1 ເທສະໂລນິກ2
ພັນທະກິດຂອງໂປໂລທີ່ເມືອງເທສະໂລນິກ
1ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າກໍຮູ້ຢູ່ວ່າການທີ່ພວກເຮົາມາຢ້ຽມຢາມພວກເຈົ້ານັ້ນກໍບໍ່ໄດ້ເສຍປະໂຫຍດ.2ກ່ອນໜ້ານີ້ພວກເຮົາໄດ້ປະເຊີນກັບຄວາມທຸກທໍລະມານ ແລະ ຖືກປະຕິບັດຢ່າງໂຫດຮ້າຍໃນເມືອງຟີລິບປອຍຕາມທີ່ພວກເຈົ້າຮູ້, ແຕ່ດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າຂອງພວກເຮົາ ພວກເຮົາຈຶ່ງກ້າທີ່ຈະປະກາດຂ່າວປະເສີດຂອງພຣະອົງແກ່ພວກເຈົ້າເຖິງແມ່ນວ່າຖືກຕໍ່ຕ້ານຢ່າງໜັກກໍຕາມ.3ເພາະຄຳຮ້ອງຂໍຂອງພວກເຮົາບໍ່ໄດ້ມາຈາກຄວາມຜິດພາດ ຫລື ແຮງຈູງໃຈທີ່ເປື້ອນເປິ ແລະ ພວກເຮົາກໍບໍ່ໄດ້ພະຍາຍາມຫລອກລວງພວກເຈົ້າດ້ວຍ.4ໃນທາງກົງກັນຂ້າມ ພວກເຮົາປະກາດໃນຖານະຜູ້ທີ່ພຣະເຈົ້າເຫັນດີທີ່ຈະມອບໝາຍຂ່າວປະເສີດໃຫ້. ພວກເຮົາບໍ່ໄດ້ພະຍາຍາມເພື່ອໃຫ້ພໍໃຈມະນຸດ ແຕ່ເພື່ອໃຫ້ພຣະເຈົ້າຜູ້ທົດສອບເບິ່ງຈິດໃຈຂອງພວກເຮົານັ້ນພໍໃຈ.5ພວກເຈົ້າກໍຮູ້ດີວ່າພວກເຮົາບໍ່ເຄີຍໃຊ້ຄຳຍ້ອງ ຫລື ໃສ່ໜ້າກາກປິດບັງຄວາມໂລບໄວ້ ພຣະເຈົ້າເປັນພະຍານໃຫ້ພວກເຮົາໄດ້.6ພວກເຮົາບໍ່ໄດ້ຊອກຫາຄຳຍ້ອງຍໍຈາກມະນຸດ, ບໍ່ວ່າຈາກພວກເຈົ້າ ຫລື ຈາກຄົນອື່ນ, ເຖິງແມ່ນວ່າໃນຖານະເປັນອັກຄະສາວົກຂອງພຣະຄຣິດເຈົ້າ ພວກເຮົາສາມາດໃຊ້ສິດອຳນາດຂອງພວກເຮົາໄດ້ກໍຕາມ.7ແຕ່ພວກເຮົາກໍເປັນເໝືອນເດັກນ້ອຍໆ ເມື່ອຢູ່ທ່າມກາງພວກເຈົ້າ.ເໝືອນດັ່ງແມ່ທີ່ລ້ຽງດູລູກຂອງຕົນ,8ດັ່ງນັ້ນ ພວກເຮົາຈຶ່ງຫ່ວງໃຍພວກເຈົ້າ. ເພາະພວກເຮົາຮັກພວກເຈົ້າຫລາຍ, ພວກເຮົາຍິນດີທີ່ຈະແບ່ງປັນຂ່າວປະເສີດຂອງພຣະເຈົ້າໃຫ້ແກ່ພວກເຈົ້າເທົ່ານັ້ນ ແມ່ນແຕ່ຊີວິດຂອງພວກເຮົາກໍສະຫລະໃຫ້ໄດ້.9ພີ່ນ້ອງທັງຫລາຍເອີຍ, ເຮົາໝັ້ນໃຈວ່າພວກເຈົ້າຈື່ພາລະກິດອັນໜັກໜ່ວງ ແລະ ຄວາມລໍາບາກຂອງພວກເຮົາ, ພວກເຮົາໄດ້ເຮັດວຽກທັງກາງເວັນ ແລະ ກາງຄືນເພື່ອຈະບໍ່ເປັນພາລະແກ່ຜູ້ໃດເລີຍໃນຂະນະທີ່ພວກເຮົາປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້າ.10ພວກເຈົ້າທັງຫລາຍກໍເປັນພະຍານໄດ້ ແລະ ພຣະເຈົ້າກໍເປັນພະຍານເໝືອນກັນວ່າພວກເຮົາບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິເມື່ອພວກເຮົາຢູ່ທ່າມກາງພວກເຈົ້າທັງຫລາຍທີ່ເຊື່ອ.11ເພາະວ່າພວກເຈົ້າກໍຮູ້ວ່າພວກເຮົາໄດ້ປະຕິບັດຕໍ່ພວກເຈົ້າແຕ່ລະຄົນເໝືອນດັ່ງພໍ່ປະຕິບັດຕໍ່ລູກຂອງຕົນເອງ,12ໃຫ້ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້ພວກເຈົ້າໃຫ້ດຳເນີນຊີວິດໃຫ້ຄູ່ຄວນກັບພຣະເຈົ້າ ຜູ້ເອີ້ນເອົາພວກເຈົ້າໃຫ້ເຂົ້າມາສູ່ອານາຈັກ ແລະ ໃນສະຫງ່າລາສີຂອງພຣະອົງ.13ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.14ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າກໍເໝືອນກັບຄຣິສຕະຈັກທັງຫລາຍຂອງພຣະເຈົ້າທີ່ແຂວງຢູດາຍ ເຊິ່ງຢູ່ໃນພຣະຄຣິດເຈົ້າເຢຊູຄື: ພວກເຈົ້າໄດ້ຮັບຄວາມທຸກລຳບາກຈາກພີ່ນ້ອງຮ່ວມຊາດຂອງຕົນເອງ ເໝືອນທີ່ຄຣິສຕະຈັກເຫລົ່ານັ້ນໄດ້ຮັບຄວາມທຸກລໍາບາກຈາກພວກຢິວ,15ພວກເຂົາໄດ້ຂ້າພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ບັນດາຜູ້ທຳນວາຍ ແລະ ໄດ້ຂັບໄລ່ພວກເຮົາໃຫ້ອອກໄປ. ພວກເຂົາເຮັດໃຫ້ພຣະເຈົ້າບໍ່ພໍໃຈ ແລະ ເປັນສັດຕູຕໍ່ທຸກຄົນ16ໂດຍການພະຍາຍາມຂັດຂວາງພວກເຮົາຈາກການກ່າວແກ່ຄົນຕ່າງຊາດເພື່ອວ່າພວກເຂົາຈະໄດ້ຮັບຄວາມພົ້ນ. ດ້ວຍການກະທຳນີ້ ພວກເຂົາໄດ້ສະສົມຄວາມບາບຂອງພວກເຂົາຂຶ້ນຕະຫລອດຈົນເຖິງຂີດສູງສຸດ. ໃນທີ່ສຸດຄວາມໂກດຮ້າຍຂອງພຣະເຈົ້າຈຶ່ງມາເຖິງພວກເຂົາ.
ໂປໂລຢາກພົບຊາວເທສະໂລນິກ
17ພີ່ນ້ອງທັງຫລາຍເອີຍ, ເມື່ອພວກເຮົາໄດ້ພັດພາກຈາກພວກເຈົ້າໄປຊົ່ວໄລຍະໜຶ່ງນັ້ນ (ໄປແຕ່ຮ່າງກາຍສ່ວນໃຈຍັງຢູ່) ດ້ວຍຄວາມປາຖະໜາຢ່າງແຮງກ້າທີ່ຈະພົບພວກເຈົ້າ ພວກເຮົາຈຶ່ງພະຍາຍາມເຮັດທຸກວິທີທາງທີ່ຈະພົບກັບພວກເຈົ້າອີກ.18ພວກເຮົາຢາກມາຫາພວກເຈົ້າແທ້ໆ. ເຮົາເອງຄືໂປໂລ ຢາກຈະກັບມາຫາພວກເຈົ້າຫລາຍເທື່ອແລ້ວ ແຕ່ມານຊາຕານໄດ້ຂັດຂວາງພວກເຮົາໄວ້.19ສິ່ງໃດເປັນຄວາມຫວັງຂອງພວກເຮົາ, ສິ່ງໃດເປັນຄວາມຊື່ນຊົມຍິນດີຂອງພວກເຮົາ ຫລື ເປັນມົງກຸດທີ່ພວກເຮົາຈະພາກພູມໃຈຕໍ່ໜ້າພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເມື່ອພຣະອົງຈະມາ? ບໍ່ແມ່ນພວກເຈົ້າບໍ?20ພວກເຈົ້າທັງຫລາຍນັ້ນແຫລະ ທີ່ເປັນກຽດຕິຍົດ ແລະ ເປັນຄວາມຊື່ນຊົມຍິນດີຂອງພວກເຮົາຢ່າງແທ້ຈິງ.Biblica, Inc.