ກິດຈະການ14
ໃນເມືອງອີໂກນີອົມ
1ທີ່ເມືອງອີໂກນີອົມ ໂປໂລກັບບາຣະນາບາໄດ້ເຂົ້າໄປໃນທຳມະສາລາຂອງພວກຢິວຕາມປົກກະຕິ. ຢູ່ທີ່ນັ້ນ ພວກເພິ່ນໄດ້ປະກາດຢ່າງເກີດຜົນຈົນມີຄົນຢິວ ແລະ ຄົນກຣີກຈຳນວນຫລາຍມາເຊື່ອ.2ແຕ່ພວກຢິວທີ່ບໍ່ຍອມເຊື່ອໄດ້ຍຸຍົງຄົນຕ່າງຊາດອື່ນອີກ ແລະ ເບື່ອເມົາຄວາມຄິດຂອງພວກເຂົາໃຫ້ຕໍ່ຕ້ານພວກພີ່ນ້ອງ.3ດັ່ງນັ້ນ ໂປໂລກັບບາຣະນາບາຈຶ່ງໄດ້ອາໄສຢູ່ທີ່ນັ້ນເປັນເວລາດົນນານ, ພວກເພິ່ນໄດ້ກ່າວຢ່າງກ້າຫານເພື່ອອົງພຣະຜູ້ເປັນເຈົ້າ, ຜູ້ຢືນຢັນຖ້ອຍຄຳແຫ່ງພຣະຄຸນຂອງພຣະອົງ ໂດຍໃຫ້ພວກເພິ່ນສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ.4ປະຊາຊົນໃນເມືອງນັ້ນໄດ້ແຍກເປັນສອງຝ່າຍ; ຝ່າຍໜຶ່ງຢູ່ຝ່າຍຢິວ, ອີກຝ່າຍໜຶ່ງຢູ່ກັບຝ່າຍອັກຄະສາວົກ.5ມີການວາງແຜນຮ້າຍກຳລັງເກີດຂຶ້ນທ່າມກາງພວກຄົນຕ່າງຊາດກັບພວກຄົນຢິວ ແລະ ບັນດາຫົວໜ້າຂອງພວກເຂົາ, ເພື່ອຂົ່ມເຫັງພວກເພິ່ນ ແລະ ເອົາຫີນແກວ່ງໃສ່ໂປໂລກັບບາຣະນາບາ.6ແຕ່ພວກເພິ່ນຮູ້ແຜນການນັ້ນ ແລ້ວພວກເພິ່ນຈຶ່ງໜີໄປຍັງເມືອງລີສະຕຣາ ແລະ ເມືອງເດຣະເບໃນແຂວງລີກາໂອເນຍ ແລະ ໃນດິນແດນໃກ້ຄຽງນັ້ນ,7ພວກເພິ່ນໄດ້ສືບຕໍ່ປະກາດຂ່າວປະເສີດຢູ່ທີ່ນັ້ນ.ໃນເມືອງລີສະຕຣາ ແລະ ເມືອງເດຣະເບ
8ທີ່ເມືອງລີສະຕຣາ ມີຊາຍພິການຄົນໜຶ່ງນັ່ງຢູ່ທີ່ນັ້ນ. ລາວເປັນເປ້ຍມາຕັ້ງແຕ່ເກີດ ແລະ ບໍ່ເຄີຍຍ່າງຈັກເທື່ອ.9ລາວນັ່ງຟັງໂປໂລໃນຂະນະທີ່ເພິ່ນກຳລັງເວົ້າຢູ່. ໂປໂລໄດ້ແນມໄປທີ່ລາວໂດຍກົງ, ກໍໄດ້ເຫັນວ່າລາວມີຄວາມເຊື່ອພໍທີ່ຈະຫາຍດີໄດ້10ແລະ ໄດ້ຮ້ອງຂຶ້ນວ່າ, “ຈົ່ງລຸກຂຶ້ນຢືນ!” ຄົນນັ້ນກໍກະໂດດຂຶ້ນຢືນ ແລະ ເລີ່ມຍ່າງໄປມາ.11ເມື່ອປະຊາຊົນໄດ້ເຫັນສິ່ງທີ່ໂປໂລໄດ້ເຮັດນັ້ນ, ພວກເຂົາກໍຮ້ອງຂຶ້ນເປັນພາສາລີກາໂອເນຍວ່າ, “ບັນດາພະທັງຫລາຍໄດ້ແປງກາຍເປັນມະນຸດລົງມາຫາພວກເຮົາແລ້ວ!”12ພວກເຂົາເອີ້ນບາຣະນາບາວ່າພະຊູດ ແລະ ເອີ້ນໂປໂລວ່າພະເຮຣະເມ ເພາະວ່າສ່ວນຫລາຍແມ່ນໂປໂລເປັນຜູ້ເວົ້າ.13ປະໂລຫິດຂອງພະຊູດ ເຊິ່ງມີວິຫານທີ່ຕັ້ງຢູ່ນອກເມືອງ, ໄດ້ນຳເອົາງົວເຖິກ ແລະ ພວງມາລາມາທີ່ປະຕູເມືອງ ແລະ ປະຊາຊົນຢາກຖວາຍເຄື່ອງບູຊາໃຫ້ແກ່ພວກເພິ່ນ.14ແຕ່ເມື່ອອັກຄະສາວົກບາຣະນາບາກັບໂປໂລ ໄດ້ຍິນເລື່ອງນີ້, ພວກເພິ່ນກໍຈີກເຄື່ອງນຸ່ງຂອງຕົນແລ້ວຟ້າວແລ່ນເຂົ້າໄປໃນທ່າມກາງປະຊາຊົນ ແລະ ຮ້ອງຂຶ້ນວ່າ,15“ທ່ານທັງຫລາຍເອີຍ, ເປັນຫຍັງຈຶ່ງເຮັດຢ່າງນີ້? ພວກເຮົາກໍເປັນມະນຸດທຳມະດາເໝືອນກັນກັບພວກທ່ານ. ພວກເຮົາກຳລັງນຳເອົາຂ່າວປະເສີດມາໃຫ້ພວກທ່ານ, ເພື່ອໃຫ້ພວກທ່ານກັບໃຈຈາກສິ່ງທີ່ບໍ່ມີປະໂຫຍດເຫລົ່ານີ້ມາຫາພຣະເຈົ້າຜູ້ມີຊີວິດຢູ່, ຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆສິ່ງທີ່ຢູ່ໃນນັ້ນ.16ໃນອະດີດນັ້ນ, ພຣະອົງປ່ອຍໃຫ້ຊົນຊາດທັງປວງໄປຕາມທາງຂອງພວກເຂົາເອງ.17ເຖິງປານນັ້ນ ພຣະອົງກໍຍັງໃຫ້ມີພະຍານເຖິງພຣະອົງເອງຄື: ພຣະອົງສະແດງຄວາມເມດຕາໂດຍໃຫ້ຝົນຕົກຈາກຟ້າສະຫວັນ ແລະ ໃຫ້ມີຜົນລະປູກຕາມລະດູການແກ່ພວກທ່ານ, ພຣະອົງໃຫ້ອາຫານອັນອຸດົມສົມບູນແກ່ພວກທ່ານ ແລະ ໃຫ້ຈິດໃຈຂອງພວກທ່ານເຕັມໄປດ້ວຍຄວາມຊື່ນຊົມຍິນດີ”.18ແມ່ນແຕ່ດ້ວຍຖ້ອຍຄຳເຫລົ່ານີ້, ກໍຍັງຍາກທີ່ພວກເພິ່ນຈະຫ້າມປະຊາຊົນບໍ່ໃຫ້ຖວາຍເຄື່ອງບູຊາແກ່ພວກເພິ່ນ.19ແລ້ວມີພວກຢິວບາງຄົນມາຈາກເມືອງອັນຕີໂອເຂຍ ແລະ ເມືອງອີໂກນີອົມ ໄດ້ຊັກຊວນປະຊາຊົນໃຫ້ມາເຂົ້າຂ້າງພວກເຂົາໄດ້ສຳເລັດ. ພວກເຂົາໄດ້ເອົາຫີນແກວ່ງໃສ່ໂປໂລ ແລະ ລາກເພິ່ນອອກໄປນອກເມືອງເພາະຄິດວ່າເພິ່ນຕາຍແລ້ວ.20ແຕ່ຫລັງຈາກທີ່ພວກສາວົກໄດ້ເຂົ້າມາເຕົ້າໂຮມກັນອ້ອມເພິ່ນ, ໂປໂລກໍລຸກຂຶ້ນ ແລະ ກັບເຂົ້າໄປໃນເມືອງ. ມື້ຕໍ່ມາ ເພິ່ນກັບບາຣະນາບາກໍອອກເດີນທາງໄປທີ່ເມືອງເດຣະເບ.ການກັບຄືນມາທີ່ເມືອງອັນຕີໂອເຂຍໃນແຂວງຊີເຣຍ
21ພວກເພິ່ນໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະ ມີຄົນຈຳນວນຫລວງຫລາຍມາເປັນສາວົກ. ຫລັງຈາກນັ້ນ ພວກເພິ່ນກໍໄດ້ກັບຄືນໄປຍັງເມືອງລີສະຕຣາ, ເມືອງອີໂກນີອົມ ແລະ ເມືອງອັນຕີໂອເຂຍ,22ເພື່ອໜູນໃຈພວກສາວົກທັງຫລາຍໃຫ້ເຂັ້ມແຂງຂຶ້ນ ແລະ ໄດ້ໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງໃນຄວາມເຊື່ອ. ພວກເຂົາກ່າວວ່າ, “ພວກເຮົາຕ້ອງຜ່ານຜ່າຄວາມທຸກຍາກລຳບາກຫລາຍຢ່າງເພື່ອຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”.23ໂປໂລກັບບາຣະນາບາໄດ້ແຕ່ງຕັ້ງພວກຜູ້ປົກຄອງ ໃນແຕ່ລະຄຣິສຕະຈັກ ແລະ ພາກັນຖືສິນອົດອາຫານອະທິຖານເພື່ອມອບພວກເຂົາໄວ້ກັບອົງພຣະຜູ້ເປັນເຈົ້າຜູ້ທີ່ພວກເຂົາວາງໃຈ.24ຫລັງຈາກໄປທົ່ວແຂວງປີຊີເດຍແລ້ວພວກເພິ່ນກໍມາເຖິງແຂວງປຳຟີເລຍ25ແລະ ເມື່ອໄດ້ປະກາດພຣະຄຳໃນເມືອງເປກາແລ້ວ, ພວກເພິ່ນກໍໄດ້ເດີນທາງໄປທີ່ເມືອງອັດຕາເລຍ.26ແລະ ຈາກເມືອງອັດຕາເລຍ ພວກເພິ່ນໄດ້ລົງເຮືອກັບຄືນໄປເມືອງອັນຕີໂອເຂຍ ຄືເມືອງທີ່ພວກເພິ່ນຖືກມອບໄວ້ໃນພຣະຄຸນຂອງພຣະເຈົ້າໃຫ້ເຮັດພັນທະກິດ ເຊິ່ງບັດນີ້ພວກເພິ່ນໄດ້ເຮັດສຳເລັດແລ້ວ.27ເມື່ອມາຮອດທີ່ນັ້ນ, ພວກເພິ່ນໄດ້ເອີ້ນເອົາສະມາຊິກໃນຄຣິສຕະຈັກມາປະຊຸມ ແລະ ລາຍງານທຸກສິ່ງທີ່ພຣະເຈົ້າໄດ້ກະທຳຜ່ານພວກເພິ່ນ ແລະ ວິທີທີ່ພຣະອົງໄດ້ເປີດປະຕູແຫ່ງຄວາມເຊື່ອໃຫ້ແກ່ບັນດາຄົນຕ່າງຊາດ.28ແລະ ພວກເພິ່ນໄດ້ພັກຢູ່ທີ່ນັ້ນກັບພວກສາວົກເປັນເວລາດົນນານ.Biblica, Inc.