ໂຣມ3

ຄວາມສັດຊື່​ຂອງ​ພຣະເຈົ້າ

1ຖ້າ​ຢ່າງ​ນັ້ນ ການ​ເປັນ​ຄົນຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນອື່ນ​ຢ່າງໃດ ຫລື ການ​ຮັບພິທີຕັດ​ມີ​ປະໂຫຍດ​ອັນໃດ?2ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.
3ຖ້າ​ມີ​ບາງຄົນ​ບໍ່ສັດຊື່ ແລ້ວ​ຈະ​ເປັນ​ຢ່າງ​ໃດ? ຄວາມບໍ່ສັດຊື່​ຂອງ​ພວກເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ບໍ?4ບໍ່​ເປັນ​ຢ່າງ​ນັ້ນ! ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ຈະ​ເປັນ​ຄົນ​ເວົ້າຕົວະ​ກໍ​ຕາມ. ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:“ເພື່ອ​ພຣະອົງ​ຈະ​ໄດ້​ຮັບ​ການພິສູດ​ວ່າ ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ກ່າວແລະ ຊະນະ​ເມື່ອ​ພຣະອົງ​ພິພາກສາ”. 
5ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)6ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນອນ! ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ, ພຣະເຈົ້າ​ຈະ​ພິພາກສາ​ໂລກ​ໄດ້​ຢ່າງໃດ?7ມີ​ບາງຄົນ​ອາດ​ຕອບໂຕ້​ວ່າ, “ຖ້າ​ຄວາມຕົວະ​ຂອງ​ເຮົາ​ເຮັດ​ໃຫ້​ເຫັນ​ຄວາມສັດຊື່​ຂອງ​ພຣະເຈົ້າ​ຊັດເຈນ​ຂຶ້ນ ແລະ ເປັນ​ການ​ເພີ່ມເຕີມ​ກຽດຕິຍົດ​ຂອງ​ພຣະອົງ, ແລ້ວ​ເປັນຫຍັງ​ເຮົາ​ຍັງ​ຖືກ​ຕັດສິນ​ລົງໂທດ​ວ່າ​ເປັນ​ຄົນບາບ?”8ເປັນຫຍັງ​ບໍ່​ກ່າວ​ວ່າ, “ໃຫ້​ພວກເຮົາ​ເຮັດ​ຊົ່ວ​ເພື່ອ​ຄວາມດີ​ຈະ​ໄດ້​ເກີດຂຶ້ນ”? ຕາມ​ທີ່​ມີ​ບາງຄົນ​ໃສ່ຮ້າຍ​ວ່າ​ເຮົາ​ເວົ້າ​ຢ່າງ​ນັ້ນ. ການ​ລົງໂທດ​ຄົນ​ຢ່າງນັ້ນ​ກໍ​ຍຸຕິທຳ​ແລ້ວ.

ບໍ່​ມີ​ຜູ້ໃດ​ຊອບທຳ​ຈັກ​ຄົນ

9ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.10ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,“ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ;11ບໍ່​ມີ​ຜູ້ໃດ​ທີ່​ເຂົ້າໃຈບໍ່​ມີ​ຜູ້ໃດ​ທີ່​ສະແຫວງຫາ​ພຣະເຈົ້າ.12ທຸກຄົນ​ຫັນໜີ​ໄປ,ພວກເຂົາ​ພາກັນ​ກາຍເປັນ​ຄົນໄຮ້ຄ່າ​ໄປ​ໝົດ;ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ”. 13“ຄໍ​ຂອງ​ພວກເຂົາ​ຄື​ຂຸມຝັງສົບ​ທີ່​ໄຂ​ຢູ່ພວກເຂົາ​ໃຊ້​ລີ້ນ​ຂອງ​ຕົນ​ໃນ​ການລໍ້ລວງ”. “ມີ​ພິດ​ງູຮ້າຍ​ຢູ່​ທີ່​ຮິມສົບ​ຂອງ​ພວກເຂົາ”. 14“ປາກ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ສາບແຊ່ງ ແລະ ຄຳ​ຂົມຂື່ນ”. 15“ຕີນ​ຂອງ​ພວກເຂົາ​ວ່ອງໄວ​ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ;16ພວກເຂົາ​ປະ​ແຕ່​ຄວາມຈິບຫາຍ ແລະ ຄວາມທຸກ​ໄວ້​ຕາມທາງ​ຂອງ​ພວກເຂົາ,17ແລະ ພວກເຂົາ​ບໍ່​ຮູ້ຈັກ​ທາງ​ແຫ່ງ​ຄວາມ​ສະຫງົບສຸກ”. 18“ພວກເຂົາ​ບໍ່​ຄິດ​ທີ່​ຈະ​ຢ້ານກົວ​ພຣະເຈົ້າ​ເລີຍ”. 
19ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.20ເຫດສະນັ້ນ, ບໍ່​ມີ​ຜູ້ໃດ​ທີ່​ຖືວ່າ​ເປັນ​ຄົນຊອບທຳ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ໂດຍ​ການ​ເຮັດ​ຕາມ​ກົດບັນຍັດ, ກົດບັນຍັດ​ພຽງ​ແຕ່​ເຮັດ​ໃຫ້​ພວກເຮົາ​ສັງເກດ​ຮູ້ຈັກ​ຄວາມບາບ.

ຄວາມຊອບທຳ​ໂດຍ​ທາງ​ຄວາມເຊື່ອ

21ແຕ່​ບັດນີ້ ຄວາມຊອບທຳ​ຈາກ​ພຣະເຈົ້າ ເຊິ່ງ​ຢູ່​ນອກ​ກົດບັນຍັດ​ນັ້ນ​ໄດ້​ປາກົດ​ແຈ້ງ​ແລ້ວ, ເຊິ່ງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້.22ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ,23ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ ແລະ ຂາດ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ,24ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ.25ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງ​ຖວາຍ​ບູຊາ​ໄຖ່​ບາບ ​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ.26ພຣະອົງ​ໄດ້​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ສະແດງ​ຄວາມຍຸຕິທຳ​ຂອງ​ພຣະອົງ​ໃນ​ເວລາ​ປັດຈຸບັນ ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ຊອບທຳ ແລະ ເປັນ​ຜູ້​ທີ່​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ພຣະເຢຊູເຈົ້າ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ດ້ວຍ.
27ເມື່ອ​ເປັນ​ຢ່າງນີ້​ແລ້ວ ເຮົາ​ມີ​ສິ່ງໃດ​ທີ່​ຈະ​ອວດອ້າງ​ໄດ້? ບໍ່​ມີ​ເລີຍ ຈະ​ອ້າງ​ສິ່ງໃດ​ເປັນ​ຫລັກ? ຈະ​ອ້າງ​ວ່າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ? ບໍ່​ດອກ, ແຕ່​ໂດຍ​ການ​ອ້າງ​ຄວາມເຊື່ອ​ເປັນ​ຫລັກ.28ເພາະ​ພວກເຮົາ​ຢືນຢັນ​ວ່າ​ຄົນໃດຄົນ​ໜຶ່ງ​ຈະ​ຖືວ່າ​ເປັນ​ຄົນຊອບທຳ​ໄດ້​ກໍ​ໂດຍ​ຄວາມເຊື່ອ ບໍ່ແມ່ນ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ.29ຫລື ພຣະເຈົ້າ​ເປັນ​ພຣະເຈົ້າ​ຂອງ​ຄົນຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່​ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນ​ແລ້ວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ,30ດ້ວຍວ່າ ມີ​ພຣະເຈົ້າ​ພຽງ​ແຕ່​ອົງ​ດຽວ, ພຣະອົງ​ຈະ​ຖືວ່າ​ຄົນ​ທີ່​ຮັບພິທີຕັດ​ນັ້ນ​ເປັນຄົນຊອບທຳ​ໂດຍ​ຄວາມເຊື່ອ ແລະ ຈະ​ຖືວ່າ​ຄົນ​ທີ່​ບໍ່ຮັບພິທີຕັດ​ກໍ​ເປັນ​ຄົນຊອບທຳ​ໂດຍ​ທາງ​ຄວາມເຊື່ອ​ເໝືອນກັນ.31ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.

Biblica, Inc.

https://app.library.bible/content/eab9312f9f16b3a2