ກິດຈະການ25
ການສືບສວນໂປໂລຕໍ່ໜ້າເຟຊະໂຕ
1ເມື່ອເຟຊະໂຕມາຮອດແຂວງນັ້ນໄດ້ສາມວັນແລ້ວ, ເພິ່ນກໍອອກຈາກເມືອງກາຍຊາເຣຍຂຶ້ນໄປທີ່ເຢຣູຊາເລັມ,2ບ່ອນທີ່ບັນດາຫົວໜ້າປະໂລຫິດ ແລະ ບັນດາຜູ້ນຳຊາວຢິວມາປາກົດຕໍ່ໜ້າເພິ່ນ ແລະ ພວກເຂົາຍື່ນຟ້ອງໂປໂລ.3ພວກເຂົາຂໍຮ້ອງເຟຊະໂຕໃຫ້ເຫັນແກ່ພວກເຂົາ, ໂດຍໃຫ້ຍ້າຍໂປໂລມາທີ່ເຢຣູຊາເລັມ, ເພາະວ່າພວກເຂົາຕຽມແຜນການຈະລັດຂ້າໂປໂລກາງທາງ.4ເຟຊະໂຕຕອບວ່າ, “ໂປໂລຖືກຄຸມໂຕຢູ່ທີ່ເມືອງກາຍຊາເຣຍ ແລະ ເຮົາເອງກໍກຳລັງຈະໄປທີ່ນັ້ນໃນໄວໆນີ້5ຈົ່ງໃຫ້ຜູ້ນຳບາງຄົນໄປກັບເຮົາ ແລະ ຖ້າລາວໄດ້ເຮັດຜິດປະການໃດ, ພວກເຂົາສາມາດຍື່ນຟ້ອງລາວຢູ່ທີ່ນັ້ນ”.6ຫລັງຈາກພັກຢູ່ກັບພວກເຂົາໄດ້ແປດຫາສິບວັນແລ້ວ, ເຟຊະໂຕກໍລົງໄປທີ່ເມືອງກາຍຊາເຣຍ. ໃນວັນຕໍ່ມາ ເຟຊະໂຕນັ່ງໃນສານພິຈາລະນາຄະດີ ແລະ ສັ່ງໃຫ້ນຳເອົາໂປໂລເຂົ້າມາຊ້ອງໜ້າເພິ່ນ.7ເມື່ອໂປໂລເຂົ້າມາແລ້ວ, ພວກຢິວທີ່ລົງມາຈາກເຢຣູຊາເລັມກໍເຂົ້າໄປຢືນອ້ອມໂປໂລໄວ້. ພວກເຂົານຳເອົາຂໍ້ກ່າວຫາທີ່ຮ້າຍແຮງຫລາຍປະການຕໍ່ສູ້ໂປໂລ, ແຕ່ພວກເຂົາບໍ່ສາມາດພິສູດໄດ້.8ແລ້ວໂປໂລຈຶ່ງແກ້ຂໍ້ກ່າວຫາວ່າ: “ຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ກົດບັນຍັດຂອງຢິວ ຫລື ຕໍ່ວິຫານ ຫລື ຕໍ່ກາຍຊາ”.9ເຟຊະໂຕຢາກເອົາໃຈພວກຢິວຈຶ່ງກ່າວກັບໂປໂລວ່າ, “ເຈົ້າເຕັມໃຈຈະຂຶ້ນໄປເຢຣູຊາເລັມເພື່ອສູ້ຄະດີຕາມຂໍ້ກ່າວຫາເຫລົ່ານີ້ຕໍ່ໜ້າເຮົາຢູ່ທີ່ນັ້ນບໍ?”10ໂປໂລຕອບວ່າ: “ຂະນະນີ້ຂ້າພະເຈົ້າກໍກຳລັງຢືນຢູ່ຕໍ່ໜ້າສານຂອງກາຍຊາ ເຊິ່ງເປັນບ່ອນທີ່ຂ້າພະເຈົ້າສົມຄວນຈະຖືກສືບສວນຢູ່ແລ້ວ. ຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ພວກຢິວຕາມທີ່ທ່ານເອງກໍຮູ້ດີ,11ເຖິງຢ່າງໃດກໍຕາມ ຖ້າຂ້າພະເຈົ້າໄດ້ເຮັດຜິດອັນໃດທີ່ສົມຄວນຈະມີໂທດເຖິງຕາຍ, ຂ້າພະເຈົ້າກໍຍອມຕາຍໂດຍບໍ່ຂັດຂືນເລີຍ. ແຕ່ຖ້າຂໍ້ກ່າວຫາຂອງຊາວຢິວເຫລົ່ານີ້ບໍ່ເປັນຄວາມຈິງແລ້ວ, ກໍບໍ່ມີຜູ້ໃດມີສິດມອບຂ້າພະເຈົ້າໃຫ້ພວກເຂົາ. ຂ້າພະເຈົ້າຂໍອຸທອນໄປເຖິງກາຍຊາ!”12ຫລັງຈາກເຟຊະໂຕຫາລືກັບຄະນະທີ່ປຶກສາແລ້ວ, ເພິ່ນກໍປະກາດວ່າ: “ເຈົ້າໄດ້ອຸທອນໄປເຖິງກາຍຊາ, ເຈົ້າກໍຕ້ອງໄປຫາກາຍຊາ!”ເຟຊະໂຕຫາລືກັບກະສັດອັກຄຣີປາ
13ສອງສາມວັນຕໍ່ມາ ກະສັດອັກຄຣີປາກັບນາງເບນີເກກໍມາຢ້ຽມຄຳນັບເຟຊະໂຕທີ່ເມືອງກາຍຊາເຣຍ.14ເນື່ອງຈາກພວກເພິ່ນຢູ່ທີ່ນັ້ນຫລາຍວັນ, ເຟຊະໂຕຈຶ່ງປຶກສາເລື່ອງຂອງໂປໂລກັບກະສັດ. ເພິ່ນກ່າວວ່າ: “ຢູ່ທີ່ນີ້ມີຊາຍຄົນໜຶ່ງທີ່ເປັນນັກໂທດທີ່ເຟລິກໄດ້ປະໄວ້,15ເມື່ອຂ້າພະເຈົ້າໄປທີ່ນະຄອນເຢຣູຊາເລັມ, ບັນດາຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ຂອງພວກຢິວໄດ້ນຳເອົາຂໍ້ກ່າວຫາຕໍ່ຕ້ານລາວ ແລະ ຂໍໃຫ້ຂ້າພະເຈົ້າຕັດສິນລົງໂທດລາວ.16“ຂ້າພະເຈົ້າບອກພວກເຂົາວ່າບໍ່ແມ່ນທຳນຽມຂອງໂຣມທີ່ຈະມອບຜູ້ໃດກໍຕາມກ່ອນທີ່ພວກເຂົາໄດ້ມາຊ້ອງໜ້າກັບຜູ້ກ່າວຫາຂອງພວກເຂົາ ແລະ ມີໂອກາດທີ່ຈະປ້ອງກັນຕົນເອງຕໍ່ຂໍ້ກ່າວຫານັ້ນ.17ເມື່ອພວກເຂົາມາບ່ອນນີ້ກັບຂ້າພະເຈົ້າ, ຂ້າພະເຈົ້າກໍບໍ່ລໍຊ້າຕໍ່ກໍລະນີ, ແຕ່ນັ່ງໃນສານພິຈາລະນາຄະດີໃນວັນຕໍ່ມາ ແລະ ໄດ້ສັ່ງໃຫ້ນຳເອົາຊາຍຜູ້ນີ້ເຂົ້າມາ.18ພໍໂຈດລຸກຂຶ້ນເວົ້າກໍບໍ່ໄດ້ຟ້ອງຮ້ອງເລື່ອງຄວາມຜິດທາງອາຍາໃດຕາມທີ່ຂ້າພະເຈົ້າຄາດໝາຍໄວ້19ແຕ່ພວກເຂົາກັບໂຕ້ແຍ້ງກັນໃນປະເດັນຕ່າງໆ ກ່ຽວກັບສາສະໜາຂອງພວກເຂົາເອງ ແລະ ກ່ຽວກັບຊາຍຄົນໜຶ່ງທີ່ຕາຍໄປແລ້ວຊື່ ເຢຊູ ຜູ້ທີ່ໂປໂລອ້າງວ່າເພິ່ນຍັງມີຊີວິດຢູ່.20ຂ້າພະເຈົ້າບໍ່ຮູ້ວ່າຈະສືບສວນເລື່ອງນີ້ຢ່າງໃດດີ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຖາມຈຳເລີຍວ່າຖ້າລາວເຕັມໃຈຈະຂຶ້ນໄປນະຄອນເຢຣູຊາເລັມເພື່ອສູ້ຄະດີຢູ່ທີ່ນັ້ນຕາມຂໍ້ກ່າວຫາເຫລົ່ານີ້ບໍ.21ແຕ່ເມື່ອໂປໂລໄດ້ອຸທອນຂໍຢູ່ລໍຖ້າການຕັດສິນຂອງຈັກກະພັດ, ຂ້າພະເຈົ້າຈຶ່ງສັ່ງໃຫ້ຄຸມລາວໄວ້ຈົນກວ່າຈະໄດ້ສົ່ງລາວໄປໃຫ້ກາຍຊາ”.22ແລ້ວອັກຄຣີປາຈຶ່ງເວົ້າກັບເຟຊະໂຕວ່າ, “ຂ້າພະເຈົ້າກໍຢາກຟັງຊາຍຜູ້ນີ້ເວົ້າດ້ວຍຕົນເອງເໝືອນກັນ”.ເຟຊະໂຕຕອບວ່າ, “ມື້ອື່ນທ່ານຈະໄດ້ຟັງລາວເວົ້າ”.
ໂປໂລຕໍ່ໜ້າອັກຄຣີປາ
23ໃນວັນຕໍ່ມາ ອັກຄຣີປາກັບນາງເບນີເກໄດ້ມາເຖິງຢ່າງສະຫງ່າຜ່າເຜີຍ ແລະ ເຂົ້າໄປໃນຫ້ອງພິຈາລະນາຄະດີກັບບັນດາທະຫານທີ່ມີຍົດສູງ ແລະ ບຸກຄົນສຳຄັນຂອງເມືອງນັ້ນ. ເຟຊະໂຕສັ່ງໃຫ້ນຳເອົາໂປໂລເຂົ້າມາ.24ເຟຊະໂຕກ່າວວ່າ: “ຮຽນກະສັດອັກຄຣີປາທີ່ນັບຖື ແລະ ທ່ານທັງຫລາຍທີ່ມີໜ້າກັບພວກຂ້າພະເຈົ້າໃນທີ່ນີ້, ພວກທ່ານກໍໄດ້ເຫັນຊາຍຜູ້ນີ້ແລ້ວ! ຄືຜູ້ທີ່ຊາວຢິວທັງຫລາຍໄດ້ຮ້ອງຂໍຕໍ່ຂ້າພະເຈົ້າກ່ຽວກັບລາວທັງໃນນະຄອນເຢຣູຊາເລັມ ແລະ ໃນເມືອງກາຍຊາເຣຍແຫ່ງນີ້, ພວກເຂົາຮ້ອງຂຶ້ນວ່າຊາຍຜູ້ນີ້ບໍ່ສົມຄວນມີຊີວິດຢູ່ຕໍ່ໄປ.25ຂ້າພະເຈົ້າພົບວ່າລາວບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຈະຕ້ອງຕາຍ, ແຕ່ເພາະລາວໄດ້ອຸທອນໄປເຖິງຈັກກະພັດ ຂ້າພະເຈົ້າຈຶ່ງຕັດສິນໃຈສົ່ງລາວໄປທີ່ໂຣມ.26ແຕ່ຂ້າພະເຈົ້າບໍ່ມີສິ່ງໃດຊັດເຈນພໍທີ່ຈະຂຽນເປັນລາຍງານເຖິງຈັກກະພັດກ່ຽວກັບຊາຍຜູ້ນີ້. ເຫດສະນັ້ນ, ຂ້າພະເຈົ້າຈຶ່ງນຳລາວມາຢູ່ຕໍ່ໜ້າທ່ານທັງຫລາຍ ແລະ ໂດຍສະເພາະຕໍ່ໜ້າທ່ານກະສັດອັກຄຣີປາ, ເພື່ອວ່າຂ້າພະເຈົ້າຈະໄດ້ຂໍ້ມູນທີ່ຈະຖວາຍລາຍງານຈາກຜົນການສືບສວນຄັ້ງນີ້.27ເພາະຂ້າພະເຈົ້າຄິດວ່າຖ້າສົ່ງນັກໂທດໄປທີ່ໂຣມໂດຍບໍ່ໄດ້ລະບຸຂໍ້ກ່າວຫາທີ່ຊັດເຈນກໍເປັນເລື່ອງທີ່ບໍ່ມີເຫດຜົນ”.Biblica, Inc.