1 ກະສັດ14
ຄຳທຳນວາຍຂອງອາຮີຢາ
1ໃນເວລານັ້ນ ອາບີຢາລູກຊາຍຂອງເຢໂຣໂບອາມໄດ້ເຈັບປ່ວຍໜັກ,2ແລ້ວເຢໂຣໂບອາມຈຶ່ງໄດ້ເວົ້າກັບເມຍຂອງຕົນວ່າ, “ຈົ່ງໄປ, ປອມຕົວ, ເພື່ອບໍ່ໃຫ້ຜູ້ໃດຈື່ເຈົ້າໄດ້ວ່າເປັນເມຍຂອງເຢໂຣໂບອາມ. ຫລັງຈາກນັ້ນ ຈົ່ງໄປທີ່ຊີໂລ. ຜູ້ທຳນວາຍອາຮີຢາກໍຢູ່ທີ່ນັ້ນ ຜູ້ທີ່ໄດ້ບອກຂ້ອຍວ່າຂ້ອຍຈະໄດ້ເປັນກະສັດຂອງຊົນຊາດນີ້.3ຈົ່ງເອົາເຂົ້າຈີ່ສິບກ້ອນໄປນຳກັບເຈົ້າ, ເຂົ້າໜົມຫວານກັບນ້ຳເຜິ້ງໜຶ່ງໄຫ ແລ້ວໄປຫາລາວ. ລາວຈະບອກເຈົ້າວ່າຈະເກີດຫຍັງຂຶ້ນກັບລູກຊາຍຂອງພວກເຮົາ”.4ດັ່ງນັ້ນ ເມຍຂອງເຢໂຣໂບອາມກໍເຮັດຕາມທີ່ເພິ່ນບອກນັ້ນ ແລະ ໄປເຮືອນຂອງອາຮີຢາທີ່ຊີໂລ.ຝ່າຍອາຮີຢາກໍເບິ່ງຫຍັງບໍ່ເຫັນແລ້ວ ເພາະສາຍຕາຂອງເພິ່ນກໍຫາຍໄປເພາະອາຍຸຂອງເພິ່ນ.5ແຕ່ພຣະເຈົ້າຢາເວໄດ້ບອກອາຮີຢາວ່າ, “ເມຍຂອງເຢໂຣໂບອາມກຳລັງມາເພື່ອຖາມເຈົ້າກ່ຽວກັບລູກຊາຍຂອງນາງທີ່ປ່ວຍໜັກຢູ່ ແລະ ໃຫ້ເຈົ້າຕອບຕາມນີ້. ເມື່ອນາງມາຮອດ, ນາງຈະທຳທ່າເຮັດເປັນຄົນອື່ນ”.6ດັ່ງນັ້ນ ເມື່ອອາຮີຢາໄດ້ຍິນສຽງຄົນຍ່າງມາທີ່ປະຕູ ເພິ່ນຈຶ່ງເວົ້າວ່າ, “ຈົ່ງເຂົ້າມາ, ເມຍຂອງເຢໂຣໂບອາມ. ເປັນຫຍັງຈຶ່ງຕ້ອງເຮັດທຳທ່າເປັນຄົນອື່ນ? ຂ້ອຍມີຂ່າວຮ້າຍຈະແຈ້ງໃຫ້ເຈົ້າຮູ້.7ຈົ່ງໄປບອກເຢໂຣໂບອາມວ່າ ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ກ່າວດັ່ງນີ້ວ່າ: ‘ເຮົາໄດ້ຍົກເຈົ້າຂຶ້ນມາຈາກທ່າມກາງປະຊາຊົນ ແລະ ຕັ້ງເຈົ້າໃຫ້ເປັນຜູ້ປົກຄອງເໜືອອິດສະຣາເອນປະຊາຊົນຂອງເຮົາ.8ເຮົາໄດ້ຈີກອານາຈັກອອກຈາກເຊື້ອສາຍຂອງດາວິດ ແລະ ມອບອານາຈັກນັ້ນໃຫ້ເຈົ້າ, ແຕ່ເຈົ້າບໍ່ໄດ້ເປັນເໝືອນດາວິດຜູ້ຮັບໃຊ້ຂອງເຮົາ, ຜູ້ທີ່ປະຕິບັດຕາມຄຳສັ່ງຂອງເຮົາ ແລະ ຕິດຕາມເຮົາຢ່າງສຸດຫົວໃຈຂອງລາວ, ຜູ້ທີ່ເຮັດແຕ່ສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາ.9ເຈົ້າໄດ້ເຮັດຊົ່ວຫລາຍກວ່າທຸກຄົນທີ່ມີຊີວິດຢູ່ກ່ອນໜ້າເຈົ້າ. ເຈົ້າໄດ້ສ້າງພະອື່ນໃຫ້ກັບຕົນເອງ, ເຮັດຮູບເຄົາລົບໂລຫະ; ເຈົ້າໄດ້ຍົວະເຮົາໃຈຮ້າຍ ແລະ ເຈົ້າໄດ້ຫັນຫລັງໃຫ້ກັບເຮົາ.10“ ‘ດ້ວຍເຫດນີ້, ເຮົາຈະນຳໄພພິບັດມາສູ່ເຮືອນຂອງເຢໂຣໂບອາມ. ເຮົາຂ້າຜູ້ຊາຍທຸກຄົນບໍ່ວ່າເປັນຂ້າທາດ ຫລື ເປັນອິດສະຫລະ ເຊິ່ງເປັນເຊື້ອສາຍຂອງເຢໂຣໂບອາມຈາກອິດສະຣາເອນ. ເຮົາຈະເຜົາເຮືອນຂອງເຢໂຣໂບອາມເໝືອນເຜົາຂີ້ເຫຍື້ອ ຈົນກວ່າຈະໝົດໄປ.11ໝາທັງຫລາຍຈະກັດກິນບັນດາຄົນຂອງເຢໂຣໂບອາມທີ່ຕາຍໃນເມືອງ ແລະ ນົກທັງຫລາຍກໍຈະຕອດກິນ ບັນດາຜູ້ທີ່ຕາຍໃນທົ່ງນາ. ພຣະເຈົ້າຢາເວໄດ້ເວົ້າໄວ້ດັ່ງນັ້ນ!’12“ສຳລັບເຈົ້າ, ຈົ່ງກັບຄືນໄປເຮືອນ. ເມື່ອເຈົ້າກ້າວຕີນເຂົ້າໃນເມືອງຂອງເຈົ້າ, ເດັກນ້ອຍນັ້ນກໍຈະຕາຍ.13ທົ່ວທັງອິດສະຣາເອນຈະໄວ້ທຸກໃຫ້ລາວ ແລະ ຝັງລາວ. ໃນຄອບຄົວຂອງເຢໂຣໂບອາມມີລາວຄົນດຽວເທົ່ານັ້ນທີ່ມີຄົນຝັງສົບໃຫ້, ເພາະທັງຄອບຄົວມີລາວຄົນດຽວເທົ່ານັ້ນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງອິດສະຣາເອນເຫັນວ່າມີດີຢູ່.14“ໃນວັນນີ້ພຣະເຈົ້າຢາເວຈະຕັ້ງກະສັດຄົນໜຶ່ງເໜືອອິດສະຣາເອນເພື່ອພຣະອົງເອງ ຜູ້ທີ່ຈະກວາດລ້າງຄອບຄົວເຢໂຣໂບອາມອອກໄປ. ບັດນີ້ກໍເລີ່ມເກີດຂຶ້ນແລ້ວ.15ແລ້ວພຣະເຈົ້າຢາເວຈະຟາດອິດສະຣາເອນ ຈົນພວກເຂົາເປັນເໝືອນຕົ້ນອໍ້ທີ່ກຳລັງໂອ່ນເອ່ນຢູ່ໃນນ້ຳ. ພຣະອົງຈະຖອນຮາກອິດສະຣາເອນຈາກດິນແດນອັນອຸດົມສົມບູນນີ້ ເຊິ່ງພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ ແລະ ຈະເຮັດໃຫ້ພວກເຂົາກະຈັດກະຈາຍອອກໄປໄກກວ່າແມ່ນ້ຳເອີຟຣັດ ເພາະພວກເຂົາໄດ້ຍົວະໃຫ້ຮ້າຍພຣະເຈົ້າຢາເວໃຈຮ້າຍໂດຍການສ້າງເສົາເຈົ້າແມ່ອາເຊຣາ. 16ແລະ ພຣະອົງຈະປະຖິ້ມອິດສະຣາເອນເພາະຄວາມບາບທີ່ເຢໂຣໂບອາມໄດ້ເຮັດ ແລະ ໄດ້ຊັກຊວນອິດສະຣາເອນໃຫ້ເຮັດຕາມ”.17ແລ້ວເມຍຂອງເຢໂຣໂບອາມຈຶ່ງກັບໄປຍັງຕີຣະຊາ. ທັນທີທີ່ນາງກ້າວຂ້າມທໍລະນີປະຕູເຮືອນ, ເດັກຊາຍນັ້ນກໍຕາຍ.18ພວກເຂົາຝັງສົບຂອງລາວ ແລະ ທົ່ວທັງອິດສະຣາເອນໄດ້ໄວ້ທຸກໃຫ້ລາວ, ຕາມທີ່ພຣະເຈົ້າຢາເວໄດ້ກ່າວຜ່ານທາງຜູ້ທຳນວາຍອາຮີຢາຜູ້ຮັບໃຊ້ຂອງພຣະອົງ.19ເຫດການອື່ນໆ ໃນຊ່ວງການປົກຄອງຂອງເຢໂຣໂບອາມ, ສົງຄາມທັງຫລາຍຂອງເພິ່ນ ແລະ ການປົກຄອງຂອງເພິ່ນແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດເຢໂຣໂບອາມແຫ່ງອິດສະຣາເອນ.20ເພິ່ນປົກຄອງຢູ່ເປັນເວລາ 22 ປີ ແລະ ຫລັງຈາກນັ້ນ ກໍລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ນາດາບລູກຊາຍຂອງເພິ່ນໄດ້ຂຶ້ນປົກຄອງແທນ.
ກະສັດເຣໂຫໂບອາມແຫ່ງຢູດາຍ
21ເຣໂຫໂບອາມ ລູກຊາຍຂອງໂຊໂລໂມນໄດ້ເປັນກະສັດໃນຢູດາຍ. ເພິ່ນຂຶ້ນເປັນກະສັດເມື່ອເພິ່ນມີອາຍຸ 41 ປີ ແລະ ເພິ່ນໄດ້ປົກຄອງຢູ່ເປັນເວລາ 17 ປີໃນເຢຣູຊາເລັມ, ນະຄອນທີ່ພຣະເຈົ້າຢາເວໄດ້ເລືອກໄວ້ຈາກທຸກເຜົ່າຂອງອິດສະຣາເອນ ໃຫ້ເປັນບ່ອນປະກາດນາມຂອງພຣະອົງ. ແມ່ຂອງເຣໂຫໂບອາມມີຊື່ວ່ານາອາມາ ນາງເປັນຊາວອຳໂມນ.22ຊາວຢູດາໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ. ບາບທີ່ພວກເຂົາເຮັດໄດ້ຍົວະໃຫ້ພຣະອົງໃຈຮ້າຍຫລາຍກວ່າທີ່ບັນພະບຸລຸດເຄີຍເຮັດມາ.23ພວກເຂົາໄດ້ສ້າງສະຖານບູຊາເທິງທີ່ສູງທັງຫລາຍ, ສີລາສັກສິດ ແລະ ເສົາເຈົ້າແມ່ອາເຊຣາເທິງໂນນພູສູງທຸກໂນນ ແລະ ກ້ອງຮົ່ມໄມ້ໃຫຍ່ທຸກຕົ້ນ.24ຈົນວ່າມີໂສເພນີຊາຍປະຈຳສະຖານບູຊາ; ບັນດາປະຊາຊົນໄດ້ເຂົ້າຮ່ວມກິດຈະກຳອັນໜ້າກຽດຊັງຂອງຊົນຊາດທັງຫລາຍທີ່ພຣະເຈົ້າຢາເວໄດຂັບໄລ່ໄປໃຫ້ພົ້ນຈາກຊາວອິດສະຣາເອນ.25ໃນປີທີຫ້າແຫ່ງການປົກຄອງຂອງເຣໂຫໂບອາມ, ກະສັດຊີຊາກແຫ່ງເອຢິບໄດ້ມາໂຈມຕີເຢຣູຊາເລັມ.26ຊີຊາກໄດ້ເອົາຊັບສົມບັດຈາກວິຫານຂອງພຣະເຈົ້າຢາເວ ແລະ ຊັບສົມບັດຈາກລາຊະວັງໄປ. ຊີຊາກໄດ້ເອົາທຸກສິ່ງໄປ ລວມທັງໂລ່ຄຳທັງໝົດທີ່ໂຊໂລໂມນໄດ້ເຮັດໄວ້.27ດັ່ງນັ້ນ ກະສັດເຣໂຫໂບອາມຈຶ່ງໄດ້ເຮັດໂລ່ທອງສຳລິດຂຶ້ນແທນໂລ່ຄຳ ແລະ ມອບໝາຍໃຫ້ບັນດາຜູ້ບັນຊາການທະຫານເຝົ້າຍາມ ເຊິ່ງປະຈຳການຢູ່ທີ່ທາງເຂົ້າລາຊະວັງໃຫ້ເບິ່ງແຍງ.28ເມື່ອໃດກໍຕາມທີ່ກະສັດມາທີ່ວິຫານຂອງພຣະເຈົ້າຢາເວ ບັນດາທະຫານເຝົ້າຍາມກໍຈະຖືໂລ່ ແລະ ຫລັງຈາກນັ້ນກໍນຳໂລ່ເຫລົ່ານັ້ນກັບໄປໄວ້ທີ່ຫ້ອງທະຫານເຝົ້າຍາມ.29ເຫດການອື່ນໆ ໃນຊ່ວງການປົກຄອງຂອງເຣໂຫໂບອາມ ຕະຫລອດຈົນເພິ່ນໄດ້ຕາຍໄປ, ແມ່ນບໍໄດ້ບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ?30ມີສົງຄາມສູ້ຮົບກັນບໍ່ຂາດລະຫວ່າງເຣໂຫໂບອາມກັບເຢໂຣໂບອາມ.31ແລ້ວເຣໂຫໂບອາມກໍໄດລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ຮ່ວມກັນໃນເມືອງດາວິດ. ແມ່ຂອງເຣໂຫໂບອາມມີຊື່ວ່ານາອາມາ ນາງເປັນຊາວອຳໂມນ. ແລ້ວອາບີຢາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.Biblica, Inc.