2 ຂ່າວຄາວ22
ກະສັດອາຮາຊີຢາແຫ່ງຢູດາຍ
1ຊາວເຢຣູຊາເລັມໄດ້ແຕ່ງຕັ້ງອາຮາຊີຢາ, ລູກຊາຍຫລ້າຂອງເຢໂຮຣາມຂຶ້ນເປັນກະສັດໃນວົງຂອງເພິ່ນ, ເນື່ອງຈາກກອງໂຈນທີ່ຢູ່ໃນຄ້າຍກັບຊາວອາຣັບ, ພວກເຂົາໄດ້ຂ້າລູກຊາຍກົກທັງໝົດ. ດັ່ງນັ້ນ ອາຮາຊີຢາລູກຊາຍຂອງເຢໂຮຣາມແຫ່ງຢູດາຍໄດ້ເລີ່ມຕົ້ນປົກຄອງ.2ເມື່ອເພິ່ນຂຶ້ນເປັນກະສັດ, ອາຮາຊີຢາມີອາຍຸຊາວສອງປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມພຽງແຕ່ປີດຽວ. ແມ່ຂອງເພິ່ນຄືນາງອາທາລີຢາຜູ້ເປັນຫລານສາວຂອງອົມຣິ.3ອາຮາຊີຢາໄດ້ເຮັດຕາມແບບຢ່າງຂອງຄອບຄົວຂອງອາຮາບຄືກັນ, ເພາະແມ່ຂອງເພິ່ນສະໜັບສະໜູນເພິ່ນໃຫ້ເຮັດຊົ່ວ.4ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວເໝືອນດັ່ງຄອບຄົວຂອງອາຮາບໄດ້ເຮັດ, ເພາະຫລັງຈາກທີ່ພໍ່ຂອງເພິ່ນໄດ້ຕາຍໄປແລ້ວ ພວກເຂົາກໍກາຍເປັນທີ່ປຶກສາຂອງເພິ່ນ, ເຊິ່ງໄດ້ນຳເພິ່ນໄປສູ່ຄວາມພິນາດ.5ເພິ່ນຍັງໄດ້ເຮັດຕາມຄຳແນະນຳຂອງພວກເຂົາເມື່ອເພິ່ນໄດ້ຮ່ວມກັບໂຢຣາມ ລູກຊາຍຂອງກະສັດອາຮາບແຫ່ງອິດສະຣາເອນເພື່ອເຮັດສົງຄາມກັບກະສັດຮາຊາເອນແຫ່ງອາຣາມທີ່ເມືອງຣາໂມດກີເລອາດ. ຊາວອາຣາມເຮັດໃຫ້ໂຢຣາມໄດ້ຮັບບາດເຈັບ;6ສະນັ້ນ ເພິ່ນຈຶ່ງໄດ້ກັບຄືນມາທີ່ຢິດຊະເຣນເພື່ອປິ່ນປົວບາດແຜທີ່ພວກເຂົາໄດ້ເຮັດຕໍ່ເພິ່ນທີ່ເມືອງຣາໂມດ ໃນການສູ້ຮົບກັບກະສັດຮາຊາເອນແຫ່ງອາຣາມ.ແລ້ວອາຮາຊີຢາ ລູກຊາຍກະສັດເຢໂຮຣາມແຫ່ງຢູດາຍກໍໄດ້ໄປຫາໂຢຣາມລູກຊາຍຂອງອາຮາບທີ່ຢິດຊະເຣນ ເພາະເພິ່ນໄດ້ຮັບບາດເຈັບ.7ໂດຍການຢ້ຽມຢາມຂອງອາຮາຊີຢາຕໍ່ໂຢຣາມ, ພຣະເຈົ້າໄດ້ນຳເອົາຄວາມຈິບຫາຍມາສູ່ອາຮາຊີຢາ. ເມື່ອອາຮາຊີຢາມາຮອດ, ເພິ່ນກັບໂຢຣາມກໍອອກໄປພົບເຢຮູລູກຊາຍຂອງນິມຊີ, ເຊິ່ງພຣະເຈົ້າຢາເວໄດ້ແຕ່ງຕັ້ງລາວໄວ້ ເພື່ອທຳລາຍຄອບຄົວຂອງອາຮາບ.8ໃນຂະນະທີ່ເຢຮູກໍາລັງມາທໍາລາຍຄອບຄົວຂອງອາຮາບ, ເພິ່ນໄດ້ພົບກັບບັນດາຂ້າລາຊະການຂອງຢູດາຍ ແລະ ພວກຫລານຊາຍຂອງອາຮາຊີຢາ, ເຊິ່ງພວກເຂົາກໍາລັງເດີນທາງມາພົບອາຮາຊີຢາ, ແລ້ວເຢຮູໄດ້ຂ້າພວກເຂົາຖິ້ມທັງໝົດ.9ແລ້ວເຢຮູກໍໄດ້ອອກໄປຄົ້ນຫາອາຮາຊີຢາ, ຄົນຂອງເຢຮູກໍຈັບອາຮາຊີຢາຂະນະທີ່ເພິ່ນກໍາລັງລີ້ຢູ່ໃນຊາມາເຣຍ. ພວກເຂົາໄດ້ນຳຕົວເພິ່ນມາຫາເຢຮູ ແລະ ໄດ້ຂ້າເພິ່ນເສຍ. ພວກເຂົາໄດ້ຝັງສົບຂອງເພິ່ນ, ເພາະພວກເຂົາໄດ້ເວົ້າວ່າ, “ເພິ່ນເປັນລູກຊາຍຄົນໜຶ່ງຂອງເຢໂຮຊາຟັດ, ຜູ້ທີ່ສະແຫວງຫາພຣະເຈົ້າຢາເວດ້ວຍສຸດໃຈຂອງເພິ່ນ”. ດັ່ງນັ້ນ ບໍ່ມີຜູ້ໃດໃນຄອບຄົວຂອງອາຮາຊີຢາທີ່ເຂັ້ມແຂງພໍທີ່ຈະຮັກສາອານາຈັກໄວ້ໄດ້.
ນາງອາທາລີຢາ ແລະ ໂຢອາດ
10ເມື່ອອາທາລີຢາແມ່ຂອງອາຮາຊີຢາເຫັນວ່າລູກຊາຍຂອງຕົນຕາຍແລ້ວ, ນາງກໍໄດ້ທໍາລາຍເຊື້ອສາຍຂອງກະສັດແຫ່ງຢູດາຍທັງໝົດ.11ແຕ່ເຢໂຮເຊບາ ລູກສາວຂອງກະສັດເຢໂຮຣາມ, ນາງໄດ້ເອົາໂຢອາດລູກຊາຍຄົນໜຶ່ງຂອງອາຮາຊີຢາ ແລະ ໄດ້ພາລາວໜີໄປຈາກບັນດາເຈົ້າຊາຍທີ່ກຳລັງຈະຖືກຂ້າ ແລ້ວເອົາລາວ ແລະ ເອື້ອຍລ້ຽງໄປເຊື່ອງໄວ້ໃນຫ້ອງນອນ. ຍ້ອນນາງເຢໂຮເຊບາ, ລູກສາວຂອງກະສັດເຢໂຮຣາມ ແລະ ເມຍຂອງປະໂລຫິດເຢໂຮຍອາດາ, ເຊິ່ງເປັນນ້ອງສາວຂອງອາຮາຊີຢາ, ນາງໄດ້ເຊື່ອງເດັກນ້ອຍໄວ້ໃຫ້ພົ້ນຈາກນາງອາທາລີຢາເພື່ອບໍ່ໃຫ້ນາງຂ້າລາວໄດ້.12ໂຢອາດຍັງເຊື່ອງພວກເຂົາໄວ້ໃນວິຫານຂອງພຣະເຈົ້າເປັນເວລາຫົກປີ ໃນເວລາທີ່ນາງອາທາລີຢາໄດ້ປົກຄອງດິນແດນຢູ່.Biblica, Inc.