1 ເທສະໂລນິກ3
1ດັ່ງນັ້ນ ເມື່ອພວກເຮົາທົນຕໍ່ໄປບໍ່ໄດ້ ພວກເຮົາຈຶ່ງຄິດວ່າເປັນການສົມຄວນທີ່ຈະປ່ອຍພວກເຮົາໄວ້ຕາມລຳພັງທີ່ນະຄອນອາແຖນ.2ພວກເຮົາໄດ້ສົ່ງຕີໂມທຽວຜູ້ເປັນນ້ອງຊາຍຂອງພວກເຮົາ ແລະ ເປັນເພື່ອນຮ່ວມຮັບໃຊ້ພຣະເຈົ້າ ໃນການເຜີຍແຜ່ຂ່າວປະເສີດຂອງພຣະຄຣິດເຈົ້າ, ເພື່ອມາເສີມສ້າງ ແລະ ໜູນໃຈພວກເຈົ້າໃນຄວາມເຊື່ອຂອງພວກເຈົ້າ.3ເພື່ອບໍ່ໃຫ້ຜູ້ໃດຫວັ່ນໄຫວໄປກັບການກົດຂີ່ຂົ່ມເຫັງເຫລົ່ານີ້. ພວກເຈົ້າກໍຮູ້ດີແລ້ວວ່າພວກເຮົາຖືກກຳນົດໄວ້ແລ້ວເພື່ອການນັ້ນ.4ໃນຄວາມເປັນຈິງແລ້ວ, ເມື່ອພວກເຮົາຢູ່ກັບພວກເຈົ້ານັ້ນ ພວກເຮົາກໍໄດ້ບອກພວກເຈົ້າໄວ້ແລ້ວວ່າພວກເຮົາຈະຖືກກົດຂີ່ຂົ່ມເຫັງ ແລ້ວກໍເປັນຈິງຕາມນັ້ນດັ່ງທີ່ພວກເຈົ້າຮູ້ດີຢູ່ແລ້ວ.5ດ້ວຍເຫດນີ້ ເມື່ອເຮົາບໍ່ສາມາດທົນຕໍ່ໄປໄດ້ ເຮົາຈຶ່ງໄດ້ສົ່ງຕີໂມທຽວມາເບິ່ງຄວາມເຊື່ອຂອງພວກເຈົ້າ. ເຮົາຢ້ານວ່າຜູ້ທົດລອງ ໄດ້ລໍ້ລວງພວກເຈົ້າໃນທາງໃດທາງໜຶ່ງແລ້ວ ແລະ ການເຮັດວຽກໜັກຂອງພວກເຮົາກໍອາດຈະເສຍປະໂຫຍດ.
ບົດລາຍງານທີ່ໜູນໃຈຂອງຕີໂມທຽວ
6ແຕ່ບັດນີ້ ຕີໂມທຽວກໍໄດ້ກັບມາເຖິງພວກເຮົາແລ້ວ ແລະ ເພິ່ນໄດ້ນຳເອົາຂ່າວດີກ່ຽວກັບຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າ. ເພິ່ນໄດ້ບອກພວກເຮົາວ່າພວກເຈົ້າໄດ້ລະນຶກເຖິງພວກເຮົາໃນດ້ານດີຢູ່ສະເໝີ ແລະ ຢາກເຫັນໜ້າພວກເຮົາເໝືອນດັ່ງທີ່ພວກເຮົາຢາກເຫັນໜ້າພວກເຈົ້າເໝືອນກັນ.7ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໃນການທົນທຸກ ແລະ ການຖືກຂົ່ມເຫັງທຸກຢ່າງຂອງພວກເຮົາ ພວກເຮົາໄດ້ຮັບການໜູນໃຈຈາກພວກເຈົ້າເພາະຄວາມເຊື່ອຂອງພວກເຈົ້າ.8ບັດນີ້ ພວກເຮົາມີຊີວິດຊີວາແທ້ໆ ເພາະພວກເຈົ້າຕັ້ງໝັ້ນຄົງໃນອົງພຣະຜູ້ເປັນເຈົ້າ.9ພວກເຮົາຈະສາມາດຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢ່າງໃດຈຶ່ງຈະສົມກັບຄວາມຊື່ນຊົມຍິນດີທັງຫລາຍທີ່ພວກເຮົາມີຕໍ່ໜ້າພຣະເຈົ້າຂອງພວກເຮົາເພາະຍ້ອນພວກເຈົ້າ?10ທັງກາງເວັນ ແລະ ກາງຄືນພວກເຮົາໄດ້ອະທິຖານຢ່າງຈິງຈັງທີ່ສຸດເພື່ອຂໍໃຫ້ພວກເຮົາໄດ້ພົບພວກເຈົ້າອີກ ແລະ ຈະໄດ້ເພີ່ມເຕີມຄວາມເຊື່ອຂອງພວກເຈົ້າໃນສ່ວນທີ່ຍັງຂາດຢູ່ນັ້ນ.11ບັດນີ້ ຂໍພຣະເຈົ້າພຣະບິດາເຈົ້າ ແລະ ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເປີດທາງໃຫ້ແກ່ພວກເຮົາທີ່ຈະໄດ້ມາພົບພວກເຈົ້າ.12ຂໍອົງພຣະຜູ້ເປັນເຈົ້າເຮັດໃຫ້ຄວາມຮັກຂອງພວກເຈົ້າເພີ່ມພູນຂຶ້ນຈົນໄຫລລົ້ນໄປເຖິງກັນແລະກັນ ແລະ ໄປເຖິງຄົນອື່ນໆ ເໝືອນດັ່ງທີ່ພວກເຮົາຮັກພວກເຈົ້າ.13ຂໍພຣະອົງເຮັດໃຫ້ຈິດໃຈຂອງພວກເຈົ້າເຂັ້ມແຂງຂຶ້ນເພື່ອວ່າພວກເຈົ້າຈະບໍ່ມີຕຳໜິ ແລະ ບໍລິສຸດຕໍ່ໜ້າພຣະເຈົ້າພຣະບິດາຂອງພວກເຮົາເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາປາກົດພ້ອມກັບຜູ້ບໍລິສຸດທັງປວງຂອງພຣະອົງ.Biblica, Inc.