2 ຊາມູເອນ5
ດາວິດຂຶ້ນເປັນກະສັດປົກຄອງອິດສະຣາເອນ
1ເຜົ່າອິດສະຣາເອນທັງໝົດມາຫາດາວິດທີ່ເມືອງເຮັບໂຣນ ແລະ ເວົ້າວ່າ, “ພວກຂ້ານ້ອຍເປັນພີ່ນ້ອງຮ່ວມສາຍເລືອດຂອງທ່ານ.2ໃນອະດີດ, ໃນຂະນະທີ່ໂຊນເປັນກະສັດປົກຄອງພວກເຮົາ, ທ່ານກໍເປັນຜູ້ໜຶ່ງທີ່ນຳພາອິດສະຣາເອນໃນການສູ້ຮົບ. ແລະ ພຣະເຈົ້າຢາເວໄດ້ກ່າວກັບທ່ານໄວ້ວ່າ, ‘ທ່ານຈະເປັນຜູ້ລ້ຽງດູປະຊາຊົນອິດສະຣາເອນຂອງເຮົາ, ແລະ ທ່ານຈະເປັນຜູ້ປົກຄອງພວກເຂົາ’ ”.3ເມື່ອຜູ້ອາວຸໂສທັງໝົດຂອງອິດສະຣາເອນກໍໄດ້ມາພົບກະສັດດາວິດທີ່ເມືອງເຮັບໂຣນ, ກະສັດໄດ້ເຮັດຄໍາໝັ້ນສັນຍາກັບພວກເຂົາທີ່ເຮັບໂຣນຕໍ່ໜ້າພຣະເຈົ້າຢາເວ, ແລະ ພວກເຂົາແຕ່ງຕັ້ງດາວິດເປັນກະສັດປົກຄອງອິດສະຣາເອນ.4ເມື່ອດາວິດຂຶ້ນເປັນກະສັດເພິ່ນມີອາຍຸສາມສິບປີ, ແລະ ໄດ້ປົກຄອງຢູ່ສີ່ສິບປີ.5ໃນເຮັບໂຣນເພິ່ນໄດ້ປົກຄອງຢູດາຍເຈັດປີກັບຫົກເດືອນ, ແລະ ໃນເຢຣູຊາເລັມເພິ່ນໄດ້ປົກຄອງອິດສະຣາເອນ ແລະ ຢູດາຍທັງໝົດສາມສິບສາມປີ.ດາວິດເອົາຊະນະເຢຣູຊາເລັມ
6ກະສັດ ແລະ ກອງທະຫານຂອງເພິ່ນເຄື່ອນທັບໄປເຢຣູຊາເລັມເພື່ອໂຈມຕີຊາວເຢບຸດ, ເຊິ່ງອາໄສຢູ່ທີ່ນັ້ນ. ຊາວເຢບຸດໄດ້ເວົ້າກັບດາວິດວ່າ, “ທ່ານເຂົ້າມາໃນນີ້ບໍ່ໄດ້ດອກ; ແມ່ນແຕ່ຄົນຕາບອດ ແລະ ຄົນເປັ້ຍກໍຍັງກີດຂວາງທ່ານໄວ້ໄດ້”. ພວກເຂົາຄິດວ່າ, “ດາວິດບໍ່ສາມາດບຸກເຂົ້າໄປໄດ້”.7ເຖິງຢ່າງໃດກໍຕາມ, ດາວິດກໍຢຶດປ້ອມປ້ອງກັນເມືອງຊີໂອນໄດ້, ເຊິ່ງເປັນເມືອງດາວິດ.8ໃນວັນນັ້ນດາວິດໄດ້ເວົ້າວ່າ, “ຜູ້ໃດກໍຕາມທີ່ເອົາຊະນະພວກເຢບຸດໄດ້ຈະຕ້ອງເຂົ້າໄປທາງທໍ່ນ້ຳ ເພື່ອບຸກເຂົ້າເຖິງ ‘ພວກຄົນຕາບອດ ແລະ ຄົນເປັ້ຍ’ ເຊິ່ງເປັນສັດຕູຂອງດາວິດ”. ນີ້ເປັນເຫດໃຫ້ຄົນເວົ້າກັນວ່າ, “ ‘ຄົນຕາບອດ ແລະ ຄົນເປັ້ຍ’ ຈະບໍ່ໄດ້ເຂົ້າໄປໃນວັງ”.9ດາວິດຈຶ່ງຍືນຢູ່ໃນປ້ອມປ້ອງກັນ ແລະ ເອີ້ນເມືອງນັ້ນວ່າ “ເມືອງຂອງດາວິດ”. ເພິ່ນໄດ້ສ້າງເມືອງອ້ອມຮອບຂົງເຂດນັ້ນ, ຕັ້ງແຕ່ລະບຽງເຂົ້າໄປດ້ານໃນ.10ແລະ ດາວິດຍິ່ງມີອໍານາດເພີ່ມຂຶ້ນໃຫຍ່ເລື້ອຍໆ, ເພາະພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອໍານາດຍິ່ງໃຫຍ່ຢູ່ກັບເພິ່ນ.11ກະສັດຮີຣາມແຫ່ງຕີເຣໄດ້ສົ່ງຄະນະທູດມາຫາດາວິດ, ພ້ອມທັງໄມ້ສີດາ ແລະ ຊ່າງໄມ້ ແລະ ຊ່າງກໍ່ມາສ້າງ, ແລ້ວພວກເຂົາສ້າງວັງໃຫ້ດາວິດ.12ຈາກນັ້ນ ດາວິດຈຶ່ງຮັບຮູ້ວ່າພຣະເຈົ້າຢາເວໄດ້ແຕ່ງຕັ້ງເພິ່ນເປັນກະສັດປົກຄອງອິດສະຣາເອນ ແລະ ຍົກອານາຈັກຂອງເພິ່ນຂຶ້ນເພື່ອເຫັນແກ່ປະຊາຊົນອິດສະຣາເອນຂອງພຣະອົງ.13ຫລັງຈາກທີ່ຍ້າຍຈາກເມືອງເຮັບໂຣນ, ດາວິດມີນາງສະໜົມ ແລະ ເມຍອີກຫລາຍຄົນໃນເຢຣູຊາເລັມ ແລະ ເພິ່ນມີລູກຊາຍ ແລະ ລູກສາວຫລາຍຄົນທີ່ໄດ້ເກີດມາໃຫ້ເພິ່ນ.14ລາຍຊື່ຕໍ່ໄປນີ້ແມ່ນພວກລູກທີ່ໄດ້ເກີດໃຫ້ດາວິດທີ່ເຢຣູຊາເລັມມີ: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,15ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ,16ເອລີຊາມາ, ເອລີອາດາ ແລະ ເອລີເຟເລັດ.ດາວິດເອົາຊະນະຊາວຟີລິດສະຕິນ
17ເມື່ອຊາວຟີລິດສະຕິນໄດ້ຍິນຂ່າວວ່າດາວິດໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດປົກຄອງອິດສະຣາເອນ, ພວກເຂົາກໍລະດົມກໍາລັງທັງໝົດມາຊອກຫາດາວິດ, ແຕ່ດາວິດໄດ້ຍິນເລື່ອງນີ້ ແລ້ວກໍຈຶ່ງລົງໄປໃນທີ່ໝັ້ນ.18ບັດນີ້ ຊາວຟີລິດສະຕິນໄດ້ມາຮອດ ແລະ ກະຈາຍກໍາລັງອອກທົ່ວຮ່ອມພູເຣຟາອິມ;19ສະນັ້ນ ດາວິດຈຶ່ງຖາມພຣະເຈົ້າຢາເວວ່າ, “ຈະໃຫ້ຂ້ານ້ອຍອອກໄປໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະມອບພວກເຂົາໄວ້ໃນມືຂອງຂ້ານ້ອຍຫລືບໍ່?”ພຣະເຈົ້າຢາເວຕອບວ່າ, “ຈົ່ງໄປ, ເພາະເຮົາຈະມອບພວກຟີລິດສະຕິນໄວ້ໃນກໍາມືຂອງເຈົ້າແນ່ນອນ”.20ສະນັ້ນ ດາວິດຈຶ່ງໄປທີ່ບາອານເປຣາຊິມ, ແລະ ໃນທີ່ນັ້ນເພິ່ນໄດ້ຊະນະພວກເຂົາ. ດາວິດເວົ້າວ່າ, “ພຣະເຈົ້າຢາເວໄດ້ແຍກສັດຕູຂອງຂ້ານ້ອຍຕໍ່ໜ້າຂ້ານ້ອຍ, ດັ່ງສາຍນ້ຳແຍກອອກ”. ສະນັ້ນ ບ່ອນນັ້ນຈຶ່ງຖືກເອີ້ນວ່າ ບາອານເປຣາຊິມ. 21ດາວິດ ແລະ ກອງທະຫານຢຶດຮູບເຄົາລົບຂອງພວກເຂົາທີ່ຊາວຟີລິດສະຕິນຖິ້ມໄວ້ໄດ້ຫລວງຫລາຍຢູ່ທີ່ນັ້ນ.22ແຕ່ຊາວຟີລິດສະຕິນກັບມາອີກ ແລະ ກະຈາຍກຳລັງທົ່ວຮ່ອມພູເຣຟາອິມ;23ສະນັ້ນ ດາວິດຈຶ່ງຖາມພຣະເຈົ້າຢາເວ, ແລະ ພຣະອົງຕອບວ່າ, “ຢ່າບຸກໂຈມຕີທາງດ້ານໜ້າ, ແຕ່ຈົ່ງອ້ອມໄປທາງດ້ານຫລັງ ແລ້ວໂຈມຕີທາງດ້ານໜ້າຂອງຕົ້ນປໍປາ.24ເມື່ອເຈົ້າໄດ້ຍິນສຽງຍ່າງຢູ່ເທິງຍອດຕົ້ນປໍປາ, ຈົ່ງຮີບບຸກເຂົ້າໄປ, ເພາະນັ້ນເປັນສັນຍານວ່າພຣະເຈົ້າຢາເວໄດ້ອອກໜ້າໄປກ່ອນເຈົ້າເພື່ອຈັດການກອງທັບຟີລິດສະຕິນແລ້ວ”.25ດັ່ງນັ້ນ ດາວິດຈຶ່ງໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ, ແລະ ເພິ່ນຂ້າຊາວຟີລິດສະຕິນຕະຫລອດທາງຕັ້ງແຕ່ເມືອງກີເບໂອນ ຈົນເຖິງເມືອງເກເຊ.
Biblica, Inc.