2 ຊາມູເອນ6
ຫີບພັນທະສັນຍາຖືກນໍາມາທີ່ເຢຣູຊາເລັມ
1ດາວິດໄດ້ນຳເອົາທະຫານອິດສະຣາເອນທີ່ເກັ່ງກ້າທັງໝົດສາມສິບພັນຄົນມາເຕົ້າໂຮມກັນອີກ.2ເພິ່ນ ແລະ ຄົນຂອງເພິ່ນໄດ້ໄປທີ່ບາອາລາ ຢູ່ໃນຢູດາເພື່ອນຳຫີບພັນທະສັນຍາຂອງພຣະເຈົ້າຢູ່ທີ່ນັ້ນ, ເຊິ່ງເອີ້ນຕາມຊື່ຄືຊື່ຂອງພຣະເຈົ້າຢາເວຜູ້ມີລິດອໍານາດຍິ່ງໃຫຍ່, ຜູ້ນັ່ງເທິງບັນລັງເຄຣຸບລະຫວ່າງກາງຫີບພັນທະສັນຍາ.3ພວກເຂົາຕັ້ງຫີບພັນທະສັນຍາຂອງພຣະເຈົ້າໃສ່ເທິງກວຽນໃໝ່ ແລະ ນຳເອົາຫີບອອກຈາກເຮືອນຂອງອາບີນາດາບ, ເຊິ່ງຢູ່ເທິງເນີນພູ. ອຸດຊາ ແລະ ອາຮີໂອລູກຊາຍຂອງອາບີນາດາບເປັນຄົນຂັບກວຽນໃໝ່.4ໂດຍບັນຈຸຫີບພັນທະສັນຍາຂອງພຣະເຈົ້າ ແລະ ອາຮີໂອຍ່າງນຳໜ້າຫີບ.5ດາວິດ ແລະ ປະຊາຊົນອິດສະຣາເອນທັງໝົດກໍສະເຫລີມສະຫລອງຢ່າງເຕັມທີ່ຕໍ່ໜ້າພຣະເຈົ້າຢາເວ, ມີການຮ້ອງເພງ, ບັນເລງດົນຕີ ດ້ວຍພິນເຂົາຄູ່, ພິນໃຫຍ່, ກອງແຊັກ, ສັ່ງກະລໍ ແລະ ຕົບແສ່ງ.6ເມື່ອພວກເຂົາມາຮອດລານຟາດເຂົ້າຂອງນາໂກນ, ອຸດຊາຍື່ນມືອອກ ແລະ ຈັບຫີບພັນທະສັນຍາຂອງພຣະເຈົ້າໄວ້, ເພາະງົວເຕະສະດຸດ.7ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງພຸ່ງຂຶ້ນຕໍ່ອຸດຊາ ເພາະການກະທໍາຂອງລາວບໍ່ຢໍາເກງພຣະເຈົ້າ; ເຫດສະນັ້ນ ພຣະເຈົ້າຈຶ່ງຂ້າລາວ ແລະ ລາວຕາຍຢູ່ຂ້າງຫີບພັນທະສັນຍາຂອງພຣະເຈົ້າຢູ່ທີ່ນັ້ນ.8ຫລັງຈາກນັ້ນ ດາວິດກໍໃຈຮ້າຍເພາະຄວາມໂກດຮ້າຍຂອງພຣະເຈົ້າຢາເວໄດ້ຕໍ່ສູ້ອຸດຊາ ແລະ ຈົນເຖິງທຸກວັນນີ້ສະຖານທີ່ແຫ່ງນັ້ນຈຶ່ງໄດ້ຖືກເອີ້ນວ່າ ເປເຣັດອຸດຊາ. 9ໃນວັນນັ້ນ ດາວິດກໍເກີດຢ້ານກົວພຣະເຈົ້າຢາເວ ແລະ ກ່າວວ່າ, “ເຮົາຈະນຳຫີບພັນທະສັນຍາຂອງພຣະເຈົ້າຢາເວກັບໄປໄດ້ຢ່າງໃດ?”10ເພິ່ນບໍ່ເຕັມໃຈທີ່ຈະນຳເອົາຫີບຄຳໝັ້ນສັນຍາຂອງພຣະເຈົ້າຢາເວຢູ່ເພິ່ນກັບໄປທີ່ເມືອງດາວິດ. ແຕ່ເພິ່ນໄດ້ນຳຫີບໄປໄວ້ທີ່ເຮືອນຂອງໂອເບັດເອໂດມຊາວເມືອງກາດແທນ.11ຫີບພັນທະສັນຍາຂອງພຣະເຈົ້າຢາເວກໍຍັງຢູ່ທີ່ເຮືອນຂອງໂອເບັດເອໂດມຊາວກາດເປັນເວລາສາມເດືອນ, ແລະ ພຣະເຈົ້າຢາເວໄດ້ອວຍພອນໂອເບັດເອໂດມຊາວກາດ ແລະ ທຸກຄົນໃນຄອບຄົວຂອງລາວ.12ບັດນີ້ ກະສັດດາວິດໄດ້ຍິນວ່າ, “ພຣະເຈົ້າຢາເວໄດ້ອວຍພອນຄອບຄົວໂອເບັດເອໂດມ ແລະ ທຸກສິ່ງທີ່ລາວມີຍ້ອນຫີບພັນທະສັນຍາຂອງພຣະເຈົ້າ”. ດັ່ງນັ້ນ ດາວິດຈຶ່ງໄປນໍາເອົາຫີບພັນທະສັນຍາຂອງພຣະເຈົ້າມາຈາກເຮືອນຂອງໂອເບັດເອໂດມມາທີ່ເມືອງຂອງດາວິດດ້ວຍຄວາມຊົມຊື່ນຍິນດີ.13ເມື່ອພວກທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວໄດ້ຍ່າງໄປໄດ້ຫົກກ້າວ, ດາວິດກໍຖວາຍບູຊາງົວເຖິກໂຕໜຶ່ງ ແລະ ລູກງົວເຖິກໂຕໜຶ່ງ.14ດາວິດໃສ່ເສື້ອຄຸມຝ້າຍລິນິນເອໂຟດເນື້ອລະອຽດ, ເພິ່ນເຕັ້ນລຳຕໍ່ໜ້າພຣະເຈົ້າຢາເວຢ່າງສຸດກຳລັງ,15ເມື່ອດາວິດ ແລະ ປະຊາຊົນອິດສະຣາເອນທັງໝົດກໍາລັງນໍາເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວໂດຍສົ່ງສຽງໂຫ່ຮ້ອງ ແລະ ສຽງແກ.16ຂະນະທີ່ຫີບພັນທະສັນຍາຂອງພຣະເຈົ້າຜ່ານເຂົ້າມາໃນເມືອງຂອງດາວິດ, ມີການລູກສາວຂອງໂຊນແນມເບິ່ງຈາກປ່ອງຢ້ຽມ. ແລະ ເຫັນກະສັດດາວິດໂດດເຕັ້ນ ແລະ ຟ້ອນລຳຕໍ່ໜ້າພຣະເຈົ້າຢາເວ, ນາງຄິດດູໝິ່ນດາວິດຢູ່ໃນໃຈຂອງຕົນ.17ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວມາຕັ້ງໄວ້ໃນຫໍເຕັນທີ່ດາວິດໄດ້ຈັດຕຽມໄວ້ ແລະ ດາວິດໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳຕໍ່ໜ້າພຣະເຈົ້າຢາເວ.18ຫລັງຈາກທີ່ເພິ່ນໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳສຳເລັດແລ້ວ, ດາວິດກໍອວຍພອນແກ່ປະຊາຊົນໃນນາມຂອງພຣະເຈົ້າຢາເວຜູ້ມີລິດອໍານາດຍິ່ງໃຫຍ່.19ຫລັງຈາກນັ້ນ ເພິ່ນໄດ້ເອົາເຂົ້າຈີ່, ຂະໝົມໝາກອິນທະຜາລໍາ ແລະ ຂະໜົມອະງຸ່ນແຫ້ງຢ່າງລະໜຶ່ງກ້ອນແກ່ທຸກຄົນທັງຊາຍ ແລະ ຍິງ ແລ້ວປະຊາຊົນທັງປວງພາກັນກັບບ້ານຂອງຕົນ.20ເມື່ອດາວິດກັບຄືນມາວັງເພື່ອຈະອວຍພອນຄອບຄົວຂອງຕົນ, ມີການລູກສາວຂອງໂຊນອອກມາຫາດາວິດ ແລະ ເວົ້າວ່າ, “ມື້ນີ້ກະສັດແຫ່ງອິດສະຣາເອນສ້າງຊື່ສຽງໃຫ້ຕົນເອງຫລາຍໂດຍແກ້ເຄື່ອງຕໍ່ໜ້າຂ້າທາດຍິງຄົນຮັບໃຊ້ຂອງຕົນດັ່ງຄົນໄຮ້ປັນຍາ!”21ດາວິດເວົ້າກັບມີການວ່າ, “ການເຮັດເຊັ່ນນີ້ຕໍ່ໜ້າພຣະເຈົ້າຢາເວ, ຜູ້ໄດ້ເລືອກຂ້ອຍແທນພໍ່ຂອງເຈົ້າ ຫລື ຄົນໃດຄົນໜຶ່ງໃນຄອບຄົວຂອງເພິ່ນ ເມື່ອພຣະອົງແຕ່ງຕັ້ງຂ້ອຍເປັນຜູ້ປົກຄອງອິດສະຣາເອນປະຊາຊົນຂອງພຣະເຈົ້າຢາເວ ຂ້ອຍຈະສະຫລອງຕໍ່ໜ້າພຣະເຈົ້າຢາເວ.22ເຖິງແມ່ນວ່າຂ້ອຍຈະເບິ່ງໄຮ້ກຽດຫລາຍກວ່ານີ້ ແລະ ຂ້ອຍຈະໄດ້ຮັບຄວາມອັບອາຍຂາຍໜ້າໃນສາຍຕາຂອງຂ້ອຍເອງ. ແຕ່ພວກຂ້າທາດຍິງທີ່ເຈົ້າເວົ້າເຖິງນັ້ນ ຂ້ອຍກໍໄດ້ຮັບຄໍາຍົກຍ້ອງ”.23ແລະ ມີການລູກສາວຂອງໂຊນກໍບໍ່ມີລູກຕະຫລອດຊີວິດຂອງນາງ.Biblica, Inc.