1 ກະສັດ10
ລາຊີນີແຫ່ງເຊບາມາຢ້ຽມຢາມໂຊໂລໂມນ
1ເມື່ອລາຊີນີແຫ່ງເຊບາໄດ້ຍິນຊື່ສຽງຂອງໂຊໂລໂມນ ແລະ ຄວາມສຳພັນຂອງເພິ່ນກັບພຣະເຈົ້າຢາເວ ນາງກໍມາທົດສອບໂຊໂລໂມນໂດຍຕັ້ງຄຳຖາມທີ່ຍາກຫລາຍ.2ນາງໄດ້ມາເຖິງເຢຣູຊາເລັມພ້ອມກັບຂະບວນໃຫຍ່ ມີອູດທີ່ບັນທຸກເຄື່ອງເທດ, ຄຳຈຳນວນຫລວງຫລາຍ ແລະ ຫີນທີ່ມີຄ່າ ນາງໄດ້ມາພົບໂຊໂລໂມນ ແລະ ໄດ້ສົນທະນາກັບເພິ່ນທຸກເລື່ອງທີ່ຕົນໄດ້ຄິດໄວ້.3ໂຊໂລໂມນໄດ້ຕອບຄຳຖາມທັງໝົດຂອງນາງໄດ້ທຸກຂໍ້; ບໍ່ມີສິ່ງໃດຍາກເກີນກວ່າທີ່ກະສັດໂຊໂລໂມນຈະອະທິບາຍໃຫ້ແກ່ນາງ.4ເມື່ອລາຊີນີແຫ່ງເຊບາໄດ້ເຫັນສະຕິປັນຍາທັງໝົດຂອງໂຊໂລໂມນ ແລະ ວັງທີ່ເພິ່ນສ້າງຂຶ້ນ,5ອາຫານຢູ່ເທິງໂຕະຂອງເພິ່ນ, ບັນດາຂ້າລາຊະການຂອງເພິ່ນທີ່ກຳລັງນັ່ງຢູ່, ບັນດາຜູ້ຮັບໃຊ້ທີ່ຢູ່ໃນເຄື່ອງແບບຂອງຕົນ, ພະນັກງານຍົກຈອກຂອງເພິ່ນ ແລະ ເຄື່ອງເຜົາບູຊາຈຳນວນຫລວງຫລາຍທີ່ເພິ່ນໄດ້ຖວາຍຢູ່ໃນວິຫານຂອງພຣະເຈົ້າຢາເວ ນາງກໍປະຫລາດໃຈຫລາຍ.6ນາງເວົ້າກັບກະສັດໂຊໂລໂມນວ່າ, “ຄຳລາຍງານທີ່ຂ້ານ້ອຍໄດ້ຍິນໄດ້ຟັງມາໃນປະເທດຂອງຂ້ານ້ອຍກ່ຽວກັບຄວາມສຳເລັດຂອງທ່ານ ແລະ ສະຕິປັນຍາຂອງທ່ານນັ້ນລ້ວນແຕ່ເປັນຄວາມຈິງ.7ແຕ່ຂ້ານ້ອຍບໍ່ເຊື່ອສິ່ງເຫລົ່ານີ້ເລີຍຈົນກວ່າຂ້ານ້ອຍໄດ້ມາ ແລະ ໄດ້ເຫັນກັບຕາຂອງຕົນເອງ. ແທ້ຈິງແລ້ວ, ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນກໍຍັງບໍ່ເຖິງເຄິ່ງໜຶ່ງ; ສະຕິປັນຍາ ແລະ ຄວາມຮັ່ງມີທີ່ທ່ານມີນັ້ນ ຫລາຍເກີນກວ່າທີ່ຄຳລາຍງານທີ່ຂ້ານ້ອຍໄດ້ຍິນມາ.8ປະຊາຊົນຂອງທ່ານຄົງມີຄວາມສຸກຫລາຍ! ບັນດາຂ້າລາຊະການຂອງທ່ານຄົງມີຄວາມສຸກທີ່ຢືນຢູ່ຕໍ່ໜ້າທ່ານ ແລະ ຟັງສະຕິປັນຍາຂອງທ່ານຢູ່ສະເໝີ!9ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ, ຜູ້ທີ່ປິຕິຍິນດີໃນທ່ານ ແລະ ຕັ້ງທ່ານຂຶ້ນປົກຄອງບັນລັງແຫ່ງອິດສະຣາເອນ. ເພາະຄວາມຮັກນິລັນດອນຂອງພຣະເຈົ້າຢາເວທີ່ມີຕໍ່ອິດສະຣາເອນ, ພຣະອົງຈຶ່ງໄດ້ຕັ້ງທ່ານເປັນກະສັດເພື່ອຮັກສາຄວາມຍຸຕິທຳ ແລະ ຄວາມຊອບທຳ”.10ແລະ ນາງໄດ້ມອບຄຳຈຳນວນ 120 ຕາລັນຕົນ , ເຄື່ອງເທດຈຳນວນຫລວງຫລາຍ ແລະ ຫີນລ້ຳຄ່າໃຫ້ແກ່ກະສັດໂຊໂລໂມນ. ບໍ່ເຄີຍມີຜູ້ໃດທີ່ນຳເຄື່ອງເທດຈຳນວນຫລວງຫລາຍມາມອບໃຫ້ ເໝືອນກັບທີ່ລາຊີນີແຫ່ງເຊບານຳມາມອບໃຫ້ແກ່ກະສັດໂຊໂລໂມນອີກເລີຍ.11(ກອງທັບເຮືອຂອງຮີຣາມໄດ້ນຳເອົາຄຳມາຈາກໂອຟີ; ແລະ ພວກເຂົາໄດ້ນຳໄມ້ຈັນຈຳນວນຫລາຍ ແລະ ຫີນລ້ຳຄ່າມາຈາກທີ່ນັ້ນດ້ວຍ.12ໂຊໂລໂມນໄດ້ໃຊ້ໄມ້ຈັນເຮັດເສົາວິຫານຂອງພຣະເຈົ້າຢາເວ ແລະ ລາຊະວັງກັບເຮັດພິນເຂົາຄູ່ ແລະ ພິນໃຫຍ່ສຳລັບບັນດານັກດົນຕີ. ຕັ້ງແຕ່ວັນນັ້ນມາກໍບໍ່ເຄີຍເຫັນການນຳເອົາໄມ້ຈັນຈຳນວນຫລວງຫລາຍຢ່າງນັ້ນເຂົ້າມາອີກເລີຍ).13ກະສັດໂຊໂລໂມນໄດ້ມອບທຸກສິ່ງຕາມທີ່ລາຊີນີແຫ່ງເຊບາຕ້ອງການ ແລະ ຂໍ, ນອກເໜືອຈາກຂອງຝາກທີ່ໂຊໂລໂມນໄດ້ມອບໃຫ້ນາງຈາກຄັງອັນອຸດົມສົມບູນຂອງເພິ່ນ. ຫລັງຈາກນັ້ນ ນາງກໍໄດ້ຈາກໄປພ້ອມກັບຂະບວນຕິດຕາມຂອງນາງ ກັບຄືນສູ່ປະເທດຂອງຕົນ.ສະຫງ່າລາສີຂອງໂຊໂລໂມນ
14ທຸກປີໂຊໂລໂມນໄດ້ຮັບຄຳໜັກປະມານ 666 ຕາລັນຕົນ, 15ຍັງບໍ່ລວມພາສີອາກອນຈາກບັນດາພໍ່ຄ້າ ແລະ ເຄື່ອງຂອງຈາກບັນດາກະສັດອາຣະເບຍ ແລະ ບັນດາຜູ້ທີ່ປົກຄອງຂອງດິນແດນນັ້ນ.16ກະສັດໂຊໂລໂມນໄດ້ໃຫ້ນຳເອົາຄຳມາຕີເປັນໂລ່ຈຳນວນ 200 ອັນ; ແຕ່ລະອັນໃຊ້ຄຳໜັກປະມານ 600 ເຊເຂວ 17ເພິ່ນຍັງໄດ້ເຮັດໂລ່ນ້ອຍຄໍາຈໍານວນສາມຮ້ອຍອັນ, ແຕ່ລະອັນເຮັດດ້ວຍຄຳໜັກປະມານສາມຮ້ອຍເຊເຂວ. ກະສັດໄດ້ເກັບໂລ່ເຫລົ່ານີ້ໄວ້ໃນວັງແຫ່ງດົງເລບານອນ.18ແລ້ວກະສັດໂຊໂລໂມນຍັງໄດ້ເຮັດບັນລັງຂະໜາດໃຫຍ່ ເຊິ່ງຕົບແຕ່ງດ້ວຍງາຊ້າງ ແລະ ໂອບດ້ວຍຄຳບໍລິສຸດ.19ບັນລັງນີ້ມີຂັ້ນໄດຫົກຂັ້ນ ແລະ ຢູ່ທາງເທິງຂອງດ້ານຫລັງຂອງບັນລັງເປັນຮູບວົງກົມ. ຢູ່ທັງສອງຂ້າງຂອງບ່ອນນັ່ງແມ່ນມີບ່ອນວາງແຂນ ພ້ອມກັບມີໂຕສິງຢືນຢູ່ທາງຂ້າງຂອງບ່ອນວາງແຂນແຕ່ລະຂ້າງ.20ມີໂຕສິງສິບສອງໂຕຢືນຢູ່ຂັ້ນໄດຫົກຂັ້ນ, ໂດຍມີມີໜຶ່ງໂຕຢືນຢູ່ທີ່ປາຍຂອງຂັ້ນໄດແຕ່ລະຂັ້ນ. ບໍ່ເຄີຍມີຢ່າງນີ້ໃນອານາຈັກອື່ນ.21ຈອກທັງໝົດຂອງກະສັດໂຊໂລໂມນແມ່ນເຮັດດ້ວຍຄຳ ແລະ ເຄື່ອງໃຊ້ທັງໝົດໃນເຮືອນຂອງເພິ່ນຢູ່ທີ່ປ່າເລບານອນ ແມ່ນລ້ວນແຕ່ເຮັດດ້ວຍຄຳບໍລິສຸດ, ບໍ່ມີສິ່ງໃດທີ່ເຮັດດ້ວຍເງິນ ເພາະໃນສະໄໝຂອງໂຊໂລໂມນນັ້ນເງິນຖືວ່າບໍ່ມີຄ່າ.22ກະສັດໂຊໂລໂມນມີກອງທັບເຮືອ ຮ່ວມເດີນທາງ ທາງທະເລກັບກອງທັບເຮືອຂອງຮີຣາມ. ເຮືອຈະບັນທຸກຄຳ, ເງິນ, ງາຊ້າງ, ລີງ ແລະ ລີງບາບູນກັບມາທຸກສາມປີ.23ກະສັດໂຊໂລໂມນຮັ່ງມີ ແລະ ມີສະຕິປັນຍາເໜືອກວ່າກະສັດທຸກຄົນທີ່ຢູ່ໃນແຜ່ນດິນໂລກນີ້.24ຄົນທົ່ວໂລກຜູ້ໃດຈະສາມາດສູ້ສະຕິປັນຍາທີ່ພຣະເຈົ້າໄດ້ເອົາໃສ່ໄວ້ໃນໃຈຂອງເພິ່ນ.25ທຸກໆປີ ທຸກຄົນທີ່ມາກໍຈະນຳເອົາເຄື່ອງຂອງມາມອບໃຫ້ ຄືເຄື່ອງໃຊ້ທີ່ເຮັດດ້ວຍເງິນ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍຄຳ, ເສື້ອຄຸມ, ອາວຸດ, ເຄື່ອງເທດ ແລະ ມ້າກັບມ້າລໍ.26ໂຊໂລໂມນໄດ້ສະສົມລົດມ້າ ແລະ ມ້າ; ເພິ່ນມີລົດມ້າຈຳນວນ 1.400 ຄັນ ແລະ ມ້າຈຳນວນ 12.000 ໂຕ ເຊິ່ງເພິ່ນໄດ້ເກັບບາງສ່ວນໄວ້ທີ່ຫົວເມືອງຕ່າງໆທີ່ໃຊ້ເກັບລົດມ້າໄວ້ ແລະ ບາງສ່ວນກັບໄວ້ຢູ່ກັບເພິ່ນທີ່ເຢຣູຊາເລັມ.27ກະສັດໄດ້ເຮັດໃຫ້ເງິນເປັນເໝືອນດັ່ງກ້ອນຫີນໃນເຢຣູຊາເລັມ ແລະ ມີໄມ້ສີດາຢ່າງຫລວງຫລາຍເໝືອນດັ່ງຕົ້ນໝາກເດື່ອຢູ່ຕາມຕີນພູ.28ມ້າຂອງໂຊໂລໂມນນັ້ນແມ່ນນຳເຂົ້າຈາກເອຢິບ ແລະ ຈາກກູເອ ຄືພໍ່ຄ້າຫລວງໄດ້ຊື້ມາຈາກກູເອໃນລາຄາປັດຈຸບັນ.29ລົດມ້າແຕ່ລະຄັນທີ່ນຳເຂົ້າຈາກເອຢິບແມ່ນມີລາຄາເທົ່າກັບເງິນຈຳນວນ 600 ເຊເຂວ ແລະ ມ້າລາຄາໂຕລະ 150 ເຊເຂວ. ພວກເຂົາຍັງໄດ້ສົ່ງອອກໄປຂາຍຕໍ່ໃຫ້ກະສັດທັງໝົດຂອງຊາວຮິດຕີ ແລະ ຂອງຊາວອາຣາມດ້ວຍ.Biblica, Inc.