1 ໂກຣິນໂທ8
ເລື່ອງອາຫານທີ່ຖວາຍແກ່ຮູບເຄົາລົບ
1ເລື່ອງອາຫານທີ່ໄດ້ບູຊາແກ່ຮູບເຄົາລົບແລ້ວ: ພວກເຮົາຮູ້ວ່າ “ພວກເຮົາທຸກຄົນລ້ວນແຕ່ມີຄວາມຮູ້”. ແຕ່ຄວາມຮູ້ນັ້ນເຮັດໃຫ້ອວດໂຕ ຂະນະທີ່ຄວາມຮັກເສີມສ້າງຂຶ້ນ.2ຜູ້ໃດທີ່ຄິດວ່າຕົນເອງຮູ້ບາງສິ່ງແລ້ວ ຜູ້ນັ້ນຍັງບໍ່ຮູ້ຕາມທີ່ຕົນຄວນຈະຮູ້.3ແຕ່ຜູ້ທີ່ຮັກພຣະເຈົ້າ ພຣະເຈົ້າກໍຮູ້ຈັກຜູ້ນັ້ນ. 4ດັ່ງນັ້ນ ເລື່ອງການກິນອາຫານທີ່ໄດ້ບູຊາແກ່ຮູບເຄົາລົບແລ້ວນັ້ນ ພວກເຮົາກໍຮູ້ຢູ່ວ່າ “ຮູບເຄົາລົບນັ້ນບໍ່ມີຄວາມໝາຍຫຍັງໝົດໃນໂລກ” ແລະ “ມີພຣະເຈົ້າແຕ່ອົງດຽວເທົ່ານັ້ນ”.5ເພາະເຖິງແມ່ນວ່າຈະມີຫລາຍສິ່ງທີ່ເອີ້ນວ່າພະ, ບໍ່ວ່າຈະຢູ່ໃນສະຫວັນ ຫລື ເທິງແຜ່ນດິນໂລກກໍດີ (ທີ່ຈິງມີ “ພະ” ແລະ “ເຈົ້າ” ຫລາຍແທ້),6ແຕ່ສຳລັບພວກເຮົານັ້ນ ມີແຕ່ພຣະເຈົ້າອົງດຽວ ຄືພຣະບິດາເຈົ້າ ແລະ ສິ່ງສາລະພັດທັງປວງກໍມາຈາກພຣະອົງ ແລະ ພວກເຮົາກໍມີຊີວິດຢູ່ເພື່ອພຣະອົງ ແລະ ມີອົງພຣະຜູ້ເປັນເຈົ້າແຕ່ອົງດຽວ ຄືພຣະເຢຊູຄຣິດເຈົ້າ, ສິ່ງສາລະພັດເປັນມາໂດຍພຣະອົງ ແລະ ພວກເຮົາມີຊີວິດຢູ່ໂດຍພຣະອົງ.7ແຕ່ບໍ່ແມ່ນທຸກຄົນທີ່ມີຄວາມຮູ້ນີ້. ບາງຄົນຍັງຄຸ້ນເຄີຍກັບຮູບເຄົາລົບ ເມື່ອພວກເຂົາກິນອາຫານນັ້ນຈຶ່ງຖືວ່າເປັນຂອງບູຊາແກ່ພະທຽມນັ້ນ ແລະ ເພາະຈິດສຳນຶກຂອງພວກເຂົາຍັງອ່ອນ, ອາຫານນັ້ນຈຶ່ງເປັນມົນທິນ.8ແຕ່ອາຫານບໍ່ໄດ້ນຳພວກເຮົາໃຫ້ເຂົ້າໃກ້ພຣະເຈົ້າ; ຖ້າພວກເຮົາບໍ່ກິນ ພວກເຮົາກໍບໍ່ຊົ່ວລົງກວ່າເກົ່າ ແລະ ຖ້າພວກເຮົາກິນພວກເຮົາກໍບໍ່ໄດ້ດີຂຶ້ນ.9ເຖິງຢ່າງໃດກໍຕາມ ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ສິດຂອງພວກເຈົ້າກາຍເປັນສິ່ງສະດຸດໃຈຕໍ່ພີ່ນ້ອງທີ່ມີຄວາມເຊື່ອອ່ອນ.10ເພາະຖ້າຜູ້ທີ່ມີຈິດສຳນຶກຍັງອ່ອນ ເຫັນພວກເຈົ້າຜູ້ມີຄວາມຮູ້ນັ່ງກິນອາຫານຢູ່ໃນວິຫານຂອງຮູບເຄົາລົບ ຄົນຜູ້ນັ້ນຈະບໍ່ມີໃຈກ້າກິນສິ່ງທີ່ໄດ້ບູຊາແກ່ຮູບເຄົາລົບນັ້ນບໍ?11ດັ່ງນັ້ນ ຄວາມຮູ້ຂອງເຈົ້າໄດ້ທຳລາຍພີ່ນ້ອງທີ່ມີຄວາມເຊື່ອອ່ອນເຫລົ່ານີ້ ເຊິ່ງພຣະຄຣິດເຈົ້າໄດ້ຕາຍເພື່ອພວກເຂົາ.12ເມື່ອເຈົ້າເຮັດບາບຕໍ່ພວກເຂົາໃນວິທີນີ້ ແລະ ທຳລາຍຈິດສຳນຶກທີ່ອ່ອນແອຂອງພວກເຂົາ, ເຈົ້າກໍເຮັດບາບຕໍ່ພຣະຄຣິດເຈົ້າ.13ເຫດສະນັ້ນ, ຖ້າສິ່ງທີ່ເຮົາກິນເປັນຕົ້ນເຫດໃຫ້ພີ່ນ້ອງຕ້ອງລົ້ມລົງໃນຄວາມບາບ, ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ, ເພື່ອວ່າເຮົາຈະບໍ່ເປັນເຫດໃຫ້ພວກເຂົາລົ້ມລົງ.Biblica, Inc.