1 ກະສັດ1
ອາໂດນີຢາແຕ່ງຕັ້ງຕົນເອງເປັນກະສັດ
1ເມື່ອກະສັດດາວິດເຖົ້າແກ່ຫລາຍແລ້ວ ພວກຜູ້ຮັບໃຊ້ຫົ່ມຜ້າໃຫ້ເພິ່ນຫລາຍຜືນແລ້ວ ເພິ່ນກໍຍັງບໍ່ອົບອຸ່ນ.2ພວກຜູ້ຮັບໃຊ້ຈຶ່ງໄດ້ເວົ້າກັບເພິ່ນວ່າ, “ໃຫ້ພວກຂ້ານ້ອຍຫາຍິງສາວບໍລິສຸດມາຢູ່ຮັບໃຊ້ທ່ານ ແລະ ເບິ່ງແຍງທ່ານ. ໃຫ້ລາວນອນຢູ່ຄຽງຂ້າງທ່ານ ເພື່ອວ່າກະສັດ ແລະ ເຈົ້ານາຍຂອງພວກຂ້ານ້ອຍຈະອົບອຸ່ນ”.3ຫລັງຈາກນັ້ນ ພວກເຂົາຈຶ່ງໄດ້ຊອກຫາຍິງໜຸ່ມທີ່ງາມທົ່ວອິດສະຣາເອນ ໃນທີ່ສຸດກໍເລືອກນາງອາບີຊາກ ຊາວຊູເນມ ແລະ ໄດ້ນຳນາງມາພົບກະສັດ.4ຍິງນັ້ນງົດງາມຫລາຍ; ນາງໄດ້ເບິ່ງແຍງກະສັດ ແລະ ໄດ້ລໍຖ້າກະສັດຢູ່, ແຕ່ກະສັດບໍ່ໄດ້ມີຄວາມສຳພັນທາງເພດກັບນາງ.5ຝ່າຍອາໂດນີຢາ ເຊິ່ງເປັນລູກຊາຍຂອງນາງຮັກກິດ, ໄດ້ສະແດງຕົນເອງອອກມາ ແລະ ເວົ້າວ່າ, “ເຮົາຈະເປັນກະສັດ”. ດັ່ງນັ້ນ ລາວຈຶ່ງຈັດລົດມ້າ ແລະ ທະຫານມ້າ ພ້ອມດ້ວຍເກນຄົນຫ້າສິບຄົນໃຫ້ແລ່ນອອກໜ້າຂະບວນຂອງລາວ.6(ພໍ່ຂອງລາວບໍ່ເຄີຍຫ້າມ ຫລື ຖາມວ່າ “ດ້ວຍເຫດໃດເຈົ້າຈຶ່ງເຮັດຢ່າງນັ້ນ?” ລາວຍັງເປັນຄົນທີ່ມີຮູບຮ່າງງາມຫລາຍ ແລະ ເກີດຖັດຈາກອັບຊາໂລມ).7ອາໂດນີຢາໄດ້ຄົບຄິດກັນກັບໂຢອາບ ລູກຊາຍຂອງນາງເຊຣູອີຢາ ແລະ ປະໂລຫິດອາບີອາທາ ເຊິ່ງພວກເຂົາໄດ້ສະໜັບສະໜູນຕົນ.8ແຕ່ປະໂລຫິດຊາດົກ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ຜູ້ທຳນວາຍນາທານ, ຊີເມອີ, ເຣອີ ແລະ ຜູ້ຮັບໃຊ້ພິເສດຂອງດາວິດບໍ່ໄດ້ຮ່ວມຢູ່ຝ່າຍອາໂດນີຢາ.9ອາໂດນີຢາໄດ້ຖວາຍແກະ, ງົວ ແລະ ລູກງົວໂຕອ້ວນພີທີ່ໂງ່ນຫີນງູ ເຊິ່ງໃກ້ກັບເອນໂຣເກນ. ລາວໄດ້ເຊີນຍາດພີ່ນ້ອງຂອງລາວທັງໝົດ, ລູກຊາຍທັງໝົດຂອງກະສັດດາວິດ ແລະ ບັນດາຜູ້ຮັບໃຊ້ຂອງຢູດາຍມາຮ່ວມພິທີ,10ແຕ່ບໍ່ໄດ້ເຊີນຜູ້ທຳນວາຍນາທານ ຫລື ເບນາອີຢາ ຫລື ຜູ້ຮັບໃຊ້ພິເສດ ຫລື ໂຊໂລໂມນ ຜູ້ເປັນນ້ອງຊາຍຂອງຕົນ.11ຜູ້ທຳນວາຍນາທານຈຶ່ງໄປຖາມນາງບັດເຊບາ ແມ່ຂອງໂຊໂລໂມນວ່າ, “ນາງຮູ້ບໍ່ວ່າວ່າອາໂດນີຢາ ລູກຊາຍຂອງນາງຮັກກິດໄດ້ຕັ້ງຕົນເອງເປັນກະສັດແລ້ວ ໂດຍທີ່ກະສັດດາວິດບໍ່ຮູ້ເລື່ອງເລີຍ?12ຖ້າຢ່າງນັ້ນ ຂ້ານ້ອຍຂໍແນະນຳທ່ານ ເພື່ອທ່ານຈະສາມາດຮັກສາຊີວິດຂອງທ່ານເອງ ແລະ ຮັກສາຊີວິດຂອງໂຊໂລໂມນລູກຊາຍຂອງທ່ານໄວ້ໄດ້.13ຄືໄປພົບກະສັດດາວິດ ແລະ ເວົ້າກັບເພິ່ນວ່າ, ‘ເຈົ້ານາຍຂອງຂ້ານ້ອຍ, ທ່ານໄດ້ປະຕິຍານກັບຂ້ານ້ອຍຜູ້ຮັບໃຊ້ຂອງທ່ານວ່າ: “ໂຊໂລໂມນ ລູກຊາຍຂອງເຈົ້າຈະໄດ້ເປັນກະສັດສືບຕໍ່ຈາກເຮົາ ແລະ ລາວຈະນັ່ງຢູ່ເທິງບັນລັງຂອງເຮົາ” ບໍ່ແມ່ນບໍ? ແລ້ວເປັນຫຍັງອາໂດນີຢາຈຶ່ງໄດ້ຂຶ້ນເປັນກະສັດ?’14ແລ້ວຂະນະທີ່ທ່ານກຳລັງເວົ້າກັບກະສັດດາວິດຢູ່ທີ່ນັ້ນ ຂ້ານ້ອຍກໍຈະເຂົ້າໄປ ແລະ ຂ້ານ້ອຍຈະເວົ້າເສີມເພື່ອຢືນຢັນສິ່ງທີ່ທ່ານໄດ້ເວົ້ານັ້ນ”.15ດັ່ງນັ້ນ ນາງບັດເຊບາຈຶ່ງໄດ້ເຂົ້າໄປພົບກະສັດດາວິດທີ່ເຖົ້າແກ່ຫລາຍແລ້ວ ຢູ່ທີ່ຫ້ອງຂອງເພິ່ນ ເຊິ່ງມີອາບີຊາກ ຊາວຊູເນມກຳລັງເບິ່ງແຍງເພິ່ນຢູ່.16ບັດເຊບາໄດ້ຄຸເຂົ່າລົງແລ້ວກາບລົງຕໍ່ໜ້າກະສັດດາວິດ.ກະສັດໄດ້ຖາມວ່າ, “ເຈົ້າຕ້ອງການສິ່ງໃດ?”17ນາງໄດ້ຕອບເພິ່ນວ່າ, “ເຈົ້ານາຍຂອງຂ້ານ້ອຍ, ທ່ານໄດ້ປະຕິຍານໄວ້ກັບຂ້ານ້ອຍຜູ້ຮັບໃຊ້ຂອງທ່ານໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານວ່າ: ‘ໂຊໂລໂມນ ລູກຊາຍຂອງເຈົ້າຈະໄດ້ເປັນກະສັດສືບຕໍ່ຈາກເຮົາ ແລະ ລາວຈະນັ່ງເທິງບັນລັງຂອງເຮົາ’.18ແຕ່ບັດນີ້ກັບກາຍເປັນວ່າອາໂດນີຢາ ໄດ້ຂຶ້ນເປັນກະສັດ, ຂ້າແດ່ກະສັດ ທ່ານເອງກໍບໍ່ໄດ້ຮູ້ເລື່ອງນີ້ເລີຍ.19ອາໂດນີຢາໄດ້ຖວາຍງົວ, ລູກງົວໂຕອ້ວນພີ ແລະ ແກະເປັນຈຳນວນຫລວງຫລາຍ ແລະ ທັງໄດ້ເຊີນລູກຊາຍທັງໝົດຂອງກະສັດ, ປະໂລຫິດອາບີອາທາ ແລະ ໂຢອາບ ຜູ້ບັນຊາການທະຫານ, ແຕ່ບໍ່ໄດ້ເຊີນໂຊໂລໂມນຜູ້ຮັບໃຊ້ຂອງທ່ານ.20ຂ້າແດ່ກະສັດ, ອິດສະຣາເອນທັງໝົດກໍກຳລັງຈັບຕາເບິ່ງທ່ານຢູ່ ວ່າທ່ານຈະເລືອກຜູ້ໃດຂຶ້ນນັ່ງຢູ່ເທິງບັນລັງສືບຕໍ່ຈາກທ່ານ.21ບໍ່ດັ່ງນັ້ນແລ້ວ, ທັນທີທີ່ທ່ານລ່ວງລັບໄປຢູ່ກັບບັນພະບຸລຸດຂອງທ່ານ, ພວກເຂົາກໍຈະປະຕິບັດຕໍ່ຂ້ານ້ອຍ ແລະ ໂຊໂລໂມນ ລູກຊາຍຂອງຂ້ານ້ອຍເໝືອນເປັນຜູ້ຊົ່ວຮ້າຍ”.22ໃນຂະນະທີ່ນາງກຳລັງເວົ້າກັບກະສັດດາວິດຢູ່ນັ້ນ ຜູ້ທຳນວາຍນາທານກໍມາເຖິງ.23ພວກເຂົາຈຶ່ງບອກກະສັດດາວິດວ່າ, “ຜູ້ທຳນວາຍນາທານໄດ້ມາທີ່ນີ້”. ດັ່ງນັ້ນ ນາທານຈຶ່ງໄດ້ເຂົ້າມາຢູ່ຕໍ່ໜ້າກະສັດ ແລະ ກາບລົງ ພ້ອມກັບໝອບໜ້າຂອງຕົນທີ່ພື້ນ.24ນາທານໄດ້ເວົ້າວ່າ, “ຂ້າແດ່ກະສັດ, ທ່ານໄດ້ແຕ່ງຕັ້ງອາໂດນີຢາຂຶ້ນເປັນກະສັດສືບຕໍ່ຈາກທ່ານ ແລະ ລາວຈະນັ່ງຢູ່ເທິງບັນລັງຂອງທ່ານ ແລ້ວບໍ?25ວັນນີ້ລາວໄດ້ຖວາຍງົວ, ລູກງົວໂຕອ້ວນພີ ແລະ ແກະຈຳນວນຫລວງຫລາຍ ແລະ ໄດ້ເຊີນລູກຊາຍທຸກຄົນຂອງທ່ານ, ຜູ້ບັນຊາການ ແລະ ປະໂລຫິດອາບີອາທາ. ຂະນະນີ້ ພວກເຂົາກຳລັງລ້ຽງສະຫລອງ ແລະ ໂຫ່ຮ້ອງວ່າ, ‘ກະສັດອາໂດນີຢາ ຈົ່ງຈະເລີນ!’26ແຕ່ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ, ປະໂລຫິດຊາດົກ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ແລະ ໂຊໂລໂມນຜູ້ຮັບໃຊ້ຂອງທ່ານບໍ່ໄດ້ຖືກຮັບເຊີນເລີຍ.27ຂ້າແດ່ກະສັດ, ທ່ານກະທຳການຄັ້ງນີ້ໄປໂດຍບໍ່ໄດ້ອະນຸຍາດໃຫ້ພວກຂ້ານ້ອຍຮູ້ບໍວ່າຜູ້ໃດຄືຜູ້ທີ່ຈະຕ້ອງນັ່ງເທິງບັນລັງຂອງທ່ານສືບຕໍ່ຈາກທ່ານ?”
ດາວິດຕັ້ງໂຊໂລໂມນເປັນກະສັດ
28ກະສັດດາວິດໄດ້ກ່າວວ່າ, “ຈົ່ງເອີ້ນບັດເຊບາມາພົບເຮົາ”. ນາງຈຶ່ງເຂົ້າມາພົບກະສັດ ແລະ ຢືນຢູ່ຕໍ່ໜ້າເພິ່ນ.29ແລ້ວກະສັດດາວິດຈຶ່ງໄດ້ກ່າວປະຕິຍານວ່າ: “ພຣະເຈົ້າຢາເວ ຜູ້ຊ່ວຍເຫລືອເຮົາໃຫ້ພົ້ນຈາກຄວາມທຸກຍາກລຳບາກທັງໝົດນັ້ນ ດຳລົງຢູ່ສັນໃດ30ວັນນີ້ເຮົາກໍຈະເຮັດຕາມທີ່ໄດ້ປະຕິຍານໄວ້ກັບເຈົ້າໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນສັນນັ້ນວ່າ: ໂຊໂລໂມນລູກຂອງເຈົ້າຈະໄດ້ເປັນກະສັດສືບຕໍ່ຈາກເຮົາ ແລະ ລາວຈະນັ່ງຢູ່ເທິງບັນລັງແທນເຮົາ”.31ດັ່ງນັ້ນ ບັດເຊບາຈຶ່ງຄຸເຂົ່າລົງ ພ້ອມກັບໝອບໜ້າຂອງຕົນລົງທີ່ພື້ນ ແລະ ກາບລົງຕໍ່ໜ້າກະສັດ ແລະ ໄດ້ວ່າ, “ຂໍໃຫ້ກະສັດດາວິດ ເຈົ້ານາຍຂອງຂ້ານ້ອຍຈົ່ງຈະເລີນຕະຫລອດໄປ!”32ກະສັດດາວິດໄດ້ກ່າວວ່າ, “ຈົ່ງເອີ້ນປະໂລຫິດຊາດົກ, ຜູ້ທຳນວາຍນາທານ ແລະ ເບນາອີຢາລູກຊາຍຂອງເຢໂຮຍອາດາມາ”. ເມື່ອພວກເຂົາມາຮອດແລ້ວ,33ກະສັດດາວິດກໍໄດ້ກ່າວກັບພວກເຂົາວ່າ: “ຈົ່ງເອົາຜູ້ຮັບໃຊ້ຂອງເຮົາໄປກັບພວກເຈົ້າ ແລະ ໃຫ້ໂຊໂລໂມນລູກຊາຍຂອງເຮົາຂີ່ມ້າລໍຂອງເຮົາ ແລະ ພາລາວລົງໄປທີ່ກີໂຮນ.34ໃຫ້ປະໂລຫິດຊາດົກ ແລະ ຜູ້ທຳນວາຍນາທານແຕ່ງຕັ້ງລາວເປັນກະສັດອິດສະຣາເອນຢູ່ທີ່ນັ້ນ. ຈົ່ງເປົ່າແກ ແລະ ໂຫ່ຮ້ອງວ່າ, ‘ກະສັດໂຊໂລໂມນຈົ່ງຈະເລີນ!’35ຫລັງຈາກນັ້ນ ພວກເຈົ້າຈົ່ງກັບຂຶ້ນມາກັບລາວ ໃຫ້ລາວນັ່ງເທິງບັນລັງ ແລະ ປົກຄອງແທນເຮົາ. ເຮົາໄດ້ແຕ່ງຕັ້ງລາວເປັນຜູ້ທີ່ປົກຄອງອິດສະຣາເອນ ແລະ ຢູດາຍ”.36ເບນາອີຢາ ລູກຊາຍຂອງເຢໂຮຍອາດາໄດ້ຕອບກະສັດວ່າ, “ອາແມນ! ຂໍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານປະກາດເຊັ່ນນັ້ນ.37ຂໍພຣະເຈົ້າຢາເວຢູ່ກັບໂຊໂລໂມນ ເໝືອນທີ່ຢູ່ກັບທ່ານມາແລ້ວ ເພື່ອເຮັດໃຫ້ບັນລັງຂອງທ່ານຍິ່ງໃຫຍ່ກວ່າບັນລັງຂອງກະສັດດາວິດ ເຈົ້ານາຍຂອງຂ້ານ້ອຍ!”38ດັ່ງນັ້ນ ປະໂລຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາ ລູກຊາຍຂອງເຢໂຮຍອາດາ, ຊາວເກເຣັດ ແລະ ຊາວເປເລັດຈຶ່ງໄດ້ລົງໄປ ແລະ ເຊີນໂຊໂລໂມນຂຶ້ນນັ່ງຢູ່ເທິງມ້າລໍຂອງກະສັດດາວິດ ແລະ ພວກເຂົາໄດ້ແຫ່ເພິ່ນໄປທີ່ກີໂຮນ.39ປະໂລຫິດຊາດົກໄດ້ເອົານ້ຳມັນຈາກຫໍເຕັນສັກສິດທີ່ບັນຈຸຢູ່ໃນເຂົາສັດມາ ແລະ ແຕ່ງຕັ້ງໂຊໂລໂມນ. ຫລັງຈາກນັ້ນ ພວກເຂົາກໍໄດ້ເປົ່າແກ ແລະ ຄົນທັງໝົດກໍໂຫ່ຮ້ອງວ່າ, “ຂໍກະສັດໂຊໂລໂມນຈົ່ງຍິ່ງໃຫຍ່!”40ແລ້ວພວກເຂົາທັງໝົດກໍໄດ້ຕິດຕາມໂຊໂລໂມນກັບຂຶ້ນມາ, ມີການເປົ່າຂຸ່ຍ ແລະ ຊົມຊື່ນຍິນດີຢ່າງໃຫຍ່, ສຽງສະໜັ່ນຫວັ່ນໄຫວຈົນແຜ່ນດິນສະເທືອນ.41ອາໂດນີຢາ ແລະ ແຂກຮັບເຊີນທັງໝົດທີ່ຢູ່ກັບລາວໄດ້ຍິນສຽງສະໜັ່ນຫວັ່ນໄຫວຂະນະທີ່ງານກິນລ້ຽງຂອງຕົນກຳລັງຈະຈົບລົງ. ເມື່ອໄດ້ຍິນສຽງແກ, ໂຢອາບກໍໄດ້ຖາມວ່າ, “ດ້ວຍເຫດໃດຈຶ່ງມີສຽງສະໜັ່ນຫວັ່ນໄຫວທົ່ວເມືອງນີ້?”42ລາວເວົ້າຍັງບໍ່ທັນສຸດຄຳ, ໂຢນາທານລູກຊາຍຂອງປະໂລຫິດອາບີອາທາກໍມາຮອດ. ອາໂດນີຢາໄດ້ກ່າວວ່າ, “ຈົ່ງເຂົ້າມາ. ເຈົ້າເປັນຄົນດີ ຈະຕ້ອງມີຂ່າວດີມາບອກ”.43ໂຢນາທານໄດ້ຕອບວ່າ, “ບໍ່ເປັນຢ່າງນັ້ນ! ກະສັດດາວິດ ເຈົ້ານາຍຂອງພວກເຮົາໄດ້ແຕ່ງຕັ້ງໂຊໂລໂມນເປັນກະສັດແລ້ວ.44ກະສັດດາວິດໄດ້ໃຫ້ໂຊໂລໂມນໄປຍັງກິໂຮນ ພ້ອມກັບປະໂລຫິດຊາດົກ, ຜູ້ທຳນວາຍນາທານ, ເບນາອີຢາລູກຊາຍຂອງເຢໂຮຍອາດາ, ຊາວເກເຣັດ ແລະ ຊາວເປເລັດ ແລ້ວພວກເຂົາກໍໄດ້ໃຫ້ໂຊໂລໂມນນັ່ງຢູ່ເທິງມ້າລໍຂອງກະສັດດາວິດ,45ແລ້ວປະໂລຫິດຊາດົກ ແລະ ຜູ້ທຳນວາຍນາທານກໍໄດ້ແຕ່ງຕັ້ງໂຊໂລໂມນເປັນກະສັດຢູ່ທີ່ກີໂຮນ. ພວກເຂົາໄດ້ສະຫລອງຢ່າງຄຶກຄື້ນມາຕະຫລອດທາງ ແລະ ທົ່ວທັງເມືອງຈຶ່ງພາກັນໂຫ່ຮ້ອງ. ນີ້ຄືສຽງທີ່ພວກທ່ານໄດ້ຍິນ.46ຫລາຍກວ່ານັ້ນ ໂຊໂລໂມນກໍໄດ້ຂຶ້ນນັ່ງຢູ່ເທິງລາຊະບັນລັງ.47ແລະ ບັນດາຂ້າລາຊະການທັງຫລາຍກໍໄດ້ມາຍິນດີນຳກະສັດດາວິດ ເຈົ້ານາຍຂອງພວກເຮົາ ແລະ ໄດ້ເວົ້າວ່າ, ‘ຂໍພຣະເຈົ້າຂອງທ່ານເຮັດໃຫ້ນາມຂອງໂຊໂລໂມນມີຊື່ສຽງຫລາຍກວ່າຊື່ສຽງຂອງທ່ານ ແລະ ບັນລັງຂອງລາວຍິ່ງໃຫຍ່ກວ່າບັນລັງຂອງທ່ານ!’ ແລ້ວກະສັດດາວິດກໍໂນ້ມກາບລົງນະມັດສະການຢູ່ເທິງບ່ອນນອນຂອງເພິ່ນ48ແລ້ວໄດ້ກ່າວວ່າ, ‘ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ ຜູ້ອະນຸຍາດໃຫ້ຕາຂອງຂ້ານ້ອຍໄດ້ເຫັນຜູ້ສືບທອດບັນລັງຂອງຂ້ານ້ອຍໃນວັນນີ້’ ”.49ດ້ວຍເຫດນີ້ ແຂກທີ່ຖືກຮັບເຊີນທັງຫລາຍຂອງອາໂດນີຢາ ຈຶ່ງໄດ້ລຸກຂຶ້ນດ້ວຍຄວາມຕົກໃຈ ແລະ ພາກັນໜີໄປຄົນລະທາງ.50ສ່ວນອາໂດນີຢາ ໄດ້ໜີເຂົ້າໄປ ແລະ ຈັບເຂົາຂອງແທ່ນບູຊາໄວ້ດ້ວຍຄວາມຢ້ານໂຊໂລໂມນ.51ຫລັງຈາກນັ້ນ ກໍມີຄົນໄປບອກໂຊໂລໂມນວ່າ, “ອາໂດນີຢາ ຢ້ານທ່ານ ແລະ ກຳລັງເກາະເຂົາຂອງແທ່ນບູຊາໄວ້. ລາວກ່າວວ່າ, ‘ຂໍໃຫ້ກະສັດໂຊໂລໂມນປະຕິຍານກັບເຮົາໃນວັນນີ້ວ່າຈະບໍ່ຂ້າຊີວິດຜູ້ຮັບໃຊ້ຂອງທ່ານດ້ວຍດາບ’ ”.52ໂຊໂລໂມນໄດ້ຕອບວ່າ, “ຖ້າລາວເຮັດໂຕເອງດີ, ຜົມເສັ້ນໜຶ່ງຂອງລາວກໍຈະບໍ່ຫລົ່ນລົງພື້ນ; ແຕ່ຖ້າພົບສິ່ງຊົ່ວຮ້າຍຢູ່ໃນລາວ ລາວຈະຕ້ອງຕາຍ”.53ກະສັດໂຊໂລໂມນຈຶ່ງໄດ້ສົ່ງຄົນໄປ ແລະ ພວກເຂົາໄດ້ນຳອາໂດນີຢາລົງມາຈາກແທ່ນບູຊາ. ແລ້ວອາໂດນີຢາໄດ້ເຂົ້າມາ ແລະ ກາບລົງຕໍ່ໜ້າກະສັດໂຊໂລໂມນ ແລະ ໂຊໂລໂມນກໍໄດ້ກ່າວວ່າ, “ຈົ່ງກັບໄປເຮືອນຂອງເຈົ້າ”.Biblica, Inc.