1 ເປໂຕ3
ຜົວເມຍ
1ໃນທຳນອງດຽວກັນນັ້ນ ເມຍທັງຫລາຍຈົ່ງຍອມເຊື່ອຟັງຜົວຂອງຕົນ ເພື່ອວ່າຖ້າຜົວບາງຄົນບໍ່ເຊື່ອຟັງພຣະຄຳຂອງພຣະເຈົ້າ ແຕ່ການປະຕິບັດຂອງເມຍກໍອາດຊະນະໃຈລາວໂດຍບໍ່ຕ້ອງເວົ້າຫຍັງຈັກຄຳ.2ເມື່ອພວກເຂົາເຫັນຄວາມບໍລິສຸດ ແລະ ຄວາມຢຳເກງພຣະເຈົ້າໃນຊີວິດຂອງພວກເຈົ້າ.3ຄວາມງາມຂອງພວກເຈົ້ານັ້ນຈະຕ້ອງບໍ່ມາຈາກການຕົບແຕ່ງພາຍນອກເຊັ່ນວ່າ: ການເຮັດຊົງຜົມທີ່ປານີດ, ໃສ່ເຄື່ອງປະດັບຄຳ ຫລື ເຄື່ອງນຸ່ງທີ່ງາມ.4ແຕ່ໃຫ້ເປັນຄວາມງາມທີ່ຢູ່ພາຍໃນ ຄືຄວາມງາມທີ່ບໍ່ເສື່ອມສູນຂອງຈິດໃຈທີ່ອ່ອນນ້ອມ ແລະ ສະຫງົບ ເຊິ່ງມີຄຸນຄ່າໃນສາຍຕາຂອງພຣະເຈົ້າຫລາຍ.5ເພາະນີ້ເປັນວິຖີທາງທີ່ບັນດາຜູ້ຍິງບໍລິສຸດໃນອະດີດ ຜູ້ທີ່ມອບຄວາມຫວັງໃຈໄວ້ໃນພຣະເຈົ້າເຄີຍນຳໃຊ້ເພື່ອຕົບແຕ່ງຕົນເອງ. ພວກເຂົາຍອມເຊື່ອຟັງຜົວຂອງຕົນ,6ເໝືອນດັ່ງນາງຊາຣາທີ່ໄດ້ເຊື່ອຟັງອັບຣາຮາມ ແລະ ເອີ້ນເພິ່ນວ່ານາຍ. ຖ້າພວກເຈົ້າເຮັດສິ່ງທີ່ຖືກຕ້ອງ ແລະ ບໍ່ຢ້ານກົວຕໍ່ສິ່ງໃດ ພວກເຈົ້າກໍເປັນລູກຫລານຂອງນາງແລ້ວ.7ໃນທຳນອງດຽວກັນນັ້ນ ຝ່າຍຜົວທັງຫລາຍຈົ່ງຢູ່ກັບເມຍຂອງຕົນດ້ວຍຄວາມເອົາໃຈໃສ່, ຈົ່ງໃຫ້ກຽດເມຍໃນຖານະເປັນຜູ້ທີ່ອ່ອນແອກວ່າ ແລະ ເປັນຜູ້ທີ່ຈະຮັບຊີວິດ ເຊິ່ງເປັນຂອງປະທານແຫ່ງພຣະຄຸນ ເພື່ອຈະບໍ່ມີສິ່ງໃດຂັດຂວາງຄຳອະທິຖານຂອງພວກເຈົ້າທັງສອງ.ທົນທຸກທໍລະມານຍ້ອນເຮັດດີ
8ສຸດທ້າຍນີ້, ພວກເຈົ້າທັງຫລາຍຈົ່ງເປັນນ້ຳໜຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຈົ່ງຮັກເຊິ່ງກັນແລະກັນ, ຈົ່ງມີໃຈອ່ອນນ້ອມ ແລະ ຖ່ອມໂຕ.9ຢ່າເຮັດຄວາມຊົ່ວຕອບແທນຄວາມຊົ່ວ ຫລື ຢ່າດ່າຕອບແທນຄົນທີ່ດ່າ. ໃນທາງກົງກັນຂ້າມ, ຈົ່ງຕອບແທນຄວາມຊົ່ວດ້ວຍຄຳອວຍພອນ ເພາະວ່າພຣະເຈົ້າໄດ້ເອີ້ນພວກເຈົ້າໃຫ້ເຮັດຢ່າງນີ້ ເພື່ອວ່າພວກເຈົ້າຈະໄດ້ຮັບພອນເປັນມໍລະດົກ.10ເພາະ,“ຜູ້ໃດກໍຕາມຮັກຊີວິດແລະ ປາຖະໜາຈະເຫັນວັນທີ່ດີພວກເຂົາຕ້ອງຮັກສາລີ້ນຂອງຕົນໃຫ້ພົ້ນຈາກຄວາມຊົ່ວຮັກສາປາກຂອງຕົນໃຫ້ບໍ່ໃຫ້ເວົ້າຄຳຫລອກລວງ.11ພວກເຂົາຕ້ອງຫັນໜີຈາກຄວາມຊົ່ວ ແລະ ເຮັດຄວາມດີພວກເຂົາຕ້ອງສະແຫວງຫາສັນຕິສຸກ ແລະ ຕິດຕາມສັນຕິສຸກນັ້ນ.12ເພາະຕາຂອງອົງພຣະຜູ້ເປັນເຈົ້າເຝົ້າເບິ່ງຄົນຊອບທຳແລະ ຫູຂອງພຣະອົງຮັບຟັງຄຳອະທິຖານຂອງພວກເຂົາ,ແຕ່ອົງພຣະຜູ້ເປັນເຈົ້າຫັນໜ້າຕໍ່ສູ້ບັນດາຜູ້ທີ່ເຮັດຊົ່ວ”. 13ຖ້າພວກເຈົ້າກະຕືລືລົ້ນໃນການເຮັດດີ ຜູ້ໃດຈະມາເຮັດຮ້າຍພວກເຈົ້າໄດ້?14ແຕ່ເຖິງແມ່ນວ່າພວກເຈົ້າຕ້ອງທົນທຸກຍ້ອນເຮັດສິ່ງທີ່ຖືກຕ້ອງ ພວກເຈົ້າກໍໄດ້ຮັບພອນ. “ຢ່າຢ້ານກົວຕໍ່ການກະທຳຂອງພວກເຂົາ, ຢ່າວິຕົກກັງວົນໃຈເລີຍ”. 15ແຕ່ໃນໃຈຂອງພວກເຈົ້າຈົ່ງເຄົາລົບພຣະຄຣິດເຈົ້າວ່າເປັນອົງພຣະຜູ້ເປັນເຈົ້າ. ຈົ່ງຕຽມພ້ອມສະເໝີທີ່ຈະຕອບທຸກຄົນທີ່ຖາມພວກເຈົ້າເຖິງເຫດຜົນທີ່ພວກເຈົ້າມີຄວາມຫວັງຢ່າງນີ້. ແຕ່ຈົ່ງຕອບຢ່າງສຸພາບອ່ອນນ້ອມ ແລະ ໃຫ້ກຽດ.16ຈົ່ງຮັກສາຈິດສຳນຶກໃຫ້ໃສສະອາດ ເພື່ອຜູ້ທີ່ກ່າວຮ້າຍຄວາມປະພຶດດີຂອງພວກເຈົ້າໃນພຣະຄຣິດເຈົ້ານັ້ນຈະໄດ້ລະອາຍໃຈທີ່ມາໃສ່ຮ້າຍພວກເຈົ້າ.17ເພາະຖ້າເປັນຄວາມປະສົງຂອງພຣະເຈົ້າໃຫ້ພວກເຈົ້າທົນທຸກເນື່ອງຈາກການເຮັດດີກໍດີກວ່າທົນທຸກເພາະການເຮັດຊົ່ວ.18ເພາະພຣະຄຣິດເຈົ້າໄດ້ຕາຍເພື່ອລຶບລ້າງບາບພຽງຄັ້ງດຽວເປັນການສິ້ນສຸດ ຄືຄົນຊອບທຳຕາຍເພື່ອຄົນອະທຳເພື່ອນຳພວກເຮົາທັງຫລາຍໄປເຖິງພຣະເຈົ້າ. ພຣະອົງຖືກປະຫານທາງຮ່າງກາຍ ແຕ່ພຣະອົງຖືກບັນດານໃຫ້ເປັນຄືນມາທາງພຣະວິນຍານ.19ໂດຍທາງວິນຍານນັ້ນ ພຣະອົງຍັງໄດ້ໄປປະກາດແກ່ວິນຍານທັງຫລາຍທີ່ຖືກຂັງຄຸກຢູ່ດ້ວຍ.20ໃນອະດີດບໍ່ເຊື່ອຟັງ ເມື່ອເວລາທີ່ພຣະເຈົ້າອົດທົນລໍຖ້າໃນສະໄໝຂອງໂນອາຂະນະທີ່ເພິ່ນສ້າງເຮືອ. ໃນເຮືອນີ້ມີຄົນທີ່ຢູ່ບໍ່ຫລາຍ ຄືແປດຄົນເທົ່ານັ້ນທີ່ພຣະເຈົ້າໄດ້ໃຊ້ນ້ຳຊ່ວຍພວກເຂົາໃຫ້ລອດ. 21ແລະ ນ້ຳນີ້ເປັນສັນຍາລັກການຮັບບັບຕິສະມາ ເຊິ່ງບັດນີ້ໄດ້ຊ່ວຍພວກເຈົ້າທັງຫລາຍໃຫ້ລອດພົ້ນເໝືອນກັນ ບໍ່ແມ່ນເປັນການກຳຈັດສິ່ງເປື້ອນເປິອອກຈາກຮ່າງກາຍ ແຕ່ເປັນການປະຕິຍານຕໍ່ພຣະເຈົ້າວ່າຈະຮັກສາຈິດສຳນຶກທີ່ດີ. ບັບຕິສະມາໄດ້ຊ່ວຍພວກເຈົ້າໃຫ້ພົ້ນໂດຍການເປັນຄືນມາຈາກຕາຍຂອງພຣະເຢຊູຄຣິດເຈົ້າ,22ຜູ້ທີ່ໄດ້ເຂົ້າໃນສະຫວັນ ແລະ ບັດນີ້ກໍນັ່ງຢູ່ທີ່ເບື້ອງຂວາມືຂອງພຣະເຈົ້າໂດຍມີບັນດາເທວະດາ, ຜູ້ມີອຳນາດ ແລະ ອຳນາດທີ່ຢູ່ໃຕ້ພຣະອົງ.Biblica, Inc.