1 ຊາມູເອນ4
1ແລະ ຖ້ອຍຄຳຂອງຊາມູເອນກໍມາເຖິງປະຊາຊົນອິດສະຣາເອນທັງໝົດ. ຊາວຟີລິດສະຕິນຢຶດຫີບພັນທະສັນຍາໄປ
ຄັ້ງນັ້ນຊາວອິດສະຣາເອນໄດ້ອອກໄປສູ້ຮົບກັບຊາວຟີລິດສະຕິນ. ຊາວອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ທີ່ເມືອງເອເບັນເອເຊ, ສ່ວນຊາວຟີລິດສະຕິນກໍໄດ້ຕັ້ງຄ້າຍພັກຢູ່ທີ່ເມືອງອາເຟັກ.2ຊາວຟີລິດສະຕິນໄດ້ບຸກໜ້າເຂົ້າຕໍ່ສູ້ກັບຊາວອິດສະຣາເອນ ແລະ ເມື່ອການສູ້ຮົບໄດ້ຂະຫຍາຍອອກໄປ, ຊາວອິດສະຣາເອນພ່າຍແພ້ໃຫ້ຊາວຟີລິດສະຕິນ, ຖືກຂ້າຕາຍໄປປະມານສີ່ພັນຄົນໃນສະໜາມຮົບ.3ເມື່ອພວກທະຫານກັບມາທີ່ຄ້າຍພັກ, ບັນດາຜູ້ອາວຸໂສຂອງອິດສະຣາເອນກໍໄດ້ເວົ້າກັນວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກເຮົາພ່າຍແພ້ພວກຟີລິດສະຕິນ? ໃຫ້ພວກເຮົາເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວຈາກຊີໂລມາບ່ອນນີ້, ເພື່ອພຣະອົງ ຈະໄດ້ຢູ່ກັບພວກເຮົາ ແລະ ຊ່ວຍເຫລືອພວກເຮົາຈາກມືຂອງສັດຕູຂອງພວກເຮົາ”.4ດັ່ງນັ້ນ ປະຊາຊົນຈຶ່ງໄດ້ສົ່ງຄົນໄປທີ່ຊີໂລ ແລະ ພວກເຂົາໄດ້ນໍາເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ ຜູ້ມີອຳນາດຍິ່ງໃຫຍ່, ຜູ້ນັ່ງເທິງບັນລັງລະຫວ່າງເຄຣຸບ ແລະ ລູກຊາຍທັງສອງຂອງເອລີ ຄືໂຮຟະນີ ແລະ ຟີເນຮາໄດ້ມາທີ່ນັ້ນພ້ອມກັບຫີບພັນທະສັນຍາຂອງພຣະເຈົ້າ.5ເມື່ອຫີບພັນທະສັນຍາຂອງພຣະເຈົ້າຢາເວມາເຖິງຄ້າຍພັກ, ຊາວອິດສະຣາເອນທັງໝົດກໍພາກັນໂຫ່ຮ້ອງສຽງດັງປານແຜ່ນດິນຈະທະລາຍ.6ເມື່ອຊາວຟີລິດສະຕິນໄດ້ຍິນສຽງອຶກກະທຶກນຶກນອງ, ພວກເຂົາກໍໄດ້ຖາມກັນວ່າ, “ເກີດຫຍັງຂຶ້ນຈຶ່ງມີສຽງໂຫ່ຮ້ອງທົ່ວຄ້າຍພັກຂອງພວກເຮັບເຣີ?”
ເມື່ອພວກເຂົາຮູ້ວ່າຫີບພັນທະສັນຍາຂອງພຣະເຈົ້າຢາເວໄດ້ມາເຖິງຄ້າຍພັກ,7ຊາວຟີລິດສະຕິນກໍພາກັນຢ້ານ ແລະ ຮ້ອງວ່າ, “ພະໄດ້ ເຂົ້າມາໃນຄ້າຍພັກ, ໂອ ບໍ່! ບໍ່ເຄີຍມີເຫດການແບບນີ້ເກີດຂຶ້ນມາກ່ອນ.8ພວກເຮົາຕາຍແທ້! ຜູ້ໃດຈະຊ່ວຍພວກເຮົາຈາກມືຂອງພະຜູ້ມີອຳນາດຍິ່ງໃຫຍ່ເຫລົ່ານີ້ໄດ້? ພະເຫລົ່ານີ້ແຫລະ ທີ່ທຳລາຍຊາວເອຢິບດ້ວຍໄພພິບັດທັງໝົດໃນຖິ່ນແຫ້ງແລ້ງກັນດານ.9ຊາວຟີລິດສະຕິນທັງຫລາຍ, ຈົ່ງເຂັ້ມແຂງ! ໃຫ້ສົມກັບເປັນລູກຜູ້ຊາຍ, ບໍ່ດັ່ງນັ້ນພວກເຮົາຈະຕ້ອງກົ້ມຫົວໃຫ້ພວກເຮັບເຣີເໝືອນທີ່ພວກເຂົາເຄີຍກົ້ມຫົວໃຫ້ພວກເຮົາ. ຈົ່ງສູ້ຢ່າງລູກຜູ້ຊາຍ!”10ດັ່ງນັ້ນ ພວກຟີລິດສະຕິນຈຶ່ງສູ້ຮົບ ແລະ ຄົນອິດສະຣາເອນກໍພ່າຍແພ້ ແລະ ທຸກຄົນກໍໜີໄປທີ່ເຕັນຂອງຕົນ. ມີການຂ້າກັນຄັ້ງໃຫຍ່; ທະຫານຮາບຂອງອິດສະຣາເອນຕາຍໄປສາມໝື່ນຄົນ.11ຫີບພັນສັນຍາຂອງພຣະເຈົ້າຖືກຢຶດໄປ, ໂຮຟະນີ ແລະ ຟີເນຮາ ລູກຊາຍທັງສອງຂອງເອລີກໍຖືກຂ້າຕາຍ.
ຊາຍຄົນນັ້ນກໍຟ້າວເຂົ້າມາຫາເອລີ,15ເອລີມີອາຍຸ 98 ປີ ແລະ ຕາຟາງເບິ່ງບໍ່ເຫັນ.16ລາວໄດ້ບອກເອລີວ່າ, “ຂ້ານ້ອຍຫາກໍໜີມາຈາກສະໜາມຮົບ; ຂ້ານ້ອຍໜີມາມື້ນີ້”.
ເອລີໄດ້ຖາມວ່າ, “ລູກເອີຍ, ເກີດຫຍັງຂຶ້ນ?”17ຊາຍຄົນທີ່ນຳຂ່າວມານັ້ນໄດ້ຕອບວ່າ, “ຄົນອິດສະຣາເອນໄດ້ພ່າຍແພ້ຊາວຟີລິດສະຕິນ ແລະ ກອງທັບຂອງພວກເຮົາກໍເສຍຫາຍຫລາຍ. ໂຮຟະນີ ແລະ ຟີເນຮາລູກຊາຍທັງສອງຂອງທ່ານກໍຕາຍແລ້ວ ແລະ ຫີບພັນທະສັນຍາຂອງພຣະເຈົ້າກໍຖືກຢຶດໄປ”.18ເມື່ອລາວເອີ່ຍເຖິງຫີບພັນທະສັນຍາຂອງພຣະເຈົ້າ, ເອລີກໍຫງາຍຫລັງຕົກຈາກຕັ່ງທີ່ຢູ່ແຄມປະຕູ. ຄໍຫັກ ແລະ ລາວກໍຕາຍ, ເພາະລາວເປັນຄົນເຖົ້າແກ່ຫລາຍ ແລະ ລາວກໍໂຕໜັກ. ລາວໄດ້ນໍາພາ ຊາວອິດສະຣາເອນມາເປັນເວລາສີ່ສິບປີ.19ເມື່ອລູກໃພ້ຂອງເອລີ, ຄືເມຍຂອງຟີເນຮາ, ເຊິ່ງກຳລັງຖືພາໃກ້ຈະເກີດລູກ. ເມື່ອນາງໄດ້ຍິນວ່າຫີບພັນທະສັນຍາຖືກຢຶດໄປ ແລະ ໄດ້ຍິນວ່າພໍ່ປູ່ ແລະ ຜົວຂອງຕົນໄດ້ຕາຍແລ້ວ, ນາງກໍຮູ້ສຶກເຈັບທ້ອງຫລາຍ ແລະ ໄດ້ເກີດລູກ.20ກ່ອນທີ່ນາງຈະເສຍຊີວິດ, ແມ່ຍິງທີ່ເບິ່ງແຍງນາງຢູ່ກໍເວົ້າກັບນາງວ່າ, “ຢ່າໝົດຫວັງ; ເຈົ້າໄດ້ລູກຊາຍ”. ແຕ່ນາງບໍ່ໄດ້ສົນໃຈ ຫລື ໂຕ້ຕອບປະການໃດ.21ນາງໄດ້ຕັ້ງຊື່ເດັກນ້ອຍນັ້ນວ່າອີຄາບົດ, ນາງເວົ້າວ່າ, “ສະຫງ່າລາສີຖືກພາກໄປຈາກອິດສະຣາເອນແລ້ວ” ເພາະຫີບພັນທະສັນຍາຂອງພຣະເຈົ້າຖືກຢຶດໄປແລ້ວ ແລະ ຜົວຂອງນາງ ແລະ ພໍ່ປູ່ຂອງນາງກໍເສຍຊີວິດໄປດ້ວຍ.22ນາງເວົ້າວ່າ, “ສະຫງ່າລາສີຖືກພາກໄປຈາກອິດສະຣາເອນແລ້ວ ເພາະຫີບພັນທະສັນຍາຂອງພຣະເຈົ້າຖືກຢຶດໄປ”.

ການຕາຍຂອງເອລີ
12ຊາຍຕະກຸນເບັນຢາມິນຄົນໜຶ່ງໄດ້ໜີຈາກສະໜາມຮົບ ແລະ ໄດ້ໄປທີ່ຊີໂລໃນວັນນັ້ນດ້ວຍເຄື່ອງນຸ່ງທີ່ຈີກຂາດ ແລະ ມີຂີ້ຝຸ່ນຢູ່ເທິງຫົວ.13ເມື່ອລາວມາຮອດ, ເອລີກໍກຳລັງນັ່ງຕັ່ງຂອງຕົນຢູ່ແຄມທາງ, ລໍຖ້າຟັງຂ່າວ, ເພາະຈິດໃຈຂອງເພິ່ນຢ້ານກົວເລື່ອງຫີບພັນທະສັນຍາຂອງພຣະເຈົ້າ. ເມື່ອຊາຍຄົນນັ້ນມາເຖິງເມືອງ ແລະ ເລົ່າເຫດການທີ່ໄດ້ເກີດຂຶ້ນ, ຄົນທັງເມືອງກໍພາກັນຮ້ອງໄຫ້.14ເອລີໄດ້ຍິນສຽງຮ້ອງໄຫ້ກໍໄດ້ຖາມວ່າ, “ອຶກກະທຶກນຶກນອງຫຍັງ?”ຊາຍຄົນນັ້ນກໍຟ້າວເຂົ້າມາຫາເອລີ,15ເອລີມີອາຍຸ 98 ປີ ແລະ ຕາຟາງເບິ່ງບໍ່ເຫັນ.16ລາວໄດ້ບອກເອລີວ່າ, “ຂ້ານ້ອຍຫາກໍໜີມາຈາກສະໜາມຮົບ; ຂ້ານ້ອຍໜີມາມື້ນີ້”.

Biblica, Inc.