1 ຕີໂມທຽວ3

ຄຸນສົມບັດ​ຂອງ​ບັນດາ​ຜູ້ປົກຄອງ ແລະ ບັນດາ​ຜູ້ດູແລ

1ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ຜູ້ໃດ​ກໍ​ຕາມ​ປາຖະໜາ​ທີ່​ຈະ​ເປັນ​ຜູ້ປົກຄອງ ​ໃນ​ຄຣິສຕະຈັກ ຜູ້​ນັ້ນ​ກໍ​ປາຖະໜາ​ການງານ​ອັນ​ສູງສົ່ງ.2ສ່ວນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ປາດສະຈາກ​ຕຳໜິ, ເປັນ​ຜູ້​ສັດຊື່​ຕໍ່​ເມຍ​ຂອງ​ຕົນ, ຮູ້ຈັກ​ຄວບຄຸມ​ອາລົມ, ຮູ້ຈັກ​ບັງຄັບ​ຕົນ​ເອງ, ໜ້ານັບຖື, ມີ​ນ້ຳໃຈ​ຕ້ອນຮັບແຂກ, ສາມາດ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້,3ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.4ລາວ​ຕ້ອງ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນ​ເອງ​ໄດ້​ດີ ແລະ ເຫັນ​ວ່າ​ພວກລູກ​ກໍ​ເຊື່ອຟັງ​ລາວ ແລະ ລາວ​ຈະຕ້ອງ​ເຮັດ​ຢ່າງ​ນັ້ນ​ໃຫ້​ສົມຄວນ​ແກ່​ການນັບຖື.5(ຖ້າ​ຜູ້ໃດ​ບໍ່​ຮູ້​ວິທີ​ເບິ່ງແຍງ​ຈັດການ​ຄອບຄົວ​ຂອງ​ຕົນ​ເອງ​ແລ້ວ, ລາວ​ຈະ​ສາມາດ​ເບິ່ງແຍງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງໃດ?)6ລາວ​ຕ້ອງ​ບໍ່​ເປັນ​ຜູ້​ທີ່​ຫາ​ກໍ​ກັບໃຈ​ມາ​ເຊື່ອ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ກາຍເປັນ​ຄົນ​ອວດໂຕ​ຈອງຫອງ ແລະ ຕົກ​ຢູ່​ພາຍໃຕ້​ການພິພາກສາ​ເໝືອນ​ກັບ​ມານຮ້າຍ​ນັ້ນ.7ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.
8ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.9ພວກເຂົາ​ຕ້ອງ​ຢຶດໝັ້ນ​ໃນ​ຄວາມຈິງ​ອັນ​ເລິກເຊິ່ງ​ຂອງ​ຄວາມເຊື່ອ​ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ.10ພວກເຂົາ​ຕ້ອງ​ຖືກ​ທົດສອບ​ກ່ອນ ແລະ ເມື່ອ​ເຫັນ​ວ່າ​ບໍ່ມີຂໍ້ບົກຜ່ອງ​ແລ້ວ​ຈຶ່ງ​ໃຫ້​ພວກເຂົາ​ເຮັດ​ໜ້າທີ່​ຜູ້ດູແລ​ໄດ້.
11ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.
12ຜູ້ດູແລ​ຕ້ອງ​ສັດຊື່​ຕໍ່​ເມຍ​ຂອງ​ຕົນ ແລະ ຕ້ອງ​ເບິ່ງແຍງ​ບັນດາ​ລູກ ແລະ ຄົວເຮືອນ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ.13ບັນດາ​ຜູ້​ທີ່​ຮັບໃຊ້​ດີ​ກໍ​ໄດ້​ຮັບ​ກຽດ​ຫລາຍ ແລະ ມີ​ຄວາມຫມັ້ນໃຈ​ຢ່າງ​ຫລວງຫລາຍ​ໃນ​ຄວາມເຊື່ອ​ຂອງ​ຕົນ​ໃນ​ພຣະຄຣິດເຈົ້າເຢຊູ.
14ເຖິງ​ແມ່ນ​ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ອີກ​ບໍ່​ດົນ​ນີ້, ແຕ່​ເຮົາ​ກໍ​ຂຽນ​ຄຳແນະນຳ​ເຫລົ່ານີ້​ມາ​ຫາ​ພວກເຈົ້າ ເພື່ອ​ວ່າ,15ຖ້າ​ເຮົາ​ມາ​ຊ້າ, ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄົນ​ທັງຫລາຍ​ຄວນ​ປະພຶດຕົນ​ຢ່າງ​ໃດ​ໃນ​ຄົວເຮືອນ​ຂອງ​ພຣະເຈົ້າ ຄື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ອັນ​ເປັນ​ເສົາ​ຫລັກ ແລະ ຮາກຖານ​ແຫ່ງ​ຄວາມຈິງ.16ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື:ພຣະອົງ  ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ,ບັນດາ​ເທວະດາ​ກໍ​ໄດ້​ເຫັນ,ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ,ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ,ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.

Biblica, Inc.

https://app.library.bible/content/eab9312f9f16b3a2