2 ຂ່າວຄາວ1
ໂຊໂລໂມນຂໍສະຕິປັນຍາ
1ໂຊໂລໂມນລູກຊາຍຂອງດາວິດໄດ້ສະຖາປານາຕົນຂຶ້ນປົກຄອງອານາຈັກຂອງເພິ່ນຢ່າງໝັ້ນຄົງ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢູ່ກັບເພິ່ນ ແລະ ເຮັດໃຫ້ເພິ່ນຍິ່ງໃຫຍ່ກວ່າຜູ້ໃດ.2ແລ້ວໂຊໂລໂມນໄດ້ກ່າວກັບອິດສະຣາເອນທັງໝົດ ບໍ່ວ່າຈະເປັນຜູ້ບັນຊາການກອງພັນ ແລະ ບັນດາຜູ້ບັນຊາການກອງຮ້ອຍ, ບັນດາຜູ້ພິພາກສາ, ບັນດາຜູ້ນຳທັງໝົດໃນອິດສະຣາເອນ, ຫົວໜ້າຕະກຸນຕ່າງໆ3ແລະ ໂຊໂລໂມນກັບປະຊາຊົນທັງໝົດທີ່ມາຊຸມນຸມທັງໝົດກໍຂຶ້ນໄປທີ່ສະຖານບູຊາເທິງທີ່ສູງໃນກີເບໂອນ. ເພາະຫໍເຕັນບ່ອນຊຸມນຸມຂອງພຣະເຈົ້າຢູ່ທີ່ນັ້ນ, ເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ.4ບັດນີ້ ດາວິດໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າຈາກກີຣີອາດເຢອາຣີມມາໄວ້ໃນບ່ອນທີ່ດາວິດໄດ້ຈັດຕຽມໄວ້ ເພາະເພິ່ນໄດ້ຕັ້ງຫໍເຕັນສໍາລັບໄວ້ຫີບພັນທະສັນຍາໃນເຢຣູຊາເລັມ.5ສ່ວນແທ່ນບູຊາທີ່ເຮັດດ້ວຍທອງສຳລິດທີ່ເບຊາເລນລູກຊາຍຂອງອູຣິ, ຫລານຊາຍຂອງຮູເຣໄດ້ສ້າງຂຶ້ນແມ່ນຢູ່ໃນກີເບໂອນຢູ່ຕໍ່ໜ້າຫໍເຕັນຂອງພຣະເຈົ້າຢາເວ; ດັ່ງນັ້ນ ໂຊໂລໂມນ ແລະ ປະຊາຊົນທີ່ມາຊຸມນຸມຈຶ່ງມາຖາມພຣະອົງຢູ່ທີ່ນັ້ນ6ໂຊໂລໂມນຂຶ້ນໄປທີ່ແທ່ນບູຊາທອງສຳລິດຕໍ່ໜ້າພຣະເຈົ້າຢາເວໃນຫໍເຕັນບ່ອນຊຸມນຸມ ແລະ ໄດ້ຖວາຍສັດໜຶ່ງພັນໂຕເປັນເຄື່ອງເຜົາຖວາຍບູຊາຢູ່ເທິງແທ່ນບູຊາ.7ໃນຄືນນັ້ນ ພຣະເຈົ້າກໍໄດ້ປາກົດແກ່ໂຊໂລໂມນ ແລະ ກ່າວກັບເພິ່ນວ່າ “ຈົ່ງຂໍສິ່ງທີ່ເຈົ້າຕ້ອງການ ແລ້ວເຮົາຈະໃຫ້ເຈົ້າ”.8ໂຊໂລໂມນໄດ້ຕອບພຣະເຈົ້າວ່າ, “ພຣະອົງໄດ້ສຳແດງຄວາມເມດຕາອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້ານ້ອຍ ແລະ ໄດ້ຕັ້ງຂ້ານ້ອຍຂຶ້ນເປັນກະສັດແທນເພິ່ນ.9ບັດນີ້ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ຈົ່ງຢືນຢັນຄຳສັນຍາຂອງພຣະອົງທີ່ໄດ້ໃຫ້ໄວ້ກັບດາວິດພໍ່ຂອງຂ້ານ້ອຍ ເພາະພຣະອົງໄດ້ຕັ້ງຂ້ານ້ອຍຂຶ້ນເປັນກະສັດເໜືອປະຊາຊົນຢ່າງຫລວງຫລາຍເໝືອນດັ່ງຂີ້ຝຸ່ນດິນຢູ່ໃນແຜ່ນດິນໂລກ.10ຂໍໃຫ້ສະຕິປັນຍາ ແລະ ຄວາມຮອບຮູ້ແກ່ຂ້ານ້ອຍດ້ວຍ, ເພື່ອຂ້ານ້ອຍຈະໄດ້ນຳປະຊາຊົນເຫລົ່ານີ້, ເພາະບໍ່ມີຜູ້ໃດຈະສາມາດປົກຄອງປະຊາຊົນຢ່າງຫລວງຫລາຍຂອງພຣະອົງນີ້ໄດ້?”11ພຣະເຈົ້າໄດ້ກ່າວກັບໂຊໂລໂມນວ່າ, “ເພາະນີ້ແມ່ນຄວາມປາຖະໜາໃນໃຈຂອງເຈົ້າ ແລະ ເຈົ້າບໍ່ໄດ້ຂໍຄວາມຮັ່ງມີ, ຊັບສົມບັດ ຫລື ກຽດຕິຍົດ, ບໍ່ໄດ້ຂໍຄວາມຕາຍໃຫ້ແກ່ບັນດາສັດຕູຂອງເຈົ້າ ແລະ ເພາະເຈົ້າບໍ່ໄດ້ຂໍໃຫ້ມີອາຍຸຍືນຍາວ ແຕ່ຂໍສະຕິປັນຍາ ແລະ ຄວາມຮອບຮູ້ເພື່ອທີ່ຈະປົກຄອງປະຊາຊົນຂອງເຮົາ, ເຊິ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດເໜືອພວກເຂົາ,12ເຫດສະນັ້ນ ເຮົາຈະໃຫ້ສະຕິປັນຍາ ແລະ ຄວາມຮອບຮູ້ແກ່ເຈົ້າ. ແລ້ວເຮົາຈະໃຫ້ຄວາມຮັ່ງມີ, ຊັບສົມບັດ ແລະ ກຽດຕິຍົດແກ່ເຈົ້າ, ເຊິ່ງບໍ່ມີກະສັດອົງໃດເຄີຍມີມາກ່ອນ ແລະ ຈະບໍ່ມີກະສັດອົງໃດມີເໝືອນເຈົ້າ”.13ຫລັງຈາກນັ້ນ ໂຊໂລໂມນຈຶ່ງໄດ້ອອກຈາກສະຖານບູຊາເທິງທີ່ສູງທີ່ກີເບໂອນ, ຈາກຫໍເຕັນບ່ອນຊຸມນຸມໄດ້ກັບໄປທີ່ເຢຣູຊາເລັມ. ແລະ ເພິ່ນໄດ້ປົກຄອງອິດສະຣາເອນ.14ໂຊໂລໂມນໄດ້ສະສົມລົດມ້າ ແລະ ມ້າ; ເພິ່ນມີລົດມ້າຈຳນວນ 1.400 ຄັນ ແລະ ມ້າຈຳນວນ 12.000 ໂຕ ເຊິ່ງເພິ່ນໄດ້ເກັບບາງສ່ວນໄວ້ທີ່ຫົວເມືອງຕ່າງໆທີ່ໃຊ້ເກັບລົດມ້າໄວ້ ແລະ ບາງສ່ວນກັບໄວ້ຢູ່ກັບເພິ່ນທີ່ເຢຣູຊາເລັມ.15ກະສັດເຮັດໃຫ້ເງິນ ແລະ ຄໍາໃນເຢຣູຊາເລັມໃຫ້ຖືວ່າເປັນເລື່ອງທໍາມະດາເໝືອນດັ່ງກ້ອນຫີນ ແລະ ມີໄມ້ສີດາກໍມີຢ່າງຫລວງຫລາຍເໝືອນດັ່ງຕົ້ນໝາກເດື່ອຢູ່ຕາມຕີນພູ.16ຝູງມ້າຂອງໂຊໂລໂມນນັ້ນນຳເຂົ້າຈາກເອຢິບ ແລະ ຈາກກູເອ, ຄືພໍ່ຄ້າຫລວງໄດ້ຊື້ມາຈາກກູເອໃນລາຄາປັດຈຸບັນ.17ພວກເຂົານຳເຂົ້າລົດມ້າແຕ່ລະຄັນມາຈາກເອຢິບມີລາຄາ 600 ເຊເຂວ ແລະ ມ້າລາຄາໂຕລະ 150 ເຊເຂວ. ພວກເຂົາຍັງສົ່ງຝູງມ້າ ແລະ ລົດຮົບອອກໄປຂາຍໃຫ້ກະສັດທັງຫລາຍຂອງຊາວຮິດຕີ ແລະ ຂອງຊາວອາຣາມດ້ວຍ.Biblica, Inc.