2 ຂ່າວຄາວ29

ເຮເຊກີຢາ​ຊຳລະ​ວິຫານ

1ເມື່ອ​ເຮເຊກີຢາ​ຂຶ້ນ​ເປັນ​ກະສັດ ເພິ່ນ​ອາຍຸ​ຊາວ​ຫ້າ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ​ຊາວ​ເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາບີຢາ ເຊິ່ງ​ເປັນ​ລູກສາວ​ຂອງ​ເຊກາຣີຢາ.2ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ​ເໝືອນ​ທີ່​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ໄດ້​ເຮັດ.
3ໃນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ທໍາອິດ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ, ເພິ່ນ​ໄດ້​ເປີດ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ໄດ້​ສ້ອມແປງ​ປະຕູ​ຄືນ​ໃໝ່.4ເພິ່ນ​ໄດ້​ເອີ້ນ​ບັນດາ​ປະໂລຫິດ ແລະ ຊາວເລວີ​ມາ​ພົບ​ກັນ, ແລ້ວ​ກໍ​ປະຊຸມ​ກັນ​ກັບ​ພວກເຂົາ​ຢູ່​ທີ່​ສີ່​ແຍກ​ທາງ​ດ້ານ​ຕາເວັນອອກ.5ແລະ​ເພິ່ນ​ໄດ້​ກ່າວ​ວ່າ: “ຈົ່ງ​ຟັງ​ຂ້າພະເຈົ້າ, ຊາວເລວີ! ບັດນີ້ ຈົ່ງ​ຊຳລະ​ຕົນ​ເອງ​ໃຫ້​ບໍລິສຸດ ແລະ ຈົ່ງ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ. ຈົ່ງ​ລົບລ້າງ​ສິ່ງ​ທີ່​ເປັນ​ມົນທິນ​ທັງໝົດ​ອອກ​ຈາກ​ບ່ອນ​ສັກສິດ.6ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່ສັດຊື່; ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ ໄດ້​ປະຖິ້ມ​ພຣະອົງ. ພວກເຂົາ​ໄດ້​ຫັນ​ໜ້າ​ໜີ​ຈາກ​ບ່ອນ​ທີ່​ພຣະເຈົ້າຢາເວ​ສະຖິດ​ຢູ່ ແລະ ໄດ້​ປິ່ນ​ຫລັງ​ໃສ່​ພຣະອົງ.7ພວກເຂົາ​ຍັງ​ໄດ້​ປິດ​ລະບຽງ​ປະຕູ​ວິຫານ​ໄວ້, ບໍ່​ໃຕ້​ຕະກຽງ. ພວກເຂົາ​ບໍ່​ໄດ້​ເຜົາ​ເຄື່ອງຫອມ ຫລື ຖວາຍ​ເຄື່ອງເຜົາ​ບູຊາ​ໃດໆ​ທີ່​ບ່ອນ​ສັກສິດ​ແກ່​ພຣະເຈົ້າ​ແຫ່ງ​ອິດສະຣາເອນ.8ເຫດສະນັ້ນ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຕົກ​ໃສ່​ຢູດາຍ ແລະ ເຢຣູຊາເລັມ; ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ທີ່​ໜ້າ​ລັງກຽດ, ເປັນ​ຕາ​ໜ້າ​ຢ້ານ ແລະ ຖືກ​ດູໝິ່ນ, ດັ່ງ​ທີ່​ພວກທ່ານ​ໄດ້​ເຫັນ​ກັບ​ຕາ​ຂອງ​ພວກທ່ານ​ເອງ.9ດ້ວຍເຫດນີ້ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ລົ້ມ​ລົງ​ຕາຍ​ດ້ວຍ​ດາບ ແລະ ດ້ວຍ​ເຫດ​ນີ້ ດ້ວຍ​ລູກຊາຍ ແລະ ບັນດາ​ລູກສາວ ແລະ ເມຍ​ຂອງ​ພວກເຮົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.10ບັດນີ້ ຂ້າພະເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຄໍາໝັ້ນສັນຍາ​ກັບ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ເພື່ອ​ວ່າ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ​ຈະ​ຫັນ​ໜີ​ໄປ​ຈາກ​ພວກເຮົາ.11ລູກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້ ຢ່າ​ໄດ້​ເມີນເສີຍ​ຕໍ່​ໜ້າທີ່​ຂອງ​ພວກທ່ານ ເພາະ​ພຣະເຈົ້າ​ຢາເວ​ໄດ້​ເລືອກ​ເອົາ​ພວກທ່ານ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພຣະອົງ ແລະ ຮັບໃຊ້​ພຣະອົງ, ເພື່ອ​ປະຕິບັດ​ໜ້າທີ່​ຕໍ່ໜ້າ​ພຣະອົງ ແລະ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ”.
12ແລ້ວ​ຊາວເລວີ​ເຫລົ່ານີ້​ຈຶ່ງ​ເລີ່ມ​ປະຕິບັດ​ໜ້າທີ່​ດັ່ງນີ້:
ຈາກ​ຊາວໂກຮາດ​ຄື: ມາຮາດ ລູກຊາຍ​ຂອງ​ອາມາໄສ ແລະ ໂຢເອນ​ລູກຊາຍ​ຂອງ​ອາຊາຣີຢາ; ຈາກ​ຊາວ​ເມຣາຣິ​ຄື: ກີເຊ ລູກຊາຍ​ຂອງ​ອັບດີ ແລະ ອາຊາຣີຢາ​ລູກຊາຍ​ຂອງ​ເຢຮານເລເລນ; ຈາກ​ຊາວເກໂຊນ​ຄື: ໂຢອາ ລູກຊາຍ​ຂອງ​ຊິມມາ ແລະ ເອເດນ​ລູກຊາຍ​ຂອງ​ໂຢອາ;
13ຈາກ​ເຊື້ອສາຍ​ຂອງ​ເອລີຊາຟັນ​ຄື: ຊິມຣີ ແລະ ເຢອູເອນ; ຈາກ​ເຊື້ອສາຍ​ຂອງ​ອາສັບ​ຄື: ເຊກາຣີຢາ ແລະ ມັດຕານິຢາ;14ຈາກ​ເຊື້ອສາຍ​ຂອງ​ເຮມານ​ຄື: ເຢອູເອນ ແລະ ຊີເມອີ; ຈາກ​ເຊື້ອສາຍ​ຂອງ​ເຢດູທູນ​ຄື: ເຊມາອີຢາ ແລະ ອຸດຊີເອນ.
15ເມື່ອ​ພວກເຂົາ​ໄດ້​ມາ​ປະຊຸມ​ກັນ​ກັບ​ພວກ​ພີ່ນ້ອງ​ຊາວເລວີ ແລະ ໄດ້​ຊຳລະ​ຕົນ​ເອງ​ແລ້ວ, ພວກເຂົາ​ກໍ​ເຂົ້າ​ໄປ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ, ຕາມ​ທີ່​ກະສັດ​ໄດ້​ສັ່ງ​ໄວ້​ນັ້ນ, ປະຕິບັດ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.16ບັນດາ​ປະໂລຫິດ​ໄດ້​ເຂົ້າ​ໄປ​ທາງ​ໃນ​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າຢາເວ​ເພື່ອ​ຊຳລະ​ບ່ອນ​ນັ້ນ. ພວກເຂົາ​ນຳ​ເອົາ​ທຸກສິ່ງ​ທີ່​ເປັນ​ມົນທິນ​ທີ່​ພວກເຂົາ​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອອກ​ມາ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຊາວເລວີ​ໄດ້​ຂົນ​ສິ່ງ​ທີ່​ເປັນ​ມົນທິນ​ອອກ​ໄປ ແລະ ນໍາ​ເອົາ​ທີ່​ຮ່ອມພູ​ກິດໂຣນ.17ພວກເຂົາ​ໄດ້​ເລີ່ມຕົ້ນ​ຊຳລະ​ວິຫານ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ໜຶ່ງ ແລະ ໃນ​ວັນ​ທີ​ແປດ​ຂອງ​ເດືອນ​ນັ້ນ ພວກເຂົາ​ກໍ​ຊຳລະ​ອອກ​ມາ​ຈົນ​ຮອດ​ດ້ານໜ້າ​ລະບຽງ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໃຊ້​ເວລາ​ອີກ​ແປດ​ວັນ​ໃນ​ການ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ. ແລ້ວ​ກໍ​ສໍາເລັດ​ໃນ​ວັນ​ທີ​ສິບ​ຫົກ​ຂອງ​ເດືອນ​ທີ​ໜຶ່ງ.
18ແລ້ວ​ພວກເຂົາ​ໄດ້​ໄປ​ພົບ​ກະສັດ​ເຮເຊກີຢາ ແລະ ໄດ້​ລາຍງານ​ວ່າ: “ພວກຂ້ານ້ອຍ​ໄດ້​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ​ທັງໝົດ​ແລ້ວ, ພ້ອມທັງ​ແທ່ນບູຊາ​ຂອງ​ເຜົາ​ເຄື່ອງຖວາຍ​ບູຊາ ແລະ ເຄື່ອງໃຊ້​ທັງໝົດ​ປະຈຳ​ແທ່ນບູຊາ, ແລະ ໂຕະ​ວາງ​ເຂົ້າຈີ່​ຖວາຍ ແລະ ເຄື່ອງໃຊ້​ທັງໝົດ​ປະຈຳ​ໂຕະ.19ພວກຂ້ານ້ອຍ​ໄດ້​ຈັດຕຽມ ແລະ ໄດ້​ຊຳລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ກະສັດ​ອາຮາດ​ໄດ້​ເອົາ​ອອກ​ໄປ​ໃນ​ເວລາ​ທີ່​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ ຂະນະ​ທີ່​ເພິ່ນ​ໄດ້​ເປັນ​ເປັນ​ກະສັດ. ບັດນີ້ ສິ່ງຂອງ​ເຫລົ່ານັ້ນ​ໄດ້​ວາງ​ໄວ້​ຢູ່​ທາງໜ້າ​ຂອງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ແລ້ວ”.
20ມື້​ຕໍ່ມາ​ໃນ​ເວລາ​ເຊົ້າໆ ກະສັດ​ເຮເຊກີຢາ​ໄດ້​ເອີ້ນ​ບັນດາ​ເຈົ້າ​ໜ້າທີ່​ຂອງ​ເມືອງ​ໃຫ້​ມາ​ປະຊຸມ​ກັນ ແລ້ວ​ກໍ​ພາກັນ​ຂຶ້ນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ນໍາ​ກັນ.21ພວກເຂົາ​ໄດ້​ນຳ​ເອົາ​ງົວເຖິກ​ເຈັດ​ໂຕ, ແກະເຖິກ​ເຈັດ​ໂຕ, ແກະ​ຜູ້​ເຈັດ​ໂຕ ແລະ ແບ້​ຜູ້​ເຈັດ​ໂຕ​ເປັນ​ເຄື່ອງຖວາຍ​ບູຊາ​ໄຖ່​ບາບ​ສຳລັບ​ອານາຈັກ, ສຳລັບ​ສະຖານ​ນະມັດສະການ ແລະ ສຳລັບ​ຢູດາ. ກະສັດ​ໄດ້​ສັ່ງ​ໃຫ້​ບັນດາ​ປະໂລຫິດ, ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອາໂຣນ​ຖວາຍ​ສັດ​ເຫລົ່ານັ້ນ​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.22ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂ້າ​ງົວເຖິກ ແລະ ບັນດາ​ປະໂລຫິດ​ໄດ້​ນຳ​ເອົາ​ເລືອດ​ໄປ ແລະ ຊິດ​ໃສ່​ເທິງ​ແທ່ນບູຊາ; ຕໍ່ມາ ພວກເຂົາ​ໄດ້​ຂ້າ​ແກະຜູ້ ແລະ ເອົາ​ເລືອດ​ຊິດ​ໃສ່​ເທິງ​ແທ່ນບູຊາ; ພວກເຂົາ​ໄດ້​ຂ້າ​ລູກແກະ ແລ້ວ​ເອົາ​ເລືອດ​ຊິດ​ໃສ່​ເທິງ​ແທ່ນບູຊາ.23ພວກເຂົາ​ໄດ້​ເອົາ​ແບ້ເຖິກ​ສຳລັບ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ໄດ້​ນຳ​ອອກ​ມາ​ຕໍ່ໜ້າ​ກະສັດ ແລະ ປະຊາຊົນ​ທີ່​ມາ​ຊຸມນຸມ​ກັນ ແລ້ວ​ພວກເຂົາ​ກໍ​ໄດ້​ວາງ​ມື​ໃສ່​ແບ້ເຖິກ​ເຫລົ່ານັ້ນ.24ຫລັງຈາກນັ້ນ ບັນດາ​ປະໂລຫິດ​ກໍ​ໄດ້​ຂ້າ​ແບ້ ແລະ ນໍາ​ເອົາ​ເລືອດ​ໄປ​ຖອກ​ໃສ່​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ໃຫ້​ກັບ​ອິດສະຣາເອນ​ທັງໝົດ, ເພາະ​ກະສັດ​ໄດ້​ສັ່ງ​ໃຫ້​ເຜົາ​ເຄື່ອງຖວາຍ​ບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ​ສຳລັບ​ອິດສະຣາເອນ​ທັງໝົດ.
25ເຮເສກີຢາ​ໄດ້​ໃຫ້​ຄົນ​ເລວີ​ປະຈຳ​ໜ້າທີ່​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມ​ກັບ​ໃຫ້​ດີດ​ພິນໃຫຍ່ ແລະ ພິນນ້ອຍ ແລະ ຕົບແສ່ງ​ຕາມ​ທີ່​ດາວິດ ແລະ ກາດ​ຜູ້ທຳນວາຍ​ຂອງ​ກະສັດ ແລະ ຜູ້ທຳນວາຍ​ນາທານ​ໄດ້​ກຳນົດ​ໄວ້; ພຣະເຈົ້າຢາເວ​ທີ່​ໄດ້​ສັ່ງ​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ​ໄວ້.26ດັ່ງນັ້ນ ຄົນ​ເລວີ​ຈຶ່ງ​ເຂົ້າ​ປະຈຳ​ທີ່​ຕຽມ​ບັນເລງ​ເຄື່ອງ​ດົນຕີ​ທີ່​ດາວິດ​ເຮັດ​ຂຶ້ນ ສ່ວນ​ບັນດາ​ປະໂລຫິດ​ກໍ​ເຂົ້າ​ປະຈຳ​ທີ່​ຕຽມ​ເປົ່າ​ແກ​ຂອງ​ຕົນ.
27ເຮເຊກີຢາ​ໄດ້​ສັ່ງ​ໃຫ້​ຖວາຍ​ເຄື່ອງເຜົາ​ບູຊາ​ເທິງ​ແທ່ນບູຊາ. ໃນ​ຂະນະ​ທີ່​ເລີ່ມ​ຕົ້ນ​ຖວາຍບູຊາ, ພວກເຂົາ​ກໍ​ເລີ່ມ​ຮ້ອງ​ສັນລະເສີນ​ພຣະເຈົ້າຢາເວ​ດ້ວຍ​ການ​ເປົ່າ​ແກ​ປະສານ​ກັນ​ກັບ​ການ​ຫລິ້ນ​ເຄື່ອງ​ດົນຕີ​ຂອງ​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ.28ຂະນະ​ທີ່​ນັກຮ້ອງ​ຂັບຮ້ອງ ແລະ ນັກດົນຕີ​ເປົ່າ​ແກ, ຊຸມນຸມ​ປະຊາຊົນ​ທັງໝົດ​ກໍ​ກົ້ມ​ກາບ​ນະມັດສະການ. ເປັນ​ເຊັ່ນ​ນີ້​ຈົນ​ກວ່າ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳເລັດ.
29ເມື່ອ​ການ​ຖວາຍ​ເຄື່ອງບູຊາ​ສຳເລັດ​ແລ້ວ, ກະສັດ ແລະ ທຸກຄົນ​ທີ່​ຢູ່​ກັບ​ເພິ່ນ​ກໍ​ໄດ້​ຄຸເຂົ່າ​ລົງ​ກາບ​ນະມັດສະການ.30ກະສັດ​ເຮເຊກີຢາ ແລະ ບັນດາ​ເຈົ້າໜ້າທີ່​ໄດ້​ສັ່ງ​ໃຫ້​ຊາວເລວີ​ສັນລະເສີນ​ພຣະເຈົ້າຢາເວ​ດ້ວຍ​ບົດ​ສັນລະເສີນ​ຂອງ​ດາວິດ ແລະ ຂອງ​ຜູ້ທຳນວາຍ​ອາສັບ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ ກົ້ມ​ກາບ​ນະມັດສະການ​ພຣະເຈົ້າ.
31ຫລັງຈາກນັ້ນ ເຮເຊກີຢາ​ກໍ​ໄດ້​ກ່າວ​ວ່າ, “ບັດນີ້ ພວກເຈົ້າ​ໄດ້​ອຸທິດຖວາຍ​ຕົນ​ເອງ​ແກ່​ພຣະເຈົ້າຢາເວ​ແລ້ວ. ຈົ່ງ​ນຳ​ເອົາ​ເຄື່ອງບູຊາ​ມາ ແລະ ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ”. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ໄດ້​ນຳ​ເຄື່ອງບູຊາ ແລະ ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ຖວາຍ ແລະ ທຸກຄົນ​ທີ່​ເຕັມ​ໃຈ​ກໍ​ໄດ້​ນຳ​ເຄື່ອງເຜົາ​ບູຊາ​ມາ​ຖວາຍ.
32ຈໍານວນ​ຂອງ​ເຄື່ອງເຜົາ​ບູຊາ​ທີ່​ປະຊາຊົນ​ນຳ​ມາ​ຖວາຍ​ມີ​ຄື ງົວເຖິກ​ເຈັດ​ສິບ​ໂຕ, ແກະ​ເຖິກ​ໜຶ່ງ​ຮ້ອຍ​ໂຕ ແລະ ແກະຜູ້​ສອງ​ຮ້ອຍ​ໂຕ ສັດ​ທັງໝົດ​ນີ້​ເປັນ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າຢາເວ.33ຈໍານວນ​ສັດ​ທີ່​ຊຳລະ​ຖວາຍ​ເປັນ​ເຄື່ອງບູຊາ​ມີ​ງົວເຖິກ​ຫົກ​ຮ້ອຍ​ໂຕ, ແກະ ແລະ ແບ້​ສາມ​ພັນ​ໂຕ.34ແຕ່​ມີ​ບັນດາ​ປະໂລຫິດ​ໜ້ອຍ​ເກີນ​ໄປ​ສຳລັບ​ລົກ​ໜັງ​ສັດ​ທີ່​ເປັນ​ເຄື່ອງເຜົາ​ບູຊາ​ທັງໝົດ; ດັ່ງນັ້ນ ພີ່ນ້ອງ​ຊາວເລວີ​ໄດ້​ມາ​ຊ່ວຍເຫລືອ​ພວກເຂົາ​ຈົນ​ວຽກງານ​ສຳເລັດ ແລະ ຈົນ​ປະໂລຫິດ​ຄົນ​ອື່ນໆ​ໄດ້​ເຮັດ​ພິທີ​ຊຳລະ​ຕົນ, ເພາະ​ຊາວເລວີ​ເຄັ່ງຄັດ​ໃນ​ການ​ຊຳລະ​ຕົນ​ຫລາຍ​ກວ່າ​ບັນດາ​ປະໂລຫິດ.35ມີ​ເຄື່ອງເຜົາ​ບູຊາ​ຢ່າງ​ຫລວງຫລາຍ, ພ້ອມ​ທັງ​ໄຂມັນ​ຂອງ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ ເຄື່ອງດື່ມ​ຖວາຍບູຊາ​ພ້ອມ​ກັນ​ກັບ​ເຄື່ອງເຜົາ​ບູຊາ.
ດັ່ງນັ້ນ ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ຮັບ​ການ​ຟື້ນຟູ​ຂຶ້ນ​ໃໝ່.
36ເຮເຊກີຢາ ແລະ ປະຊາຊົນ​ທັງໝົດ​ກໍ​ພາ​ກັນ​ຊົມຊື່ນ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ປະຊາຊົນ​ຂອງ​ພຣະອົງ, ເພາະ​ທຸກຢ່າງ​ສຳເລັດ​ຜົນ​ຢ່າງ​ວ່ອງໄວ.

Biblica, Inc.

https://app.library.bible/content/eab9312f9f16b3a2