ກິດຈະການ15
ການປະຊຸມທີ່ເຢຣູຊາເລັມ
1ມີບາງຄົນລົງຈາກແຂວງຢູດາຍມາທີ່ເມືອງອັນຕີໂອເຂຍ ແລະ ສັ່ງສອນພວກພີ່ນ້ອງວ່າ: “ຖ້າພວກເຈົ້າບໍ່ຮັບພິທີຕັດຕາມທຳນຽມທີ່ໂມເຊໄດ້ສອນໄວ້ ພວກເຈົ້າກໍຈະບໍ່ໄດ້ຮັບຄວາມພົ້ນ”.2ຄຳສອນນີ້ໄດ້ເຮັດໃຫ້ໂປໂລກັບບາຣະນາບາໂຕ້ຖຽງກັບພວກເຂົາຢ່າງຮຸນແຮງ. ດັ່ງນັ້ນ ໂປໂລກັບບາຣະນາບາຈຶ່ງໄດ້ຮັບການແຕ່ງຕັ້ງພ້ອມກັບຜູ້ທີ່ເຊື່ອບາງຄົນໃຫ້ຂຶ້ນໄປພົບບັນດາອັກຄະສາວົກ ແລະ ຜູ້ປົກຄອງທີ່ເຢຣູຊາເລັມກ່ຽວກັບບັນຫານີ້.3ຄຣິສຕະຈັກໄດ້ໃຊ້ພວກເພິ່ນໄປ ແລະ ຂະນະທີ່ພວກເພິ່ນເດີນທາງຜ່ານແຂວງໂຟນີເຊຍກັບຊາມາເຣຍ, ພວກເພິ່ນກໍໄດ້ເລົ່າເລື່ອງທີ່ຄົນຕ່າງຊາດໄດ້ກັບໃຈໃໝ່. ຂ່າວນີ້ເຮັດໃຫ້ພີ່ນ້ອງທັງຫລາຍມີຄວາມຍິນດີຫລາຍ.4ເມື່ອພວກເພິ່ນມາເຖິງເຢຣູຊາເລັມ, ພວກເພິ່ນກໍໄດ້ຮັບການຕ້ອນຮັບຈາກຄຣິສຕະຈັກ, ຈາກພວກອັກຄະສາວົກ ແລະ ພວກຜູ້ປົກຄອງ, ພວກເພິ່ນໄດ້ລາຍງານທຸກສິ່ງທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນໃຫ້ຄົນເຫລົ່ານັ້ນຟັງ.5ຫລັງຈາກນັ້ນ ຜູ້ເຊື່ອບາງຄົນທີ່ຢູ່ໃນກຸ່ມພວກຟາຣີຊາຍໄດ້ຢືນຂຶ້ນ ແລະ ເວົ້າວ່າ, “ຄົນຕ່າງຊາດຕ້ອງຮັບພິທີຕັດ ແລະ ປະຕິບັດຕາມກົດບັນຍັດຂອງໂມເຊ”.6ບັນດາອັກຄະສາວົກ ແລະ ພວກຜູ້ປົກຄອງໄດ້ປະຊຸມກັນເພື່ອພິຈາລະນາບັນຫານີ້.7ຫລັງຈາກປຶກສາຫາລືກັນຫລາຍແລ້ວ, ເປໂຕກໍລຸກຂຶ້ນກ່າວວ່າ: “ພີ່ນ້ອງທັງຫລາຍ ພວກເຈົ້າຮູ້ຢູ່ແລ້ວວ່າກ່ອນໜ້ານີ້ພຣະເຈົ້າໄດ້ເລືອກຂ້າພະເຈົ້າຈາກທ່າມກາງພວກເຈົ້າ ເພື່ອຄົນຕ່າງຊາດຈະໄດ້ຍິນຖ້ອຍຄຳແຫ່ງຂ່າວປະເສີດຈາກຮິມສົບຂອງເຮົາ ແລະ ເຊື່ອ.8ພຣະເຈົ້າຜູ້ຮູ້ຈິດໃຈມະນຸດ ໄດ້ສະແດງວ່າພຣະອົງຍອມຮັບພວກເຂົາໂດຍໃຫ້ພຣະວິນຍານບໍລິສຸດເຈົ້າແກ່ພວກເຂົາ, ເໝືອນທີ່ພຣະອົງໄດ້ໃຫ້ແກ່ພວກເຮົາ.9ພຣະອົງບໍ່ໄດ້ຈຳແນກລະຫວ່າງພວກເຮົາກັບພວກເຂົາ, ເພາະພຣະອົງໄດ້ຊຳລະຈິດໃຈຂອງພວກເຂົາໃຫ້ບໍລິສຸດດ້ວຍຄວາມເຊື່ອ.10ເມື່ອເປັນດັ່ງນັ້ນ, ເປັນຫຍັງພວກເຈົ້າຈຶ່ງພະຍາຍາມທົດລອງພຣະເຈົ້າໂດຍເອົາແອກວາງໃສ່ຄໍຂອງພວກຄົນຕ່າງຊາດ ເຊິ່ງທັງພວກເຮົາ ຫລື ບັນພະບຸລຸດຂອງພວກເຮົາກໍບໍ່ສາມາດທີ່ຈະແບກໄດ້?11ຢ່າເລີຍ! ພວກເຮົາເຊື່ອວ່າພວກເຮົາຈະພົ້ນໄດ້ກໍໂດຍພຣະຄຸນຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເໝືອນກັນກັບພວກເຂົາ”.12ທຸກຄົນໃນທີ່ປະຊຸມກໍມິດງຽບຟັງບາຣະນາບາກັບໂປໂລເລົ່າເຖິງໝາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນທ່າມກາງຄົນຕ່າງຊາດ.13ເມື່ອພວກເພິ່ນເວົ້າຈົບແລ້ວ, ຢາໂກໂບກໍກ່າວຂຶ້ນ. ເພິ່ນກ່າວວ່າ, “ພີ່ນ້ອງທັງຫລາຍ, ຂໍໃຫ້ຟັງຂ້າພະເຈົ້າກ່ອນ.14ຊີໂມນ ໄດ້ອະທິບາຍໃຫ້ພວກເຮົາຟັງແລ້ວວ່າ ພຣະເຈົ້າໄດ້ສະແດງຄວາມຫ່ວງໃຍຂອງພຣະອົງຕັ້ງແຕ່ທຳອິດ ໂດຍເລືອກຄົນຕ່າງຊາດບາງຄົນມາເປັນຂອງພຣະອົງ.15ຖ້ອຍຄຳຂອງພວກຜູ້ທຳນວາຍກໍສອດຄ່ອງກັບເລື່ອງນີ້ ຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີວ່າ:16“ ‘ຫລັງຈາກນີ້ເຮົາຈະກັບຄືນມາແລະ ຈະສ້າງເຕັນຂອງດາວິດທີ່ລົ້ມລົງຂຶ້ນມາໃໝ່.ເຮົາຈະສ້າງສິ່ງທີ່ຫັກພັງຂຶ້ນມາໃໝ່,ແລະ ເຮົາຈະເຮັດໃຫ້ສິ່ງເຫລົ່ານັ້ນຄືນສູ່ສະພາບດີ17ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພະຜູ້ເປັນເຈົ້າ,ແມ່ນແຕ່ຄົນຕ່າງຊາດທັງໝົດທີ່ຮັບຮູ້ນາມຂອງເຮົາ,ກ່າວໄວ້ໂດຍອົງພຣະຜູ້ເປັນເຈົ້າ, ຜູ້ໄດ້ກະທຳສິ່ງເຫລົ່ານີ້’ 18ເຊິ່ງເປັນທີ່ຮູ້ກັນມາດົນນານແລ້ວ. 19“ດັ່ງນັ້ນ ຂ້າພະເຈົ້າເຫັນວ່າພວກເຮົາບໍ່ຄວນສ້າງຄວາມລຳບາກໃຫ້ກັບຄົນຕ່າງຊາດທີ່ຫັນມາຫາພຣະເຈົ້າ20ແຕ່ໃຫ້ພວກເຮົາຂຽນໄປຫາພວກເຂົາ, ໂດຍບອກພວກເຂົາໃຫ້ລະເວັ້ນຈາກອາຫານທີ່ມີມົນທິນເພາະຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ຈາກການກິນເລືອດ.21ເພາະກົດບັນຍັດຂອງໂມເຊໄດ້ຖືກເທດສະໜາໃນທຸກເມືອງຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ຖືກອ່ານໃນທຳມະສາລາທຸກວັນຊະບາໂຕ”.ຈົດໝາຍຈາກທີ່ປະຊຸມເຖິງຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດ
22ແລ້ວພວກອັກຄະສາວົກ ແລະ ພວກຜູ້ປົກຄອງກັບທຸກຄົນໃນຄຣິສຕະຈັກ, ໄດ້ຕັດສິນໃຈທີ່ຈະເລືອກເອົາບາງຄົນໃນພວກເພິ່ນແລ້ວສົ່ງໄປທີ່ເມືອງອັນຕີໂອເຂຍພ້ອມກັບໂປໂລ ແລະ ບາຣະນາບາ. ພວກເພິ່ນໄດ້ເລືອກເອົາຢູດາ (ຫລືເອີ້ນກັນວ່າບາຣະຊັບບາ) ກັບຊີລາ, ຊາຍທັງສອງຄົນນີ້ເປັນຜູ້ນຳໃນກຸ່ມພວກພີ່ນ້ອງ.23ແລ້ວພວກເພິ່ນໄດ້ຝາກຈົດໝາຍໃຫ້ພວກເຂົາຖືໄປນຳດັ່ງນີ້:ຈາກບັນດາອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້ເປັນພີ່ນ້ອງຂອງພວກທ່ານ.
ເຖິງ ຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດໃນເມືອງອັນຕີໂອເຂຍ ໃນແຂວງຊີເຣຍ ແລະ ໃນແຂວງກີລີເກຍ.
ຂໍສົ່ງຄຳທັກທາຍ.24ພວກເຮົາໄດ້ຍິນຂ່າວວ່າມີບາງຄົນໃນພວກເຮົາໄດ້ໄປຫາພວກທ່ານໂດຍບໍ່ໄດ້ຮັບອະນຸຍາດຈາກພວກເຮົາ ແລະ ໄປລົບກວນຈິດໃຈຂອງພວກທ່ານໂດຍເວົ້າສິ່ງທີ່ເຮັດໃຫ້ພວກທ່ານບໍ່ສະບາຍໃຈ.25ດັ່ງນັ້ນ ພວກເຮົາທຸກຄົນເຫັນດີທີ່ຈະເລືອກເອົາບາງຄົນ ແລະ ສົ່ງພວກເຂົາມາຫາພວກທ່ານພ້ອມກັບບາຣະນາບາ ແລະ ໂປໂລເພື່ອນທີ່ຮັກຂອງເຮົາ26ຄືຜູ້ທີ່ຍອມເສຍສະຫລະຊີວິດຂອງຕົນເພື່ອເຫັນແກ່ນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.27ດ້ວຍເຫດນີ້ ພວກເຮົາຈຶ່ງສົ່ງຢູດາກັບຊີລາມາເພື່ອຢືນຢັນຄຳເວົ້າໃນສິ່ງທີ່ພວກເຮົາໄດ້ຂຽນ.28ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າກັບພວກເຮົາເຫັນດີຮ່ວມກັນແລ້ວວ່າບໍ່ໃຫ້ວາງພາລະໜັກໃດໃຫ້ພວກທ່ານເວັ້ນແຕ່ຂໍ້ກຳນົດຕໍ່ໄປນີ້ຄື:29ພວກທ່ານທັງຫລາຍຈົ່ງລະເວັ້ນຈາກອາຫານທີ່ຖວາຍບູຊາແກ່ຮູບເຄົາລົບ, ໃຫ້ລະເວັ້ນຈາກການກິນເລືອດ, ໃຫ້ລະເວັ້ນຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ໃຫ້ລະເວັ້ນຈາກການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້ ພວກທ່ານກໍເຮັດໃນສິ່ງທີ່ຖືກຕ້ອງ.
ຂໍອຳລາ.30ດັ່ງນັ້ນ ຄົນເຫລົ່ານັ້ນຈຶ່ງອອກເດີນທາງໄປຍັງເມືອງອັນຕີໂອເຂຍ, ບ່ອນທີ່ພວກເພິ່ນໄດ້ເຕົ້າໂຮມກັນໃນຄຣິສຕະຈັກ ແລະ ໄດ້ມອບຈົດໝາຍໃຫ້.31ປະຊາຊົນໄດ້ອ່ານຈົດໝາຍນັ້ນແລ້ວ ແລະ ທຸກຄົນພາກັນດີໃຈເພາະຄຳໜູນໃຈໃນຈົດໝາຍນັ້ນ.32ຢູດາກັບຊີລາເອງທີ່ເປັນຜູ້ທຳນວາຍ, ພວກເພິ່ນໄດ້ເວົ້າຫລາຍສິ່ງຫລາຍຢ່າງເພື່ອໜູນໃຈ ແລະ ເສີມສ້າງພວກພີ່ນ້ອງໃຫ້ເຂັ້ມແຂງ.33ຫລັງຈາກໃຊ້ເວລາຢູ່ທີ່ນັ້ນໄດ້ໄລຍະໜຶ່ງແລ້ວ, ພວກພີ່ນ້ອງຜູ້ທີ່ເຊື່ອກໍໄດ້ສົ່ງພວກເພິ່ນກັບໄປຫາບັນດາພີ່ນ້ອງຜູ້ທີ່ໃຊ້ພວກເພິ່ນມາພ້ອມທັງອວຍພອນໃຫ້ມີສັນຕິສຸກ. 34ແຕ່ຊີລາຕັດສິນໃຈທີ່ຈະຢູ່ທີ່ນັ້ນຕໍ່. 35ສ່ວນໂປໂລກັບບາຣະນາບາຍັງຢູ່ທີ່ເມືອງອັນຕີໂອເຂຍ, ພວກເພິ່ນກັບຄົນອື່ນໆໄດ້ຮ່ວມກັນສັ່ງສອນ ແລະ ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າຮ່ວມກັບອີກຫລາຍຄົນ.
ຂໍ້ຂັດແຍ້ງລະຫວ່າງໂປໂລກັບບາຣະນາບາ
36ຕໍ່ມາ ໂປໂລໄດ້ເວົ້າກັບບາຣະນາບາວ່າ, “ໃຫ້ພວກເຮົາກັບໄປຢ້ຽມຢາມຜູ້ທີ່ເຊື່ອໃນທຸກເມືອງທີ່ພວກເຮົາໄດ້ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າ ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ”.37ບາຣະນາບາຕ້ອງການຈະພາໂຢຮັນ ເອີ້ນອີກຊື່ໜຶ່ງວ່າມາຣະໂກໄປນຳ,38ແຕ່ໂປໂລເຫັນວ່າບໍ່ຄວນເອົາລາວໄປນຳ ເພາະໂຢຮັນເຄີຍປະຖິ້ມພວກເພິ່ນທີ່ແຂວງປຳຟີເລຍ ແລະ ບໍ່ໄດ້ຮ່ວມງານອີກ.39ພວກເພິ່ນໄດ້ຂັດແຍ້ງກັນຢ່າງຮຸນແຮງຈົນຕ້ອງແຍກກັນ. ບາຣະນາບາໄດ້ພາມາຣະໂກລົງເຮືອໄປຍັງເກາະໄຊປຣັດ,40ແຕ່ໂປໂລໄດ້ເລືອກຊີລາ ແລະ ຈາກໄປ ໂດຍພີ່ນ້ອງຜູ້ທີ່ເຊື່ອໄດ້ມອບພວກເພິ່ນໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າ.41ພວກເພິ່ນໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ, ໜູນໃຈຄຣິສຕະຈັກຕ່າງໆໃຫ້ເຂັ້ມແຂງຂຶ້ນ.Biblica, Inc.