1 ຂ່າວຄາວ29
ເຄື່ອງຖວາຍສຳລັບສ້າງວິຫານ
1ຈາກນັ້ນ ກະສັດດາວິດກ່າວຕໍ່ທີ່ປະຊຸມທັງໝົດວ່າ: “ໂຊໂລໂມນລູກຊາຍຂອງພໍ່, ຜູ້ທີ່ພຣະເຈົ້າໄດ້ເລືອກໄວ້, ຍັງໜຸ່ມ ແລະ ຂາດປະສົບການ. ວຽກງານກໍໃຫຍ່ຫລາຍ, ເພາະສິ່ງກໍ່ສ້າງທີ່ຍິ່ງໃຫຍ່ນີ້ບໍ່ແມ່ນສ້າງຂຶ້ນເພື່ອມະນຸດ ແຕ່ສຳລັບພຣະເຈົ້າຢາເວ ພຣະເຈົ້າ.2ຂ້າພະເຈົ້າໄດ້ຈັດຕຽມຊັບພະຍາກອນຕ່າງໆໄວ້ສຸດຄວາມສາມາດສຳລັບວິຫານຂອງພຣະເຈົ້າຄື: ຄຳ, ເງິນ, ທອງສຳລິດ, ເຫລັກ, ໄມ້, ຫີນມີຄ່າ, ພອຍສີຟ້າ ສຳລັບປະດັບປະດາ ແລະ ຫີນລາຍສີຕ່າງໆ ແລະ ຫີນອ່ອນເປັນຈຳນວນຫລວງຫລາຍ.3ນອກຈາກສິ່ງທັງໝົດນີ້, ໃນການອຸທິດຕົວຂອງຂ້າພະເຈົ້າເພື່ອວິຫານຂອງພຣະເຈົ້າ. ບັດນີ້ ຂ້າພະເຈົ້າຂໍມອບຄໍາ ແລະ ເງິນ ທີ່ເປັນຊັບສົມບັດສ່ວນຕົວຂອງຂ້າພະເຈົ້າເພື່ອການກໍ່ສ້າງວິຫານຂອງພຣະເຈົ້າ, ນອກຈາກສິ່ງທັງປວງນີ້ແລ້ວ ຂ້າພະເຈົ້າໄດ້ຈັດຕຽມສິ່ງນີ້ໄວ້ສໍາລັບວິຫານອັນສັກສິດນີ້ຄື:4ຄຳສາມພັນຕະລັນຕົນ (ຄຳຈາກໂອຟີ) ແລະ ເງິນບໍລິສຸດເຈັດພັນຕະລັນຕົນ ສຳລັບໃຊ້ຕົບແຕ່ງຝາຂອງວິຫານ,5ສຳລັບສິ່ງຂອງຕ່າງທີ່ເຮັດດ້ວຍຄໍາ ແລະ ເງິນແມ່ນພວກຊ່າງສີມືຈະລົງມືເຮັດ. ບັດນີ້ ມີຜູ້ໃດແດ່ທີ່ເຕັມໃຈຈະອຸທິດຕົນເອງແກ່ພຣະເຈົ້າຢາເວໃນມື້ນີ້?”6ບັນດາຜູ້ນຳຂອງຕະກຸນຕ່າງໆ, ບັນດາເຈົ້າໜ້າທີ່ຂອງເຜົ່າຕ່າງໆຂອງອິດສະຣາເອນ, ບັນດາຜູ້ບັນຊາການກອງພັນ ແລະ ບັນດາຜູ້ບັນຊາການກອງຮ້ອຍ, ແລະ ບັນດາຂ້າລາຊະການຮັບຜິດຊອບວຽກງານຂອງກະສັດຈຶ່ງພາກັນໃຫ້ດ້ວຍຄວາມເຕັມໃຈ.7ພວກເຂົາໄດ້ມອບຄຳໜັກ 5.000 ຕະລັນຕົນ ກັບອີກ 10.000 ດາລິກ, ເງິນໜັກ 10.000 ຕະລັນຕົນ ແລະ ທອງສຳລິດໜັກ 18.000 ຕະລັນຕົນ ແລະ ເຫລັກໜັກ 100.000 ຕະລັນຕົນ. 8ຜູ້ໃດທີ່ມີເພັດນິນຈິນດາກໍນຳມາຖວາຍທີ່ຄັງຂອງວິຫານຂອງພຣະເຈົ້າຢາເວ ທີ່ຢູ່ໃນການດູແລເບິ່ງແຍງຂອງເຢຮີເອນຊາວເກໂຊນ.9ປະຊາຊົນພາກັນຊື່ນຊົມຍິນດີກັບການຕອບສະໜອງຂອງບັນດາຜູ້ນຳຂອງຕົນ, ພວກເຂົາໄດ້ຖວາຍດ້ວຍຄວາມເຕັມໃຈ ແລະ ຖວາຍດ້ວຍສຸດໃຈແກ່ພຣະເຈົ້າຢາເວ. ກະສັດດາວິດກໍມີຄວາມຊື່ນຊົມຍິນດີຫລາຍທີ່ສຸດ.ຄຳອະທິຖານຂອງດາວິດ
10ດາວິດໄດ້ສັນລະເສີນພຣະເຈົ້າຢາເວຕໍ່ໜ້າທີ່ປະຊຸມທັງຫລາຍວ່າ,“ຂ້າແດ່ພຣະເຈົ້າຢາເວ, ຂໍໃຫ້ຄໍາສັນລະເສີນເປັນຂອງພຣະອົງ,ພຣະເຈົ້າແຫ່ງອິດສະຣາເອນບັນພະບຸລຸດຂອງພວກຂ້ານ້ອຍຂໍໃຫ້ຄໍາສັນລະເສີນເປັນຂອງພຣະອົງຕະຫຼອດໄປ.11ຂ້າແດ່ພຣະເຈົ້າຢາເວ, ຄວາມຍິ່ງໃຫຍ່, ລິດອໍານາດ ແລະ ອໍານາດແລະ ສະຫງ່າລາສີ ບາລະມີ ແລະ ຄວາມງາມສະຫງ່າ ຈົ່ງເປັນຂອງພຣະອົງ,ທຸກສິ່ງໃນຟ້າສະຫວັນ ແລະ ທີ່ແຜ່ນດິນໂລກຈົ່ງເປັນຂອງພຣະອົງ.ຂ້າແດ່, ພຣະເຈົ້າຢາເວ, ອານາຈັກເປັນຂອງພຣະອົງ;ພຣະອົງເປັນທີ່ຍົກຍ້ອງໃນຖານະກະສັດປົກຄອງເໜືອສັບພະທຸກສິ່ງ.12ຄວາມຮັ່ງມີ ແລະ ກຽດຕິຍົດມາຈາກພຣະອົງ;ພຣະອົງເປັນຜູ້ປົກຄອງເໜືອສັບພະທຸກສິ່ງ.ພະລັງ ແລະ ລິດອຳນາດຢູ່ໃນມືຂອງພຣະອົງເພື່ອຍົກຍ້ອງ ແລະ ໃຫ້ກຳລັງແກ່ທຸກຄົນ.13ຂ້າແດ່, ພຣະເຈົ້າຂອງພວກຂ້ານ້ອຍ, ພວກຂ້ານ້ອຍຂອບຄຸນພຣະອົງ,ແລະ ສັນລະເສີນນາມອັນຮຸ່ງເຮືອງຂອງພຣະອົງ.14“ແຕ່ຂ້ານ້ອຍແມ່ນຜູ້ໃດ, ແລະ ປະຊາຊົນຂອງຂ້ານ້ອຍແມ່ນຜູ້ໃດ, ທີ່ຈະສາມາດຖວາຍແກ່ພຣະອົງຢ່າງເຕັມໃຈເຊັ່ນນີ້? ທຸກສິ່ງມາຈາກພຣະອົງ, ແລະ ພວກຂ້ານ້ອຍພຽງແຕ່ຖວາຍສິ່ງທີ່ມາຈາກມືຂອງພຣະອົງ.15ພວກຂ້ານ້ອຍເປັນຄົນຕ່າງດ້າວ ແລະ ເປັນຄົນແປກໜ້າເໝືອນບັນພະບຸລຸດຂອງພວກຂ້ານ້ອຍໃນສາຍຕາຂອງພຣະອົງ. ວັນເວລາຂອງພວກຂ້ານ້ອຍໃນໂລກນີ້ກໍເໝືອນເງົາ ທີ່ບໍ່ມີຄວາມຫວັງ.16ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າຂອງພວກຂ້ານ້ອຍ, ຊັບສົມບັດທັງໝົດນີ້ທີ່ຂ້ານ້ອຍໄດ້ຈັດຕຽມໄວ້ນັ້ນ ເພື່ອສ້າງວິຫານສຳລັບນາມອັນບໍລິສຸດຂອງພຣະອົງກໍມາຈາກມືຂອງພຣະອົງ, ແລະ ທຸກສິ່ງທຸກຢ່າງກໍເປັນຂອງພຣະອົງທັງສິ້ນ.17ຂ້າແດ່ພຣະເຈົ້າ, ຂ້ານ້ອຍຮູ້ວ່າພຣະອົງທົດສອບເບິ່ງຈິດໃຈ ແລະ ພໍໃຈໃນຄວາມສັດຊື່. ຂ້ານ້ອຍຖວາຍສິ່ງທັງໝົດເຫລົ່ານີ້ດ້ວຍຄວາມເຕັມໃຈ ແລະ ດ້ວຍໃຈທີ່ບໍລິສຸດ. ບັດນີ້ຂ້ານ້ອຍໄດ້ເຫັນຄວາມຊື່ນຊົມຍິນດີທີ່ປະຊາຊົນຂອງພຣະອົງຢູ່ທີ່ນີ້ຖວາຍດ້ວຍຄວາມເຕັມໃຈ.18ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ອິດສະຣາເອນ, ບັນພະບຸລຸດຂອງພວກຂ້ານ້ອຍ, ຂໍໂຜດຮັກສາຄວາມປາຖະໜາ ແລະ ຄວາມຄິດເຫລົ່ານີ້ໄວ້ໃນຈິດໃຈຕະຫລອດໄປ, ແລະ ຮັກສາຈິດໃຈທີ່ຈົ່ງຮັກພັກດີຕໍ່ພຣະອົງຕະຫລອດໄປເທີນ.19ແລະ ຂໍໂຜດໃຫ້ໂຊໂລໂມນລູກຊາຍຂອງຂ້ານ້ອຍອຸທິດຢ່າງໝົດໃຈທີ່ຈະປະຕິບັດຕາມຂໍ້ຄໍາສັ່ງ, ກົດໝາຍ ແລະ ຂໍ້ກໍານົດຂອງພຣະອົງໃນການເຮັດທຸກສິ່ງສໍາລັບການກໍ່ສ້າງທີ່ຍິ່ງໃຫຍ່ນີ້ ທີ່ຂ້ານ້ອຍໄດ້ຈັດຕຽມໄວ້ແລ້ວ”.20ແລ້ວດາວິດກ່າວກັບປະຊາຊົນທີ່ມາຊຸມນຸມທັງໝົດວ່າ, “ຈົ່ງສັນເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”. ດັ່ງນັ້ນ ພວກເຂົາທັງໝົດກໍສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຂົາ; ພວກເຂົາໄດ້ກາບລົງຕໍ່ໜ້າພຣະເຈົ້າຢາເວ ແລະ ກະສັດຂອງພວກຕົນ.ໂຊໂລໂມນຂຶ້ນເປັນກະສັດ
21ວັນຕໍ່ມາ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ແລະ ເຜົາຖວາຍບູຊາແກ່ພຣະອົງມີດັ່ງນີ້: ງົວເຖິກໜຶ່ງພັນໂຕ, ແກະເຖິກໜຶ່ງພັນໂຕ ແລະ ລູກແກະໜຶ່ງພັນໂຕ, ພ້ອມທັງຖວາຍເຫລົ້າອະງຸ່ນ ແລະ ເຄື່ອງບູຊາອື່ນໆຢ່າງຫລວງຫລາຍແກ່ພຣະເຈົ້າຢາເວສຳລັບອິດສະຣາເອນທັງໝົດ.22ໃນວັນນັ້ນ, ພວກເຂົາໄດ້ກິນ ແລະ ດື່ມດ້ວຍຄວາມຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ.ຈາກນັ້ນ ພວກເຂົາໄດ້ຍອມຮັບໂຊໂລໂມນລູກຊາຍຂອງດາວິດຂຶ້ນເປັນກະສັດເປັນຄັ້ງທີສອງ, ພວກເຂົາແຕ່ງຕັ້ງລາວຂຶ້ນເປັນຜູ້ປົກຄອງຕໍ່ໜ້າພຣະເຈົ້າຢາເວ ແລະ ແຕ່ງຕັ້ງຊາດົກເປັນປະໂລຫິດ.23ດັ່ງນັ້ນ ໂຊໂລໂມນຈຶ່ງຂຶ້ນນັ່ງເທິງບັນລັງທີ່ພຣະເຈົ້າຢາເວຕັ້ງໄວ້ແທນດາວິດພໍ່ຂອງເພິ່ນ. ເພິ່ນຈະເລີນຮຸ່ງເຮືອງຂຶ້ນ ແລະ ອິດສະຣາເອນທັງໝົດກໍເຊື່ອຟັງເພິ່ນ.24ບັນດາຂ້າລາຊະການທັງໝົດ ແລະ ພວກນັກສູ້ຮົບ, ຕະຫລອດຈົນເຖິງລູກຊາຍທັງໝົດຂອງກະສັດດາວິດ, ຕ່າງກໍໄດ້ສັນຍາວ່າຈະຍອມເຊື່ອຟັງຕໍ່ກະສັດໂຊໂລໂມນ.25ພຣະເຈົ້າຢາເວໄດ້ຍົກຊູໂຊໂລໂມນຂຶ້ນສູງໃນສາຍຕາປະຊາຊົນອິດສະຣາເອນທັງໝົດ ແລະ ໄດ້ປະທານກຽດອັນສະຫງ່າງາມໃຫ້ແກ່ເພິ່ນ ທີ່ບໍ່ມີກະສັດອິດສະຣາເອນຄົນໃດເຄີຍມີມາກ່ອນ.
ການຕາຍຂອງດາວິດ
26ດາວິດລູກຊາຍຂອງເຢຊີໄດ້ປົກຄອງທົ່ວອິດສະຣາເອນ.27ເພິ່ນໄດ້ປົກຄອງອິດສະຣາເອນເປັນເວລາ 40 ປີ, ເພິ່ນໄດ້ປົກຄອງໃນເມືອງເຮັບໂຣນ 7 ປີ ແລະ ໃນເຢຣູຊາເລັມ 33 ປີ.28ດາວິດໄດ້ຕາຍໄປເມື່ອເຖົ້າແກ່ຊະລາຫລາຍແລ້ວ. ມີຄວາມຊື່ນຊົມຍິນດີກັບຊີວິດຍືນຍາວ, ກຽດຕິຍົດ ແລະ ຄວາມຮັ່ງມີ. ໂຊໂລໂມນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.29ເຫດການຕ່າງໆໃນໄລຍະການປົກຄອງຂອງກະສັດດາວິດຕັ້ງແຕ່ຕົ້ນຈົນຈົບ, ພວກເຂົາໄດ້ບັນທຶກໄວ້ໃນບົດບັນທຶກຂອງຜູ້ທຳນວາຍຊາມູເອນ, ໃນບົດບັນທຶກຂອງຜູ້ທຳນວາຍນາທານ ແລະ ໃນບົດບັນທຶກຂອງຜູ້ທຳນວາຍກາດ,30ພ້ອມທັງລາຍລະອຽດກ່ຽວກັບການປົກຄອງ, ອໍານາດຂອງເພິ່ນ ແລະ ເຫດການທັງໝົດທີ່ເກີດຂຶ້ນກັບເພິ່ນ ແລະ ອິດສະຣາເອນ ກັບ ອານາຈັກອື່ນໆທັງໝົດ.Biblica, Inc.