ໂຣມ9
ຄວາມທຸກໃຈຂອງໂປໂລຕໍ່ອິດສະຣາເອນ
1ເຮົາຢູ່ໃນພຣະຄຣິດເຈົ້າເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ກຳລັງເວົ້າຕົວະ, ຈິດສຳນຶກຂອງເຮົາກໍຢືນຢັນໂດຍພຣະວິນຍານບໍລິສຸດເຈົ້າວ່າ2ເຮົາມີຄວາມທຸກໂສກໜັກ ແລະ ເຈັບປວດຫົວໃຈຢ່າງບໍ່ສິ້ນສຸດ.3ເພາະເຮົາປາຖະໜາວ່າ ຖ້າເປັນໄປໄດ້ຂໍໃຫ້ເຮົາເອງຖືກສາບແຊ່ງ ແລະ ຖືກຕັດຂາດຈາກພຣະຄຣິດເຈົ້າ ເພື່ອເຫັນແກ່ພີ່ນ້ອງຂອງເຮົາຜູ້ເປັນຄົນເຊື້ອຊາດດຽວກັນກັບເຮົາ,4ຄືປະຊາຊົນອິດສະຣາເອນ. ພວກເຂົາໄດ້ຖືກຮັບມາເປັນບຸດຂອງພຣະເຈົ້າ, ໄດ້ຮັບສະຫງ່າລາສີຂອງພຣະເຈົ້າ, ໄດ້ຮັບບັນດາພັນທະສັນຍາ, ໄດ້ຮັບກົດບັນຍັດ, ພິທີນະມັດສະການໃນວິຫານ ແລະ ສັນຍາຕ່າງໆ.5ພວກເຂົາມີບັນພະບຸລຸດຜູ້ຍິ່ງໃຫຍ່ ແລະ ເມື່ອພຣະຄຣິດເຈົ້າບັງເກີດເປັນມະນຸດ ພຣະອົງກໍສືບເຊື້ອສາຍມາຈາກພວກເຂົາ, ຂໍໃຫ້ພຣະເຈົ້າຜູ້ເປັນພຣະເຈົ້າເໜືອສິ່ງສາລະພັດ ຈົ່ງໄດ້ຮັບການສັນລະເສີນຕະຫລອດໄປເປັນນິດ! ອາແມນ.ການເລືອກຂອງພຣະເຈົ້າ
6ບໍ່ແມ່ນວ່າຖ້ອຍຄຳຂອງພຣະເຈົ້ານັ້ນໄດ້ລົ້ມເຫລວໄປ ເພາະວ່າບໍ່ແມ່ນທຸກຄົນທີ່ສືບເຊື້ອສາຍຈາກອິດສະຣາເອນນັ້ນຈະເປັນອິດສະຣາເອນ.7ບໍ່ແມ່ນທຸກຄົນທີ່ສືບເຊື້ອສາຍຂອງອັບຣາຮາມຈະເປັນລູກຫລານຂອງອັບຣາຮາມ. ແຕ່ກົງກັນຂ້າມ, “ເຊື້ອສາຍຂອງເຈົ້າຈະນັບມາທາງອີຊາກ”. 8ໝາຍຄວາມວ່າຄົນທີ່ເປັນບຸດຂອງພຣະເຈົ້ານັ້ນບໍ່ແມ່ນເປັນບຸດຕາມສາຍເລືອດ ແຕ່ເປັນບຸດຕາມສັນຍາ ຈຶ່ງຖືວ່າເປັນເຊື້ອສາຍຂອງອັບຣາຮາມ.9ເພາະຄຳສັນຍາໄດ້ລະບຸໄວ້ວ່າ, “ເມື່ອເຖິງເວລາທີ່ກຳນົດເຮົາຈະກັບຄືນມາ ແລະ ນາງຊາຣາກໍຈະມີລູກຊາຍຄົນໜຶ່ງ”. 10ບໍ່ແມ່ນພຽງແຕ່ເທົ່ານັ້ນ, ແຕ່ລູກຊາຍສອງຄົນທີ່ເຣເບກາຖືພາໃນເວລາດຽວກັນກໍມີພໍ່ຄົນດຽວກັນຄືອີຊາກ ເຊິ່ງເປັນບັນພະບຸລຸດຂອງພວກເຮົາ.11ແຕ່ກ່ອນທີ່ລູກແຝດນັ້ນຈະເກີດມາ ຫລື ກ່ອນທີ່ພວກເຂົາຈະເຮັດສິ່ງດີ ຫລື ສິ່ງຊົ່ວອັນໃດ, ກໍເພື່ອວ່າຄວາມປະສົງຂອງພຣະເຈົ້າໃນການເລືອກນັ້ນຈະຕັ້ງໝັ້ນຄົງຢູ່12ຄືບໍ່ແມ່ນເປັນໄປຕາມການປະຕິບັດ ແຕ່ເປັນໄປຕາມພຣະອົງຜູ້ເອີ້ນ ພຣະອົງໄດ້ກ່າວກັບນາງວ່າ, “ຜູ້ເປັນອ້າຍຈະຮັບໃຊ້ຜູ້ເປັນນ້ອງ”. 13ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເຮົາໄດ້ຮັກຢາໂຄບ, ແຕ່ເຮົາໄດ້ກຽດຊັງເອຊາວ”. 14ແລ້ວພວກເຮົາຈະວ່າຢ່າງໃດ? ພຣະເຈົ້າບໍ່ຍຸຕິທຳບໍ? ບໍ່ແມ່ນດອກ!15ເພາະພຣະອົງກ່າວກັບໂມເຊວ່າ,“ເຮົາຈະເມດຕາຜູ້ໃດ ເຮົາກໍເມດຕາຜູ້ນັ້ນແລະ ເຮົາຈະກະລຸນາຜູ້ໃດ ເຮົາກໍກະລຸນາຜູ້ນັ້ນ”. 16ເຫດສະນັ້ນ, ສິ່ງນີ້ບໍ່ໄດ້ຂຶ້ນຢູ່ກັບຄວາມປາຖະໜາ ຫລື ຄວາມພະຍາຍາມຂອງມະນຸດ ແຕ່ຂຶ້ນຢູ່ກັບຄວາມເມດຕາຂອງພຣະເຈົ້າ.17ເພາະໃນພຣະຄຳພີ ພຣະເຈົ້າກ່າວແກ່ຟາໂຣວ່າ, “ເຮົາໄດ້ຍົກເຈົ້າຂຶ້ນກໍເພື່ອຈຸດປະສົງຂໍ້ນີ້ ເພື່ອເຮົາຈະໄດ້ສະແດງລິດອຳນາດຂອງເຮົາໃຫ້ປາກົດທາງເຈົ້າ ແລະ ເພື່ອນາມຂອງເຮົາປະກາດໄປທົ່ວໂລກ”. 18ເຫດສະນັ້ນ, ພຣະເຈົ້າເມດຕາຕໍ່ຜູ້ທີ່ປະສົງຈະເມດຕາ ແລະ ພຣະອົງປະສົງຈະໃຫ້ຜູ້ໃດມີໃຈແຂງກະດ້າງ ພຣະອົງກໍເຮັດໃຫ້ຜູ້ນັ້ນມີໃຈແຂງກະດ້າງ.19ບາງຄົນໃນພວກເຈົ້າຈະກ່າວກັບເຮົາວ່າ, “ຖ້າເປັນດັ່ງນັ້ນ ເປັນຫຍັງພຣະເຈົ້າຍັງຕຳໜິພວກເຮົາຢູ່? ເພາະຜູ້ໃດຈະຂັດຂືນຄວາມປະສົງຂອງພຣະອົງໄດ້?”20ແຕ່ມະນຸດເອີຍ, ພວກເຈົ້າເປັນຜູ້ໃດຈຶ່ງກ້າກ່າວຕອບໂຕ້ພຣະເຈົ້າໄດ້? “ສົມຄວນບໍທີ່ສິ່ງທີ່ຖືກສ້າງຈະກ່າວກັບຜູ້ສ້າງວ່າ, ‘ເປັນຫຍັງເຈົ້າຈຶ່ງສ້າງຂ້ອຍແບບນີ້’?” 21ຊ່າງປັ້ນໝໍ້ນັ້ນບໍ່ມີສິດເອົາດິນກ້ອນດຽວກັນມາປັ້ນເປັນພາຊະນະເພື່ອວັດຖຸປະສົງພິເສດ ແລະ ປັ້ນເປັນພາຊະນະເພື່ອໃຊ້ງານທົ່ວໄປບໍ?22ຈະເປັນຢ່າງໃດຖ້າຫາກວ່າພຣະເຈົ້າຈະເລືອກທີ່ຈະສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ເຮັດໃຫ້ລິດອຳນາດຂອງພຣະອົງເປັນທີ່ຮູ້ຈັກ, ແຕ່ພຣະອົງໄດ້ອົດທົນອົດກັ້ນຕໍ່ຜູ້ທີ່ເປັນເປົ້າຂອງຄວາມໂກດຮ້າຍຂອງພຣະອົງ ເຊິ່ງຈັດຕຽມໄວ້ສຳລັບຄວາມຈິບຫາຍ?23ຈະວ່າຢ່າງໃດຖ້າພຣະອົງກະທຳຢ່າງນີ້ເພື່ອສະແດງສະຫງ່າລາສີອັນອຸດົມສົມບູນແກ່ບັນດາຜູ້ທີ່ໄດ້ຮັບຄວາມເມດຕາຂອງພຣະອົງ ຜູ້ທີ່ພຣະອົງຈັດຕຽມໄວ້ລ່ວງໜ້າເພື່ອສະຫງ່າລາສີນັ້ນ?24ລວມທັງພວກເຮົາທັງຫລາຍຜູ້ທີ່ພຣະອົງໄດ້ເອີ້ນໄວ້ເໝືອນກັນ, ບໍ່ແມ່ນຈາກຄົນຢິວເທົ່ານັ້ນ ແຕ່ຈາກຄົນຕ່າງຊາດດ້ວຍ.25ຕາມທີ່ພຣະອົງໄດ້ກ່າວໄວ້ໃນພຣະທຳໂຮເສອາວ່າ,“ເຮົາຈະເອີ້ນຜູ້ທີ່ບໍ່ໄດ້ເປັນປະຊາຊົນຂອງເຮົາວ່າ ‘ປະຊາຊົນຂອງເຮົາ’ແລະ ເອີ້ນຜູ້ທີ່ເຮົາບໍ່ຮັກວ່າ ‘ຜູ້ທີ່ເຮົາຮັກ,’ ” 26ແລະ“ໃນບ່ອນທີ່ກ່າວກັບພວກເຂົາວ່າ,‘ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ,’ພວກເຂົາຈະໄດ້ຊື່ວ່າ ‘ລູກຂອງພຣະເຈົ້າຜູ້ມີຊີວິດຢູ່’ ”. 27ເອຊາຢາປະກາດກ່ຽວກັບຊົນຊາດອິດສະຣາເອນວ່າ,“ເຖິງວ່າຊົນຊາດອິດສະຣາເອນຈະມີຫລວງຫລາຍເໝືອນດັ່ງເມັດຊາຍທີ່ແຄມທະເລແຕ່ຈະມີໜ້ອຍຄົນເທົ່ານັ້ນຈະໄດ້ພົ້ນ.28ດ້ວຍວ່າ ອົງພຣະຜູ້ເປັນເຈົ້າຈະພິພາກສາລົງໂທດໂລກນີ້ໂດຍໄວ ແລະ ເດັດຂາດ”. 29ຕາມທີ່ເອຊາຢາໄດ້ກ່າວໄວ້ລ່ວງໜ້າວ່າ,“ຖ້າອົງພຣະຜູ້ເປັນເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ບໍ່ໄດ້ໃຫ້ພວກເຮົາມີເຊື້ອສາຍເຫລືອຢູ່ພວກເຮົາກໍຄົງຈະເປັນເໝືອນເມືອງໂຊໂດມພວກເຮົາກໍຄົງຈະເປັນເໝືອນເມືອງໂກໂມຣາ”.ຊົນຊາດອິດສະຣາເອນບໍ່ເຊື່ອ
30ຖ້າເປັນດັ່ງນີ້ແລ້ວພວກເຮົາຈະວ່າຢ່າງໃດ? ຄົນຕ່າງຊາດຜູ້ທີ່ບໍ່ໄດ້ດິ້ນລົນຫາຄວາມຊອບທຳກໍຍັງໄດ້ຮັບຄວາມຊອບທຳຄື ຄວາມຊອບທຳໂດຍທາງຄວາມເຊື່ອ,31ແຕ່ຊົນຊາດອິດສະຣາເອນທີ່ດິ້ນລົນຫາກົດບັນຍັດແຫ່ງຄວາມຊອບທຳ ກໍບໍ່ໄດ້ບັນລຸເປົ້າໝາຍຂອງພວກເຂົາ.32ເປັນຫຍັງຈຶ່ງບໍ່ໄດ້? ກໍເພາະວ່າພວກເຂົາບໍ່ໄດ້ດິ້ນລົນຫາດ້ວຍຄວາມເຊື່ອ ແຕ່ເຮັດຄືກັບວ່າຈະໄດ້ມາດ້ວຍການປະຕິບັດ. ພວກເຂົາຈຶ່ງສະດຸດກ້ອນຫີນທີ່ເຮັດໃຫ້ຊູນສະດຸດນັ້ນ.33ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ,“ເບິ່ງແມ, ເຮົາວາງຫີນກ້ອນໜຶ່ງໄວ້ໃນເມືອງຊີໂອນ ເຊິ່ງເຮັດໃຫ້ຄົນທັງຫລາຍສະດຸດແລະ ເປັນຫີນທີ່ເຮັດໃຫ້ພວກເຂົາລົ້ມລົງແລະ ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ”.Biblica, Inc.