2 ຂ່າວຄາວ20
ເຢໂຮຊາຟັດເອົາຊະນະໂມອາບ ແລະ ອຳໂມນ
1ຕໍ່ມາຊາວໂມອາບ ແລະ ຊາວອຳໂມນ ແລະ ຊາວເມີນິດບາງຄົນ ໄດ້ມາຕໍ່ສູ້ກັບເຢໂຮຊາຟັດ.2ມີບາງຄົນໄດ້ມາບອກເຢໂຮຊາຟັດວ່າ, “ມີກອງທັບໃຫຍ່ກຳລັງມາຕໍ່ສູ້ທ່ານຈາກເອໂດມ, ຈາກທາງຟາກໜຶ່ງອີກຂອງທະເລຕາຍ ແລະ ບັດນີ້ ມາຮອດເມືອງຮາຊາໂຊນຕາມາແລ້ວ (ນັ້ນແມ່ນ ເມືອງເອນເກດີ)”3ເຢໂຮຊາຟັດໄດ້ຕື່ນຕົກໃຈຫລາຍ ແລະ ຕັດສິນໃຈສະແຫວງຫາພຣະເຈົ້າຢາເວ. ເພິ່ນໄດ້ປະກາດໃຫ້ຖືສິນອົດອາຫານທົ່ວຢູດາຍ.4ປະຊາຊົນຢູດາໄດ້ມາເຕົ້າໂຮມກັນເພື່ອສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວ; ພວກເຂົາມາຈາກທຸກເມືອງໃນຢູດາຍເພື່ອສະແຫວງຫາພຣະອົງ.5ເຢໂຮຊາຟັດໄດ້ຢືນຂຶ້ນໃນບ່ອນທີ່ປະຊາຊົນຂອງຢູດາຍມາຊຸມນຸມກັນ ແລະ ປະຊາຊົນຂອງເຢຣູຊາເລັມຢູ່ທີ່ເດີ່ນໃໝ່ຂອງວິຫານຂອງພຣະເຈົ້າຢາເວ6ແລະ ໄດ້ອະທິຖານວ່າ:“ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງພວກຂ້ານ້ອຍ, ພຣະອົງເປັນພຣະເຈົ້າຜູ້ທີ່ຢູ່ໃນສະຫວັນບໍ່ແມ່ນບໍ? ພຣະອົງປົກຄອງເໜືອອານາຈັກຂອງຊົນຊາດທັງໝົດ. ລິດອຳນາດ ແລະ ຄວາມຍິ່ງໃຫຍ່ກໍຢູ່ໃນມືຂອງພຣະອົງ, ບໍ່ມີຜູ້ໃດຕໍ່ຕ້ານພຣະອົງໄດ້.7ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ພຣະອົງໄດ້ຂັບໄລ່ປະຊາຊົນທີ່ອາໄສໃນດິນແດນນີ້ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນຂອງພຣະອົງ ແລະ ໄດ້ມອບດິນແດນໃຫ້ແກ່ເຊື້ອສາຍຂອງອັບຣາຮາມມິດສະຫາຍຂອງພຣະອົງຕະຫລອດໄປບໍ່ແມ່ນບໍ?8ພວກເຮົາໄດ້ອາໄສຢູ່ບ່ອນນີ້ ແລະ ໄດ້ສ້າງສະຖານທີ່ສັກສິດເພື່ອນາມຂອງພຣະອົງ ແລະ ກ່າວວ່າ,9‘ຖ້າມີໄພພິບັດຕົກໃສ່ພວກເຈົ້າ, ບໍ່ວ່າຈະເປັນສົງຄາມ, ໂລກລະບາດ ຫລື ການອຶດຢາກອາຫານ, ພວກຂ້ານ້ອຍຈະຢືນຢູ່ຕໍ່ໜ້າພຣະອົງຄື ຕໍ່ໜ້າວິຫານທີ່ມີນາມຂອງພຣະອົງ ແລະ ຈະຮ້ອງຫາພຣະອົງໃນຍາມທຸກລຳບາກ, ແລ້ວພຣະອົງຈະຟັງ ແລະ ຊ່ວຍກູ້ພວກຂ້ານ້ອຍໃຫ້ພົ້ນ’.10“ແຕ່ບັດນີ້ ພວກທີ່ມາຈາກອຳໂມນ, ໂມອາບ ແລະ ພູເຂົາເສອີໄດ້ຢູ່ທີ່ນີ້ແລ້ວ, ເຊິ່ງເມື່ອອິດສະຣາເອນອອກມາຈາກເອຢິບ; ພຣະອົງບໍ່ໄດ້ອະນຸຍາດໃຫ້ພວກເຂົາບຸກລຸກດິນແດນນີ້; ດັ່ງນັ້ນ ອິດສະຣາເອນຈຶ່ງໄດ້ໄປທາງອື່ນ ແລະ ບໍ່ໄດ້ທຳລາຍພວກເຂົາ.11ແຕ່ບັດນີ້ ເບິ່ງແມ ພວກເຂົາກໍາລັງຕອບແທນພວກເຮົາດ້ວຍການຂັບໄລ່ພວກຂ້ານ້ອຍອອກໄປຈາກດິນແດນທີ່ພຣະອົງໄດ້ມອບໃຫ້ພວກຂ້ານ້ອຍເປັນມໍລະດົກ.12ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ພຣະອົງຈະບໍ່ລົງໂທດພວກເຂົາບໍ? ເພາະພວກຂ້ານ້ອຍບໍ່ມີກຳລັງພໍທີ່ຈະປະເຊີນໜ້າກັບກອງທັບໃຫຍ່ນີ້ທີ່ກໍາລັງມາໂຈມຕີພວກຂ້ານ້ອຍ. ພວກຂ້ານ້ອຍບໍ່ຮູ້ວ່າຈະເຮັດຢ່າງໃດ, ພວກຂ້ານ້ອຍໄດ້ແຕ່ຫວັງເພິ່ງພາພຣະອົງ”.13ພວກຜູ້ຊາຍຢູດາທັງໝົດພ້ອມທັງເມຍ ແລະ ລູກ ແລະ ລູກນ້ອຍຂອງພວກເຂົາ, ພວກເຂົາກໍພາກັນຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ.14ແລ້ວພຣະວິນຍານຂອງພຣະເຈົ້າຢາເວໄດ້ລົງມາເໜືອຢາຮາຊີເອນລູກຊາຍຂອງເຊກາຣີຢາ, ລູກຊາຍຂອງເບນາອີຢາ, ລູກຊາຍຂອງເຢອີເອນ, ລູກຊາຍຂອງມັດຕານີຢາ, ຊາວເລວີຄົນໜຶ່ງ ແລະ ເປັນເຊື້ອສາຍຂອງອາສັບ, ຂະນະນັ້ນຢາຮາຊີເອນໄດ້ຢືນໃນບ່ອນຊຸມນຸມ.15ລາວໄດ້ເວົ້າວ່າ: “ຈົ່ງຟັງ, ຂ້າແດ່ກະສັດເຢໂຮຊາຟັດ ແລະ ທຸກຄົນທີ່ອາໄສຢູ່ໃນຢູດາຍ ແລະ ເຢຣູຊາເລັມ! ພຣະເຈົ້າຢາເວກ່າວກັບພວກທ່ານວ່າ, ‘ຢ່າຢ້ານ ຫລື ຢ່າທໍ້ຖອຍໃຈເລີຍ ຍ້ອນກອງທັບໃຫຍ່ນີ້. ເພາະການສູ້ຮົບບໍ່ແມ່ນຂອງພວກທ່ານ, ແຕ່ເປັນຂອງພຣະເຈົ້າ.16ມື້ອື່ນຈົ່ງລົງໄປສູ້ຮົບກັບພວກເຂົາ. ພວກເຂົາຈະປີນຂຶ້ນຜ່ານທາງຊ່ອງແຄບຊີຊະ ແລະ ພວກທ່ານຈະພົບພວກເຂົາທີ່ສົ້ນສຸດຂອງຮ່ອມພູໃນຖິ່ນແຫ້ງແລ້ງກັນດານຂອງເຢຣູເອນ.17ພວກທ່ານຈະບໍ່ໄດ້ຕໍ່ສູ້ໃນສະໜາມຮົບຄັ້ງນີ້. ພວກທ່ານຈົ່ງເຂົ້າປະຈຳການຢູ່; ຈົ່ງຢືນເບິ່ງການຊ່ວຍກອບກູ້ທີ່ພຣະເຈົ້າຢາເວຈະມອບໃຫ້ແກ່ພວກທ່ານ, ຢູດາຍ ແລະ ເຢຣູຊາເລັມ. ຢ່າຢ້ານ; ຢ່າທໍ້ຖອຍໃຈເລີຍ; ມື້ອື່ນຈົ່ງອອກໄປປະເຊີນໜ້າກັບພວກເຂົາ, ແລະ ພຣະເຈົ້າຢາເວຈະຢູ່ກັບພວກທ່ານ’ ”.18ເຢໂຮຊາຟັດກໍໄດ້ກົ້ມກາບລົງພື້ນດິນ, ແລະ ປະຊາຊົນຢູດາ ແລະ ປະຊາຊົນເຢຣູຊາເລັມທັງໝົດໄດ້ກົ້ມກາບນະມັດສະການຕໍ່ໜ້າພຣະເຈົ້າຢາເວ.19ແລ້ວມີຊາວເລວີບາງຄົນຈາກຕະກຸນໂກຮາດ ແລະ ຈາກຕະກຸນໂກຣາໄດ້ລຸກຢືນຂຶ້ນ ແລະ ສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນດ້ວຍສຽງດັງໆ.20ແຕ່ເຊົ້າໆ ພວກເຂົາໄດ້ອອກໄປຖິ່ນແຫ້ງແລ້ງກັນດານທີ່ເຕກົວ. ຂະນະທີ່ພວກເຂົາຈະເດີນທາງໄປນັ້ນ, ເຢໂຮຊາຟັດໄດ້ລຸກຢືນຂຶ້ນ ແລະ ໄດ້ກ່າວວ່າ, “ຈົ່ງຟັງຂ້າພະເຈົ້າ, ຊາວຢູດາ ແລະ ຊາວເຢຣູຊາເລັມ! ຈົ່ງເຊື່ອໃນພຣະເຈົ້າຢາເວ, ພຣະເຈົ້າຂອງພວກເຈົ້າ ແລ້ວພວກເຈົ້າຈະຢືນຢູ່ໄດ້ຢ່າງໝັ້ນຄົງ; ຈົ່ງເຊື່ອບັນດາຜູ້ທໍານວາຍຂອງພຣະອົງ ແລ້ວພວກເຈົ້າຈະພົບຄວາມສຳເລັດ”.21ຫລັງຈາກໄດ້ປຶກສາຫາລືກັບປະຊາຊົນແລ້ວ, ເຢໂຮຊາຟັດກໍໄດ້ແຕ່ງຕັ້ງຄົນເພື່ອຮ້ອງເພງຖວາຍພຣະເຈົ້າຢາເວ ແລະ ສັນລະເສີນສໍາລັບ ຄວາມສະຫງ່າງາມອັນບໍລິສຸດຂອງພຣະອົງຂະນະທີ່ພວກເຂົາຍ່າງນຳໜ້າກອງທັບອອກໄປວ່າ,“ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ,ເພາະຄວາມຮັກໝັ້ນຄົງຂອງພຣະອົງກໍດຳລົງຕະຫລອດໄປເປັນນິດ”.22ເມື່ອພວກເຂົາເລີ່ມຕົ້ນຮ້ອງເພງ ແລະ ສັນລະເສີນ, ພຣະເຈົ້າຢາເວໄດ້ດັກຊຸ້ມໂຈມຕີຊາວອຳໂມນ ຊາວໂມອາບ ແລະ ຊາວພູເຂົາເສອີທີ່ກໍາລັງມາຮຸກຮານຢູດາຍນັ້ນ, ແລ້ວພວກເຂົາກໍໄດ້ພ່າຍແພ້.23ຊາວອຳໂມນ ແລະ ຊາວໂມອາບລຸກຂຶ້ນຕໍ່ສູ້ພວກທະຫານມາຈາກພູເຂົາເສອີໄດ້ທຳລາຍ ແລະ ກວາດລ້າງພວກເຂົາຈົນໝົດສິ້ນ. ຫລັງຈາກພວກເຂົາໄດ້ຂ້າພວກທະຫານມາຈາກເສອີແລ້ວ. ພວກເຂົາກໍໄດ້ຫັນມາທໍາລາຍກັນເອງ.24ເມື່ອທະຫານຢູດາໄດ້ມາຮອດບ່ອນທີ່ສາມາດແນມເຫັນຖິ່ນແຫ້ງແລ້ງກັນດານ ແລະ ເບິ່ງເຫັນກອງທັບໃຫຍ່, ພວກເຂົາກໍເຫັນພຽງແຕ່ສົບຄົນຕາຍກອງກັນຢູ່ຕາມພື້ນດິນ; ບໍ່ມີຜູ້ໃດລອດຊີວິດໄປໄດ້ຈັກຄົນ.25ດັ່ງນັ້ນ ເຢໂຮຊາຟັດ ແລະ ທະຫານຂອງເພິ່ນຈຶ່ງອອກໄປຢຶດເຄື່ອງຂອງຂອງພວກເຂົາ, ແລະ ພວກເຂົາພົບວ່າມີເຄື່ອງມື, ເຄື່ອງນຸ່ງຫົ່ມ ແລະ ຍັງມີເຄື່ອງໃຊ້ທີ່ມີຄ່າເປັນຈຳນວນຫລວງຫລາຍ. ພວກເຂົາໃຊ້ເວລາສາມວັນຈຶ່ງຂົນໄປໝົດ.26ໃນວັນທີສີ່ພວກເຂົາໄດ້ມາໂຮມກັນຢູ່ທີ່ຮ່ອມພູເບຣາກາ, ແລະ ພວກເຂົາໄດ້ສັນລະເສີນພຣະເຈົ້າຢາເວຢູ່ທີ່ນັ້ນ. ດ້ວຍເຫດນີ້ຮ່ອມພູນີ້ຈຶ່ງໄດ້ຖືກເອີ້ນວ່າເບຣາກາ ຈົນເຖິງທຸກວັນນີ້.27ຈາກນັ້ນ, ພາຍໃຕ້ການນໍາພາຂອງເຢໂຮຊາຟັດ ຊາວຢູດາ ແລະ ຊາວເຢຣູຊາເລັມທັງໝົດກໍກັບຄືນມາທີ່ເຢຣູຊາເລັມດ້ວຍຄວາມຊື່ນຊົມຍິນດີ, ເພາະພຣະເຈົ້າຢາເວໄດ້ໂຜດໃຫ້ພວກເຂົາຊື່ນຊົມຍິນດີເໜືອບັນດາສັດຕູຂອງພວກເຂົາ.28ພວກເຂົາໄດ້ເຂົ້າໄປໃນເຢຣູຊາເລັມ ແລະ ໄປໃນວິຫານຂອງພຣະເຈົ້າຢາເວດ້ວຍການດີດພິນໃຫຍ່, ພິນນ້ອຍ ແລະ ເປົ່າແກ.29ອານາຈັກທັງໝົດທີ່ຢູ່ອ້ອມຮອບກໍຢ້ານກົວພຣະເຈົ້າ ເມື່ອພວກເຂົາໄດ້ຍິນວ່າ ພຣະເຈົ້າຢາເວໄດ້ສູ້ຕໍ່ກັບບັນດາສັດຕູຂອງອິດສະຣາເອນຢ່າງໃດ.30ແລະ ອານາຈັກຂອງເຢໂຮຊາຟັດຈຶ່ງມີຄວາມສະຫງົບສຸກ, ເພາະພຣະເຈົ້າຂອງເພິ່ນໄດ້ໃຫ້ເພິ່ນພັກຜ່ອນຢູ່ທຸກດ້ານ.
ບັ້ນປາຍຂອງການປົກຄອງຂອງເຢໂຮຊາຟັດ
31ດັ່ງນັ້ນ ເຢໂຮຊາຟັດໄດ້ປົກຄອງຢູດາຍ. ເພິ່ນຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ 35 ປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາ 25 ປີ. ແມ່ຂອງເພິ່ນຄືອາຊູບາລູກສາວຂອງຊິນຮີ.32ເພິ່ນໄດ້ດຳເນີນຕາມແບບຢ່າງຂອງອາສາຜູ້ເປັນພໍ່ຂອງຕົນ ແລະ ບໍ່ຕະເຫລີດໄປຈາກພວກເຂົາ; ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ.33ເຖິງຢ່າງໃດກໍຕາມ ເພິ່ນບໍ່ໄດ້ທຳລາຍສະຖານບູຊາເທິງທີ່ສູງທັງຫລາຍ ແລະ ບັນດາປະຊາຊົນຍັງບໍ່ໄດ້ຕັ້ງໃຈມາຫາພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.34ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຮຊາຟັດຕັ້ງແຕ່ຕົ້ນຈົນຈົບ, ໄດ້ຖືກຂຽນໄວ້ໃນປຶ້ມປະຫວັດສາດຂອງເຢຮູລູກຊາຍຮານານີ, ເຊິ່ງບັນທຶກໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.35ຕໍ່ມາ, ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ເຮັດພັນທະມິດກັບກະສັດອາຮາຊີຢາແຫ່ງອິດສະຣາເອນ, ເຊິ່ງເປັນວິຖີທາງທີ່ຊົ່ວຮ້າຍຫລາຍ.36ເພິ່ນ ແລະ ກະສັດອາຮາຊີຢາໄດ້ຕົກລົງເພື່ອສ້າງກອງເຮືອໃນການຄ້າຂາຍ. ຫລັງຈາກ ສິ່ງເຫລົ່ານີ້ໄດ້ຖືກສ້າງຂຶ້ນເມືອງເອຊີໂອນເກເບ,37ເອລີເອເຊລູກຊາຍຂອງໂດດາວາຮູແຫ່ງມາເຣຊາໄດ້ທຳນວາຍຕໍ່ສູ້ເຢໂຮຊາຟັດວ່າ, “ຍ້ອນທ່ານໄດ້ເຮັດພັນທະມິດກັບອາຮາຊີຢາ, ພຣະເຈົ້າຢາເວຈະທຳລາຍສິ່ງທີ່ທ່ານໄດ້ສ້າງຂຶ້ນມານັ້ນ”. ແລ້ວກອງເຮືອກໍເພພັງ ແລະ ບໍ່ສາມາດອອກໄປແລ່ນເພື່ອເຮັດການຄ້າຂາຍໄດ້.Biblica, Inc.