1 ຊາມູເອນ2
ຄຳອະທິຖານຂອງນາງຮັນນາ
1ຫລັງຈາກນັ້ນ ນາງຮັນນາໄດ້ອະທິຖານ ແລະ ເວົ້າວ່າ:“ຈິດໃຈຂອງຂ້ານ້ອຍຊື່ນຊົມຍິນດີໃນພຣະເຈົ້າຢາເວ;ເຂົາ ຂອງຂ້ານ້ອຍໄດ້ຮັບການຍົກຂຶ້ນໃນພຣະເຈົ້າຢາເວ.ຮີມສົບຂອງຂ້ານ້ອຍເວົ້າຂົ່ມບັນດາສັດຕູຂອງຂ້ານ້ອຍ,ເພາະຂ້ານ້ອຍຊື່ນຊົມຍິນດີໃນການຊ່ວຍກອບກູ້ຂອງພຣະອົງ.2“ບໍ່ມີຜູ້ໃດບໍລິສຸດເໝືອນພຣະເຈົ້າຢາເວ;ບໍ່ມີຜູ້ໃດນອກຈາກພຣະອົງ;ບໍ່ມີສີລາໃດເໝືອນພຣະເຈົ້າຢາເວຂອງພວກເຮົາ.3“ຢ່າເວົ້າໂອ້ອວດອີກຕໍ່ໄປຫລື ຢ່າໃຫ້ປາກຂອງເຈົ້າເວົ້າຈອງຫອງ,ເພາະພຣະເຈົ້າຢາເວເປັນພຣະເຈົ້າຜູ້ຮອບຮູ້,ແລະ ເປັນຜູ້ຊັ່ງເບິ່ງການກະທຳທັງຫລາຍ.4“ຄັນທະນູຂອງນັກຮົບກໍຖືກຫັກ,ແຕ່ຜູ້ທີ່ສະດຸດລົ້ມກໍໄດ້ຮັບການເສີມກຳລັງ.5ບັນດາຜູ້ທີ່ອິ່ມໜຳກໍຕ້ອງອອກຮັບຈ້າງເພື່ອລ້ຽງຊີບ,ແຕ່ບັນດາຜູ້ທີ່ຫິວກໍບໍ່ຕ້ອງຫິວອີກຕໍ່ໄປ.ຍິງທີ່ເປັນໝັນມີລູກເຈັດຄົນ,ແຕ່ຍິງຜູ້ມີລູກຫລາຍຄົນກໍຊຸດໂຊມໄປ.6“ພຣະເຈົ້າຢາເວນໍາຄວາມຕາຍມາ ແລະ ເຮັດໃຫ້ມີຊີວິດ;ພຣະອົງນຳໄປສູ່ຂຸມຝັງສົບ ແລະ ໃຫ້ເປັນຂຶ້ນມາ.7ພຣະເຈົ້າຢາເວສົ່ງຄວາມທຸກຍາກ ແລະ ຄວາມຮັ່ງມີມາ;ພຣະອົງຖ່ອມຕົວລົງ ແລະ ຖືກຍົກຂຶ້ນ.8ພຣະອົງຍົກຄົນທຸກຍາກຂຶ້ນຈາກຂີ້ຝຸ່ນດິນແລະ ຍົກຄົນຂັດສົນຂຶ້ນຈາກກອງຂີ້ເຖົ່າ;ພຣະອົງໃຫ້ພວກເຂົານັ່ງຮ່ວມກັບເຈົ້ານາຍທັງຫລາຍແລະ ໃຫ້ພວກເຂົາຄອບຄອງບັນລັງອັນມີກຽດ.“ເພາະຮາກຖານຂອງແຜ່ນດິນໂລກເປັນຂອງພຣະເຈົ້າຢາເວ;ພຣະອົງໄດ້ສະຖາປານາໂລກໄວ້ເທິງນັ້ນ.9ພຣະອົງຈະປົກປ້ອງຕີນຂອງຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງ,ແຕ່ຄົນຊົ່ວຮ້າຍຈະມິດງຽບຢູ່ໃນບ່ອນທີ່ມືດ.“ຄົນເຮົາຊະນະໄດ້ບໍ່ແມ່ນດ້ວຍກໍາລັງ;10ບັນດາຜູ້ທີ່ຕໍ່ສູ້ພຣະເຈົ້າຢາເວຈະຖືກທໍາລາຍ.ອົງສູງສຸດຈະຟາດພວກເຂົາດ້ວຍຟ້າພ່າຈາກສະຫວັນ;ພຣະເຈົ້າຢາເວຈະພິພາກສາເຖິງສຸດປາຍແຜ່ນດິນໂລກ.“ພຣະອົງຈະໃຫ້ກຳລັງແກ່ກະສັດຂອງພຣະອົງແລະ ຍົກຊູຜູ້ທີ່ພຣະອົງເຈີມໄວ້”.11ຫລັງຈາກນັ້ນ ເອນການາກໍກັບໄປເຮືອນຢູ່ທີ່ຣາມາ, ສ່ວນເດັກນ້ອຍຊາມູເອນກໍປະຕິບັດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວພາຍໃຕ້ການເບິ່ງແຍງຂອງປະໂລຫິດເອລີ.ລູກຊາຍຜູ້ຊົ່ວຮ້າຍຂອງເອລີ
12ລູກຊາຍທັງສອງຂອງເອລີເປັນຄົນຊົ່ວຮ້າຍ; ພວກເຂົາບໍ່ເຄົາລົບຢຳເກງພຣະເຈົ້າຢາເວ.13ນີ້ເປັນຂໍ້ປະຕິບັດຂອງບັນດາປະໂລຫິດ, ຄືເມື່ອໃດກໍຕາມທີ່ມີຜູ້ຖວາຍເຄື່ອງບູຊາ, ຂະນະທີ່ກຳລັງຕົ້ມຊີ້ນສັດຖວາຍບູຊານັ້ນ ຄົນຮັບໃຊ້ຂອງປະໂລຫິດຈະຖືສາມງ່າມມາ14ແລະ ແລະ ຈິ້ມລົງໃນກະທະ ຫລື ໃນກາຕົ້ມ ຫລື ໃນໝໍ້ຕົ້ມໃຫຍ່. ອັນໃດກໍຕາມທີ່ຕິດຂຶ້ນມາ ປະໂລຫິດກໍຈະເອົາໄປສຳລັບຕົນເອງ. ນີ້ແມ່ນສິ່ງທີ່ພວກເຂົາໄດ້ປະຕິບັດຕໍ່ຊາວອິດສະຣາເອນທັງໝົດທີ່ມາທີ່ຊີໂລ.15ແຕ່ຄົນຮັບໃຊ້ຂອງປະໂລຫິດໄດ້ມາກ່ອນການເຜົາໄຂມັນເທິງແທ່ນບູຊາ ແລະ ບອກກັບຜູ້ທີ່ມາຖວາຍເຄື່ອງບູຊາວ່າ, “ຈົ່ງແບ່ງຊີ້ນດິບໃຫ້ປະໂລຫິດເພື່ອປີ້ງ; ເພາະເພິ່ນບໍ່ຮັບຊີ້ນຕົ້ມຈາກເຈົ້າ, ຮັບແຕ່ຊີ້ນດິບເທົ່ານັ້ນ”.16ຖ້າຄົນນັ້ນເວົ້າວ່າ, “ຂໍເຜົາໄຂມັນໃຫ້ສຳເລັດກ່ອນ, ແລ້ວທ່ານຕ້ອງການອັນໃດກໍເອົາໄປ”, ຄົນຮັບໃຊ້ຜູ້ນັ້ນກໍຈະຕອບວ່າ, “ບໍ່ໄດ້, ຕ້ອງເອົາໃຫ້ດຽວນີ້; ຖ້າເຈົ້າບໍ່ໃຫ້, ເຮົາຈະໃຊ້ກຳລັງ”.17ຄວາມບາບຂອງຊາຍທັງສອງແມ່ນໃຫຍ່ຫລວງຫລາຍໃນສາຍຕາຂອງພຣະເຈົ້າຢາເວ, ພວກເຂົາ ປະຕິບັດຕໍ່ເຄື່ອງຖວາຍຂອງພຣະເຈົ້າຢາເວດ້ວຍຄວາມດູຖູກ.18ແຕ່ຊາມູເອນກຳລັງຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຢາເວ ເປັນເດັກຊາຍຄົນໜຶ່ງທີ່ນຸ່ງເສື້ອຄຸມເອໂຟດທີ່ເຮັດດ້ວຍຜ້າຝ້າຍລິນິນ.19ແມ່ຂອງລາວໄດ້ເຮັດເສື້ອຄຸມນ້ອຍໆ ແລະ ເອົາມາໃຫ້ລາວທຸກປີເມື່ອນາງມາພ້ອມກັບຜົວຂອງນາງເພື່ອຖວາຍເຄື່ອງບູຊາປະຈຳປີ.20ເອລີຈະອວຍພອນເອນການາ ແລະ ເມຍຂອງລາວວ່າ, “ຂໍໃຫ້ພຣະເຈົ້າຢາເວມອບລູກອີກຫລາຍຄົນຈາກຍິງຄົນນີ້ແກ່ທ່ານແທນທີ່ລູກຄົນໜຶ່ງທີ່ນາງໄດ້ອະທິຖານ ແລະ ຖວາຍແດ່ ພຣະເຈົ້າຢາເວ”. ແລ້ວພວກເຂົາກໍກັບເຮືອນ.21ແລະ ພຣະເຈົ້າຢາເວກໍເມດຕານາງຮັນນາ; ນາງໄດ້ຖືພາ ແລະ ເກີດລູກຊາຍສາມຄົນກັບລູກສາວສອງຄົນ. ໃນຂະນະດຽວກັນນັ້ນ, ເດັກຊາຍຊາມູເອນກໍເຕີບໃຫຍ່ຂຶ້ນຕໍ່ໜ້າຂອງພຣະເຈົ້າຢາເວ.22ຝ່າຍເອລີ, ເຊິ່ງເຖົ້າແກ່ຫລາຍແລ້ວ, ໄດ້ຍິນກ່ຽວກັບທຸກສິ່ງທີ່ລູກຊາຍຂອງຕົນເຮັດຕໍ່ຄົນອິດສະຣາເອນ ແລະ ການທີ່ພວກເຂົາຫລັບນອນກັບຜູ້ຍິງທີ່ມາຮັບໃຊ້ຢູ່ທີ່ທາງເຂົ້າຫໍເຕັນນັດພົບ.23ເອລີຈຶ່ງໄດ້ເວົ້າກັບລູກຂອງຕົນວ່າ, “ເປັນຫຍັງຈຶ່ງເຮັດຢ່າງນີ້? ພໍ່ໄດ້ຍິນຈາກປາກທຸກຄົນວ່າພວກລູກເຮັດຕົນເອງຊົ່ວຊ້າຫລາຍ.24ຢ່າເຮັດຢ່າງນັ້ນອີກລູກເອີຍ; ເລື່ອງທີ່ພໍ່ໄດ້ຍິນຄົນຂອງພຣະເຈົ້າຢາເວເວົ້າກັນໄປທົ່ວບໍ່ມີເລື່ອງດີເລີຍ.25ຖ້າເຮັດບາບກັບມະນຸດດ້ວຍກັນ, ພຣະເຈົ້າ ອາດຈະໄກ່ເກ່ຍໃຫ້; ແຕ່ຖ້າຜູ້ໃດເຮັດບາບຕໍ່ພຣະເຈົ້າຢາເວ, ຜູ້ໃດຈະຊ່ວຍຮ້ອງຂໍແທນໄດ້?” ເຖິງຢ່າງໃດກໍຕາມ, ລູກຊາຍຂອງເພິ່ນກໍບໍ່ຟັງຄຳຕັກເຕືອນຂອງພໍ່, ເພາະແມ່ນຄວາມປະສົງຂອງພຣະເຈົ້າຢາເວທີ່ຈະຂ້າພວກເຂົາຢູ່ແລ້ວ.26ແລະ ເດັກຊາຍຊາມູເອນກໍເຕີບໃຫຍ່ຂຶ້ນທາງດ້ານຮ່າງກາຍ ແລະ ເປັນທີ່ພໍໃຈຂອງພຣະເຈົ້າຢາເວ ແລະ ຂອງຄົນທັງຫລາຍ.ຄຳທໍານວາຍຕໍ່ຄອບຄົວຂອງເອລີ
27ບັດນີ້ ຄົນຂອງພຣະເຈົ້າໄດ້ມາພົບເອລີ ແລະ ເວົ້າຕໍ່ເພິ່ນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ເຮົາບໍ່ໄດ້ເປີດເຜີຍຕົນເອງຢ່າງຊັດເຈນແກ່ຄອບຄົວບັນພະບຸລຸດຂອງເຈົ້າ ເມື່ອພວກເຂົາເປັນຂ້າທາດຂອງກະສັດຟາໂຣຢູ່ໃນເອຢິບບໍ?28ເຮົາໄດ້ເລືອກບັນພະບຸລຸດຂອງເຈົ້າອອກຈາກເຜົ່າອື່ນໆຂອງອິດສະຣາເອນມາເປັນປະໂລຫິດຂອງເຮົາ, ໃຫ້ມາທີ່ແທ່ນບູຊາຂອງເຮົາ, ເຜົາເຄື່ອງຫອມ ແລະ ໃສ່ເສື້ອຄຸມເອໂຟດຢູ່ຕໍ່ໜ້າເຮົາ. ເຮົາຍັງໄດ້ມອບເຄື່ອງບູຊາທັງໝົດທີ່ຊາວອິດສະຣາເອນນຳມາຖວາຍນັ້ນໃຫ້ແກ່ຄອບຄົວບັນພະບຸລຸດຂອງເຈົ້າ.29ດ້ວຍເຫດໃດພວກເຈົ້າຈຶ່ງດູຖູກເຄື່ອງບູຊາ ແລະ ເຄື່ອງຖວາຍທີ່ເຮົາກຳນົດໄວ້ເພື່ອເຮົາຈະຢູ່ດ້ວຍ’? ດ້ວຍເຫດໃດເຈົ້າຈຶ່ງໃຫ້ກຽດລູກຊາຍຂອງເຈົ້າຫລາຍກວ່າເຮົາ ໂດຍເຮັດໃຫ້ຕົນເອງຕຸ້ຍພີຂຶ້ນດ້ວຍສ່ວນທີ່ດີໆຂອງເຄື່ອງຖວາຍບູຊາທັງໝົດຈາກຊາວອິດສະຣາເອນທີ່ເປັນປະຊາຊົນຂອງເຮົາ?”30“ເຫດສະນັ້ນ ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ປະກາດວ່າດັ່ງນີ້: ‘ເຮົາສັນຍາໄວ້ວ່າສະມາຊິກໃນຄອບຄົວຂອງເຈົ້າ ຈະຮັບໃຊ້ຢູ່ຕໍ່ໜ້າເຮົາຕະຫລອດໄປ’. ແຕ່ບັດນີ້ ພຣະເຈົ້າຢາເວປະກາດດັ່ງນີ້ວ່າ: ‘ໃຫ້ການນັ້ນຫ່າງໄກຈາກເຮົາ! ເຮົາຈະໃຫ້ກຽດບັນດາຜູ້ທີ່ໃຫ້ກຽດເຮົາ, ແຕ່ເຮົາຈະຢຽດຢາມບັນດາຜູ້ທີ່ດູຖູເຮົາ.31ເຖິງເວລາແລ້ວທີ່ເຮົາຈະຕັດກໍາລັງຂອງເຈົ້າ ແລະ ກໍາລັງຂອງຕະກູນປະໂລຫິດຂອງເຈົ້າໃຫ້ສັ້ນລົງ, ເພື່ອຈະບໍ່ມີຜູ້ໃດໃນຕະກູນຂອງເຈົ້າໄດ້ຢູ່ຈົນເຖົ້າແກ່,32ແລະ ເຈົ້າຈະອິດສາຄວາມຈະເລີນຮຸ່ງເຮືອງທີ່ເຮົາຈະໃຫ້ແກ່ຊາວອິດສະຣາເອນ ແຕ່ເຈົ້າກັບຄອບຄົວຂອງເຈົ້າຈະທຸກຍາກ ແລະ ຂັດສົນ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຢູ່ຈົນເຖົ້າແກ່.33ທຸກຄົນໃນພວກເຈົ້າທີ່ເຮົາບໍ່ໄດ້ຕັດອອກຈາກການຮັບໃຊ້ທີ່ແທ່ນບູຊາຂອງເຮົາ ເຮົາຈະສະຫງວນໄວ້ພຽງເພື່ອເຮັດໃຫ້ສາຍຕາຂອງເຈົ້າເສຍໄປ ແລະ ເພື່ອໃຫ້ເຈົ້າໝົດກຳລັງ ແລະ ເຊື້ອສາຍທັງໝົດຂອງເຈົ້າຈະຕາຍໄປຕັ້ງແຕ່ໄວໜຸ່ມ.34“ ‘ແລະ ສິ່ງທີ່ຈະເກີດຂຶ້ນກັບລູກຊາຍທັງສອງຂອງເຈົ້າ, ໂຮຟະນີ ແລະ ຟີເນຮາ, ຈະເປັນໝາຍສຳຄັນແກ່ເຈົ້າ ຄືພວກເຂົາທັງສອງຈະຕາຍໃນມື້ດຽວກັນ.35ເຮົາຈະແຕ່ງຕັ້ງປະໂລຫິດທີ່ສັດຊື່ຂຶ້ນເພື່ອເຮົາເອງ, ຜູ້ທີ່ຈະເຮັດຕາມຄວາມຄິດ ແລະ ຈິດໃຈຂອງເຮົາ. ເຮົາຈະສະຖາປານາຕະກູນປະໂລຫິດຂອງລາວໄວ້ໃຫ້ໝັ້ນຄົງ ແລະ ພວກເຂົາຈະບົວລະບັດຮັບໃຊ້ຢູ່ຕໍ່ໜ້າຜູ້ທີ່ເຮົາເຈີມໄວ້ນັ້ນຕະຫລອດໄປ.36ຫລັງຈາກນັ້ນ ທຸກຄົນທີ່ເຫລືອຢູ່ໃນຕະກູນຂອງເຈົ້າຈະມາ ແລະ ກົ້ມຄຳນັບຜູ້ນັ້ນເພື່ອຮ້ອງຂໍເສດເງິນ ແລະ ເຂົ້າຈີ່ກ້ອນໜຶ່ງ ແລ້ວຮ້ອງຂໍວ່າ, “ໂຜດມອບໝາຍວຽກງານປະໂລຫິດໃຫ້ຂ້ານ້ອຍເຮັດຈັກຢ່າງແດ່ ເພື່ອຂ້ານ້ອຍຈະໄດ້ມີອາຫານກິນ” ’ ”.Biblica, Inc.