເໝືອນກັນ, ຂ້ານ້ອຍໄດ້ປະກາດວ່າໃຫ້ພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່, ຫັນມາຫາພຣະເຈົ້າ ແລະ ສະແດງໃຫ້ເຫັນການກັບໃຈໃໝ່ດ້ວຍການກະທຳຂອງຕົນ.21ດ້ວຍເຫດນີ້ແຫລະ ພວກຢິວຈຶ່ງຈັບກຸມຂ້ານ້ອຍທີ່ເດີ່ນວິຫານ ແລະ ພະຍາຍາມຈະຂ້າຂ້ານ້ອຍ.22ແຕ່ພຣະເຈົ້າໄດ້ຊ່ວຍຂ້ານ້ອຍມາຈົນເຖິງທຸກວັນນີ້; ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ມາຢືນຢູ່ທີ່ນີ້ ແລະ ເປັນພະຍານຕໍ່ຜູ້ໃຫຍ່ ແລະ ຜູ້ນ້ອຍ. ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດນອກເໜືອຈາກສິ່ງທີ່ບັນດາຜູ້ທຳນວາຍ ແລະ ໂມເຊກ່າວໄວ້ວ່າຈະຕ້ອງເກີດຂຶ້ນ,23ຄືທີ່ພຣະຄຣິດເຈົ້າ ຈະຕ້ອງທົນທຸກທໍລະມານ ແລະ, ໃນຖານະທີ່ເປັນຜູ້ທຳອິດທີ່ເປັນຄືນມາຈາກຕາຍ ແລະ ນຳແສງສະຫວ່າງມາສູ່ຄົນຂອງພຣະອົງເອງ ແລະ ຄົນຕ່າງຊາດ”.24ມາເຖິງຕອນນີ້ເຟຊະໂຕກໍຮ້ອງຂຶ້ນຂັດໂປໂລວ່າ, “ໂປໂລເອີຍ! ເຈົ້າເປັນບ້າໄປແລ້ວ, ເຈົ້າຮຽນຫລາຍຈົນເຮັດໃຫ້ເຈົ້າເປັນບ້າ”.25ໂປໂລຕອບວ່າ, “ພະນະທ່ານ ເຟຊະໂຕ ຂ້ານ້ອຍບໍ່ໄດ້ເປັນບ້າ, ສິ່ງທີ່ຂ້ານ້ອຍກຳລັງເວົ້າເປັນຄວາມຈິງ ແລະ ສົມເຫດສົມຜົນ.26ກະສັດເອງກໍຮູ້ເລື່ອງເຫລົ່ານີ້ດີ ແລະ ຂ້ານ້ອຍສາມາດຕອບໄດ້ຢ່າງເປີດເຜີຍ. ຂ້ານ້ອຍເຊື່ອວ່າບໍ່ມີຈັກສິ່ງທີ່ພົ້ນຈາກສາຍຕາຂອງກະສັດ, ເພາະສິ່ງເຫລົ່ານີ້ບໍ່ໄດ້ເກີດຂຶ້ນໃນບ່ອນລັບລີ້.27ຂ້າແດ່ກະສັດອັກຄຣີປາ ທ່ານເຊື່ອພວກຜູ້ທຳນວາຍບໍ? ຂ້ານ້ອຍຮູ້ວ່າທ່ານເຊື່ອ”.28ແລ້ວອັກຄຣີປາຈຶ່ງເວົ້າກັບໂປໂລວ່າ, “ເຈົ້າຄິດວ່າໃນເວລາສັ້ນໆເທົ່ານີ້ເຈົ້າຈະຊັກຊວນໃຫ້ເຮົາເປັນຄຣິສຕຽນໄດ້ບໍ?”29ໂປໂລຕອບວ່າ, “ບໍ່ວ່າໃນເວລາສັ້ນ ຫລື ຍາວ ຂ້ານ້ອຍກໍອະທິຖານຕໍ່ພຣະເຈົ້າວ່າ ບໍ່ແມ່ນເພື່ອທ່ານເທົ່ານັ້ນແຕ່ຂໍໃຫ້ຄົນທັງຫລາຍທີ່ຟັງຂ້ານ້ອຍກ່າວຢູ່ໃນວັນນີ້ເປັນເໝືອນຂ້ານ້ອຍ, ເວັ້ນໄວ້ແຕ່ການຖືກລ່າມໂສ້ຢ່າງນີ້”.30ກະສັດລຸກຂຶ້ນ, ຜູ້ປົກຄອງ, ນາງເບນີເກ ແລະ ຄົນທັງຫລາຍທີ່ນັ່ງຢູ່ກໍລຸກຂຶ້ນພ້ອມກັບກະສັດ.31ຫລັງຈາກພວກເຂົາອອກໄປຈາກຫ້ອງນັ້ນແລ້ວ, ພວກເຂົາເລີ່ມເວົ້າກັນວ່າ, “ຊາຍຄົນນີ້ບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຕ້ອງຮັບໂທດປະຫານຊີວິດ ຫລື ຂັງຄຸກ”.32ອັກຄຣີປາເວົ້າກັບເຟຊະໂຕວ່າ, “ຖ້າຊາຍຄົນນີ້ບໍ່ໄດ້ອຸທອນໄປເຖິງກາຍຊາກໍປ່ອຍລາວໄປໄດ້”.

Biblica, Inc.