1 ກະສັດ15
ກະສັດອາບີຢາແຫ່ງຢູດາຍ
1ອາບີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍກົງກັບປີທີສິບແປດຂອງຊ່ວງການປົກຄອງຂອງເຢໂຣໂບອາມ ລູກຊາຍຂອງເນບັດ,2ແລະ ເພິ່ນປົກຄອງຢູ່ໃນເຢຣູຊາເລັມເປັນເວລາ 3 ປີ. ແມ່ຂອງເພິ່ນມີຊື່ວ່າມາອາກາ ເຊິ່ງເປັນລູກສາວຂອງອັບບີຊາໂລມ. 3ເພິ່ນໄດ້ເຮັດບາບທຸກຢ່າງຄືກັນກັບທີ່ພໍ່ຂອງເພິ່ນໄດ້ເຮັດມາກ່ອນ ແລະ ເພິ່ນບໍ່ໄດ້ຈົ່ງຮັກພັກດີຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢ່າງສຸດໃຈ ເໝືອນດັ່ງດາວິດບັນພະບຸລຸດຂອງເພິ່ນທີ່ໄດ້ເຮັດ.4ແຕ່ເພື່ອເຫັນແກ່ດາວິດ ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ໃຫ້ຕະກຽງໜ່ວຍໜຶ່ງໃນເຢຣູຊາເລັມ ໂດຍໃຫ້ລູກຊາຍຄົນໜຶ່ງຂຶ້ນມາປົກຄອງຕໍ່ຈາກເພິ່ນ ແລະ ເຮັດໃຫ້ເຢຣູຊາເລັມເຂັ້ມແຂງ.5ເພາະດາວິດໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ແລະ ໄດ້ປະຕິບັດຕາມຄຳສັ່ງຂອງພຣະອົງທຸກປະການຕະຫລອດຊີວິດຂອງເພິ່ນ ຍົກເວັ້ນເລື່ອງທີ່ກ່ຽວກັບອູຣິຢາຊາວຮິດຕີ.6ຕະຫລອດຊີວິດຂອງອາບີຢາມີສົງຄາມລະຫວ່າງເຣໂຫໂບອາມ ກັບເຢໂຣໂບອາມ.7ເຫດການອື່ນໆ ໃນຊ່ວງການປົກຄອງຂອງອາບີຢາ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ? ແລະ ມີສົງຄາມລະຫວ່າງອາບີຢາກັບເຢໂຣໂບອາມ.8ແລະ ອາບີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນເມືອງດາວິດ. ແລ້ວອາສາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.ກະສັດອາສາແຫ່ງຢູດາຍ
9ອາສາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ກົງກັບປີທີຊາວຂອງການປົກຄອງຂອງເຢໂຣໂບອາມແຫ່ງອິດສະຣາເອນ,10ແລະ ເພິ່ນໄດ້ປົກຄອງຢູ່ 41 ປີໃນເຢຣູຊາເລັມ. ຍ່າຂອງເພິ່ນມີຊື່ວ່າມາອາກາ ລູກສາວຂອງອັບບີຊາໂລມ.11ອາສາໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວເໝືອນດັ່ງດາວິດບັນພະບຸລຸດຂອງເພິ່ນໄດ້ເຮັດ.12ອາສາໄດ້ຂັບໄລ່ໂສເພນີຊາຍທີ່ປະຈຳຢູ່ສະຖານບູຊາອອກໄປຈາກດິນແດນ ແລະ ໄດ້ກຳຈັດຮູບເຄົາລົບທັງໝົດທີ່ບັນພະບຸລຸດຂອງເພິ່ນໄດ້ສ້າງຂຶ້ນ.13ເພິ່ນໄດ້ປົດນາງມາອາກາ ຍ່າຂອງເພິ່ນອອກຈາກຕຳແໜ່ງແມ່ຂອງລາຊີນີ ເພາະນາງໄດ້ສ້າງຮູບເຄົາລົບອັນໜ້າກຽດຊັງເພື່ອກາບໄຫວ້ເຈົ້າແມ່ອາເຊຣາ. ອາສາໄດ້ຕັດຮູບເຄົາລົບນັ້ນລົງ ແລະ ຈູດຖິ້ມຢູ່ທີ່ຮ່ອມພູກິດໂຣນ.14ເຖິງແມ່ນວ່າເພິ່ນບໍ່ໄດ້ຮື້ສະຖານບູຊາເທິງທີ່ສູງທັງຫລາຍຖິ້ມ, ແຕ່ໃຈຂອງອາສາກໍຈົ່ງຮັກພັກດີຕໍ່ພຣະເຈົ້າຢາເວ ດ້ວຍສຸດໃຈຂອງເພິ່ນຕະຫລອດຊີວິດຂອງເພິ່ນ.15ເພິ່ນໄດ້ນຳເງິນກັບຄຳ ແລະ ເຄື່ອງໃຊ້ທັງຫລາຍທີ່ເພິ່ນກັບພໍ່ຂອງເພິ່ນໄດ້ຖວາຍແກ່ພຣະເຈົ້າມາໄວ້ໃນວິຫານຂອງພຣະເຈົ້າຢາເວ.16ມີສົງຄາມລະຫວ່າງອາສາ ແລະ ກະສັດບາອາຊາແຫ່ງອິດສະຣາເອນຕະຫລອດການປົກຄອງຂອງພວກເພິ່ນ.17ກະສັດບາອາຊາແຫ່ງອິດສະຣາເອນໄດ້ຂຶ້ນມາສູ້ຮົບກັບຢູດາຍ ແລະ ບາອາຊາໄດ້ສ້າງປ້ອມປ້ອງກັນຢູ່ທີ່ເມືອງຣາມາ ເພື່ອປິດທາງເຂົ້າອອກສູ່ເຂດແດນຂອງກະສັດອາສາແຫ່ງຢູດາຍ.18ອາສາຈຶ່ງໄດ້ນຳເງິນ ແລະ ຄຳທີ່ເຫລືອທັງໝົດຈາກຄັງວິຫານຂອງພຣະເຈົ້າຢາເວ ແລະ ຈາກຄັງຂອງວັງຂອງເພິ່ນເອງ. ເພິ່ນໄດ້ມອບເງິນ ແລະ ຄຳເຫລົ່ານັ້ນໃຫ້ບັນດາຂ້າລາຊະການຂອງເພິ່ນ ແລະ ໄດ້ສົ່ງເງິນ ແລະ ຄຳເຫລົ່ານັ້ນໄປໃຫ້ກະສັດເບັນຮາດາດແຫ່ງອາຣາມ ເຊິ່ງປົກຄອງຢູ່ທີ່ເມືອງດາມັສກັດ, ເບັນຮາດາດນີ້ເປັນລູກຊາຍຂອງຕາບຣິມໂມນ ເຊິ່ງເປັນລູກຊາຍຂອງເຮຊີໂອນ.19ກະສັດອາສາໄດ້ເວົ້າວ່າ, “ຂໍໃຫ້ພວກເຮົາເປັນພັນທະມິດກັນເໝືອນກັບພໍ່ຂອງພວກເຮົາທັງສອງ. ເບິ່ງແມ, ຂ້າພະເຈົ້າໄດ້ສົ່ງເງິນ ແລະ ຄຳນີ້ມາເປັນຂອງຂັວນແກ່ທ່ານ. ບັດນີ້ ຂໍໃຫ້ເຊົາເປັນພັນທະມິດກັບກະສັດບາອາຊາແຫ່ງອິດສະຣາເອນ ເພື່ອເພິ່ນຈະໄດ້ຖອຍທັບໄປຈາກຂ້າພະເຈົ້າ”.20ເບັນຮາດາດໄດ້ເຫັນດີກັບກະສັດອາສາ ແລະ ໄດ້ສົ່ງຜູ້ບັນຊາການກອງທັບຂອງເພິ່ນ ແລະ ກອງກຳລັງໄປໂຈມຕີເມືອງຕ່າງໆຂອງອິດສະຣາເອນ. ເພິ່ນໄດ້ຢຶດຄອງເມືອງອີໂຢນ, ດານ, ອາເບັນເບັດມາອາກາ, ທະເລກິນເນເຣດທັງໝົດ ລວມທັງເນັບທາລີ.21ເມື່ອບາອາຊາຮູ້ເລື່ອງນີ້ກໍຢຸດການສ້າງເມືອງຣາມາ ແລ້ວຖອຍທັບກັບໄປຍັງຕີຣະຊາ.22ຫລັງຈາກນັ້ນ ກະສັດອາສາກໍໄດ້ເກນເອົາທຸກຄົນໃນຢູດາຍ ບໍ່ເວັ້ນຜູ້ໃດເລີຍ ແລະ ໃຫ້ພວກເຂົາຊ່ວຍກັນຂົນເອົາຫີນ ແລະ ໄມ້ທີ່ບາອາຊາໃຊ້ຢູ່ທີ່ເມືອງຣາມາ ນຳໄປສ້າງເມືອງເກບາໃນແດນເບັນຢາມິນ ແລະ ເມືອງມີຊະປາ.23ເຫດການອື່ນໆໃນຊ່ວງການປົກຄອງຂອງອາສາ, ຄວາມສຳເລັດທັງໝົດຂອງເພິ່ນ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ເມືອງຕ່າງໆທີ່ເພິ່ນສ້າງຂຶ້ນແມ່ນມີບັນທຶກໄວ້ໃນປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ? ເມື່ອອາສາເຖົ້າແກ່ຫລາຍ ຕີນຂອງເພິ່ນກໍເປັນພະຍາດ.24ແລ້ວອາສາກໍໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ດ້ວຍກັນໃນເມືອງດາວິດບັນພະບຸລຸດຂອງເພິ່ນ ແລະ ເຢໂຮຊາຟັດລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.ນາດາບແຫ່ງອິດສະຣາເອນ
25ນາດາບລູກຊາຍຂອງເຢໂຣໂບອາມໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ກົງກັບປີທີສອງຂອງການປົກຄອງຂອງກະສັດອາສາແຫ່ງຢູດາຍ ແລະ ເພິ່ນໄດ້ປົກຄອງເໜືອອິດສະຣາເອນຢູ່ 2 ປີ.26ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ, ດຳເນີນຊີວິດຕາມວິຖີທາງຂອງພໍ່ຂອງເພິ່ນ ແລະ ໄດ້ເຮັດບາບຄືກັນກັບພໍ່ຂອງເພິ່ນ ເຊິ່ງເຮັດໃຫ້ອິດສະຣາເອນເຮັດຕາມ.27ຝ່າຍບາອາຊາລູກຊາຍຂອງອາຮີຢາເຜົ່າອິດຊາຄາໄດ້ວາງແຜນ ແລະ ລົງມືຂ້ານາດາບ ຂະນະທີ່ນາດາບຮ່ວມກັບກອງທັບອິດສະຣາເອນທັງໝົດລ້ອມເມືອງກິບເບໂທນຂອງຟີລິດສະຕິນ.28ບາອາຊາໄດ້ຂ້ານາດາບແລ້ວຂຶ້ນປົກຄອງແທນ ກົງກັບປີທີສາມຂອງການປົກຄອງຂອງກະສັດອາສາແຫ່ງຢູດາຍ.29ທັນທີທີ່ເພິ່ນຂຶ້ນປົກຄອງ ບາອາຊາກໍໄດ້ຂ້າເຊື້ອສາຍທັງໝົດຂອງເຢໂຣໂບອາມ. ເພິ່ນບໍ່ປ່ອຍໃຫ້ຜູ້ໃດລອດຊີວິດເລີຍ, ແຕ່ໄດ້ທຳລາຍລ້າງພວກເຂົາທັງໝົດ, ເປັນໄປຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງອາຮີຢາຊາວຊີໂລຜູ້ຮັບໃຊ້ຂອງພຣະອົງ.30ເພາະບາບທີ່ເຢໂຣໂບອາມໄດ້ເຮັດ ແລະ ໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ ແລະ ເພາະເພິ່ນໄດ້ຍົວະໃຫ້ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໃຈຮ້າຍ.31ເຫດການອື່ນໆໃນຊ່ວງການປົກຄອງຂອງນາດາບ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ໃນປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?32ມີສົງຄາມລະຫວ່າງອາສາ ແລະ ກະສັດບາອາຊາແຫ່ງອິດສະຣາເອນຕະຫລອດການປົກຄອງຂອງພວກເພິ່ນ.ບາອາຊາແຫ່ງອິດສະຣາເອນ
33ບາອາຊາລູກຊາຍຂອງອາຮີຢາໄດ້ຂຶ້ນເປັນກະສັດເໜືອດິນແດນອິດສະຣາເອນທັງໝົດຢູ່ທີ່ເມືອງຕີຣະຊາ ກົງກັບປີທີສາມຂອງການປົກຄອງຂອງກະສັດອາສາແຫ່ງຢູດາຍ ແລະ ເພິ່ນໄດ້ປົກຄອງຢູ່ 24 ປີ.34ບາອາຊາໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ ດຳເນີນຊີວິດຕາມວິຖີທາງຂອງເຢໂຣໂບອາມ ແລະ ໄດ້ເຮັດບາບຄືກັນກັບເຢໂຣໂບອາມ ເຊິ່ງເຮັດໃຫ້ອິດສະຣາເອນເຮັດຕາມ.Biblica, Inc.