1 ຊາມູເອນ5
ຫີບພັນທະສັນຍາໃນອາຊະໂດດ ແລະ ເອັກໂຣນ
1ຫລັງຈາກຊາວຟີລິດສະຕິນໄດ້ຢຶດຫີບພັນທະສັນຍາຂອງພຣະເຈົ້າແລ້ວ, ພວກເຂົາກໍນຳຫີບນັ້ນຈາກເອເບັນເອເຊໄປທີ່ເມືອງອາຊະໂດດ.2ຫລັງຈາກນັ້ນ ພວກເຂົາກໍໄດ້ນຳເອົາຫີບນັ້ນໄປໄວ້ຢູ່ທີ່ວິຫານຂອງພະດາໂກນ ແລະ ຕັ້ງໄວ້ຢູ່ຂ້າງຮູບພະດາໂກນ.3ເຊົ້າມື້ໃໝ່ມາ ເມື່ອຊາວເມືອງອາຊະໂດດຕື່ນຂຶ້ນມາກໍພົບວ່າພະດາໂກນລົ້ມໝູບໜ້າລົງທີ່ພື້ນຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ! ພວກເຂົາຈຶ່ງຕັ້ງຮູບນັ້ນຂຶ້ນ ແລະ ວາງໄວ້ບ່ອນເກົ່າ.4ແຕ່ເຊົ້າມື້ຕໍ່ມາ ເມືອພວກເຂົາຕື່ນຂຶ້ນມາກໍພົບຮູບພະດາໂກນລົ້ມໝູບໜ້າລົງພື້ນຢູ່ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ! ຫົວ ແລະ ແຂນຫັກຖິ້ມຢູ່ຕໍ່ໜ້າທໍລະນີປະຕູ; ເຫລືອແຕ່ລຳໂຕ.5ຕັ້ງແຕ່ນັ້ນມາທັງປະໂລຫິດຂອງພະດາໂກນ ແລະ ຜູ້ທີ່ເຂົ້າສູ່ວິຫານຂອງພະດາໂກນຢູ່ທີ່ອາຊະໂດດຈະບໍ່ກ້າວຢຽບທໍລະນີປະຕູ.6ມືຂອງພຣະເຈົ້າຢາເວໄດ້ລົງໂທດຊາວເມືອງອາຊະໂດດ ແລະ ໝູ່ບ້ານໃກ້ຄຽງຢ່າງໜັກ; ພຣະອົງໄດ້ນຳໄພພິບັດມາຍັງພວກເຂົາ ແລະ ລົງໂທດພວກເຂົາດ້ວຍຝີລະບາດ. 7ເມື່ອຊາວອາຊະໂດດໄດ້ເຫັນເຫດການທີ່ເກີດຂຶ້ນ, ພວກເຂົາຈຶ່ງເວົ້າວ່າ, “ຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິດສະຣາເອນບໍ່ຄວນໄວ້ບ່ອນນີ້ກັບພວກເຮົາອີກຕໍ່ໄປ, ເພາະມືຂອງພຣະອົງລົງໂທດພວກເຮົາ ແລະ ພະດາໂກນພະຂອງພວກເຮົາຢ່າງໜັກ”.8ສະນັ້ນພວກເຂົາຈຶ່ງເອີ້ນບັນດາຜູ້ປົກຄອງຟີລິດສະຕິນມາປະຊຸມ ແລະ ຖາມວ່າ, “ພວກເຮົາຈະເຮັດຢ່າງໃດກັບຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິດສະຣາເອນ?”ພວກເຂົາຕອບວ່າ, “ໃຫ້ຍ້າຍຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິດສະຣາເອນໄປຍັງເມືອງກາດ”. ດັ່ງນັ້ນພວກເຂົາຈຶ່ງຍ້າຍຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິດສະຣາເອນອອກໄປ.9ແຕ່ເມື່ອຫີບພັນທະສັນຍາໄດ້ຍ້າຍມາແລ້ວ, ມືຂອງພຣະເຈົ້າຢາເວກໍໄດ້ລົງໂທດເມືອງນັ້ນ, ເຮັດໃຫ້ເມືອງນັ້ນສັບສົນວຸ້ນວາຍໄປທົ່ວທັງເມືອງ. ພຣະເຈົ້າໄດ້ລົງໂທດຊາວເມືອງນັ້ນ, ທັງເດັກນ້ອຍ ແລະ ຜູ້ໃຫຍ່ດ້ວຍຝີລະບາດ. 10ດັ່ງນັ້ນ ພວກເຂົາຈຶ່ງໄດ້ສົ່ງຫີບພັນທະສັນຍາຂອງພຣະເຈົ້າໄປທີ່ເມືອງເອກໂຣນ.
ເມື່ອຫີບພັນທະສັນຍາກຳລັງເຂົ້າສູ່ເມືອງເອັກໂຣນ, ຊາວເມືອງກໍຮ້ອງຂຶ້ນວ່າ, “ພວກເຂົາເອົາຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິດສະຣາເອນມາຂ້າພວກເຮົາ ແລະ ປະຊາຊົນຂອງພວກເຮົາແລ້ວ”.11ດັ່ງນັ້ນ ພວກເຂົາຈຶ່ງໄດ້ເຊີນບັນດາຜູ້ມີອຳນາດປົກຄອງທັງໝົດຂອງຊາວຟີລິດສະຕິນມາປະຊຸມອີກ ແລະ ກ່າວວ່າ, “ຂໍໃຫ້ເອົາຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິດສະຣາເອນກັບໄປໄວ້ບ່ອນເກົ່າ, ບໍ່ດັ່ງນັ້ນຫີບນັ້ນ ຈະຂ້າພວກເຮົາ ແລະ ປະຊາຊົນຂອງພວກເຮົາ”. ເພາະວ່າມືຂອງພຣະເຈົ້າໄດ້ລົງໂທດເມືອງນັ້ນຢ່າງໜັກ, ຄວາມຕາຍໄດ້ເຮັດໃຫ້ຄົນທັງເມືອງຫວາດກົວ.12ບັນດາຄົນທີ່ບໍ່ເສຍຊີວິດກໍເປັນຝີທໍລະມານຫລາຍ ແລະ ສຽງຮ້ອງໄຫ້ດັງຂຶ້ນໄປເຖິງຟ້າສະຫວັນ.
Biblica, Inc.