1 ຂ່າວຄາວ16
ປະຕິບັດງານຢູ່ຕໍ່ໜ້າຫີບຄໍາໝັ້ນສັນຍາ
1ພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະເຈົ້າມາຕັ້ງໄວ້ໃນຫໍເຕັນທີ່ດາວິດໄດ້ຈັດຕຽມໄວ້ ແລະ ພວກເຂົາກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳຕໍ່ໜ້າພຣະເຈົ້າ.2ຫລັງຈາກທີ່ດາວິດໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳສຳເລັດແລ້ວ ເພິ່ນກໍອວຍພອນແກ່ປະຊາຊົນໃນນາມຂອງພຣະເຈົ້າຢາເວ.3ຫລັງຈາກນັ້ນ ເພິ່ນໄດ້ເອົາເຂົ້າຈີ່, ຂະໝົມໝາກອິນທະຜາລໍາ, ຂະໜົມໝາກອະງຸ່ນແຫ້ງແຈກຢາຍໃຫ້ຊາວອິດສະຣາເອນທຸກຄົນຢ່າງລະກ້ອນທັງຜູ້ຊາຍ ແລະ ຜູ້ຍິງ.4ດາວິດໄດ້ແຕ່ງຕັ້ງພວກເລວີບາງຄົນໃຫ້ບົວລະບັດຮັບໃຊ້ຕໍ່ໜ້າຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ເພື່ອຍົກຍ້ອງ, ໂມທະນາຂອບພຣະຄຸນ ແລະ ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ.5ອາສັບໄດ້ເປັນຫົວໜ້າ, ແລະ ຮອງລົງມາຈາກເພິ່ນແມ່ນເຊກາຣີຢາ, ຕໍ່ມາແມ່ນຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ ເຢອີເອນ. ພວກເຂົາເປັນຜູ້ດີດພິນນ້ອຍ ແລະ ດີດພິນໃຫຍ່ ອາສັບເປັນຜູ້ຕົບແສ່ງ,6ປະໂລຫິດເບນາອີຢາ ແລະ ຢາຮາຊີເອນເປັນຜູ້ເປົ່າແກປະຈຳຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າ.ບົດເພງສັນລະເສີນຂອບພຣະຄຸນຂອງດາວິດ
7ໃນມື້ນັ້ນດາວິດໄດ້ມອບບົດເພງສັນລະເສີນຂອບພຣະຄຸນອົງພຣະຜູ້ເປັນເຈົ້າໃຫ້ອາສັບ ແລະ ຄະນະຂອງລາວໃຫ້ຮ້ອງເພງສັນລະເສີນພຣະເຈົ້າຢາເວເປັນຄັ້ງທຳອິດດັ່ງນີ້:8ຈົ່ງສັນລະເສີນພຣະເຈົ້າຢາເວ ແລະ ປະກາດນາມຂອງພຣະອົງໃຫ້ປະຊາຊາດທັງຫລາຍໄດ້ຮູ້ເຖິງສິ່ງທີ່ພຣະອົງເຮັດ.9ຈົ່ງຮ້ອງເພງຖວາຍພຣະອົງ, ຮ້ອງສັນລະເສີນຖວາຍພຣະອົງ;ບອກເຖິງພາລະກິດອັນອັດສະຈັນທັງໝົດຂອງພຣະອົງ.10ຈົ່ງເທີດທູນນາມອັນບໍລິສຸດຂອງພຣະອົງ;ໃຫ້ຫົວໃຈຂອງຄົນທີ່ສະແຫວງຫາພຣະເຈົ້າຢາເວຊື່ນຊົມຍິນດີ.11ຈົ່ງເບິ່ງໄປທີ່ພຣະເຈົ້າຢາເວ ແລະ ກຳລັງຂອງພຣະອົງ.ຈົ່ງສະແຫວງຫາໃບໜ້າຂອງພຣະອົງຢູ່ສະເໝີ.12ຈົ່ງລະນຶກເຖິງການອັດສະຈັນທີ່ພຣະອົງໄດ້ເຮັດ.ເຖິງການອັດສະຈັນ ແລະ ຄຳພິພາກສາທີ່ພຣະອົງປະກາດ.13ພວກເຈົ້າທັງຫລາຍຜູ້ເປັນເຊື້ອສາຍຂອງອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງ,ລູກຫລານຂອງຢາໂຄບທີ່ພຣະອົງໄດ້ເລືອກໄວ້.14ພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ;ຄຳພິພາກສາຂອງພຣະອົງກໍຢູ່ທົ່ວແຜ່ນດິນໂລກ.15ພຣະອົງໄດ້ລະນຶກ ຄຳໝັ້ນສັນຍາຂອງພຣະອົງຕະຫລອດໄປ,ພຣະອົງລະນຶກເຖິງສັນຍາທີ່ພຣະອົງໄດ້ເຮັດໄວ້ຕະຫລອດພັນຊົ່ວອາຍຸຄົນ,16ຄຳໝັ້ນສັນຍາທີ່ພຣະອົງໄດ້ເຮັດກັບອັບຣາຮາມ,ຄຳປະຕິຍານທີ່ພຣະອົງໄດ້ສັນຍາກັບອີຊາກ.17ພຣະອົງໄດ້ຢືນຢັນຕໍ່ຢາໂຄບເປັນດຳລັດ,ຕໍ່ອິດສະຣາເອນເປັນຄຳໝັ້ນສັນຍານິລັນດອນ18“ເຮົາຈະມອບດິນແດນການາອານໃຫ້ພວກເຈົ້າໃຫ້ເປັນມໍລະດົກຂອງພວກເຈົ້າ”19ເມື່ອເວລາທີ່ອິດສະຣາເອນຍັງມີຈຳນວນໜ້ອຍຫລາຍ,ໜ້ອຍເຫລືອເກີນ ແລະ ເປັນພຽງຄົນແປກໜ້າໃນດິນແດນນັ້ນ,20ພວກເພິ່ນ ພະເນຈອນຈາກຊົນຊາດໜຶ່ງໄປຫາອີກຊົນຊາດໜຶ່ງ,ຈາກອານາຈັກໜຶ່ງໄປຫາອີກອານາຈັກໜຶ່ງ.21ພຣະອົງບໍ່ຍອມໃຫ້ຜູ້ໃດຂົ່ມເຫັງພວກເພິ່ນເພາະເຫັນແກ່ພວກເພິ່ນ ພຣະອົງຈຶ່ງໄດ້ເຕືອນກະສັດທັງຫລາຍວ່າ22“ຢ່າແຕະຕ້ອງບັນດາຜູ້ທີ່ເຮົາໄດ້ເຈີມໄວ້ຢ່າເຮັດອັນຕະລາຍອັນໃດໃຫ້ແກ່ບັນດາຜູ້ທຳນວາຍຂອງເຮົາ”.23ທົ່ວແຜ່ນດິນໂລກ, ຈົ່ງຮ້ອງເພງຖວາຍແດ່ ພຣະເຈົ້າຢາເວ;ຈົ່ງປະກາດຄວາມພົ້ນຂອງພຣະອົງທຸກໆວັນ24ຈົ່ງປະກາດສະຫງ່າລາສີຂອງພຣະອົງໃນທ່າມກາງບັນດາປະຊາຊາດ,ປະກາດກິດຈະການອັນລ້ຳເລີດຂອງພຣະອົງໃນທ່າມກາງຊົນຊາດທັງໝົດ.25ເພາະພຣະເຈົ້າຢາເວນັ້ນຍິ່ງໃຫຍ່ ແລະ ສົມຄວນໄດ້ຮັບການສັນລະເສີນທີ່ສຸດ.ພຣະອົງເປັນທີ່ເຄົາລົບຢຳເກງເໜືອພະທັງໝົດ.26ເພາະພະທັງໝົດຂອງຊົນຊາດຕ່າງໆນັ້ນເປັນພຽງຮູບເຄົາລົບ,ແຕ່ພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ.27ຄວາມສະຫງ່າງາມ ແລະ ບາລະມີກໍຢູ່ຕໍ່ໜ້າພຣະອົງ;ກໍາລັງ ແລະ ຄວາມຊົມຊື່ນຍິນດີຢູ່ໃນບ່ອນສະຖິດຢູ່ຂອງພຣະອົງ.28ທຸກຄອບຄົວຂອງຊົນຊາດທັງຫລາຍ, ຈົ່ງເທີດທູນພຣະເຈົ້າຢາເວຈົ່ງເທີດທູນພຣະເຈົ້າຢາເວເຖິງກຽດ ແລະ ກຳລັງຂອງພຣະອົງ29ຈົ່ງເທີດທູນພຣະເຈົ້າຢາເວຕາມກຽດທີ່ສົມຄວນແກ່ນາມຂອງພຣະອົງຈົ່ງນຳເຄື່ອງບູຊາເຂົ້າມາຕໍ່ໜ້າພຣະອົງຈົ່ງນະມັດສະການພຣະເຈົ້າຢາເວໃນ ຄວາມສະຫງ່າງາມແຫ່ງຄວາມບໍລິສຸດຂອງພຣະອົງ.30ທົ່ວແຜ່ນດິນໂລກຈົ່ງສັ່ນສະທ້ານຕໍ່ໜ້າພຣະອົງ!ໂລກໄດ້ຮັບການສະຖາປະນາໄວ້ຢ່າງໝັ້ນຄົງ; ຈະບໍ່ມີວັນສັ່ນຄອນ.31ຟ້າສະຫວັນ, ຈົ່ງຊື່ນຊົມຍິນດີ ແຜ່ນດິນໂລກຈົ່ງຍິນດີ;ຈົ່ງບອກຊົນຊາດທັງຫລາຍວ່າ “ພຣະເຈົ້າຢາເວເປັນຜູ້ປົກຄອງ!”32ໃຫ້ທະເລ ແລະ ທຸກສິ່ງທີ່ຢູ່ໃນນັ້ນສົ່ງສຽງກັງວານ;ໃຫ້ທົ່ງນາ ແລະ ທຸກສິ່ງທີ່ຢູ່ໃນທົ່ງນານັ້ນມ່ວນຊື່ນ!33ໃຫ້ຕົ້ນໄມ້ທີ່ຢູ່ໃນປ່າຮ້ອງເພງຊື່ນຊົມຍິນດີ,ໃຫ້ພວກມັນຮ້ອງເພງຢ່າງຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ,ເພາະພຣະອົງມາເພື່ອພິພາກສາແຜ່ນດິນໂລກ.34ຈົ່ງຂອບພຣະຄຸນພຣະເຈົ້າຢາເວ, ເພາະພຣະອົງດີ;ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ.35ຈົ່ງສົ່ງສຽງຮ້ອງວ່າ, “ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງພວກຂ້ານ້ອຍ, ຂໍຊ່ວຍພວກຂ້ານ້ອຍໃຫ້ພົ້ນ,ຂໍຮວບຮວມພວກຂ້ານ້ອຍຈາກຊົນຊາດຕ່າງໆ ແລະ ກອບກູ້ພວກຂ້ານ້ອຍຈາກຊົນຊາດທັງຫລາຍດ້ວຍ,ເພື່ອພວກຂ້ານ້ອຍຈະຂອບພຣະຄຸນນາມອັນບໍລິສຸດຂອງພຣະອົງ,ແລະ ຍົກຍ້ອງສັນລະເສີນພຣະອົງ”.36ຈົ່ງສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ,ຈາກນິລັນການຈົນເຖິງນິລັນການ.ຫລັງຈາກນັ້ນ ປະຊາຊົນທັງໝົດກ່າວວ່າ “ອາແມນ” ແລະ “ຈົ່ງສັນລະເສີນພຣະເຈົ້າຢາເວ”.37ດາວິດມອບໃຫ້ອາສັບ ແລະ ຄະນະຜູ້ຊ່ວຍຂອງລາວປະຕິບັດໜ້າທີ່ຕໍ່ໜ້າຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວຢູ່ໃນທີ່ນັ້ນຢ່າງສະໝໍ່າສະເໝີ.38ແລະ ເພິ່ນໄດ້ໃຫ້ໂອເບັດເອໂດມ ແລະ ຄະນະຜູ້ຊ່ວຍຂອງລາວ ຫົກສິບແປດຄົນຮ່ວມກັນປະຕິບັດໜ້າທີ່ນໍາພວກເຂົາດ້ວຍ. ໂອເບັດເອໂດມລູກຊາຍເຢດູທູນ ແລະ ໂຮສາເປັນຜູ້ເຝົ້າຍາມປະຕູ.39ດາວິດໄດ້ໃຫ້ປະໂລຫິດຊາດົກ ແລະ ພີ່ນ້ອງປະໂລຫິດຄົນອື່ນໆຮັບໃຊ້ຮ່ວມກັນຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວທີ່ບ່ອນສູງໃນກີເບໂອນ.40ເພື່ອຖວາຍເຄື່ອງເຜົາບູຊາເປັນປະຈໍາເທິງແທ່ນບູຊາແກ່ພຣະເຈົ້າຢາເວ, ທຸກເຊົ້າທຸກແລງ, ຕາມທີ່ກົດບັນຍັດທຸກຂໍ້ຂອງພຣະເຈົ້າຢາເວທີ່ໄດ້ຂຽນໄວ້ ເຊິ່ງພຣະອົງໄດ້ມອບໃຫ້ແກ່ຊາວອິດສະຣາເອນ.41ແລະ ໃຫ້ເຮມານ ແລະ ເຢດູທູນກັບຄົນອື່ນໆທີ່ໄດ້ຮັບເລືອກ ແລະ ລະບຸຊື່ໄວ້ເປັນຜູ້ຮ້ອງເພງໂມທະນາຂອບພຣະຄຸນພຣະເຈົ້າຢາເວວ່າ, “ເພາະຄວາມຮັກອັນໝັ້ນຄົງຂອງພຣະອົງດຳລົງຕະຫລອດໄປເປັນນິດ”42ເຮມານ ແລະ ເຢດູທູນມີໜ້າທີ່ຮັບຜິດຊອບເປົ່າແກ, ຕົບແສ່ງ ແລະ ຫຼິ້ນເຄື່ອງດົນຕີອື່ນໆໄປພ້ອມກັນກັບບົດເພງສັກສິດ. ບັນດາລູກຊາຍຂອງເຢດູທູນເປັນຜູ້ເຝົ້າຍາມປະຈຳຢູ່ທີ່ປະຕູ.43ຫລັງຈາກ ປະຊາຊົນທັງໝົດກໍຈາກໄປ, ກັບໄປເຮືອນຂອງແຕ່ລະຄົນ, ສ່ວນດາວິດກໍໄດ້ກັບເມືອເຮືອນເພື່ອໄປອວຍພອນຄອບຄົວຂອງເພິ່ນ.Biblica, Inc.