1 ໂກຣິນໂທ9

ສິດທິ​ຂອງ​ອັກຄະສາວົກ​ໂປໂລ

1ເຮົາ​ບໍ່​ມີ​ເສລີພາບ​ບໍ? ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ພວກເຈົ້າ​ບໍ່​ໄດ້​ເປັນ​ຜົນ​ຂອງ​ວຽກງານ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ​ບໍ?2ເຖິງແມ່ນວ່າ​ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ສຳລັບ​ຄົນ​ອື່ນໆ, ແນ່ນອນ​ເຮົາ​ກໍ​ເປັນ​ອັກຄະສາວົກ​ສຳລັບ​ພວກເຈົ້າ! ເພາະວ່າ​ພວກເຈົ້າ​ທັງຫລາຍ​ຄື​ຕາປະທັບ​ແຫ່ງ​ການ​ເປັນ​ອັກຄະສາວົກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.
3ນີ້​ແມ່ນ​ຂໍ້ແກ້ຕົວ​ຂອງ​ເຮົາ​ຕໍ່​ຜູ້​ທີ່​ຈະ​ມາ​ພິພາກສາ​ເຮົາ,4ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ກິນ ແລະ ດື່ມ​ບໍ?5ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຜູ້ທີ່ເຊື່ອ​ເດີນທາງ​ໄປມາ​ດ້ວຍ​ກັນ​ເໝືອນ​ດັ່ງ​ອັກຄະສາວົກ​ຄົນ​ອື່ນໆ ແລະ ເໝືອນດັ່ງ​ບັນດາ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເກຟາ ​ເຮັດ​ບໍ?6ຫລື ມີ​ແຕ່​ເຮົາ​ກັບ​ບາຣະນາບາ​ເທົ່ານັ້ນ​ບໍ ເປັນ​ຜູ້​ບໍ່​ມີ​ສິດ​ທີ່​ຈະ​ບໍ່​ເຮັດວຽກ​ຫາລ້ຽງຊີບ?
7ມີ​ຜູ້ໃດ​ແດ່​ທີ່​ເຮັດ​ໜ້າທີ່​ເປັນ​ທະຫານ​ດ້ວຍ​ຄ່າໃຊ້ຈ່າຍ​ຂອງ​ຕົນ​ເອງ? ມີ​ຜູ້ໃດ​ແດ່​ທີ່​ປູກ​ສວນອະງຸ່ນ​ແລ້ວ​ບໍ່​ໄດ້​ກິນ​ໝາກອະງຸ່ນ​ຈາກ​ສວນ​ນັ້ນ? ມີ​ຜູ້ໃດ​ແດ່​ທີ່​ລ້ຽງສັດ ແລ້ວ​ບໍ່​ໄດ້​ກິນ​ນ້ຳນົມ​ຈາກ​ຝູງສັດ​ນັ້ນ?8ເຮົາ​ເວົ້າ​ຢ່າງ​ນີ້​ຕາມ​ມະນຸດ​ຜູ້​ມີ​ອຳນາດ​ເທົ່ານັ້ນ​ບໍ? ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ຢ່າງດຽວກັນ​ບໍ?9ເພາະ​ມີ​ຖ້ອຍຄຳ​ຖືກ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ວ່າ: “ຢ່າ​ເອົາ​ປອກ​ສຸບ​ໃສ່​ປາກ​ງົວ​ໃນ​ຂະນະ​ທີ່​ມັນ​ກຳລັງ​ນວດ​ເມັດພືດ​ຢູ່”. ພຣະເຈົ້າ​ຫ່ວງໃຍ​ແຕ່​ງົວ​ເທົ່ານັ້ນ​ບໍ?10ແນ່ນອນ ພຣະອົງ​ກ່າວ​ຢ່າງນີ້​ກໍ​ເພື່ອ​ພວກເຮົາ ບໍ່ແມ່ນ​ບໍ? ແມ່ນ​ແລ້ວ ສິ່ງ​ນີ້​ຖືກ​ຂຽນ​ຂຶ້ນ​ກໍ​ເພື່ອ​ພວກເຮົາ​ທັງຫລາຍ, ເພາະວ່າ​ຜູ້ໃດ​ກໍ​ຕາມ​ທີ່​ໄຖ​ນາ ແລະ ຟາດເຂົ້າ​ກໍ​ຄວນ​ຈະ​ເຮັດ​ສິ່ງ​ນັ້ນ​ໂດຍ​ຄວາມຫວັງ​ຈະ​ໄດ້​ຮັບ​ສ່ວນແບ່ງ​ໃນ​ການເກັບກ່ຽວ.11ຫາກ​ພວກເຮົາ​ໄດ້​ຫວ່ານ​ເມັດພັນ​ຝ່າຍ​ວິນຍານ​ໃນ​ທ່າມກາງ​ພວກເຈົ້າ​ແລ້ວ ຈະ​ເກີນໄປ​ບໍ ທີ່​ພວກເຮົາ​ຈະ​ເກັບກ່ຽວ​ວັດຖຸ​ຈາກ​ພວກເຈົ້າ?12ຖ້າ​ຄົນ​ອື່ນໆ​ຍັງ​ມີ​ສິດ​ທີ່​ຈະ​ໄດ້ຮັບ​ການສະໜັບສະໜູນ​ຈາກ​ພວກເຈົ້າ, ພວກເຮົາ​ກໍ​ຄວນ​ຈະ​ໄດ້ຮັບ​ຫລາຍ​ກວ່າ​ນັ້ນ​ບໍ່ແມ່ນ​ບໍ?
ແຕ່​ພວກເຮົາ​ກໍ​ບໍ່​ໄດ້​ໃຊ້​ສິດ​ນີ້​ເລີຍ. ໃນ​ທາງ​ກົງກັນຂ້າມ ພວກເຮົາ​ສູ້ທົນ​ກັບ​ທຸກສິ່ງ​ແທນທີ່​ຈະ​ຂັດຂວາງ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ.
13ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຜູ້​ທີ່​ຮັບໃຊ້​ໃນ​ວິຫານ​ກໍ​ໄດ້ຮັບ​ອາຫານ​ຂອງ​ຕົນ​ຈາກ​ວິຫານ ແລະ ຜູ້​ທີ່​ຮັບໃຊ້​ຢູ່​ທີ່​ແທ່ນບູຊາ ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ສິ່ງ​ທີ່​ໄດ້​ຖືກ​ຖວາຍ​ເທິງ​ແທ່ນບູຊາ​ນັ້ນ?14ໃນ​ທຳນອງ​ດຽວກັນ ອົງພຣະຜູ້ເປັນເຈົ້າ​ສັ່ງ​ໄວ້​ວ່າ ຜູ້​ທີ່​ປະກາດ​ຂ່າວປະເສີດ​ກໍ​ຄວນ​ໄດ້ຮັບ​ການລ້ຽງດູ​ຈາກ​ຂ່າວປະເສີດ​ນັ້ນ.
15ແຕ່​ເຮົາ​ບໍ່​ໄດ້​ໃຊ້​ສິດ​ໃດໆ​ເຫລົ່ານີ້​ເລີຍ. ແລະ ທີ່​ເຮົາ​ຂຽນ​ມາ​ນີ້​ກໍ​ບໍ່​ໄດ້​ຫວັງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທີ່​ດັ່ງກ່າວ​ນັ້ນ​ເພື່ອ​ເຮົາ, ສຳລັບ​ເຮົາ​ແລ້ວ​ຍອມ​ຕາຍ​ກໍ​ດີ​ກວ່າ​ທີ່​ຈະ​ໃຫ້​ຜູ້ໃດ​ມາ​ກີດກັນ​ເຮົາ​ເລື່ອງ​ການອວດອ້າງ​ນີ້.16ເພາະ​ເມື່ອ​ເຮົາ​ປະກາດ​ຂ່າວປະເສີດ ເຮົາ​ກໍ​ບໍ່​ສາມາດ​ອວດອ້າງ​ໄດ້, ດ້ວຍວ່າ​ເຮົາ​ຈຳເປັນ​ຈະ​ຕ້ອງ​ປະກາດ. ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວປະເສີດ!17ຖ້າ​ເຮົາ​ປະກາດ​ດ້ວຍ​ຄວາມສະໝັກ​ໃຈ ເຮົາ​ກໍ​ໄດ້ຮັບ​ລາງວັນ, ຖ້າ​ເຮົາ​ບໍ່​ສະໝັກໃຈ​ປະກາດ ເຮົາ​ກໍ​ຍັງ​ຕ້ອງ​ເຮັດ​ໜ້າທີ່​ຕາມ​ຄວາມ​ໄວ້ໃຈ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ.18ແລ້ວ​ແມ່ນຫຍັງ​ທີ່​ເປັນ​ລາງວັນ​ຂອງ​ເຮົາ? ກໍ​ຄື​ດັ່ງ​ນີ້: ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ຈະ​ບໍ່​ຄິດຄ່າ​ຕອບແທນ ແລະ ດ້ວຍເຫດນີ້ ເຮົາ​ຈຶ່ງ​ບໍ່​ໄດ້​ໃຊ້​ສິດ​ຂອງ​ເຮົາ​ຢ່າງ​ເຕັມທີ່​ໃນ​ຖານະ​ຜູ້ປະກາດ​ຂ່າວປະເສີດ.

ການ​ໃຊ້​ເສລີພາບ​ສຳລັບ​ຕົນ​ເອງ​ຂອງ​ໂປໂລ

19ເຖິງແມ່ນວ່າ​ເຮົາ​ເປັນ​ອິດສະຫລະ ແລະ ບໍ່​ຂຶ້ນ​ກັບ​ຜູ້ໃດ, ເຮົາ​ກໍ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ເປັນ​ຂ້າທາດ​ແກ່​ທຸກໆ​ຄົນ, ເພື່ອ​ຈະ​ຊະນະ​ໃຈ​ຄົນ​ຈຳນວນ​ຫລາຍ​ເທົ່າ​ທີ່​ຈະ​ເປັນໄປ​ໄດ້.20ຕໍ່​ຊາວຢິວ ເຮົາ​ກໍ​ເປັນ​ເໝືອນ​ຄົນຢິວ​ຄົນ​ໜຶ່ງ ເພື່ອ​ຈະ​ຊະນະ​ຊາວຢິວ. ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ ເຮົາ​ກໍ​ເປັນເໝືອນ​ຄົນ​ໜຶ່ງ​ທີ່​ຢູ່​ໃຕ້​ກົດບັນຍັດ (ເຖິງແມ່ນວ່າ​ເຮົາ​ເອງ​ບໍ່​ໄດ້​ຢູ່​ໃຕ້​ກົດບັນຍັດ), ເພື່ອ​ຈະ​ຊະນະ​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ.21ຕໍ່​ບັນດາ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ ເຮົາ​ກໍ​ເປັນເໝືອນ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ (ເຖິງແມ່ນວ່າ​ເຮົາ​ບໍ່​ໄດ້​ເປັນ​ອິດສະຫລະ​ຈາກ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ), ເພື່ອ​ຈະ​ໄດ້​ຊະນະ​ຜູ້​ທີ່​ບໍ່​ມີ​ກົດບັນຍັດ.22ຕໍ່​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເຮົາ​ກໍ​ເປັນ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເພື່ອ​ຈະ​ຊະນະ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ. ເຮົາ​ໄດ້​ກາຍ​ເປັນ​ທຸກ​ສິ່ງ​ແກ່​ຄົນ​ທັງປວງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ​ໂດຍ​ທຸກ​ວິທີທາງ​ທີ່​ເປັນໄປໄດ້.23ເຮົາ​ເຮັດ​ທຸກສິ່ງ​ນີ້​ກໍ​ເພາະ​ເຫັນ​ແກ່​ຂ່າວປະເສີດ ເພື່ອ​ເຮົາ​ຈະ​ໄດ້​ມີ​ສ່ວນຮ່ວມ​ໃນ​ພອນ​ແຫ່ງ​ຂ່າວປະເສີດ.

ຄວາມຈຳເປັນ​ສຳລັບ​ການ​ມີ​ວິໄນ​ໃນ​ຕົນ​ເອງ

24ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ​ໃນ​ການແຂ່ງຂັນ​ນັ້ນ ຜູ້​ແລ່ນ​ທຸກຄົນ​ກໍ​ແລ່ນ, ແຕ່​ມີ​ພຽງ​ຄົນ​ດຽວ​ທີ່​ໄດ້ຮັບ​ລາງວັນ? ດັ່ງນັ້ນ ຈົ່ງ​ແລ່ນ​ໃນ​ວິທີ​ທີ່​ຈະ​ໄດ້​ຮັບ​ລາງວັນ.25ຜູ້​ເຂົ້າ​ແຂ່ງຂັນ​ກິລາ​ທຸກຄົນ​ກໍ​ຜ່ານ​ການ​ຝຶກຊ້ອມ​ຢ່າງ​ເຄັ່ງຄັດ. ພວກເຂົາ​ເຮັດ​ຢ່າງນັ້ນ​ເພື່ອ​ຈະ​ໄດ້​ມົງກຸດ​ທີ່​ບໍ່ຍືນຍົງ, ສ່ວນ​ເຮົາ​ເຮັດ​ເພື່ອ​ຈະໄດ້​ມົງກຸດ​ທີ່​ຍືນຍົງ​ຕະລອດໄປ.26ເຫດສະນັ້ນ, ເຮົາ​ຈຶ່ງ​ບໍ່​ໄດ້​ແລ່ນ​ເໝືອນດັ່ງ​ບາງຄົນ​ທີ່​ກຳລັງ​ແລ່ນ​ໂດຍ​ບໍ່​ມີ​ເປົ້າໝາຍ; ເຮົາ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ນັກມວຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຊົກ​ອາກາດ​ຢູ່.27ບໍ່​ແມ່ນ​ດອກ, ເຮົາ​ຝຶກຝົນ​ຮ່າງກາຍ​ຂອງ​ເຮົາ ແລະ ເຮັດ​ໃຫ້​ມັນ​ເປັນ​ທາດ​ຂອງ​ເຮົາ ເພື່ອ​ວ່າ​ຫລັງ​ຈາກ​ທີ່​ເຮົາ​ໄດ້​ປະກາດ​ແກ່​ຄົນ​ອື່ນໆ​ແລ້ວ, ເຮົາ​ເອງ​ຈະ​ບໍ່​ຖືກ​ຂາດ​ຄຸນສົມບັດ​ສຳລັບ​ລາງວັນ​ນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2