1 ເປໂຕ2
1ເຫດສະນັ້ນ ຈົ່ງກຳຈັດຄວາມຄິດຮ້າຍ ແລະ ການຫລອກລວງທຸກຢ່າງ, ຄວາມໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີທຸກຢ່າງອອກໄປຈາກພວກເຈົ້າ.2ຈົ່ງເປັນເໝືອນດັ່ງເດັກນ້ອຍເກີດໃໝ່ທີ່ກະຫາຍຫານ້ຳນົມອັນບໍລິສຸດຝ່າຍວິນຍານ, ເພື່ອວ່າສິ່ງນີ້ຈະຊ່ວຍໃຫ້ພວກເຈົ້າໃຫຍ່ຂຶ້ນໃນຄວາມພົ້ນຂອງພວກເຈົ້າ,3ບັດນີ້ ພວກເຈົ້າໄດ້ຮູ້ແລ້ວວ່າອົງພຣະຜູ້ເປັນເຈົ້ານັ້ນປະເສີດ.
ສີລາທີ່ມີຊີວິດ ແລະ ຜູ້ທີ່ເລືອກໄວ້
4ຂະນະທີ່ພວກເຈົ້າມາຫາພຣະອົງຜູ້ເປັນສີລາທີ່ມີຊີວິດ ເຊິ່ງມະນຸດບໍ່ຍອມຮັບແຕ່ພຣະເຈົ້າໄດ້ເລືອກໄວ້ ແລະ ມີຄ່າສຳລັບພຣະອົງ.5ພວກເຈົ້າກໍເໝືອນກັນ ພວກເຈົ້າເປັນເໝືອນສີລາທີ່ມີຊີວິດ ເຊິ່ງກຳລັງໄດ້ຮັບການກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເພື່ອເປັນປະໂລຫິດບໍລິສຸດ, ຖວາຍເຄື່ອງບູຊາຝ່າຍວິນຍານທີ່ພຣະເຈົ້າຍອມຮັບຜ່ານທາງພຣະເຢຊູຄຣິດເຈົ້າ.6ເພາະໃນພຣະຄຳພີກ່າວວ່າ:“ເບິ່ງແມ, ເຮົາວາງຫີນກ້ອນໜຶ່ງໄວ້ໃນເມືອງຊີໂອນ,ເປັນຫີນເສົາເອກທີ່ເລືອກໄວ້ແລ້ວ ແລະ ລ້ຳຄ່າ,ແລະ ຜູ້ທີ່ວາງໃຈໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ”. 7ບັດນີ້ ສຳລັບພວກເຈົ້າຜູ້ທີ່ເຊື່ອ, ສີລານີ້ແມ່ນລ້ຳຄ່າ. ແຕ່ສຳລັບບັນດາຜູ້ທີ່ບໍ່ເຊື່ອນັ້ນ,“ຫີນທີ່ຊ່າງກໍ່ໄດ້ຖິ້ມແລ້ວກໍໄດ້ກາຍເປັນຫີນເສົາເອກ,” 8ແລະ,“ເປັນຫີນທີ່ເຮັດໃຫ້ຄົນທັງຫລາຍສະດຸດແລະ ເປັນຫີນທີ່ເຮັດໃຫ້ພວກເຂົາລົ້ມລົງ”. ພວກເຂົາສະດຸດກໍເພາະພວກເຂົາບໍ່ເຊື່ອຟັງຖ້ອຍຄຳນັ້ນ ເຊິ່ງກໍເປັນໄປຕາມທີ່ພວກເຂົາໄດ້ຖືກກຳນົດໄວ້ແລ້ວເໝືອນກັນ.9ແຕ່ພວກເຈົ້າເປັນຜູ້ທີ່ພຣະເຈົ້າເລືອກໄວ້, ເປັນປະໂລຫິດຫລວງ, ເປັນຊົນຊາດບໍລິສຸດ, ເປັນພົນລະເມືອງຂອງພຣະເຈົ້າ, ເພື່ອພວກເຈົ້າຈະໄດ້ປະກາດຄຳສັນລະເສີນພຣະອົງຜູ້ເອີ້ນພວກເຈົ້າອອກຈາກຄວາມມືດເຂົ້າສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ.10ເມື່ອກ່ອນນັ້ນ ພວກເຈົ້າບໍ່ໄດ້ເປັນຄົນຂອງພຣະເຈົ້າ ແຕ່ບັດນີ້ພວກເຈົ້າເປັນຄົນຂອງພຣະອົງ, ເມື່ອກ່ອນນັ້ນ ພວກເຈົ້າບໍ່ໄດ້ຮັບຄວາມເມດຕາ ແຕ່ບັດນີ້ ພວກເຈົ້າໄດ້ຮັບຄວາມເມດຕາແລ້ວ.ດຳເນີນຊີວິດຕາມພຣະເຈົ້າໃນສັງຄົມທີ່ບໍ່ເຊື່ອພຣະເຈົ້າ
11ເພື່ອນທີ່ຮັກທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນຖານະທີ່ເປັນຄົນຕ່າງດ້າວ ແລະ ເປັນຄົນຕ່າງຖິ່ນ, ຈົ່ງລະເວັ້ນຈາກຄວາມປາຖະໜາຊົ່ວ ເຊິ່ງຕໍ່ສູ້ກັບຈິດວິນຍານຂອງພວກເຈົ້າ12ຈົ່ງດຳເນີນຊີວິດໃຫ້ດີໃນທ່າມກາງຄົນບໍ່ເຊື່ອພຣະເຈົ້າ ເຖິງແມ່ນວ່າພວກເຂົາກ່າວຫາພວກເຈົ້າວ່າເຮັດຜິດ, ພວກເຂົາກໍຈະເຫັນການກະທຳທີ່ດີຂອງພວກເຈົ້າ ແລະ ຖວາຍກຽດພຣະເຈົ້າໃນວັນທີ່ພຣະອົງມາຢ້ຽມຢາມພວກເຮົາ.13ໂດຍເຫັນແກ່ອົງພຣະຜູ້ເປັນເຈົ້າ ພວກເຈົ້າຈົ່ງຍອມຢູ່ໃຕ້ທຸກອຳນາດທີ່ຕັ້ງຂຶ້ນໃນທ່າມກາງມະນຸດຄື: ບໍ່ວ່າຈະເປັນກະສັດໃນຖານະຜູ້ມີອຳນາດສູງສຸດ,14ຫລື ບັນດາຜູ້ປົກຄອງທີ່ກະສັດໄດ້ສົ່ງມາເພື່ອລົງໂທດຜູ້ທີ່ເຮັດຜິດ ແລະ ຍົກຍ້ອງຜູ້ທີ່ເຮັດຖືກຕ້ອງ.15ເພາະເປັນຄວາມປະສົງຂອງພຣະເຈົ້າທີ່ຈະໃຫ້ພວກເຈົ້າລະງັບຄຳເວົ້າຂອງຄົນໂງ່ດ້ວຍການເຮັດດີ16ຈົ່ງດຳເນີນຊີວິດເໝືອນດັ່ງຄົນທີ່ມີເສລີພາບ, ແຕ່ຢ່າໃຊ້ເສລີພາບຂອງພວກເຈົ້າເປັນຂໍ້ອ້າງເພື່ອປົກປິດຄວາມຊົ່ວ, ຈົ່ງດຳເນີນຊີວິດເໝືອນເປັນຂ້າທາດຂອງພຣະເຈົ້າ.17ຈົ່ງໃຫ້ກຽດແກ່ທຸກຄົນ, ຈົ່ງຮັກບັນດາພີ່ນ້ອງໃນຄວາມເຊື່ອດຽວກັນ, ຈົ່ງຢຳເກງພຣະເຈົ້າ, ຈົ່ງເຄົາລົບນັບຖືຜູ້ມີອຳນາດສູງສຸດ.18ຂ້າທາດທັງຫລາຍເອີຍ, ເພາະເຫັນແກ່ການຢຳເກງພຣະເຈົ້າຈົ່ງຍອມເຊື່ອຟັງນາຍຂອງຕົນດ້ວຍຄວາມເຄົາລົບ, ບໍ່ແມ່ນແຕ່ຕໍ່ນາຍທີ່ດີ ແລະ ເຫັນອົກເຫັນໃຈເທົ່ານັ້ນ ແຕ່ຕໍ່ນາຍທີ່ໂຫດຮ້າຍດ້ວຍ.19ເພາະຜູ້ທີ່ຍອມທຸກທໍລະມານຢ່າງບໍ່ຍຸຕິທຳເພາະພວກເຂົາສຳນຶກໃນພຣະເຈົ້ານັ້ນກໍໜ້າຍົກຍ້ອງ.20ແຕ່ຖ້າຫາກພວກເຈົ້າຖືກຂ້ຽນຕີເພາະໄດ້ເຮັດຜິດ ເຖິງພວກເຈົ້າຍອມທົນກໍຈະນັບເປັນຄວາມດີໄດ້ຢ່າງໃດ? ແຕ່ຖ້າພວກເຈົ້າຕ້ອງທົນທຸກເພາະເຮັດດີ ແລະ ພວກເຈົ້າຍອມທົນເອົາ ນີ້ເປັນສິ່ງທີ່ໜ້າຍົກຍ້ອງຕໍ່ໜ້າພຣະເຈົ້າ.21ພຣະອົງເອີ້ນພວກເຈົ້າມາສູ່ສະພາບການຢ່າງນີ້ແຫລະ ເພາະວ່າພຣະຄຣິດເຈົ້າໄດ້ທົນທຸກເພື່ອພວກເຈົ້າ, ວາງແບບຢ່າງໄວ້ໃຫ້ພວກເຈົ້າ ເຊິ່ງພວກເຈົ້າຄວນດຳເນີນຕາມຮອຍຕີນຂອງພຣະອົງ.22“ພຣະອົງບໍ່ໄດ້ເຮັດບາບແລະ ບໍ່ມີຄຳຫລອກລວງໃນປາກຂອງພຣະອົງ” 23ເມື່ອພວກເຂົາກ່າວດູຖູກພຣະອົງ, ພຣະອົງກໍບໍ່ໄດ້ຕອບໂຕ້, ເມື່ອພຣະອົງທົນທຸກທໍລະມານ, ພຣະອົງກໍບໍ່ໄດ້ຂົ່ມຂູ່, ແຕ່ກົງກັນຂ້າມ, ພຣະອົງໄດ້ມອບພຣະອົງເອງໄວ້ກັບພຣະເຈົ້າຜູ້ພິພາກສາຢ່າງຍຸຕິທຳ.24“ພຣະອົງເອງຮັບແບກຄວາມບາບຂອງພວກເຮົາ” ໄວ້ໃນກາຍຂອງພຣະອົງເທິງໄມ້ກາງແຂນ ເພື່ອພວກເຮົາຈະໄດ້ຕາຍຕໍ່ຄວາມບາບ ແລະ ມີຊີວິດຢູ່ເພື່ອຄວາມຊອບທຳ ແລະ “ດ້ວຍບາດແຜຂອງພຣະອົງພວກເຈົ້າທັງຫລາຍກໍໄດ້ຮັບການຮັກສາໃຫ້ຫາຍດີ”.25ເພາະ “ພວກເຈົ້າເປັນເໝືອນດັ່ງແກະທີ່ຫລົງທາງ,” ແຕ່ບັດນີ້ໄດ້ກັບມາຫາພຣະຜູ້ລ້ຽງ ແລະ ຜູ້ດູແລຈິດວິນຍານຂອງພວກເຈົ້າແລ້ວ.Biblica, Inc.