2 ຂ່າວຄາວ30

ເຮເສກີຢາ​ສະຫລອງ​ປັດສະຄາ

1ເຮເສກີຢາ​ໄດ້​ແຈ້ງ​ໄປ​ທົ່ວ​ແດນ​ອິດສະຣາເອນ ແລະ ຢູດາຍ​ທັງໝົດ ແລະ ຍັງ​ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ເຜົ່າ​ເອຟຣາອິມ ແລະ ມານາເຊ, ເພື່ອ​ເຊີນ​ພວກເຂົາ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ເຢຣູຊາເລັມ ແລະ ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ.2ກະສັດ​ເຮເຊກີຢາ ແລະ ບັນດາ​ຂ້າລາຊະການ ແລະ ປະຊາຊົນ​ທັງໝົດ​ໃນ​ເຢຣູຊາເລັມ​ໄດ້​ຕົກລົງ​ກັນ​ສະຫລອງ​ປັດສະຄາ​ໃນ​ເດືອນ​ທີ​ສອງ.3ພວກເຂົາ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ຕາມ​ເວລາ​ເດີມ​ໄດ້ ເພາະ​ປະໂລຫິດ​ທີ່​ຊຳລະ​ຕົນ​ແລ້ວ​ມີ​ບໍ່​ພຽງພໍ ແລະ ປະຊາຊົນ​ກໍ​ຍັງ​ບໍ່​ໄດ້​ມາ​ຊຸມນຸມ​ກັນ​ໃນ​ເຢຣູຊາເລັມ.4ແຜນການ​ນີ້​ເບິ່ງ​ເໝືອນ​ວ່າ​ເປັນ​ທີ່​ພໍໃຈ​ຕໍ່​ທັງ​ກະສັດ ແລະ ປະຊາຊົນ.5ພວກເຂົາ​ຈຶ່ງ​ຕົກລົງ​ກັນ​ສົ່ງ​ການ​ປະກາດ​ໄປ​ທົ່ວ​ອິດສະຣາເອນ, ຕັ້ງແຕ່​ເມືອງ​ເບເອນເຊບາ​ຈົນ​ຮອດ​ເມືອງ​ດານ, ເພື່ອ​ເຊີນຊວນ​ປະຊາຊົນ​ໃຫ້​ມາ​ທີ່​ເຢຣູຊາເລັມ ແລະ ສະຫລອງ​ປັດສະຄາ​ຖວາຍ​ແກ່​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ. ອີງຕາມ​ສິ່ງ​ທີ່​ໄດ້​ບັນທຶກ​ໄວ້​ແລ້ວ​ບໍ່​ເຄີຍ​ມີ​ຄົນ​ເປັນ​ຈໍານວນ​ຫລວງຫລາຍ​ມາ​ສະຫລອງ​ແບບ​ນີ້​ມາ​ກ່ອນ.
6ຜູ້​ສົ່ງ​ຂ່າວ​ກໍ​ໄດ້​ອອກ​ໄປ​ທົ່ວ​ອິດສະຣາເອນ ແລະ ຢູດາຍ​ພ້ອມທັງ​ມີ​ຈົດໝາຍ​ຈາກ​ກະສັດ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ, ຕາມ​ຄຳສັ່ງ​ຂອງ​ກະສັດ​ວ່າ​ດັ່ງນີ້:
“ປະຊາຊົນ​ອິດສະຣາເອນ, ຈົ່ງ​ກັບ​ຄືນ​ມາ​ຫາ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ອິດສະຣາເອນ, ເພື່ອ​ພຣະອົງ​ຈະ​ກັບ​ຄືນ​ມາ​ຫາ​ພວກທ່ານ​ທີ່​ເຫລືອ​ຢູ່, ແລ້ວ​ພວກທ່ານ​ຈະ​ໄດ້​ໃຫ້​ລອດພົ້ນ​ຈາກ​ມື​ຂອງ​ບັນດາ​ກະສັດ​ແຫ່ງ​ອັດຊີເຣຍ.
7ຢ່າ​ເປັນ​ເໝືອນ​ກັບ​ບັນພະບຸລຸດ ແລະ ພີ່ນ້ອງ​ອິດສະຣາເອນ​ຂອງ​ທ່ານ​ເລີຍ, ຜູ້​ທີ່​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ, ດັ່ງນັ້ນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ພວກເຂົາ​ເປັນ​ທີ່​ໜ້າ​ລັງກຽດ​ດັ່ງ​ທີ່​ພວກທ່ານ​ເຫັນ​ຢູ່.8ຢ່າ​ດື້ດ້ານ​ເໝືອນດັ່ງ​ບັນພະບຸລຸດ​ຂອງ​ພວກທ່ານ; ຈົ່ງ​ຍອມ​ຈຳນົນ​ຕໍ່​ພຣະເຈົ້າຢາເວ. ຈົ່ງ​ມາ​ທີ່​ສະຖານ​ນະມັດສະການ​ຂອງ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ຊຳລະ​ໃຫ້​ບໍລິສຸດ​ຕະຫລອດ​ໄປ, ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ, ເພື່ອ​ວ່າ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ​ຈະ​ຫັນໜີ​ຈາກ​ພວກທ່ານ​ໄປ.9ຖ້າ​ພວກທ່ານ​ກັບ​ຄືນ​ມາ​ຫາ​ພຣະເຈົ້າຢາເວ, ແລ້ວ​ພີ່ນ້ອງ​ອິດສະຣາເອນ ແລະ ລູກຫລານ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພວກ​ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ ພວກເຂົາ​ຈະ​ໄດ້​ກັບ​ຄືນ​ມາ​ທີ່​ດິນແດນ​ນີ້​ອີກ, ເພາະ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ມີ​ພຣະຄຸນ ແລະ ມີ​ໃຈ​ເມດຕາ​ກະລຸນາ. ພຣະອົງ​ຈະ​ບໍ່​ຫັນ​ໜ້າ​ໜີ​ຈາກ​ພວກທ່ານ ຖ້າ​ພວກທ່ານ​ກັບ​ຄືນ​ມາ​ຫາ​ພຣະອົງ”.
10ຜູ້​ສົ່ງ​ຂ່າວ​ໄດ້​ເດີນທາງ​ໄປ​ຕັ້ງແຕ່​ເມືອງ​ໜຶ່ງ​ໄປ​ຫາ​ອີກ​ເມືອງ​ໃນ​ດິນແດນ​ຂອງ​ເຜົ່າ​ເອຟຣາອິມ ແລະ ມານາເຊ, ແລະ ໄກ​ອອກ​ໄປ​ຈົນ​ເຖິງ​ເຜົ່າ​ເຊບູໂລນ, ແຕ່​ປະຊາຊົນ​ໄດ້​ເວົ້າ​ດູໝິ່ນ ແລະ ເຢາະເຢີ້ຍ​ພວກເຂົາ.11ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ບາງ​ຄົນ​ຈາກ​ເຜົ່າ​ອາເຊ, ມານາເຊ ແລະ ເຊບູໂລນ​ໄດ້​ຖ່ອມໃຈ​ລົງ ແລະ ໄດ້​ມາ​ທີ່​ເຢຣູຊາເລັມ.12ມື​ຂອງ​ພຣະເຈົ້າ​ກໍ​ຢູ່​ເໜືອ​ປະຊາຊົນ​ໃນ​ຢູດາຍ​ເຮັດ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວ​ກັນ​ເພື່ອ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ໄດ້​ສັ່ງ​ໂດຍ​ເຮັດ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.
13ປະຊາຊົນ​ຈຳນວນ​ຫລວງຫລາຍ​ກໍ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເຢຣູຊາເລັມ​ໃນ​ເດືອນ​ທີ​ສອງ ເພື່ອ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ.14ພວກເຂົາ​ໄດ້​ມ້າງ​ແທ່ນບູຊາ​ໃນ​ເຢຣູຊາເລັມ ແລະ ກວາດລ້າງ​ແທ່ນ​ເຜົາ​ເຄື່ອງຫອມ​ຕ່າງໆ​ອອກ​ໄປ ແລະ ນຳ​ໄປ​ຖິ້ມ​ໃນ​ຮ່ອມພູ​ກິດໂຣນ.
15ໃນ​ວັນ​ທີ​ສິບ​ສີ່​ເດືອນ​ທີ​ສອງ ພວກເຂົາ​ໄດ້​ຂ້າ​ລູກແກະ​ສຳລັບ​ຖວາຍບູຊາ​ໃນ​ປັດສະຄາ. ບັນດາ​ປະໂລຫິດ ແລະ ຊາວເລວີ​ຮູ້​ສຶກ​ລະອາຍ​ໃຈ ແລະ ຈຶ່ງ​ຊຳລະ​ຕົນ​ເອງ​ໃຫ້​ບໍລິສຸດ ແລ້ວ​ພວກເຂົາ​ນຳ​ເຄື່ອງເຜົາບູຊາ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.16ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ເຂົ້າ​ປະຈຳ​ໜ້າທີ່​ຂອງ​ຕົນ​ຕາມ​ທີ່​ກໍານົດ​ໄວ້​ໃນ​ຢູ່​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ. ຊາວເລວີ​ໄດ້​ນໍາ​ເອົາ​ເລືອດ​ມາ​ໃຫ້​ບັນດາ​ປະໂລຫິດ​ຊິດ​ໃສ່​ແທ່ນບູຊາ.17ເນື່ອງ​ຈາກ​ມີ​ປະຊາຊົນ​ຫລວງຫລາຍ​ທີ່​ບໍ່​ໄດ້​ຊຳລະ​ຕົນ​ເອງ, ຊາວເລວີ​ຈຶ່ງ​ຕ້ອງ​ຂ້າ​ລູກແກະ​ປັດສະຄາ​ສໍາລັບ​ທຸກ​ຄົນ​ທີ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ ແລະ ເພື່ອ​ຄົນ​ທີ່​ບໍ່​ສາມາດ​ເອົາ​ລູກແກະ​ມາ​ຂ້າ​ຊໍາລະ​ຕົນ​ຖວາຍ​ແກ່​ພຣະເຈົ້າຢາເວ​ໄດ້.18ເຖິງ​ແມ່ນ​ວ່າ​ປະຊາຊົນ​ສ່ວນ​ຫລາຍ​ມາ​ຈາກ​ເຜົ່າ​ເອຟຣາອິມ, ມານາເຊ, ອິດຊາຄາ ແລະ ເຊບູໂລນ​ບໍ່​ໄດ້​ຊຳລະ​ຕົນ​ເອງ​ກໍ​ຕາມ, ພວກເຂົາ​ກໍ​ກິນ​ປັດສະຄາ​ໄດ້ ເຊິ່ງ​ເປັນ​ການ​ຂັດແຍ້ງ​ກັບ​ກົດບັນຍັດ ແຕ່​ເຮເຊກີຢາ​ກໍ​ໄດ້​ພາ​ວັນນາ​ອະທິຖານ​ເພື່ອ​ພວກເຂົາ​ວ່າ, “ຂໍ​ພຣະເຈົ້າຢາເວ, ຜູ້​ປະເສີດ, ຂໍ​ໂຜດ​ຍົກໂທດ​ໃຫ້​ແກ່​ທຸກຄົນ19ຜູ້​ທີ່​ຕັ້ງໃຈ​ຈະ​ສະແຫວງ​ຫາ​ພຣະເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ເຖິງ​ແມ່ນ​ວ່າ​ຕາມ​ກົດ​ຂອງ​ສະຖານ​ນະມັດສະການ​ແລ້ວ​ພວກເຂົາ​ຍັງ​ເປັນ​ມົນທິນ​ຢູ່​ກໍ​ຕາມ”.20ແລ້ວ​ພຣະເຈົ້າຢາເວ​ໄດ້​ຟັງ​ອະທິຖານ​ຂອງ​ເຮເຊກີຢາ ແລະ ໄດ້​ຮັກສາ​ປະຊາຊົນ​ເຫລົ່ານັ້ນ.
21ຊາວອິດສະຣາເອນ​ທີ່​ຢູ່​ໃນ​ເຢຣູຊາເລັມ​ຈຶ່ງ​ໄດ້​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ເປັນ​ເວລາ​ເຈັດ​ວັນ, ຝ່າຍ​ຊາວເລວີ ແລະ ບັນດາ​ປະໂລຫິດ​ກໍ​ຮ້ອງ​ເພງ​ຖວາຍ​ພຣະເຈົ້າຢາເວ​ທຸກ​ມື້ ປະສານ​ກັບ​ສຽງ​ເຄື່ອງ​ດົນຕີ​ທີ່​ໃຊ້​ສັນລະເສີນ​ພຣະເຈົ້າຢາເວ.
22ເຮເສກີຢາ​ໄດ້​ກ່າວ​ໃຫ້​ກຳລັງ​ໃຈ​ຊາວເລວີ​ທັງໝົດ, ຜູ້​ທີ່​ໄດ້​ຮັບໃຊ້​ພຣະເຈົ້າຢາເວ​ຢ່າງ​ດີ ພວກເຂົາ​ໄດ້​ກິນ​ອາຫານ​ຕາມ​ສ່ວນ​ທີ່​ໄດ້​ແບ່ງ​ໄວ້​ໃຫ້​ພວກເຂົາ ແລະ ໄດ້​ຖວາຍ​ເຄື່ອງບູຊາ​ແຫ່ງ​ມິດຕະພາບ ແລະ ສັນລະເສີນ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ.
23ແລ້ວ​ປະຊາຊົນ​ທັງໝົດ​ກໍ​ໄດ້​ຕົກລົງ​ກັນ​ສະຫລອງ​ເທດສະການ​ຕໍ່​ໄປ​ອີກ​ເປັນ​ເວລາ​ເຈັດ​ວັນ; ຈຶ່ງ​ມີ​ການ​ສະຫລອງ​ຕໍ່​ໄປ​ອີກ​ເປັນ​ເວລາ​ເຈັດ​ວັນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.24ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ໄດ້​ມອບ​ງົວເຖິກ​ໜຶ່ງ​ພັນ​ໂຕ ແລະ ລູກແກະ ແລະ ແບ້​ເຈັດ​ພັນ​ໂຕ​ແກ່​ໃຫ້​ປະຊາຊົນ ແລະ ບັນດາ​ເຈົ້າໜ້າທີ່​ກໍ​ໄດ້​ເອົາ​ງົວເຖິກ​ໜຶ່ງ​ພັນ​ໂຕ ແລະ ແກະເຖິກ​ສິບ​ພັນ​ໂຕ​ໃຫ້​ພວກເຂົາ. ມີ​ບັນດາ​ປະໂລຫິດ​ເປັນ​ຈຳນວນ​ຫລາຍ​ໄດ້​ຊຳລະ​ຕົນ​ໃຫ້​ບໍລິສຸດ.25ປະຊາຊົນ​ຢູດາຍ​ທັງໝົດ​ກໍ​ພາ​ກັນ​ຊື່ນຊົມ​ຍິນດີ​ພ້ອມ​ທັງ​ບັນດາ​ປະໂລຫິດ ຊາວເລວີ ແລະ ທຸກຄົນ​ທີ່​ມາ​ເຕົ້າໂຮມ​ກັນ​ໃນ​ອິດສະຣາເອນ​ດ້ວຍ, ລວມທັງ​ຄົນຕ່າງດ້າວ​ທີ່​ມາ​ຈາກ​ອິດສະຣາເອນ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ຢູດາຍ​ດ້ວຍ.26ມີ​ຄວາມ​ຊື່ນຊົມ​ຍິນດີ​ຢ່າງ​ໃຫຍ່​ໃນ​ເຢຣູຊາເລັມ ເພາະ​ບໍ່​ເຄີຍ​ມີ​ການ​ສະຫລອງ​ຢ່າງ​ນີ້​ເລີຍ​ຕັ້ງແຕ່​ສະໄໝ​ຂອງ​ໂຊໂລໂມນ​ລູກຊາຍ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.27ບັນດາ​ປະໂລຫິດ ແລະ ຊາວເລວີ​ໄດ້​ຢືນ​ຂຶ້ນ​ອວຍພອນ​ປະຊາຊົນ ແລະ ພຣະເຈົ້າ​ໄດ້​ຟັງ​ສຽງ​ຂອງ​ພວກເຂົາ, ເພາະ​ຄຳ​ອະທິຖານ​ຂອງ​ພວກເຂົາ​ຂຶ້ນ​ໄປ​ເຖິງ​ຟ້າສະຫວັນ, ເຊິ່ງ​ເປັນ​ບ່ອນ​ຢູ່​ອັນ​ບໍລິສຸດ​ຂອງ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2