1 ຂ່າວຄາວ15
ຫີບຄໍາໝັ້ນສັນຍາຖືກນຳມາເຢຣູຊາເລັມ
1ຫລັງຈາກດາວິດໄດ້ສ້າງຕຶກອາຄານຕ່າງໆສຳລັບຕົນໃນເມືອງຂອງດາວິດແລ້ວ ດາວິດໄດ້ຈັດຕຽມບ່ອນໄວ້ຫີບຄໍາໝັ້ນສັນຍາຂອງພຣະເຈົ້າ ແລະ ໄດ້ຕັ້ງຫໍເຕັນຂຶ້ນຫລັງໜຶ່ງສໍາລັບເກັບຫີບໄວ້.2ແລ້ວດາວິດເວົ້າວ່າ, “ຢ່າໃຫ້ຜູ້ໃດຫາມຫີບຄໍາໝັ້ນສັນຍາຂອງພຣະເຈົ້າ ນອກຈາກພວກເລວີເທົ່ານັ້ນ, ເພາະວ່າພຣະເຈົ້າຢາເວໄດ້ເລືອກພວກເຂົາເພື່ອຫາມຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ແລະ ເພື່ອຮັບໃຊ້ຢູ່ຕໍ່ໜ້າພຣະອົງຕະຫລອດໄປ”.3ດາວິດຈຶ່ງໄດ້ເອີ້ນປະຊາຊົນອິດສະຣາເອນທັງໝົດມາປະຊຸມກັນຢູ່ໃນເຢຣູຊາເລັມ ເພື່ອນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ມາວາງໄວ້ບ່ອນທີ່ເພິ່ນໄດ້ຈັດຕຽມໄວ້.4ເພິ່ນໄດ້ເອີ້ນເອົາເຊື້ອສາຍຂອງອາໂຣນ ແລະ ພວກເລວີໃຫ້ມາພ້ອມໜ້າກັນ ມີດັ່ງນີ້:5ຈາກເຊື້ອສາຍໂກຮາດ, ແມ່ນອູຣິເອນເປັນຫົວໜ້າ ແລະ ມີຍາດພີ່ນ້ອງໜຶ່ງຮ້ອຍຊາວຄົນ;6ຈາກເຊື້ອສາຍຂອງເມຣາຣິ ແມ່ນອາສາອີຢາເປັນຫົວໜ້າ ແລະ ມີຍາດພີ່ນ້ອງສອງຮ້ອຍຊາວຄົນ;7ຈາກເຊື້ອສາຍເກໂຊນ, ແມ່ນໂຢເອນເປັນຫົວໜ້າ ແລະ ຍາດພີ່ນ້ອງໜຶ່ງຮ້ອຍສາມສິບຄົນ;8ຈາກເຊື້ອສາຍຂອງເອລີຊາຟັນ, ແມ່ນເຊມາອີຢາເປັນຫົວໜ້າ ແລະ ມີຍາດພີ່ນ້ອງສອງຮ້ອຍຄົນ;9ຈາກເຊື້ອສາຍຂອງເຮັບໂຣນ, ແມ່ນເອລີເອນເປັນຫົວໜ້າ ແລະ ມີຍາດພີ່ນ້ອງ ແປດສິບຄົນ;10ຈາກເຊື້ອສາຍຂອງອຸດຊີເອນ, ແມ່ນອຳມີນາດາບເປັນຫົວໜ້າ ແລະ ມີຍາດພີ່ນ້ອງໜຶ່ງຮ້ອຍສິບສອງຄົນ.11ຈາກນັ້ນ ດາວິດໄດ້ເອີ້ນເອົາປະໂລຫິດຊາດົກ ແລະ ອາບີອາທາ ແລະ ພວກເລວີມີດັ່ງນີ້: ອູຣິເອນ, ອາສາອີຢາ, ໂຢເອນ, ເຊມາອີຢາ, ເອລີເອນ ແລະ ອຳມີນາດາບໃຫ້ມາພົບເພິ່ນ.12ແລ້ວເພິ່ນໄດ້ເວົ້າກັບພວກເຂົາວ່າ, “ພວກເຈົ້າເປັນຜູ້ນຳບັນດາຕະກຸນຊາວເລວີ; ພວກເຈົ້າ ແລະ ພວກພີ່ນ້ອງຊາວເລວີຈົ່ງຊຳລະຕົນໃຫ້ບໍລິສຸດ ແລະ ນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນມາບ່ອນທີ່ເຮົາໄດ້ຈັດຕຽມໄວ້ແລ້ວ.13ຍ້ອນພວກເຈົ້າ, ຄົນເລວີ, ບໍ່ໄດ້ເປັນຜູ້ຫາມຫີບຄໍາໝັ້ນສັນຍາໄປແຕ່ເທື່ອທໍາອິດນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ໃຈຮ້າຍຕໍ່ພວກເຮົາ. ພວກເຮົາບໍ່ໄດ້ຖາມພຣະອົງເຖິງວິທີທີ່ຈະນຳເອົາຫີບມາຕາມວິທີທີ່ໄດ້ກຳນົດໄວ້”.14ສະນັ້ນ ບັນດາປະໂລຫິດ ແລະ ພວກເລວີຈຶ່ງໄດ້ຊຳລະຕົນເອງເພື່ອນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນຂຶ້ນມາ.15ຫລັງຈາກນັ້ນພວກເລວີໄດ້ຫາມຫີບຄໍາໝັ້ນສັນຍາຂອງພຣະເຈົ້າຂຶ້ນໃສ່ບ່າຂອງພວກເຂົາໂດຍໃຊ້ໄມ້ຄານຫາມຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ສັ່ງໂມເຊໄວ້.16ດາວິດໄດ້ບອກບັນດາຫົວໜ້າຂອງພວກເລວີໃຫ້ແຕ່ງຕັ້ງພີ່ນ້ອງຊາວເລວີຂອງພວກຕົນເປັນນັກດົນຕຼີ ເພື່ອຮ້ອງເພງຢ່າງມ່ວນຊື່ນດ້ວຍເຄື່ອງດົນຕີຕ່າງໆຄື: ດີດພິນນ້ອຍ ດີດພິນໃຫຍ່ ແລະ ຕົບແສ່ງ.17ດັ່ງນັ້ນ ພວກເລວີຈຶ່ງໄດ້ແຕ່ງຕັ້ງເຮມານລູກຊາຍຂອງໂຢເອນທີ່ເປັນພີ່ນ້ອງຂອງລາວເອງ, ອາສັບລູກຊາຍຂອງເບເຣກີຢາທີ່ເປັນພີ່ນ້ອງຂອງພວກເຂົາ, ເອທານລູກຊາຍຂອງກູຊາອີຢາແຫ່ງຕະກຸນເມຣາຣິ.18ແລະ ພ້ອມທັງພີ່ນ້ອງທີ່ເປັນຜູ້ຊ່ວຍຮອງລົງມາມີດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະ ມາອາເສອີຢາ. ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ ແລະ ເຢອີເອນ. ຜູ້ເຝົ້າຍາມປະຕູວິຫານ.19ນັກດົນຕຼີມີດັ່ງນີ້: ເຮມານ, ອາສັບ ແລະ ເອທານເປັນຜູ້ຕີແສ່ງທອງສຳລິດ20ເຊກາຣີຢາ, ອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສອີຢາ ແລະ ເບນາອີຢາເປັນຜູ້ຫລິ້ນພິນນ້ອຍຕາມທຳນອງອາລາໂມດ21ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ, ເຢອີເອນ ແລະ ອາຊາຊີຢາມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດເອໂດມ, ເຢອີເອນ ແລະ ອາຊາຊີຢາ ເປັນຜູ້ຫລິ້ນພິນໃຫຍ່ຕາມທໍານອງເຊມີນິດ.22ເກນານີຢາຫົວໜ້າຂອງຊາວເລວີໃຫ້ຮັບຜິດຊອບການຮ້ອງເພງ; ນັ້ນຄືໜ້າທີ່ຂອງລາວເພາະລາວຊ່ຽວຊານໃນເລື່ອງນີ້.23ເບເຣກີຢາ ແລະ ເອນການາເປັນຜູ້ເຝົ້າຍາມປະຕູຫີບຄໍາໝັ້ນສັນຍາ.24ບັນດາປະໂລຫິດເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະ ເອລີເອເຊ ເປັນຜູ້ເປົ່າແກນຳໜ້າຫີບຄໍາໝັ້ນສັນຍາຂອງພຣະເຈົ້າ. ໂອເບັດເອໂດມ ແລະ ເຢຮີຢາເປັນຜູ້ເຝົ້າຍາມປະຕູຫີບຄໍາໝັ້ນສັນຍາເໝືອນກັນ.25ດັ່ງນັ້ນ ດາວິດ, ພວກເຖົ້າແກ່ຂອງອິດສະຣາເອນ ແລະ ພວກຜູ້ບັນຊາການກອງພັນຈຶ່ງໄດ້ໄປນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ອອກມາຈາກເຮືອນຂອງໂອເບັດເອໂດມດ້ວຍຄວາມຊື່ນຊົມຍິນດີ.26ເພາະພຣະເຈົ້າຊ່ວຍພວກເລວີທີ່ຫາມຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ, ແລ້ວພວກເຂົາຈຶ່ງໄດ້ຖວາຍງົວເຖິກເຈັດໂຕ ແລະ ແກະເຖິກເຈັດໂຕເປັນເຄື່ອງບູຊາ.27ດາວິດໄດ້ນຸ່ງເຄື່ອງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດດີ, ເຊັ່ນດຽວກັນກັບພວກເລວີທັງໝົດທີ່ຫາມຫີບຄໍາໝັ້ນສັນຍາ ແລະ ພວກນັກດົນຕີກໍ່ເໝືອນກັນ ສ່ວນເກນານີຢາເປັນຜູ້ຮັບຜິດຊອບຄະນະນັກຮ້ອງ. ດາວິດຍັງໄດ້ນຸ່ງເສື້ອຄຸມສັ້ນເອໂຟດດ້ວຍ.28ດັ່ງນັ້ນ ຊາວອິດສະຣາເອນທັງໝົດຈຶ່ງໄດ້ນຳເອົາຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວດ້ວຍສຽງໂຫ່ຮ້ອງຊື່ນຊົມຍິນດີ, ພ້ອມທັງເປົ່າເຂົາແກະ ແລະ ເປົ່າແກ, ຕົບແສ່ງ ດີດພິນນ້ອຍ ແລະ ດີດພິນໃຫຍ່.29ໃນຂະນະທີ່ຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວກໍາລັງເຂົ້າໄປສູ່ເມືອງຂອງດາວິດ, ນາງມີການລູກສາວຂອງໂຊນໄດ້ແນມເບິ່ງຈາກທາງປ່ອງຢ້ຽມ ແລະ ເຫັນກະສັດດາວິດຟ້ອນ ແລະ ສະເຫລີມສະຫຼອງຢູ່, ນາງຈຶ່ງໝິ່ນປະໝາດເພິ່ນໃນໃຈ.Biblica, Inc.