1 ຕີໂມທຽວ4
ໂປໂລກ່າວຢ້ຳຕີໂມທຽວ
1ພຣະວິນຍານກ່າວໄວ້ຢ່າງຈະແຈ້ງແລ້ວວ່າ ໃນພາຍຫລັງມາຈະມີບາງຄົນປະຖິ້ມຄວາມເຊື່ອແລ້ວໄປຕິດຕາມວິນຍານຫລອກລວງ ແລະ ສິ່ງຕ່າງໆທີ່ສອນໂດຍພວກຜີມານຮ້າຍ.2ການສັ່ງສອນດັ່ງກ່າວແມ່ນມາທາງບັນດາຄົນຂີ້ຕົວະທີ່ໜ້າຊື່ໃຈຄົດ, ຜູ້ທີ່ມີຈິດສຳນຶກທີ່ຕາຍດ້ານ.3ພວກເຂົາຫ້າມຄົນທັງຫລາຍແຕ່ງງານ ແລະ ສັ່ງໃຫ້ລະເວັ້ນອາຫານບາງຊະນິດທີ່ພຣະເຈົ້າໄດ້ສ້າງໄວ້ເພື່ອຈະໄດ້ຮັບການໂມທະນາຂອບພຣະຄຸນຈາກບັນດາຜູ້ທີ່ເຊື່ອ ແລະ ຜູ້ທີ່ຮູ້ຈັກຄວາມຈິງ.4ເພາະທຸກສິ່ງທີ່ພຣະເຈົ້າສ້າງນັ້ນດີ ແລະ ບໍ່ມີສິ່ງໃດເປັນຂອງຕ້ອງຫ້າມເລີຍຖ້າຮັບເອົາດ້ວຍການໂມທະນາຂອບພຣະຄຸນ,5ເພາະວ່າສິ່ງເຫລົ່ານີ້ໄດ້ຜ່ານການຊຳລະແລ້ວດ້ວຍພຣະຄຳຂອງພຣະເຈົ້າ ແລະ ດ້ວຍຄຳອະທິຖານ.6ຖ້າເຈົ້າຫາກຊີ້ແຈງສິ່ງເຫລົ່ານີ້ແກ່ພວກພີ່ນ້ອງທັງຫລາຍທີ່ເຊື່ອແລ້ວ, ເຈົ້າກໍຈະເປັນຜູ້ຮັບໃຊ້ທີ່ດີຂອງພຣະຄຣິດເຈົ້າເຢຊູ ເຊິ່ງໄດ້ຮັບການບຳລຸງລ້ຽງໃນຄວາມຈິງແຫ່ງຄວາມເຊື່ອ ແລະ ຫລັກຄຳສອນອັນດີທີ່ເຈົ້າໄດ້ປະຕິບັດຕາມ.7ຢ່າໄປກ່ຽວຂ້ອງກັບນິຍາຍອັນໄຮ້ສາລະ ແລະ ນິທານຂີ້ຕົວະຕ່າງໆ ຈົ່ງຝຶກຝົນຕົນເອງໃນທາງຂອງພຣະເຈົ້າກໍດີກວ່າ.8ການຝຶກຝົນທາງກາຍນັ້ນມີຄຸນຄ່າຢູ່ສ່ວນໜຶ່ງ ແຕ່ຝຶກຝົນໃນທາງຂອງພຣະເຈົ້າກໍມີຄຸນຄ່າໃນທຸກດ້ານ, ເພາະຮັກສາສັນຍາໄວ້ທັງສຳລັບຊີວິດປັດຈຸບັນ ແລະ ຊີວິດໃນເບື້ອງໜ້າດ້ວຍ.9ນີ້ເປັນຄຳກ່າວທີ່ເຊື່ອຖືໄດ້ທີ່ຄວນຈະຮັບໄວ້ໂດຍບໍ່ມີຂໍ້ສົງໄສ.10ດ້ວຍເຫດນີ້ທີ່ພວກເຮົາເຮັດວຽກງານໜັກ ແລະ ອົດທົນສູ້ກໍເພາະພວກເຮົາໄດ້ມອບຄວາມຫວັງໄວ້ໃນພຣະເຈົ້າຜູ້ມີຊີວິດຢູ່, ຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງມະນຸດທຸກຄົນ ແລະ ໂດຍສະເພາະບັນດາຜູ້ທີ່ເຊື່ອ.11ຈົ່ງແນະນຳ ແລະ ສັ່ງສອນສິ່ງເຫລົ່ານີ້.12ຢ່າໃຫ້ຜູ້ໃດດູຖູກເຈົ້າຍ້ອນເຈົ້າຍັງໜຸ່ມ, ແຕ່ຈົ່ງເປັນແບບຢ່າງຕໍ່ຜູ້ທີ່ເຊື່ອທັງຫລາຍໃນດ້ານວາຈາ, ການປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.13ຈົ່ງອຸທິດຕົນເອງໃນການອ່ານພຣະຄຳພີໃນທີ່ປະຊຸມ, ໃນການເທດສະໜາ ແລະ ໃນການສັ່ງສອນຈົນກວ່າເຮົາຈະມາ.14ຢ່າລະເລີຍຕໍ່ຂອງປະທານຂອງເຈົ້າ ເຊິ່ງມອບໃຫ້ແກ່ເຈົ້າຜ່ານຄຳທຳນວາຍເມື່ອຄະນະຜູ້ປົກຄອງໄດ້ວາງມືຂອງພວກເພິ່ນລົງໃສ່ເຈົ້າ.15ຈົ່ງໝັ່ນພາກພຽນໃນສິ່ງເຫລົ່ານີ້ ທຸ້ມເທຕົນເອງທັງໝົດໃຫ້ກັບສິ່ງເຫລົ່ານີ້ ເພື່ອວ່າທຸກຄົນຈະເຫັນຄວາມກ້າວໜ້າຂອງເຈົ້າ.16ຈົ່ງເອົາໃຈໃສ່ເບິ່ງແຍງຊີວິດ ແລະ ຄຳສອນຂອງເຈົ້າຢ່າງໃກ້ຊິດ. ຈົ່ງບາກບັ່ນໃນສິ່ງເຫລົ່ານີ້, ເພາະຖ້າເຮັດເຊັ່ນນັ້ນແລ້ວ, ເຈົ້າຈະຊ່ວຍທັງຕົນເອງ ແລະ ຜູ້ທີ່ຟັງເຈົ້າໃຫ້ພົ້ນໄດ້.Biblica, Inc.