1 ກະສັດ9
ພຣະເຈົ້າຢາເວປາກົດແກ່ໂຊໂລໂມນ
1ເມື່ອໂຊໂລໂມນໄດ້ສ້າງວິຫານຂອງພຣະເຈົ້າຢາເວ ແລະ ລາຊະວັງກັບສິ່ງອື່ນໆທັງໝົດໝົດຕາມທີ່ເພິ່ນປະສົງສຳເລັດແລ້ວ,2ພຣະເຈົ້າຢາເວກໍໄດ້ປາກົດແກ່ໂຊໂລໂມນເປັນຄັ້ງທີສອງ, ເໝືອນທີ່ພຣະອົງໄດ້ປາກົດມາແລ້ວຢູ່ທີ່ກີເບໂອນ.3ພຣະເຈົ້າຢາເວໄດ້ກ່າວກັບໂຊໂລໂມນວ່າ:“ເຮົາໄດ້ຍິນຄຳອະທິຖານ ແລະ ຄຳອ້ອນວອນຂອງເຈົ້າຕໍ່ເຮົາແລ້ວ; ເຮົາໄດ້ຊຳລະວິຫານນີ້ໃຫ້ບໍລິສຸດ, ເຊິ່ງເຈົ້າໄດ້ສ້າງຂຶ້ນ ໂດຍສະຖາປະນານາມຂອງເຮົາໄວ້ຢູ່ທີ່ນັ້ນຕະຫລອດໄປ. ຕາຂອງເຮົາ ແລະ ໃຈຂອງເຮົາຈະຢູ່ທີ່ນັ້ນສະເໝີໄປ.4“ສ່ວນເຈົ້າ, ຖ້າເຈົ້າດຳເນີນຊີວິດຢູ່ຕໍ່ໜ້າເຮົາດ້ວຍໃຈສັດຊື່ສຸດຈະລິດ ແລະ ຊອບທຳເໝືອນຢ່າງດາວິດພໍ່ຂອງເຈົ້າ ແລະ ເຮັດຕາມຄຳສັ່ງທັງໝົດຂອງເຮົາ ແລະ ຮັກສາດຳລັດກັບກົດບັນຍັດຂອງເຮົາ,5ເຮົາກໍຈະສະຖາປະນາລາຊະບັນລັງຂອງເຈົ້າເໜືອອິດສະຣາເອນຕະຫລອດໄປຕາມທີ່ເຮົາໄດ້ສັນຍາໄວ້ກັບດາວິດພໍ່ຂອງເຈົ້າວ່າ, ‘ເຈົ້າຈະບໍ່ຂາດຄົນປົກຄອງບັນລັງຂອງອິດສະຣາເອນເລີຍ’.6“ແຕ່ຖ້າເຈົ້າ ຫລື ລູກຫລານຂອງເຈົ້າຫັນໜີໄປຈາກເຮົາ ແລະ ບໍ່ໄດ້ປະຕິບັດຕາມຄຳສັ່ງ ແລະ ດຳລັດທີ່ເຮົາໄດ້ໃຫ້ແກ່ເຈົ້າ ແລ້ວຫັນໄປຮັບໃຊ້ພະທັງຫລາຍ ແລະ ກາບໄຫວ້ພະອື່ນ,7ເຮົາກໍຈະຕັດອິດສະຣາເອນອອກຈາກດິນແດນທີ່ເຮົາໄດ້ມອບໃຫ້ພວກເຂົາ ແລະ ເຮົາຈະຖິ້ມວິຫານແຫ່ງນີ້ທີ່ເຮົາໄດ້ຊຳລະໃຫ້ບໍລິສຸດເພື່ອນາມຂອງເຮົາ. ອິດສະຣາເອນຈະກາຍເປັນທີ່ຢຽບຢາມ ແລະ ເປັນທີ່ເຢາະເຢີ້ຍໃນທ່າມກາງທຸກຄົນ.8ວິຫານນີ້ຈະກາຍເປັນກອງຊາກຫັກພັງ. ທຸກຄົນທີ່ຜ່ານໄປມາກໍຈະຕົກຕະລຶງ ແລະ ຈະເຢາະເຢີ້ຍວ່າ, ‘ດ້ວຍເຫດໃດພຣະເຈົ້າຢາເວຈຶ່ງເຮັດຕໍ່ດິນແດນນີ້ ແລະ ວິຫານນີ້?’9ຄົນທັງຫລາຍຈະຕອບວ່າ, ‘ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ຜູ້ໄດ້ນຳບັນພະບຸລຸດຂອງພວກເຂົາອອກມາຈາກເອຢິບ ແລະ ຫລົງໄຫລພະທັງຫລາຍ, ກາບໄຫວ້ ແລະ ຮັບໃຊ້ພະທັງຫລາຍ ດ້ວຍເຫດນັ້ນພຣະເຈົ້າຢາເວຈຶ່ງນຳໄພພິບັດທັງໝົດນີ້ມາສູ່ພວກເຂົາ’ ”.
ວຽກງານອື່ນໆຂອງໂຊໂລໂມນ
10ໃນໄລຍະສຸດທ້າຍຂອງຊ່ວງເວລາຊາວປີ ເຊິ່ງໂຊໂລໂມນໄດ້ກໍ່ສ້າງອາຄານທັງສອງນີ້ ຄືວິຫານຂອງພຣະເຈົ້າຢາເວ ແລະ ລາຊະວັງ11ກະສັດໂຊໂລໂມນໄດ້ມອບເມືອງຊາວແຫ່ງໃນຄາລີເລໃຫ້ກະສັດຮີຣາມແຫ່ງຕີເຣ ເພາະ ຮີຣາມໄດ້ຈັດຫາໄມ້ສີດາ ແລະ ໄມ້ແປກກັບຄຳທັງໝົດໃຫ້ຕາມທີ່ເພິ່ນຕ້ອງການ.12ແຕ່ເມື່ອຮີຣາມໄດ້ອອກຈາກຕີເຣໄປເບິ່ງເມືອງເຫລົ່ານີ້ທີ່ໂຊໂລໂມນໄດ້ມອບໃຫ້ຕົນ, ຮີຣາມກໍບໍ່ພໍໃຈກັບເມືອງເຫລົ່ານັ້ນ.13ຮີຣາມໄດ້ຖາມວ່າ, “ນ້ອງເອີຍ, ເຈົ້າມອບເມືອງແບບນີ້ໃຫ້ອ້າຍບໍ?” ເມືອງເຫລົ່ານັ້ນຈຶ່ງໄດ້ຊື່ວ່າດິນແດນກາບູນ ເຊິ່ງເປັນຊື່ທີ່ພວກເຂົາມີມາຈົນທຸກທຸກວັນນີ້.14ຮີຣາມໄດ້ສົ່ງຄຳຈຳນວນ 120 ຕາລັນຕົນ ໄປໃຫ້ຮີຣາມ.15ໂຊໂລໂມນໄດ້ເກນເອົາແຮງງານປະຊາຊົນມາກໍ່ສ້າງວິຫານຂອງພຣະເຈົ້າຢາເວ, ລາຊະວັງຂອງເພິ່ນເອງ, ເຮັດຄັນຄູ, ກຳແພງເຢຣູຊາເລັມ ແລະ ເມືອງຮາໂຊ, ເມກິດໂດ ແລະ ເກເຊ.16(ຟາໂຣກະສັດແຫ່ງເອຢິບໄດ້ໂຈມຕີ ແລະ ເຂົ້າຢຶດເກເສ. ເພິ່ນໄດ້ຈູດເມືອງເກເຊຖິ້ມ. ເພິ່ນໄດ້ຂ້າຊາວການາອານທີ່ອາໄສຢູ່ໃນເມືອງ ແລະ ຕໍ່ມາກໍໄດ້ມອບເມືອງນີ້ເປັນຄ່າດອງໃຫ້ແກ່ລູກສາວຂອງເພິ່ນ, ເຊິ່ງເປັນເມຍຂອງໂຊໂລໂມນ.17ແລະ ໂຊໂລໂມນກໍໄດ້ສ້າງເມືອງເກເຊຄືນໃໝ່). ເພິ່ນໄດ້ສ້າງເບັດໂຮໂຣນເບື້ອງລຸ່ມ,18ບາອາລາດ ແລະ ຕາດໂມ ໃນຖິ່ນແຫ້ງແລ້ງກັນດານໃນດິນແດນຢູດາຍ,19ທັງຍັງໄດ້ສ້າງເມືອງຕ່າງໆ ເພື່ອເປັນຄັງສະບຽງອາຫານຂອງເພິ່ນ ແລະ ສ້າງເມືອງສຳລັບລົດມ້າຮົບ ແລະ ມ້າ ຄືເພິ່ນໄດ້ສ້າງທຸກສິ່ງທີ່ປະສົງທີ່ຈະສ້າງໃນເຢຣູຊາເລັມ, ໃນເລບານອນ ແລະ ບ່ອນຕ່າງໆທົ່ວອານາເຂດທີ່ເພິ່ນປົກຄອງຢູ່.20ສ່ວນບັນດາຄົນທີ່ເຫລືອຢູ່ທີ່ເປັນຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ (ຄົນເຫລົ່ານີ້ບໍ່ແມ່ນຊາວອິດສະຣາເອນ).21ຄືລູກຫລານທີ່ເຫລືອຢູ່ຂອງຄົນເຫລົ່ານີ້ ເຊິ່ງຊົນຊາດອິດສະຣາເອນບໍ່ສາມາດທຳລາຍລ້າງ ໃຫ້ໝົດໄປໄດ້ ໂຊໂລໂມນໄດ້ເກນເອົາຄົນເຫລົ່ານີ້ມາເປັນແຮງງານຂ້າທາດມາຈົນເຖິງທຸກວັນນີ້.22ແຕ່ໂຊໂລໂມນບໍ່ໄດ້ເກນໃຫ້ພົນລະເມືອງອິດສະຣາເອນຄົນໃດເປັນຂ້າທາດ ແຕ່ເພິ່ນໄດ້ໃຫ້ພວກເຂົາເປັນນັກຮົບ, ຂ້າລາຊະການຂອງເພິ່ນ, ເຈົ້າໜ້າທີ່ຂອງເພິ່ນ, ຜູ້ບັນຊາການ, ຜູ້ສັ່ງການລົດມ້າຮົບ ແລະ ຄົນຂັບລົດມ້າຮົບ.23ພວກເຂົາມີເຈົ້າໜ້າທີ່ຈຳນວນ 550 ຄົນ ເປັນຜູ້ຄວບຄຸມເບິ່ງແຍງແຮງງານໃນວຽກງານຕ່າງໆຂອງໂຊໂລໂມນ.24ຫລັງຈາກລູກສາວຂອງຟາໂຣໄດ້ອອກຈາກເມືອງດາວິດໄປທີ່ວັງທີ່ໂຊໂລໂມນໄດ້ສ້າງໃຫ້ນາງ, ໂຊໂລໂມນກໍໄດ້ສ້າງຄັນຄູຂຶ້ນ.25ໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍເພື່ອຄວາມສາມັກຄີທຳປີລະສາມຄັ້ງ ເທິງແທ່ນບູຊາທີ່ສ້າງຂຶ້ນຖວາຍແກ່ພຣະເຈົ້າຢາເວ ແລະ ເຜົາເຄື່ອງຫອມຕໍ່ໜ້າພຣະເຈົ້າຢາເວດ້ວຍ ແລະ ດັ່ງນັ້ນ ພາລະໜ້າທີ່ກ່ຽວກັບວິຫານກໍສຳເລັດແລ້ວ.26ກະສັດໂຊໂລໂມນຍັງໄດ້ສ້າງກອງທັບເຮືອຂຶ້ນຢູ່ທີ່ເອຊີໂອນເກເບ ເຊິ່ງໃກ້ກັບເອລາດໃນເອໂດມ, ເທິງແຄມຝັ່ງທະເລແດງ ດ້ວຍ.27ແລະ ຮີຣາມມອບທະຫານເຮືອຜູ້ຊຳນານໃຫ້ຮ່ວມເຮັດວຽກໃນກອງທັບເຮືອກັບຄົນຂອງໂຊໂລໂມນ.28ພວກເຂົາໄດ້ແລ່ນເຮືອໄປທີ່ເມືອງໂອຟີ ແລະ ໄດ້ນຳເອົາຄຳຈຳນວນ 420 ຕາລັນຕົນ ກັບມາ ແລ້ວພວກເຂົາກໍໄດ້ມອບໃຫ້ກະສັດໂຊໂລໂມນ.Biblica, Inc.